ປະຖົມມະການ
25 ອັບຣາຮາມເອົາເມຍອີກຄົນໜຶ່ງຊື່ເກຕຸຣາ. 2 ຕໍ່ມາ ລາວມີລູກຊາຍຊື່ຊິມຣານ ໂຢກຊານ ເມດານ ມີດີອານ+ ອີຊະບາກ ແລະຊູອາ.+
3 ໂຢກຊານມີລູກຊາຍຊື່ເຊບາ ແລະເດດານ.
ເດດານມີລູກຊາຍຊື່ອາຊູຣີມ ເລຕູຊີມ ແລະເລອຸມມີມ.
4 ມີດີອານມີລູກຊາຍຊື່ເອຟາ ເອເຟ ຮາໂນກ ອາບີດາ ແລະເອັນດາອາ.
ທັງໝົດນີ້ແມ່ນລູກຫຼານຂອງເກຕຸຣາ.
5 ຈາກນັ້ນ ອັບຣາຮາມໄດ້ເອົາທຸກສິ່ງທຸກຢ່າງໃຫ້ອີຊາກ.+ 6 ສ່ວນລູກຊາຍທີ່ເກີດຈາກເມຍຄົນອື່ນໆ ລາວໄດ້ແບ່ງຂອງຂວັນບາງຢ່າງໃຫ້ເຂົາເຈົ້າ. ຕອນທີ່ລາວມີຊີວິດຢູ່ ລາວກໍໄດ້ແຍກເຂົາເຈົ້າໃຫ້ໄປຢູ່ຕ່າງຫາກຈາກອີຊາກ.+ ໃຫ້ເຂົາເຈົ້າໄປຢູ່ແຜ່ນດິນທາງທິດຕາເວັນອອກ. 7 ອັບຣາຮາມມີອາຍຸໄດ້ 175 ປີ. 8 ອັບຣາຮາມຕາຍຕອນທີ່ລາວເຖົ້າຫຼາຍ. ລາວມີຊີວິດຍືນຍາວແລະມີຄວາມສຸກ. ແລ້ວລາວກໍໄປຢູ່ນຳປູ່ຍ່າຕານາຍ.* 9 ອີຊາກແລະອິດຊະມາເອນລູກຊາຍຂອງລາວເອົາສົບຂອງລາວໄປຝັງຢູ່ຖ້ຳໃນມັກເປລາ ຢູ່ທົ່ງຂອງເອຟະໂຣນ ເຊິ່ງເປັນລູກຂອງໂຊຮາຄົນເຮດ ແລະຖ້ຳນັ້ນຢູ່ໃກ້ມາມເຣ.+ 10 ອັບຣາຮາມໄດ້ຊື້ດິນຕອນນັ້ນຈາກລູກຫຼານຂອງເຮດ. ອັບຣາຮາມຖືກຝັງໄວ້ຢູ່ຫັ້ນກັບຊາຣາເມຍຂອງລາວ.+ 11 ຫຼັງຈາກອັບຣາຮາມຕາຍ ພະເຈົ້າໄດ້ອວຍພອນອີຊາກລູກຊາຍຂອງລາວຕໍ່ໄປ.+ ແລ້ວອີຊາກກໍໄດ້ອາໄສຢູ່ໃກ້ເບເອລາຄາຍຣອຍ.+
12 ນີ້ແມ່ນປະຫວັດຂອງອິດຊະມາເອນ+ ລູກຊາຍຂອງອັບຣາຮາມທີ່ເກີດຈາກຮາກາ+ຄົນເອຢິບທີ່ເປັນຄົນຮັບໃຊ້ຂອງຊາຣາ.
13 ນີ້ແມ່ນຊື່ຂອງພວກລູກຊາຍຂອງອິດຊະມາເອນ ເຊິ່ງເປັນປູ່ຍ່າຕານາຍຂອງຕະກູນຕ່າງໆຕາມຊື່ຂອງເຂົາເຈົ້າ. ລູກກົກຂອງອິດຊະມາເອນຊື່ເນບາໂຢດ+ ຕໍ່ມາກໍແມ່ນເກດາ+ ອັດເບເອນ ມິບສາມ+ 14 ມິຊະມາ ດູມາ ມັດສາ 15 ຮາດັດ ເຕມາ ເຢຕູເຣ ນາຟິດ ແລະເກເດມາ. 16 ຄົນເຫຼົ່ານີ້ເປັນລູກຊາຍຂອງອິດຊະມາເອນທີ່ເປັນຫົວໜ້າຂອງ 12 ຕະກູນ. ບ່ອນທີ່ເຂົາເຈົ້າຢູ່ແລະບ່ອນທີ່ເຂົາເຈົ້າຕັ້ງເຕັ້ນກໍຖືກເອີ້ນຕາມຊື່ຂອງເຂົາເຈົ້າ.+ 17 ອິດຊະມາເອນມີອາຍຸໄດ້ 137 ປີ ແລ້ວລາວກໍຕາຍແລະໄປຢູ່ນຳປູ່ຍ່າຕານາຍຂອງລາວ. 18 ລູກຫຼານຂອງລາວອາໄສຢູ່ຕັ້ງແຕ່ຮາວິລາ+ທີ່ຢູ່ໃກ້ຊູເຣ+ ເຊິ່ງຢູ່ໃກ້ເຂດແດນຂອງເອຢິບໄປຈົນຮອດອັດຊີເຣຍ. ອິດຊະມາເອນອາໄສຢູ່ໃກ້ໆຍາດຕິພີ່ນ້ອງຂອງໂຕເອງ.*+
