ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ໂມເຊ​ເຮັດ​ການອັດສະຈັນ 3 ຢ່າງ (1-9)

      • ໂມເຊ​ຮູ້ສຶກ​ວ່າ​ບໍ່​ມີ​ຄວາມ​ສາມາດ​ພໍ (10-17)

      • ໂມເຊ​ກັບ​ໄປ​ເອຢິບ (18-26)

      • ໂມເຊ​ໄດ້​ເຈິ​ກັບ​ອາໂຣນ​ອີກ (27-31)

ອົບພະຍົບ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:13, 14

ອົບພະຍົບ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:9

ອົບພະຍົບ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 20:37
  • +ອພຍ 3:16; 4:31

ອົບພະຍົບ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 12:10

ອົບພະຍົບ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:36

ອົບພະຍົບ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:30

ອົບພະຍົບ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:12; ຈຊບ 12:3; ຢຣມ 1:6; ກຈກ 7:22

ອົບພະຍົບ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 50:4; ມຣກ 13:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    6/2020, ໜ້າ 7-8

ອົບພະຍົບ 4:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 26:59
  • +ອພຍ 4:27

ອົບພະຍົບ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:28
  • +ຢຣມ 1:9

ອົບພະຍົບ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:1, 2

ອົບພະຍົບ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:5; 17:5, 6; ຈຊບ 20:11

ອົບພະຍົບ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:18, 21; 18:1; ຈຊບ 10:29

ອົບພະຍົບ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:15

ອົບພະຍົບ 4:21

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:9
  • +ອພຍ 7:3; 8:15; 9:12; 11:10; ຣມ 9:17, 18
  • +ອພຍ 7:22

ອົບພະຍົບ 4:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:6; 14:2; ຮຊອ 11:1; ຣມ 9:4

ອົບພະຍົບ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:29

ອົບພະຍົບ 4:24

ໄຂເງື່ອນ

  • *

    ສຳເນົາ​ເກົ່າ​ແກ່​ບາງ​ສະບັບ​ແປ​ວ່າ “ທູດສະຫວັນ​ຂອງ​ພະ​ເຢໂຫວາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 22:22; 1ຂຄ 21:16
  • +ປຖກ 17:14

ອົບພະຍົບ 4:25

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:16, 21

ອົບພະຍົບ 4:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:14
  • +ອພຍ 3:1; 20:18; 24:16

ອົບພະຍົບ 4:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:15
  • +ອພຍ 4:8

ອົບພະຍົບ 4:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:16; 24:1

ອົບພະຍົບ 4:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:3, 6, 9

ອົບພະຍົບ 4:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:18
  • +ປຖກ 50:25
  • +ອພຍ 1:14; 3:7; ພບຍ 26:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 4:1ອພຍ 2:13, 14
ອພຍ. 4:3ອພຍ 7:9
ອພຍ. 4:5ລກ 20:37
ອພຍ. 4:5ອພຍ 3:16; 4:31
ອພຍ. 4:6ຈຊບ 12:10
ອພຍ. 4:8ກຈກ 7:36
ອພຍ. 4:9ອພຍ 4:30
ອພຍ. 4:10ອພຍ 6:12; ຈຊບ 12:3; ຢຣມ 1:6; ກຈກ 7:22
ອພຍ. 4:12ອຊຢ 50:4; ມຣກ 13:11
ອພຍ. 4:14ຈຊບ 26:59
ອພຍ. 4:14ອພຍ 4:27
ອພຍ. 4:15ອພຍ 4:28
ອພຍ. 4:15ຢຣມ 1:9
ອພຍ. 4:16ອພຍ 7:1, 2
ອພຍ. 4:17ອພຍ 8:5; 17:5, 6; ຈຊບ 20:11
ອພຍ. 4:18ອພຍ 2:18, 21; 18:1; ຈຊບ 10:29
ອພຍ. 4:19ອພຍ 2:15
ອພຍ. 4:21ອພຍ 7:9
ອພຍ. 4:21ອພຍ 7:3; 8:15; 9:12; 11:10; ຣມ 9:17, 18
ອພຍ. 4:21ອພຍ 7:22
ອພຍ. 4:22ພບຍ 7:6; 14:2; ຮຊອ 11:1; ຣມ 9:4
ອພຍ. 4:23ອພຍ 12:29
ອພຍ. 4:24ຈຊບ 22:22; 1ຂຄ 21:16
ອພຍ. 4:24ປຖກ 17:14
ອພຍ. 4:25ອພຍ 2:16, 21
ອພຍ. 4:27ອພຍ 4:14
ອພຍ. 4:27ອພຍ 3:1; 20:18; 24:16
ອພຍ. 4:28ອພຍ 4:15
ອພຍ. 4:28ອພຍ 4:8
ອພຍ. 4:29ອພຍ 3:16; 24:1
ອພຍ. 4:30ອພຍ 4:3, 6, 9
ອພຍ. 4:31ອພຍ 3:18
ອພຍ. 4:31ປຖກ 50:25
ອພຍ. 4:31ອພຍ 1:14; 3:7; ພບຍ 26:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 4:1-31

