ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 25
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ເຟຊະໂຕ​ພິຈາລະນາ​ຄະດີ​ຂອງ​ໂປໂລ (1-12)

        • “ຂ້ອຍ​ຂໍ​ອຸທອນ​ຕໍ່​ກາຍຊາ!” (11)

      • ເຟຊະໂຕ​ປຶກສາ​ກັບ​ກະສັດ​ອັກກິບປາ (13-22)

      • ໂປໂລ​ຢູ່​ຕໍ່​ໜ້າ​ອັກກິບປາ (23-27)

ກິດຈະການ 25:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 196

ກິດຈະການ 25:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:1

ກິດຈະການ 25:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:20, 21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 196

ກິດຈະການ 25:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 196

ກິດຈະການ 25:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 197

ກິດຈະການ 25:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:11; ລກ 23:1, 2; ກຈກ 24:5

ກິດຈະການ 25:8

ໄຂເງື່ອນ

  • *

    ຫຼື “ຈັກກະພັດ​ໂຣມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:11, 12

ກິດຈະການ 25:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 197-198

ກິດຈະການ 25:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 198

ກິດຈະການ 25:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:26, 29
  • +ກຈກ 28:17-19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 198

ກິດຈະການ 25:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 198

ກິດຈະການ 25:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 198, 201

ກິດຈະການ 25:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:2, 3

ກິດຈະການ 25:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:5

ກິດຈະການ 25:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:7

ກິດຈະການ 25:19

ໄຂເງື່ອນ

  • *

    ຫຼື “ການ​ນະມັດສະການ​ພະເຈົ້າ​ຂອງ​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:14, 15; 23:26, 29
  • +ກຈກ 22:6-8

ກິດຈະການ 25:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:9

ກິດຈະການ 25:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:11, 12

ກິດຈະການ 25:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:15

ກິດຈະການ 25:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 22:22

ກິດຈະການ 25:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:26, 29

ກິດຈະການ 25:26

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ນາຍ​ຂອງ​ຂ້ອຍ”

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 25:1ກຈກ 24:27
ກຈກ. 25:2ກຈກ 24:1
ກຈກ. 25:3ກຈກ 23:20, 21
ກຈກ. 25:5ກຈກ 25:16
ກຈກ. 25:7ມທ 5:11; ລກ 23:1, 2; ກຈກ 24:5
ກຈກ. 25:8ກຈກ 24:11, 12
ກຈກ. 25:9ກຈກ 24:27
ກຈກ. 25:11ກຈກ 23:26, 29
ກຈກ. 25:11ກຈກ 28:17-19
ກຈກ. 25:15ກຈກ 25:2, 3
ກຈກ. 25:16ກຈກ 25:5
ກຈກ. 25:18ກຈກ 25:7
ກຈກ. 25:19ກຈກ 18:14, 15; 23:26, 29
ກຈກ. 25:19ກຈກ 22:6-8
ກຈກ. 25:20ກຈກ 25:9
ກຈກ. 25:21ກຈກ 25:11, 12
ກຈກ. 25:22ກຈກ 9:15
ກຈກ. 25:24ກຈກ 22:22
ກຈກ. 25:25ກຈກ 23:26, 29
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 25:1-27

ກິດຈະການຂອງອັກຄະສາວົກ

25 ເມື່ອ​ເຟຊະໂຕ+​ຮັບ​ໜ້າທີ່​ປົກຄອງ​ແຂວງ​ນີ້​ໄດ້ 3 ມື້ ລາວ​ກໍ​ເດີນ​ທາງ​ຈາກ​ເມືອງ​ກາຍຊາເຣຍ​ໄປ​ເມືອງ​ເຢຣູຊາເລັມ. 2 ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຢິວ​ທີ່​ເປັນ​ຄົນ​ສຳຄັນ​ກໍ​ມາ​ຟ້ອງ​ລາວ​ເລື່ອງ​ໂປໂລ.+ ເຂົາເຈົ້າ​ອ້ອນວອນ​ເຟຊະໂຕ 3 ຂໍ​ໃຫ້​ສົ່ງ​ໂປໂລ​ມາ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ວາງ​ແຜນ​ຈະ​ລັດ​ຂ້າ​ໂປໂລ​ກາງ​ທາງ.+ 4 ແຕ່​ເຟຊະໂຕ​ບອກ​ວ່າ​ຈະ​ເອົາ​ໂປໂລ​ໄວ້​ໃນ​ເມືອງ​ກາຍຊາເຣຍ​ຕໍ່​ໄປ ແລະ​ບອກ​ວ່າ​ອີກ​ບໍ່​ເທົ່າ​ໃດ​ມື້​ລາວ​ກໍ​ຈະ​ກັບ​ໄປ​ຫັ້ນ. 5 ເຟຊະໂຕ​ເວົ້າ​ວ່າ: “ຖ້າ​ໂປໂລ​ເຮັດ​ຫຍັງ​ຜິດ​ແທ້ ກໍ​ໃຫ້​ຄົນ​ທີ່​ມີ​ອຳນາດ​ໃນ​ພວກ​ເຈົ້າ​ໄປ​ນຳ​ຂ້ອຍ​ແລະ​ໄປ​ຟ້ອງ​ລາວ​ຢູ່​ຫັ້ນ.”+

