ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ເຂົ້າ​ໄປ​ໃນ​ເຮືອ (1-10)

      • ນ້ຳຖ້ວມ​ໂລກ (11-24)

ປະຖົມມະການ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 6:9; ຮຣ 10:38; 11:7; 1ປຕ 3:12; 2ປຕ 2:5, 9

ປະຖົມມະການ 7:2

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄດ້

  • *

    ແປ​ຕາມ​ໂຕ​ວ່າ “ແນວ​ລະ 7 ຄູ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:20

ປະຖົມມະການ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 7:23; 8:19

ປະຖົມມະການ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:5
  • +ປຖກ 7:11, 12
  • +ປຖກ 6:7, 17

ປະຖົມມະການ 7:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:13

ປະຖົມມະການ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 17:27; ຮຣ 11:7

ປະຖົມມະການ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 6:19, 20

ປະຖົມມະການ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:7; 8:2

ປະຖົມມະການ 7:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:18; 1ຂຄ 1:4
  • +ປຖກ 6:18; 1ປຕ 3:20; 2ປຕ 2:5

ປະຖົມມະການ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 3:5, 6

ປະຖົມມະການ 7:20

ໄຂເງື່ອນ

  • *

    6,7 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ປະຖົມມະການ 7:21

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ສັດ​ໂຕ​ນ້ອຍ​ໆ​ທີ່​ຢູ່​ນຳ​ກັນ​ເປັນ​ຝູງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 6:7, 17
  • +ລກ 17:27

ປະຖົມມະການ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:7; 7:15; ປຍຈ 3:19; ອຊຢ 42:5

ປະຖົມມະການ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 6:7; 2ປຕ 3:5, 6
  • +ມທ 24:37-39; 1ປຕ 3:20; 2ປຕ 2:5, 9

ປະຖົມມະການ 7:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 8:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 7:1ປຖກ 6:9; ຮຣ 10:38; 11:7; 1ປຕ 3:12; 2ປຕ 2:5, 9
ປຖກ. 7:2ປຖກ 8:20
ປຖກ. 7:3ປຖກ 7:23; 8:19
ປຖກ. 7:4ປຖກ 2:5
ປຖກ. 7:4ປຖກ 7:11, 12
ປຖກ. 7:4ປຖກ 6:7, 17
ປຖກ. 7:6ປຖກ 8:13
ປຖກ. 7:7ລກ 17:27; ຮຣ 11:7
ປຖກ. 7:8ປຖກ 6:19, 20
ປຖກ. 7:11ປຖກ 1:7; 8:2
ປຖກ. 7:13ປຖກ 9:18; 1ຂຄ 1:4
ປຖກ. 7:13ປຖກ 6:18; 1ປຕ 3:20; 2ປຕ 2:5
ປຖກ. 7:192ປຕ 3:5, 6
ປຖກ. 7:21ປຖກ 6:7, 17
ປຖກ. 7:21ລກ 17:27
ປຖກ. 7:22ປຖກ 2:7; 7:15; ປຍຈ 3:19; ອຊຢ 42:5
ປຖກ. 7:23ປຖກ 6:7; 2ປຕ 3:5, 6
ປຖກ. 7:23ມທ 24:37-39; 1ປຕ 3:20; 2ປຕ 2:5, 9
ປຖກ. 7:24ປຖກ 8:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 7:1-24