ອົບພະຍົບ

4 ໂມເຊ​ເວົ້າ​ກັບ​ພະເຈົ້າ​ອີກ​ວ່າ: “ແຕ່​ລູກ​ຊິ​ເຮັດ​ແນວ​ໃດ ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ແລະ​ບໍ່​ຢາກ​ຟັງ​ລູກ?+ ເຂົາ​ເຈົ້າ​ຊິ​ເວົ້າ​ວ່າ ‘ພະ​ເຢໂຫວາ​ບໍ່​ໄດ້​ມາ​ຫາ​ເຈົ້າ​ດອກ.’” 2 ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ຖື​ຫຍັງ​ຢູ່?” ໂມເຊ​ຕອບ​ວ່າ: “ໄມ້ຄ້ອນເທົ້າ.” 3 ພະເຈົ້າ​ບອກ​ວ່າ: “ໃຫ້​ເຈົ້າ​ຖິ້ມ​ມັນ​ລົງ​ດິນ.” ເມື່ອ​ລາວ​ຖິ້ມ​ມັນ​ລົງ​ດິນ ໄມ້​ຄ້ອນ​ເທົ້າ​ນັ້ນ​ກໍ​ກາຍ​ເປັນ​ງູ+ ໂມເຊ​ເລີຍ​ຖອຍ​ອອກ​ຈາກ​ມັນ. 4 ພະ​ເຢໂຫວາ​ບອກ​ໂມເຊ​ອີກ​ວ່າ: “ໃຫ້​ເຈົ້າ​ດຶງ​ຫາງ​ມັນ​ຂຶ້ນ​ມາ.” ເມື່ອ​ລາວ​ດຶງ​ຫາງ​ງູ​ຂຶ້ນ​ມາ ມັນ​ກໍ​ກາຍ​ເປັນ​ໄມ້ຄ້ອນເທົ້າ​ຄື​ເກົ່າ. 5 ພະເຈົ້າ​ບອກ​ວ່າ: “ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້ ເພື່ອ​ເຂົາ​ເຈົ້າ​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ ພະເຈົ້າ​ຂອງ​ອີຊາກ ແລະ​ພະເຈົ້າ​ຂອງ​ຢາໂຄບ+ໄດ້​ມາ​ຫາ​ເຈົ້າ.”+