6 ເຟຊະໂຕ​ຢູ່​ເມືອງ​ເຢຣູຊາເລັມ​ປະມານ 8 ເຖິງ 10 ມື້ ແລ້ວ​ກໍ​ກັບ​ໄປ​ເມືອງ​ກາຍຊາເຣຍ. ມື້​ຕໍ່​ມາ ລາວ​ກໍ​ນັ່ງ​ຢູ່​ບັນລັງ​ຕັດສິນ​ແລ້ວ​ສັ່ງ​ໃຫ້​ພາ​ໂປໂລ​ເຂົ້າ​ມາ. 7 ເມື່ອ​ໂປໂລ​ເຂົ້າ​ມາ ພວກ​ຢິວ​ທີ່​ເດີນ​ທາງ​ມາ​ຈາກ​ເມືອງ​ເຢຣູຊາເລັມ​ກໍ​ຢືນ​ອ້ອມ​ໂປໂລ​ໄວ້ ແລ້ວ​ກ່າວຫາ​ລາວ​ວ່າ​ເຮັດ​ຜິດ​ຮ້າຍ​ແຮງ​ຫຼາຍ​ຢ່າງ​ທັງ​ໆ​ທີ່​ບໍ່​ມີ​ຫຼັກຖານ​ພິສູດ.+

8 ໂປໂລ​ເວົ້າ​ແກ້​ຄະດີ​ວ່າ: “ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ກົດໝາຍ​ຂອງ​ຄົນ​ຢິວ ບໍ່​ໄດ້​ເຮັດ​ຫຍັງ​ທີ່​ລົບລູ່​ວິຫານ ແລະ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ກາຍຊາ.”*+ 9 ເຟຊະໂຕ​ຢາກ​ເອົາ​ໃຈ​ຄົນ​ຢິວ+​ຈຶ່ງ​ຖາມ​ໂປໂລ​ວ່າ: “ເຈົ້າ​ຢາກ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ໃຫ້​ຂ້ອຍ​ຕັດສິນ​ເລື່ອງ​ຢູ່​ຫັ້ນ​ບໍ?” 10 ໂປໂລ​ຕອບ​ວ່າ: “ຂ້ອຍ​ຢືນ​ຢູ່​ຕໍ່​ໜ້າ​ບັນລັງ​ຕັດສິນ​ຂອງ​ກາຍຊາ​ຢູ່​ແລ້ວ ຂ້ອຍ​ກໍ​ຄວນ​ຈະ​ຖືກ​ຕັດສິນ​ຢູ່​ນີ້ບໍ່​ແມ່ນ​ບໍ? ທີ່ຈິງ ທ່ານ​ກໍ​ຮູ້​ດີ​ວ່າ​ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ຄົນ​ຢິວ. 11 ຖ້າ​ຂ້ອຍ​ເຮັດ​ຜິດ​ແທ້​ແລະ​ເຮັດ​ສິ່ງ​ທີ່​ສົມຄວນ​ຕາຍ+ ຂ້ອຍ​ກໍ​ພ້ອມ​ຈະ​ຮັບ​ໂທດ​ນັ້ນ. ແຕ່​ຖ້າ​ເລື່ອງ​ທີ່​ເຂົາເຈົ້າ​ກ່າວຫາ​ຂ້ອຍ​ບໍ່​ແມ່ນ​ຄວາມ​ຈິງ ກໍ​ບໍ່​ມີ​ໃຜ​ມີ​ສິດ​ສົ່ງ​ຂ້ອຍ​ໄປ​ໃຫ້​ເຂົາເຈົ້າ​ເພື່ອ​ຈະ​ເອົາ​ໃຈ​ເຂົາເຈົ້າ. ຂ້ອຍ​ຂໍ​ອຸທອນ​ຕໍ່​ກາຍຊາ.”+ 12 ຫຼັງ​ຈາກ​ເຟຊະໂຕ​ລົມ​ກັບ​ຄະນະ​ທີ່​ປຶກສາ​ແລ້ວ ລາວ​ກໍ​ຕອບ​ວ່າ: “ຍ້ອນ​ເຈົ້າ​ອຸທອນ​ຕໍ່​ກາຍຊາ ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ກາຍຊາ.”