19 ນີ້ແມ່ນປະຫວັດຂອງອີຊາກລູກຊາຍຂອງອັບຣາຮາມ.+
ອັບຣາຮາມເປັນພໍ່ຂອງອີຊາກ. 20 ອີຊາກອາຍຸ 40 ປີຕອນທີ່ລາວແຕ່ງດອງກັບເຣເບກາ. ເຣເບກາເປັນລູກສາວຂອງເບທູເອນ+ຄົນອາຣາມທີ່ອາໄສຢູ່ປາດັນອາລຳ ແລະເປັນນ້ອງສາວຂອງລາບານຄົນອາຣາມ. 21 ອີຊາກອ້ອນວອນພະເຢໂຫວາເລື້ອຍໆກ່ຽວກັບເລື່ອງທີ່ເຣເບກາເປັນໝັນ. ພະເຢໂຫວາຈຶ່ງຕອບຄຳອ້ອນວອນຂອງລາວໂດຍໃຫ້ເຣເບກາຖືພາ. 22 ເຣເບກາຮູ້ສຶກຄືກັບວ່າລູກໃນທ້ອງຂອງລາວກຳລັງຕໍ່ສູ້ກັນ.+ ລາວຈຶ່ງເວົ້າວ່າ: “ຖ້າມີລູກແລ້ວເຈັບປວດແນວນີ້ ໃຫ້ຂ້ອຍຕາຍຊິບໍ່ດີກວ່າບໍ?” ແລ້ວລາວກໍຖາມພະເຢໂຫວາ. 23 ພະເຢໂຫວາເວົ້າກັບລາວວ່າ: “ໃນທ້ອງ+ຂອງເຈົ້າມີລູກຊາຍ 2 ຄົນ* ແລະຈະມີ 2 ຊົນຊາດເກີດມາຈາກເຈົ້າ.+ ຊາດໜຶ່ງຈະເຂັ້ມແຂງກວ່າອີກຊາດໜຶ່ງ+ ແລ້ວຜູ້ເປັນອ້າຍຈະຮັບໃຊ້ນ້ອງ.”+
24 ຕອນທີ່ເຣເບກາເກີດລູກ ລາວກໍໄດ້ລູກແຝດແທ້ໆ. 25 ຜູ້ທຳອິດທີ່ອອກມາ ມີຂົນສີແດງເຕັມໂຕຄືກັບເສື້ອຂົນສັດ.+ ເຂົາເຈົ້າຈຶ່ງຕັ້ງຊື່ໃຫ້ລາວວ່າເອຊາວ.*+ 26 ແລ້ວຜູ້ທີ 2 ກໍອອກມາ ມືຂອງລາວຈັບສົ້ນຕີນຂອງເອຊາວ.+ ເຂົາເຈົ້າຈຶ່ງຕັ້ງຊື່ໃຫ້ລາວວ່າຢາໂຄບ.*+ ຕອນທີ່ເຣເບກາເກີດລູກ ອີຊາກອາຍຸ 60 ປີ.
27 ແລ້ວເດັກນ້ອຍ 2 ຄົນກໍໃຫຍ່ຂຶ້ນ. ເອຊາວເປັນນາຍພານທີ່ເກັ່ງຫຼາຍ.+ ລາວມັກອອກໄປລ່າສັດ. ສ່ວນຢາໂຄບເປັນຄົນມັກຄວາມສະຫງົບ* ແລະມັກຢູ່ໃນເຕັ້ນ.+ 28 ອີຊາກຮັກເອຊາວຫຼາຍກວ່າ ຍ້ອນໄດ້ກິນຊີ້ນສັດທີ່ລາວຫາມາໄດ້. ແຕ່ເຣເບກາຮັກຢາໂຄບຫຼາຍກວ່າ.+ 29 ມີມື້ໜຶ່ງ ຢາໂຄບກຳລັງຕົ້ມຖົ່ວເລັນທິວ*ຢູ່ 30 ເອຊາວກັບມາແຕ່ລ່າສັດແລະເມື່ອຍຫຼາຍ. ເອຊາວເລີຍບອກຢາໂຄບວ່າ: “ໄວໆ ເອົາແກງສີແດງໆມາໃຫ້ອ້າຍກິນຈັກໜ້ອຍແດ່. ອ້າຍຫິວຈົນໝົດແຮງແລ້ວ!” ເອຊາວຈຶ່ງມີອີກຊື່ໜຶ່ງວ່າເອໂດມ.*+ 31 ຢາໂຄບເວົ້າວ່າ: “ຂາຍສິດລູກກົກຂອງອ້າຍໃຫ້ນ້ອງກ່ອນແມ້!”+ 32 ເອຊາວກໍເວົ້າວ່າ: “ອ້າຍຫິວຊິຕາຍແລ້ວ! ສິດລູກກົກຊິມີປະໂຫຍດຫຍັງ?” 33 ຢາໂຄບຈຶ່ງບອກວ່າ: “ສາບານກັບນ້ອງກ່ອນແມ້!” ແລ້ວເອຊາວກໍສາບານແລະຂາຍສິດລູກກົກໃຫ້ຢາໂຄບ.+ 34 ຢາໂຄບຈຶ່ງເອົາເຂົ້າຈີ່ກັບຕົ້ມຖົ່ວເລັນທິວໃຫ້ເອຊາວ. ລາວກິນຈົນອີ່ມແລ້ວກໍລຸກໄປ. ເອຊາວເຮັດແບບນີ້ສະແດງວ່າລາວບໍ່ເຫັນຄຸນຄ່າສິດລູກກົກເລີຍ.