6 ພະ​ເຢໂຫວາ​ບອກ​ລາວ​ອີກ​ວ່າ: “ເອົາ​ມື​ເບື້ອງ​ໜຶ່ງ​ຂອງ​ເຈົ້າ​ສອດ​ເຂົ້າ​ໄປ​ໃນ​ເສື້ອ.” ແລ້ວ​ລາວ​ກໍ​ເຮັດ​ຕາມ​ນັ້ນ. ເມື່ອ​ລາວ​ເອົາ​ມື​ອອກ​ມາ ມື​ຂອງ​ລາວ​ກໍ​ເປັນ​ຂີ້​ທູດ ຂາວ​ຄື​ຫິມະ!+ 7 ພະເຈົ້າ​ບອກ​ລາວ​ວ່າ: “ເອົາ​ມື​ຂອງ​ເຈົ້າ​ສອດ​ເຂົ້າ​ໄປ​ໃນ​ເສື້ອ​ຄື​ເກົ່າ.” ແລ້ວ​ລາວ​ກໍ​ເຮັດ​ຕາມ​ນັ້ນ. ເມື່ອ​ລາວ​ເອົາ​ມື​ອອກ​ມາ​ຈາກ​ເສື້ອ ມື​ຂອງ​ລາວ​ກໍ​ເຊົາ​ເປັນ​ຂີ້ທູດ. 8 ພະເຈົ້າ​ເວົ້າ​ອີກ​ວ່າ: “ຖ້າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ເຈົ້າ ແລະບໍ່​ຍອມ​ຮັບ​ການອັດສະຈັນເທື່ອ​ທຳອິດ ເຂົາ​ເຈົ້າ​ກໍ​ຊິ​ເຊື່ອ​ການອັດສະຈັນ​ເທື່ອ​ທີ 2.+ 9 ແຕ່​ຖ້າ​ເຂົາ​ເຈົ້າ​ຍັງ​ບໍ່​ເຊື່ອ​ການອັດສະຈັນ​ທັງ​ສອງ​ຢ່າງ​ນັ້ນ​ແລະ​ບໍ່​ຟັງ​ເຈົ້າ ໃຫ້​ເຈົ້າ​ຕັກເອົາ​ນ້ຳ​ທີ່​ຢູ່​ແມ່​ນ້ຳ​ນິນໄປ​ເທ​ໃສ່​ດິນ​ແຫ້ງ ແລ້ວ​ນ້ຳ​ທີ່​ເທ​ລົງ​ດິນ​ນັ້ນຈະ​ກາຍ​ເປັນ​ເລືອດ.”+

10 ໂມເຊ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ເອີ້ຍ ລູກ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງຕັ້ງ​ແຕ່​ໃດແລ້ວ​ ທັງ​ກ່ອນ​ໜ້າ​ນີ້ກັບ​ຕອນ​ນີ້​ທີ່​ພະອົງ​ກຳລັງ​ເວົ້າກັບ​ຜູ້​ຮັບ​ໃຊ້​ຂອງ​ພະອົງ ເພາະ​ລູກ​ເປັນ​ຄົນ​ເວົ້າ​ຊ້າ​ແລະ​ເວົ້າ​ບໍ່​ລ່ຽນ​ບໍ່​ໄຫຼ.”+ 11 ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ໃຜ​ເປັນ​ຜູ້​ສ້າງ​ປາກ​ມະນຸດ? ໃຜ​ເຮັດ​ໃຫ້​ຄົນ​ປາກ​ກືກ ຫູ​ໜວກ ຕາ​ດີ ຫຼື​ຕາ​ບອດ​ໄດ້? ແມ່ນ​ເຮົາ​ເຢໂຫວາ​ບໍ່​ແມ່ນ​ບໍ? 12 ໃຫ້​ເຈົ້າ​ໄປ​ໂລດ. ເຮົາຈະ​ຊ່ວຍ​ຕອນ​ເຈົ້າ​ເວົ້າ. ເຮົາ​ຈະ​ບອກ​ເຈົ້າ​ວ່າ​ເຈົ້າ​ຕ້ອງເວົ້າ​ຫຍັງແດ່.”+ 13 ແຕ່​ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ ຂໍ​ພະອົງໃຊ້ຄົນ​ອື່ນ​ແທນ​ລູກ​ໄດ້​ບໍ?” 14 ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂມເຊ​ຫຼາຍ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ແລ້ວ​ອາໂຣນ+​ອ້າຍຂອງ​ເຈົ້າ​ທີ່​ເປັນ​ຄົນ​ເລວີ​ຫັ້ນ​ເດ້ຊັ້ນ. ເຮົາ​ຮູ້​ວ່າ​ລາວ​ເປັນ​ຄົນ​ເວົ້າ​ເກັ່ງ. ລາວ​ກຳລັງ​ມາ​ຫາ​ເຈົ້າ. ຖ້າ​ລາວ​ເຫັນ​ເຈົ້າ ລາວ​ຄື​ຊິ​ດີ​ໃຈ​ຫຼາຍ.+ 15 ໃຫ້​ເຈົ້າ​ເວົ້າ​ກັບ​ລາວ​ຕາມ​ທີ່​ເຮົາ​ບອກ.+ ເຮົາ​ຈະຢູ່​ກັບ​ພວກ​ເຈົ້າຕອນ​ທີ່​ພວກ​ເຈົ້າ​ເວົ້າ.+ ແລ້ວ​ເຮົາ​ຊິ​ບອກ​ພວກ​ເຈົ້າ​ວ່າ​ຕ້ອງ​ເວົ້າ​ຫຍັງ. 16 ອາໂຣນ​ຊິ​ເວົ້າ​ກັບ​ປະຊາຊົນ​ແທນ​ເຈົ້າ. ລາວ​ຊິ​ເປັນ​ຜູ້​ເວົ້າ​ແທນ​ເຈົ້າ ແລະ​ເຈົ້າ​ຈະ​ເປັນ​ຄົນ​ບອກ​ລາວ​ວ່າ​ເຮົາເວົ້າ​ຫຍັງ.+ 17 ໃຫ້​ເຈົ້າ​ຈັບໄມ້ຄ້ອນເທົ້າ​ນີ້​ໄປ​ນຳ ແລະ​ໃຊ້​ມັນ​ເຮັດ​ການອັດສະຈັນ.”+