13 ຫຼາຍ​ມື້​ຕໍ່​ມາ ກະສັດ​ອັກກິບປາ​ກັບ​ເບນີເກ​ໄດ້​ມາ​ຢາມ​ເຟຊະໂຕ​ຢູ່​ເມືອງ​ກາຍຊາເຣຍ. 14 ທັງ​ສອງ​ຄົນຢູ່​ຫັ້ນຫຼາຍ​ມື້ ເຟຊະໂຕ​ຈຶ່ງ​ເລົ່າ​ເລື່ອງ​ໂປໂລ​ໃຫ້​ກະສັດ​ຟັງ​ວ່າ:

“ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຖືກ​ຂັງ​ໄວ້​ຕັ້ງແຕ່​ສະໄໝ​ຂອງ​ເຟລິກ 15 ແລະ​ຕອນ​ທີ່​ຂ້ອຍ​ຢູ່​ເມືອງ​ເຢຣູຊາເລັມ ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ​ກໍ​ມາ​ຟ້ອງ+​ຂໍ​ໃຫ້​ຕັດສິນ​ລົງໂທດ​ລາວ. 16 ແຕ່​ຂ້ອຍ​ບອກ​ເຂົາເຈົ້າ​ວ່າ ຕາມ​ຂັ້ນ​ຕອນ​ຂອງ​ຄົນ​ໂຣມ​ຈະ​ບໍ່​ມີ​ການ​ສົ່ງ​ຈຳເລີຍ​ໃຫ້​ໂຈດ ຈົນ​ກວ່າ​ທັງ​ສອງ​ຝ່າຍ​ຈະ​ມາ​ພ້ອມ​ໜ້າ​ກັນ​ແລະ​ໃຫ້​ຈຳເລີຍ​ມີ​ໂອກາດ​ແກ້​ຂໍ້​ກ່າວຫາ​ກ່ອນ.+ 17 ເມື່ອ​ເຂົາເຈົ້າມາແລ້ວ ມື້​ຕໍ່​ມາ ຂ້ອຍ​ກໍ​ນັ່ງ​ຢູ່​ບັນລັງ​ຕັດສິນ​ທັນທີ​ແລະ​ສັ່ງ​ໃຫ້​ເອົາ​ຜູ້​ນັ້ນ​ເຂົ້າ​ມາ. 18 ເມື່ອ​ພວກ​ໂຈດ​ຢືນ​ຂຶ້ນ​ກ່າວຫາ​ລາວ ຂ້ອຍ​ກໍ​ບໍ່​ເຫັນ​ວ່າ​ຂໍ້​ກ່າວຫາ​ຂອງ​ເຂົາເຈົ້າ​ຈະ​ເປັນ​ເລື່ອງ​ທີ່​ຮ້າຍ​ແຮງ​ຄື​ກັບ​ທີ່​ຂ້ອຍ​ຄິດ​ໄວ້.+ 19 ເຂົາເຈົ້າ​ມີ​ແຕ່ຂັດແຍ່ງ​ກັບ​ຜູ້​ນັ້ນ​ເລື່ອງ​ສາສະໜາ*+​ແລະ​ກ່ຽວກັບ​ຄົນ​ຊື່​ເຢຊູ​ທີ່​ຕາຍ​ໄປ​ແລ້ວ ແຕ່​ໂປໂລ​ຢືນຢັນ​ວ່າ​ລາວ​ມີ​ຊີວິດ​ຢູ່.+ 20 ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ແກ້ໄຂ​ຂໍ້​ຂັດແຍ່ງຂອງ​ເຂົາເຈົ້າ​ແນວ​ໃດ ຂ້ອຍ​ຈຶ່ງ​ຖາມ​ໂປໂລ​ວ່າ​ລາວ​ຢາກ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ໃຫ້​ຂ້ອຍ​ຕັດສິນ​ເລື່ອງ​ນີ້​ຢູ່​ຫັ້ນ​ບໍ?+ 21 ແຕ່​ເມື່ອ​ໂປໂລ​ຂໍ​ຢູ່​ໃນ​ຄຸກ​ຕໍ່​ໄປ​ເພື່ອ​ລໍ​ຖ້າ​ໃຫ້​ຈັກກະພັດ​ຕັດສິນ+ ຂ້ອຍ​ຈຶ່ງ​ສັ່ງ​ໃຫ້​ຂັງ​ລາວ​ໄວ້​ຈົນ​ກວ່າ​ຈະ​ສົ່ງ​ລາວ​ໄປ​ໃຫ້​ກາຍຊາ.”

