ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 24
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ນ້ຳມັນ​ສຳລັບ​ຕະກຽງ​ທີ່​ຢູ່​ໃນ​ເຕັ້ນ​ສັກສິດ (1-4)

      • ເຂົ້າຈີ່​ທີ່​ຕັ້ງ​ໄວ້ (5-9)

      • ຄົນ​ທີ່​ດູ​ໝິ່ນ​ຊື່​ຂອງ​ພະເຈົ້າ​ຈະ​ຖືກ​ດຶກ​ຫີນ​ໃສ່ (10-23)

ລະບຽບພວກເລວີ 24:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:20, 21; ຈຊບ 8:2

ລະບຽບພວກເລວີ 24:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ທາງ​ນອກ​ຜ້າກັ້ງ”

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ລະບຽບພວກເລວີ 24:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:31; 39:33, 37; ຮຣ 9:2

ລະບຽບພວກເລວີ 24:5

ໄຂເງື່ອນ

  • *

    ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ

  • *

    4,4 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ລະບຽບພວກເລວີ 24:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:23, 24; 1ກສ 7:48
  • +ອພຍ 40:22, 23; 1ຊມ 21:4; ມຣກ 2:25, 26

ລະບຽບພວກເລວີ 24:7

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ຫຼື “ເປັນ​ສ່ວນ​ທີ່​ເຮັດ​ໃຫ້​ຈື່​ເຄື່ອງ​ບູຊາ​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:2; 6:15

ລະບຽບພວກເລວີ 24:8

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 4:7; 1ຂຄ 9:32; 2ຂຄ 2:4

ລະບຽບພວກເລວີ 24:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 21:22; 22:10; 1ຊມ 21:4, 6; ມທ 12:3, 4; ລກ 6:3, 4
  • +ລລວ 6:14, 16

ລະບຽບພວກເລວີ 24:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:38; ຈຊບ 11:4

ລະບຽບພວກເລວີ 24:11

ໄຂເງື່ອນ

  • *

    ໝາຍເຖິງ​ຊື່​ຂອງ​ພະ​ເຢໂຫວາ​ຕາມ​ທີ່​ບອກ​ໄວ້​ໃນ​ຂໍ້ 15 ແລະ 16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:7; 22:28; ລລວ 19:12
  • +ອພຍ 18:22

ລະບຽບພວກເລວີ 24:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:15, 16; ຈຊບ 15:32, 34

ລະບຽບພວກເລວີ 24:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 15:32, 35; ພບຍ 17:7

ລະບຽບພວກເລວີ 24:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:11

ລະບຽບພວກເລວີ 24:17

ໄຂເງື່ອນ

  • *

    ຫຼື “ຖ້າ​ຜູ້​ໃດ​ຕີ​ຜູ້​ອື່ນ​ຈົນ​ເຖິງ​ຕາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:6; ອພຍ 21:12; ຈຊບ 35:31; ພບຍ 19:11-13

ລະບຽບພວກເລວີ 24:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:23, 24

ລະບຽບພວກເລວີ 24:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 19:21; ມທ 5:38

ລະບຽບພວກເລວີ 24:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:1
  • +ປຖກ 9:6; ອພຍ 21:12

ລະບຽບພວກເລວີ 24:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:49; ລລວ 17:10; 19:34; ຈຊບ 9:14; 15:16