ປະຖົມມະການ

7 ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ໂນອາ​ວ່າ: “ໃຫ້​ເຈົ້າ​ກັບ​ທຸກ​ຄົນ​ໃນ​ຄອບຄົວ​ເຂົ້າ​ໄປ​ໃນ​ເຮືອ ຍ້ອນ​ເຮົາ​ເຫັນ​ວ່າ​ມີ​ແຕ່​ເຈົ້າ​ທີ່​ເປັນ​ຄົນ​ດີ​ກວ່າ​ຄົນ​ອື່ນ​ໆ​ທີ່​ຢູ່​ອ້ອມ​ໂຕ​ເຈົ້າ.+ 2 ເຈົ້າ​ຕ້ອງ​ເອົາ​ສັດ​ທຸກ​ຊະນິດ​ທີ່ເຮົາຖື​ວ່າສະອາດ* ທັງ​ໂຕ​ຜູ້​ແລະ​ໂຕ​ແມ່​ແນວ​ລະ 7 ໂຕ*+ ສັດ​ທີ່ເຮົາຖື​ວ່າ​ບໍ່​ສະອາດ​ທັງ​ໂຕ​ຜູ້​ແລະ​ໂຕ​ແມ່​ແນວ​ລະ​ຄູ່ 3 ແລະ​ສັດ​ທີ່​ບິນ​ໄດ້​ຢູ່​ເທິງ​ຟ້າ​ທັງ​ໂຕ​ຜູ້​ແລະ​ໂຕ​ແມ່​ແນວ​ລະ 7 ໂຕ​ເຂົ້າ​ໄປ​ໃນ​ເຮືອ ເພື່ອ​ໃຫ້​ພວກ​ມັນ​ລອດ​ຊີວິດ​ແລະ​ອອກ​ແມ່​ແພ່​ລູກ​ຫຼາຍ​ຂຶ້ນ​ຈົນ​ເຕັມ​ໂລກ.+ 4 ຍ້ອນ​ວ່າ​ອີ​ກ 7 ມື້ ເຮົາ​ຈະ​ເຮັດ​ໃຫ້​ຝົນ​ຕົກ+ 40 ມື້ 40 ຄືນ+ ແລະ​ເຮົາ​ຈະ​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ທີ່​ເຮົາ​ສ້າງ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້.”+ 5 ແລ້ວ​ໂນອາ​ກໍ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ທຸກ​ຢ່າງ.

6 ຕອນ​ທີ່​ນ້ຳ​ຖ້ວມ​ໂລກ ໂນອາ​ອາຍຸ​ໄດ້ 600 ປີ.+ 7 ກ່ອນ​ທີ່​ນ້ຳ​ຈະ​ມາ​ຖ້ວມ ໂນອາ​ກັບ​ເມຍ ແລະ​ພວກ​ລູກ​ຊາຍ​ກັບພວກ​ລູກໃພ້​ກໍ​ໄດ້​ເຂົ້າ​ໄປ​ໃນ​ເຮືອ.+ 8 ສັດ​ທີ່​ພະເຈົ້າ​ຖື​ວ່າ​ສະອາດ ສັດ​ທີ່​ພະເຈົ້າ​ຖື​ວ່າ​ບໍ່​ສະອາດ ສັດ​ທີ່​ບິນ​ໄດ້ ແລະ​ສັດ​ທຸກ​ຊະນິດ​ທີ່​ຢູ່​ເທິງ​ແຜ່ນດິນ+ 9 ໄດ້​ເຂົ້າ​ໄປ​ໃນ​ເຮືອ​ພ້ອມ​ກັບ​ໂນອາ ທັງ​ໂຕ​ຜູ້​ແລະ​ໂຕ​ແມ່​ເທື່ອ​ລະ​ຄູ່ ຕາມ​ທີ່​ພະເຈົ້າ​ໄດ້​ສັ່ງ​ໂນອາ​ໄວ້. 10 ແລ້ວ 7 ມື້​ຕໍ່ມາ​ນ້ຳ​ກໍ​ຖ້ວມ​ໂລກ.