22 ອັກກິບປາ​ເວົ້າ​ກັບ​ເຟຊະໂຕ​ວ່າ: “ຂ້ອຍ​ຢາກ​ຟັງ​ຜູ້​ນັ້ນ​ເວົ້າ​ຄື​ກັນ.”+ ເຟຊະໂຕ​ບອກ​ວ່າ: “ຄັນຊັ້ນ ມື້​ອື່ນ​ເຈົ້າ​ຊິ​ໄດ້​ຟັງ​ລາວ​ເວົ້າ.” 23 ມື້​ຕໍ່​ມາ ອັກກິບປາ​ກັບ​ເບນີເກ​ກໍ​ເດີນ​ທາງ​ມາ​ຢ່າງ​ຍິ່ງໃຫຍ່​ອະລັງການ​ແລະ​ເຂົ້າ​ໄປ​ໃນ​ຫ້ອງ​ໂຖງ​ພ້ອມ​ກັບ​ພວກ​ນາຍ​ພັນ ແລະ​ຄົນ​ສຳຄັນ​ໃນ​ເມືອງ​ນັ້ນ. ແລ້ວ​ເຟຊະໂຕ​ກໍ​ສັ່ງ​ໃຫ້​ເອົາ​ໂປໂລ​ເຂົ້າ​ມາ. 24 ເຟຊະໂຕ​ເວົ້າ​ວ່າ: “ກະສັດ​ອັກກິບປາ​ແລະ​ທຸກ​ຄົນ​ທີ່​ຢູ່​ນີ້ ຜູ້​ຊາຍ​ຄົນ​ນີ້​ແມ່ນ​ຄົນ​ທີ່​ປະຊາຊົນ​ຢິວ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ທີ່​ຢູ່​ນີ້​ພາກັນ​ຟ້ອງ​ຮ້ອງ​ຕໍ່​ຂ້ອຍ ແລະ​ເຂົາເຈົ້າ​ຮ້ອງ​ຂຶ້ນ​ວ່າ​ລາວ​ສົມຄວນ​ຕາຍ.+ 25 ແຕ່​ຂ້ອຍ​ຮູ້​ວ່າ​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ທີ່​ສົມຄວນ​ຕາຍ+ ເມື່ອ​ລາວ​ອຸທອນ​ຕໍ່ຈັກກະພັດ ຂ້ອຍ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ສົ່ງ​ລາວ​ໄປ. 26 ແຕ່​ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ຂຽນ​ບອກ​ຈັກກະພັດ*​ເລື່ອງ​ຂອງ​ລາວ​ວ່າ​ແນວ​ໃດ ຂ້ອຍ​ກໍ​ເລີຍ​ເອົາ​ລາວ​ມາ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕໍ່​ໜ້າ​ກະສັດ​ອັກກິບປາ. ຂ້ອຍ​ຫວັງ​ວ່າ​ຫຼັງ​ຈາກ​ໄດ້​ຖາມລາວ​ແລ້ວ ຂ້ອຍ​ຈະ​ມີ​ບາງ​ຢ່າງ​ທີ່​ຈະ​ຂຽນ​ໄດ້. 27 ເນື່ອງ​ຈາກ​ຂ້ອຍ​ເຫັນ​ວ່າ​ເປັນ​ເລື່ອງ​ທີ່​ບໍ່​ສົມເຫດ​ສົມຜົນ​ຖ້າ​ຈະ​ສົ່ງ​ນັກໂທດ​ໄປ​ໂດຍ​ບໍ່​ແຈ້ງ​ຂໍ້​ກ່າວຫາ​ໄປ​ນຳ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