ລະບຽບພວກເລວີ 24:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 15:33, 36; ພບຍ 17:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 24:2ອພຍ 27:20, 21; ຈຊບ 8:2
ລລວ. 24:4ອພຍ 25:31; 39:33, 37; ຮຣ 9:2
ລລວ. 24:6ອພຍ 25:23, 24; 1ກສ 7:48
ລລວ. 24:6ອພຍ 40:22, 23; 1ຊມ 21:4; ມຣກ 2:25, 26
ລລວ. 24:7ລລວ 2:2; 6:15
ລລວ. 24:8ຈຊບ 4:7; 1ຂຄ 9:32; 2ຂຄ 2:4
ລລວ. 24:9ລລວ 21:22; 22:10; 1ຊມ 21:4, 6; ມທ 12:3, 4; ລກ 6:3, 4
ລລວ. 24:9ລລວ 6:14, 16
ລລວ. 24:10ອພຍ 12:38; ຈຊບ 11:4
ລລວ. 24:11ອພຍ 20:7; 22:28; ລລວ 19:12
ລລວ. 24:11ອພຍ 18:22
ລລວ. 24:12ອພຍ 18:15, 16; ຈຊບ 15:32, 34
ລລວ. 24:14ຈຊບ 15:32, 35; ພບຍ 17:7
ລລວ. 24:16ພບຍ 5:11
ລລວ. 24:17ປຖກ 9:6; ອພຍ 21:12; ຈຊບ 35:31; ພບຍ 19:11-13
ລລວ. 24:19ອພຍ 21:23, 24
ລລວ. 24:20ພບຍ 19:21; ມທ 5:38
ລລວ. 24:21ອພຍ 22:1
ລລວ. 24:21ປຖກ 9:6; ອພຍ 21:12
ລລວ. 24:22ອພຍ 12:49; ລລວ 17:10; 19:34; ຈຊບ 9:14; 15:16
ລລວ. 24:23ຈຊບ 15:33, 36; ພບຍ 17:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 24:1-23

ລະບຽບພວກເລວີ

24 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ເຈົ້າ​ບອກ​ພວກ​ອິດສະຣາເອນ​ວ່າ​ໃຫ້​ເອົາ​ນ້ຳມັນ​ໝາກກອກ​ບໍລິສຸດ​ທີ່​ໄດ້​ຈາກ​ການ​ຕຳ​ມາ​ໃສ່​ຕະກຽງ​ເພື່ອ​ຈະ​ໃຫ້​ຕະກຽງ​ມີ​ໄຟ​ລຸກ​ຢູ່​ຕະຫຼອດ.+ 3 ຢູ່​ຫ້ອງ​ບໍລິສຸດ​ບ່ອນ​ທີ່​ໃກ້​ກັບ​ຫີບ​ສັນຍາ*ໃນ​ເຕັ້ນ​ສັກສິດ* ອາໂຣນ​ຕ້ອງ​ຈັດ​ໃຫ້​ມີ​ຄົນ​ເບິ່ງ​ແຍງ​ໃຫ້​ຕະກຽງ​ມີ​ໄຟ​ລຸກ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ຕະຫຼອດ ຕັ້ງ​ແຕ່​ຄ່ຳ​ຈົນ​ຮອດ​ຕອນ​ເຊົ້າ. ນີ້​ແມ່ນ​ຄຳ​ສັ່ງ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. 4 ລາວ​ຕ້ອງເບິ່ງ​ແຍງ​ຕະກຽງທີ່​ຢູ່​ເທິງ​ຂາ​ຕະກຽງ+​ທີ່​ເຮັດ​ດ້ວຍ​ຄຳ​ແທ້​ຕໍ່​ໜ້າ​ພະ​ເຢໂຫວາ​ສະເໝີ.