18 ໂມເຊ​ກັບ​ຄືນ​ໄປ​ຫາ​ເຢດໂຣ​ພໍ່​ເຖົ້າ​ຂອງ​ລາວ+​ແລະ​ເວົ້າ​ວ່າ: “ລູກຂໍກັບ​ໄປ​ເອຢິບ​ແດ່​ເດີ້. ລູກ​ຊິ​ໄປ​ຫາ​ພີ່ນ້ອງ​ຂອງ​ລູກ. ລູກຢາກ​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ແນວ​ໃດ​ແລ້ວ.” ເຢດໂຣ​ບອກ​ໂມເຊ​ວ່າ: “ໄປ​ໂລດ ເດີນ​ທາງ​ປອດໄພ​ເດີ້​ລູກ.” 19 ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ຢູ່​ມີດີອານ​ວ່າ: “ກັບ​ໄປ​ເອຢິບ​ໂລດ ເພາະ​ຄົນ​ທີ່​ຢາກ​ຂ້າເຈົ້າ​ກໍ​ຕາຍ​ໝົດ​ແລ້ວ.”+

20 ລາວ​ໃຫ້​ເມຍ​ແລະ​ລູກ​ຂຶ້ນ​ເທິງ​ຫຼັງ​ລາ ແລ້ວ​ພາກັນ​ກັບ​ໄປ​ເອຢິບ. ໂມເຊ​ຈັບໄມ້ຄ້ອນເທົ້າ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ນຳ. 21 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ຫຼັງ​ຈາກ​ທີ່​ເຈົ້າ​ໄປ​ຮອດ​ເອຢິບ​ແລ້ວ​ ໃຫ້​ເຈົ້າ​ເຮັດ​ການອັດສະຈັນ​ທຸກ​ຢ່າງ​ຕໍ່​ໜ້າ​ຟາໂຣ* ຕາມ​ທີ່​ເຮົາ​ໃຫ້​ລິດ​ເດດ​ກັບ​ເຈົ້າ.+ ເຮົາ​ຊິ​ປ່ອຍ​ໃຫ້​ລາວ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ+ ແລະ​ລາວ​ຈະ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ.+ 22 ເຈົ້າ​ຕ້ອງ​ບອກ​ຟາໂຣ​ແນວ​ນີ້​ວ່າ ‘ພະ​ເຢໂຫວາ​ບອກ​ວ່າ “ອິດສະຣາ​ເອນ​ເປັນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ຂ້ອຍ.+ 23 ຂ້ອຍ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ລູກ​ຊາຍ​ຂອງ​ຂ້ອຍ ເພື່ອ​ລາວ​ຊິ​ມາ​ນະມັດສະການ​ຂ້ອຍ. ແຕ່ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ລູກ​ຊາຍ​ຂອງ​ຂ້ອຍ ຂ້ອຍ​ກໍ​ຊິ​ຂ້າ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ເຈົ້າ.”’”+