11 ໃນ​ວັນ​ທີ 17 ເດືອນທີ 2 ຂອງ​ປີ​ທີ່​ໂນອາ​ອາຍຸ​ໄດ້ 600 ປີ​ ມື້​ນັ້ນ​ນ້ຳ​ທັງ​ໝົດ​ທີ່​ຢູ່​ເທິງ​ຟ້າກໍ​ຕົກ​ລົງ​ມາແລະ​ປະຕູ​ນ້ຳ​ທີ່​ຢູ່​ເທິງ​ຟ້າ​ກໍເປີດອອກ.+ 12 ຝົນ​ຕົກ​ລົງ​ມາ​ໃສ່​ໂລກ 40 ມື້ 40 ຄືນ. 13 ໃນ​ມື້​ນັ້ນ ໂນອາ​ກັບ​ເມຍ ແລະ​ລູກ​ຊາຍ​ຄື ເຊມ ຮາມ ຢາເຟດ+​ ແລະ​ເມຍ​ຂອງ​ລູກ​ຊາຍ​ທັງ 3 ຄົນ​ໄດ້​ເຂົ້າ​ໄປ​ໃນ​ເຮືອ.+ 14 ເຂົາເຈົ້າ​ເຂົ້າ​ໄປ​ໃນ​ເຮືອ​ພ້ອມ​ກັບ​ສັດ​ປ່າ​ທຸກ​ຊະນິດ ສັດ​ບ້ານ​ທຸກ​ຊະນິດ ສັດ​ເລືອຄານ​ທຸກ​ຊະນິດ ສັດ​ທີ່​ບິນ​ໄດ້​ທຸກ​ຊະນິດ ນົກ​ທຸກ​ຊະນິດ ແລະ​ສັດ​ທີ່​ມີ​ປີກ​ທຸກ​ຊະນິດ. 15 ສັດ​ທຸກ​ຊະນິດ​ມາ​ຫາ​ໂນອາ​ແລະ​ເຂົ້າ​ໄປ​ໃນ​ເຮືອ ເທື່ອ​ລະ​ຄູ່ ເທື່ອ​ລະ​ຄູ່. 16 ສັດ​ທຸກ​ຊະນິດ​ເຂົ້າ​ໄປ​ໃນ​ເຮືອ​ທັງ​ໂຕ​ຜູ້​ແລະ​ໂຕ​ແມ່ ຄື​ກັບ​ທີ່​ພະເຈົ້າ​ສັ່ງ​ໂນອາ​ໄວ້. ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ກໍປິດປະຕູ​ເຮືອ.

17 ຝົນ​ຕົກຕິດ​ຕໍ່​ກັນ 40 ມື້ ແລະ​ນ້ຳ​ກໍ​ເພີ່ມ​ຂຶ້ນ​ຈົນ​ດັນ​ເຮືອ​ໃຫ້​ຟູ​ຂຶ້ນ​ຈາກ​ພື້ນ​ດິນ. 18 ແລ້ວ​ນ້ຳ​ກໍ​ເພີ່ມ​ຂຶ້ນ ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ແຕ່​ເຮືອ​ກໍ​ຍັງ​ລອຍ​ຢູ່​ເທິງ​ໜ້າ​ນ້ຳ​. 19 ນ້ຳ​ຖ້ວມສູງ​ຫຼາຍ​ຈົນ​ຫຼິບ​ພູ​ສູງ​ທັງ​ໝົດ​ທີ່​ຢູ່​ໃນ​ໂລກ.+ 20 ນ້ຳ​ຖ້ວມ​ສູງກາຍ​ພູ​ຂຶ້ນ​ໄປ 15 ສອກ.*

21 ດັ່ງນັ້ນ ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ທີ່​ຢູ່​ເທິງ​ໂລກ​ກໍ​ຕາຍ​ໝົດ+ ທັງ​ສັດ​ທີ່​ບິນ​ໄດ້ ສັດ​ບ້ານ ສັດ​ປ່າ ສັດ​ໂຕ​ນ້ອຍ​ໆ​ຊະນິດ​ອື່ນ​ໆ​* ແລະ​ມະນຸດ​ທຸກ​ຄົນ.+ 22 ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ແລະ​ສິ່ງ​ທີ່​ຫາຍ​ໃຈ​ໄດ້​ເທິງ​ບົກ​ກໍ​ຕາຍ​ໝົດ.+ 23 ພະເຈົ້າ​ກວາດ​ລ້າງ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ທີ່​ຢູ່​ເທິງ​ໂລກ ລວມ​ທັງ​ຄົນ​ກັບ​ສັດ ແມ່ນ​ແຕ່​ສັດ​ເລືອຄານ​ແລະ​ສັດ​ທີ່​ບິນ​ໄດ້​ຢູ່​ເທິງ​ຟ້າ. ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ກໍ​ຖືກ​ກວາດ​ລ້າງ​ໃຫ້​ໝົດ​ໄປ​ຈາກ​ໂລກ+ ຍັງ​ເຫຼືອ​ແຕ່​ຄອບຄົວ​ໂນອາ​ແລະ​ສັດ​ທີ່​ຢູ່​ນຳ​ລາວ​ໃນ​ເຮືອ​ເທົ່າ​ນັ້ນ​ທີ່​ລອດ​ຊີວິດ.+ 24 ນ້ຳ​ຖ້ວມ​ໂລກ​ຈົນ​ຮອດ 150 ມື້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