5 ໃຫ້​ເຈົ້າ​ເອົາ​ແປ້ງ​ລະອຽດ​ມາ​ເຮັດ​ເຂົ້າຈີ່​ຮູບ​ວົງມົນ* 12 ອັນ. ເຂົ້າຈີ່​ແຕ່​ລະ​ອັນ​ຕ້ອງ​ໃຊ້​ແປ້ງ​ລະອຽດ 2 ສ່ວນ 10 ເອຟາ.* 6 ໃຫ້​ເຈົ້າ​ເອົາ​ເຂົ້າຈີ່​ເຫຼົ່າ​ນັ້ນ​ໄປ​ວາງ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເທິງ​ໂຕະ​ທີ່​ເຮັດ​ດ້ວຍ​ຄຳ​ແທ້.+ ໃຫ້​ວາງ​ເປັນ 2 ແຖວ​ຢອງ​ກັນ​ຂຶ້ນ ແຖວ​ລະ 6 ອັນ.+ 7 ເຈົ້າ​ຕ້ອງ​ເອົາ​ກຳຍານ*ບໍລິສຸດ​ໄປ​ວາງ​ໄວ້​ຢູ່​ເທິງ​ເຂົ້າຈີ່​ແຕ່​ລະ​ແຖວ. ກຳຍານ​ຈະ​ຖືກ​ເຜົາ​ເປັນເຄື່ອງ​ບູຊາ*ເພື່ອ​ລະ​ນຶກເຖິງແທນ​ເຂົ້າຈີ່​ເຫຼົ່າ​ນັ້ນ+ ແລະ​ຈະ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. 8 ທຸກ​ໆ​ວັນ​ຊະບາໂຕ* ປະໂລຫິດ​ຈະ​ຕ້ອງ​ເອົາ​ເຂົ້າຈີ່​ມາ​ວາງ​ໄວ້​ແບບ​ນີ້​ຕໍ່​ໜ້າ​ພະ​ເຢໂຫວາ.+ ນີ້​ແມ່ນ​ຄຳ​ສັນຍາລະຫວ່າງ​ເຮົາກັບ​ພວກ​ອິດສະຣາ​ເອນ​ຕະຫຼອດໄປ. 9 ເຂົ້າຈີ່​ເຫຼົ່າ​ນັ້ນ​ຈະ​ເປັນ​ສ່ວນ​ແບ່ງ​ຂອງ​ອາໂຣນ​ກັບ​ລູກ​ຊາຍ+ ແລະ​ເຂົາ​ເຈົ້າ​ຈະ​ຕ້ອງ​ກິນ​ເຂົ້າຈີ່​ຢູ່​ບ່ອນ​ບໍລິສຸດ+ ເພາະ​ເຂົ້າຈີ່​ເຫຼົ່າ​ນັ້ນ​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ສຳລັບ​ປະໂລຫິດຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. ນີ້​ແມ່ນຄຳ​ສັ່ງ​ທີ່​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ.”

10 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ແມ່​ເປັນ​ຄົນ​ອິດສະຣາເອນ ແລະ​ມີ​ພໍ່​ເປັນ​ຄົນ​ເອຢິບ.+ ລາວ​ໄດ້ໄປ​ຕີ​ກັບຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ໃນ​ຄ້າຍ​ພັກ. 11 ຜູ້​ຊາຍ​ທີ່​ມີ​ແມ່​ເປັນ​ຄົນ​ອິດສະຣາເອນ​ຄົນ​ນັ້ນ​ເລີ່ມ​ດູ​ໝິ່ນ​ຊື່​ຂອງ​ພະເຈົ້າ*ແລະ​ສາບແຊ່ງ+​ຊື່​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ກໍ​ເລີຍ​ພາ​ລາວ​ໄປ​ຫາ​ໂມເຊ.+ ແມ່​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ຊື່​ເຊໂລມິດ​ເປັນ​ລູກສາວ​ຂອງ​ດິບຣີ​ຈາກ​ຕະກູນ​ດານ. 12 ເຂົາ​ເຈົ້າ​ກັກ​ໂຕ​ຜູ້​ຊາຍ​ຄົນ​ນັ້ນ​ໄວ້​ເພື່ອ​ຊິ​ລໍ​ຖ້າ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊິ​ໃຫ້​ເຮັດ​ແນວ​ໃດ​ກັບ​ລາວ.+