24 ຕອນ​ທີ່​ພັກ​ລະຫວ່າງ​ທາງ ພະ​ເຢໂຫວາ*+ໄດ້​ມາຫາ​ລາວ ແລະ​ພະຍາຍາມ​ຈະ​ຂ້າ​ລາວ.+ 25 ແລ້ວ​ຊິບໂປຣາ+ກໍ​ເອົາ​ຫີນ​ຄົມ​ໆ​ມາ​ເຮັດ​ສິນຕັດ*ໃຫ້​ລູກ​ຊາຍ ແລະ​ເອົາ​ໜັງຫຸ້ມ​ປາຍ​ທີ່​ຕັດ​ອອກ​ມາ​ນັ້ນໂຍນ​ໃສ່​ຕີນ​ເພິ່ນ​ແລະ​ບອກ​ວ່າ: “ພະ​ອົງ​ເປັນ​ເຈົ້າ​ບ່າວ​ຂອງ​ຂ້ອຍ​ແລ້ວ​ດ້ວຍ​ເລືອດ​ນີ້.” 26 ເພິ່ນ​ກໍ​ເລີຍ​ບໍ່​ຂ້າ​ລາວ ເພາະ​ຕອນ​ນັ້ນ​ຊິບໂປຣາ​ເຮັດ​ສິນຕັດ​ໃຫ້​ລູກ​ຊາຍ​ແລະ​ເວົ້າ​ວ່າ: “ພະ​ອົງ​ເປັນ​ເຈົ້າ​ບ່າວ​ຂອງ​ຂ້ອຍ​ແລ້ວ​ດ້ວຍ​ເລືອດ​ນີ້.”

27 ຕໍ່ມາ ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ວ່າ: “ໃຫ້​ເຈົ້າ​ໄປ​ຫາ​ໂມເຊ​ຢູ່​ບ່ອນ​ກັນດານ.”+ ອາໂຣນ​ກໍ​ເລີຍ​ໄປ​ຫາ​ໂມເຊ​ຢູ່​ພູ​ຂອງ​ພະເຈົ້າ​ທ່ຽງແທ້.+ ອາໂຣນ​ຖາມ​ສະບາຍ​ດີ​ແລະ​ຈູບ​ໂມເຊ. 28 ໂມເຊ​ເລົ່າ​ທຸກ​ເລື່ອງ​ໃຫ້​ອາໂຣນ​ຟັງ​ວ່າ​ພະ​ເຢໂຫວາ​ບອກ​ຫຍັງ​ລາວ​ແດ່+ ແລະກໍ​ເລົ່າ​ວ່າ​ເພິ່ນ​ສັ່ງ​ໃຫ້​ເຮັດ​ການ​ອັດສະຈັນ​ຫຍັງ​ແດ່.+ 29 ຫຼັງ​ຈາກ​ນັ້ນ ໂມເຊ​ກັບ​ອາໂຣນ​ກໍ​ໄປ​ເອີ້ນ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ທຸກ​ຄົນ​ໃຫ້​ມາ​ປະຊຸມ​ກັນ.+ 30 ອາໂຣນ​ເວົ້າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ພະ​ເຢໂຫວາ​ເວົ້າ​ຫຍັງ​ແດ່​ກັບ​ໂມເຊ ແລະ​ໂມເຊ​ກໍ​ເຮັດ​ການອັດສະຈັນ+ຕໍ່​ໜ້າ​ພວກ​ອິດສະຣາເອນ. 31 ເມື່ອ​ເຫັນ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ເຊື່ອ.+ ເມື່ອ​ພວກ​ອິດສະຣາເອນ​ຮູ້​ວ່າ​ພະ​ເຢໂຫວາ​ສົນ​ໃຈ+​ແລະ​ເຫັນ​ຄວາມທຸກ​ຂອງ​ເຂົາ​ເຈົ້າ+ ເຂົາ​ເຈົ້າ​ກໍ​ໝູບ​ໜ້າ​ລົງ​ນະມັດສະການ​ເພິ່ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