13 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: 14 “ໃຫ້​ເອົາ​ໂຕ​ຄົນ​ທີ່​ສາບແຊ່ງ​ຊື່​ຂອງ​ເຮົາ​ອອກ​ໄປ​ນອກ​ຄ້າຍ ແລະ​ໃຫ້​ທຸກ​ຄົນ​ທີ່​ໄດ້​ຍິນ​ລາວ​ເວົ້າ​ແນວ​ນັ້ນ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ລາວ. ຫຼັງ​ຈາກ​ນັ້ນ ໃຫ້ພວກ​ອິດສະຣາເອນທຸກ​ຄົນ​ດຶກ​ຫີນ​ໃສ່​ລາວ​ຈົນ​ຕາຍ.+ 15 ເຈົ້າ​ຕ້ອງ​ບອກ​ພວກ​ອິດສະຣາເອນ​ຕື່ມ​ວ່າ ‘ຖ້າ​ຜູ້​ໃດ​ສາບແຊ່ງ​ຊື່​ຂອງ​ພະເຈົ້າ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ລົງໂທດ. 16 ດັ່ງນັ້ນ ຜູ້​ທີ່​ດູ​ໝິ່ນ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຕາຍ​ແນ່ນອນ.+ ພວກ​ອິດສະຣາເອນ​ທຸກ​ຄົນ​ຕ້ອງ​ດຶກ​ຫີນ​ໃສ່​ລາວ​ຈົນ​ຕາຍ. ຖ້າ​ຜູ້​ໃດ​ດູ​ໝິ່ນ​ຊື່​ຂອງ​ພະເຈົ້າ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ​ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ແຜ່ນດິນ ຜູ້​ນັ້ນ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ.

17 ຖ້າ​ຜູ້​ໃດ​ຂ້າ​ຄົນ* ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ​ແນ່ນອນ.+ 18 ຖ້າ​ຜູ້​ໃດ​ໄປ​ຕີ​ແລະ​ຂ້າ​ສັດ​ຂອງ​ຜູ້​ອື່ນ ຜູ້​ນັ້ນ​ຈະ​ຕ້ອງ​ຊົດ​ໄຊ້​ຄືນ. ຊີວິດ​ແທນ​ຊີວິດ. 19 ຖ້າ​ຜູ້​ໃດ​ເຮັດ​ໃຫ້​ຄົນ​ອື່ນ​ບາດເຈັບ​ແນວ​ໃດ ລາວ​ກໍ​ຕ້ອງ​ຖືກ​ເຮັດ​ໃຫ້​ບາດເຈັບ​ແນວ​ນັ້ນ​ຄື​ກັນ.+ 20 ກະດູກ​ແທນ​ກະດູກ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ. ລາວ​ເຮັດ​ໃຫ້​ຄົນ​ອື່ນ​ບາດເຈັບ​ແນວ​ໃດ ລາວ​ກໍ​ຕ້ອງ​ຖືກ​ເຮັດ​ໃຫ້​ບາດເຈັບ​ແນວ​ນັ້ນ​ຄື​ກັນ.+ 21 ຖ້າ​ຜູ້​ໃດ​ໄປ​ຕີ​ແລະ​ຂ້າ​ສັດ ຜູ້​ນັ້ນ​ຈະ​ຕ້ອງ​ຊົດ​ໄຊ້​ຄືນ+ ແຕ່​ຖ້າ​ຜູ້​ໃດ​ຕີ​ແລະ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ.+

22 ກົດ​ໝາຍ​ນີ້​ໃຊ້​ກັບ​ຄົນ​ອິດສະຣາເອນ​ທຸກ​ຄົນ ລວມ​ທັງ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ+ ເພາະ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’”

23 ແລ້ວ​ໂມເຊ​ກໍ​ໄປ​ບອກ​ພວກ​ອິດສະຣາເອນ ເຂົາ​ເຈົ້າ​ກໍ​ເລີຍ​ພາ​ຄົນ​ທີ່​ສາບແຊ່ງ​ຊື່​ຂອງ​ພະເຈົ້າ​ອອກ​ໄປ​ນອກ​ຄ້າຍ ແລະ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ຈົນ​ຕາຍ.+ ພວກ​ອິດສະຣາເອນ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