ຈົດເຊັນບັນຊີ
2 ພະເຢໂຫວາເວົ້າກັບໂມເຊແລະອາໂຣນອີກວ່າ: 2 “ພວກອິດສະຣາເອນຕ້ອງຕັ້ງຄ້າຍພັກຕາມຈຸ+ທີ່ກຳນົດໃຫ້ເຂົາເຈົ້າ ເຊິ່ງຈຸໜຶ່ງມີ 3 ຕະກູນ. ແຕ່ລະຄົນຕ້ອງຕັ້ງເຕັ້ນຢູ່ໃກ້ກັບປ້າຍຂອງຫົວໜ້າຈຸ້ມເຈື້ອໂຕເອງ. ເຂົາເຈົ້າຕ້ອງຕັ້ງເຕັ້ນປິ່ນໜ້າໄປທາງເຕັ້ນສັກສິດ*ແລະອ້ອມຮອບເຕັ້ນນັ້ນ.
3 ພວກອິດສະຣາເອນທີ່ຕັ້ງເຕັ້ນຢູ່ທາງທິດຕາເວັນອອກຈະມີ 3 ຕະກູນຢູ່ລວມກັນເປັນຈຸໜຶ່ງ ຕາມກຸ່ມຄົນຂອງເຂົາເຈົ້າ* ແລະນຳໜ້າໂດຍຕະກູນຢູດາ. ຫົວໜ້າຂອງຕະກູນຢູດາແມ່ນນາໂຊນ+ລູກຊາຍຂອງອຳມີນາດາບ. 4 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 74.600 ຄົນ.+ 5 ຕະກູນທີ່ຕັ້ງເຕັ້ນຢູ່ທາງຂ້າງຕະກູນຢູດາແມ່ນຕະກູນອິດຊາຄາ. ຫົວໜ້າຂອງຕະກູນອິດຊາຄາແມ່ນເນທາເນນ+ລູກຊາຍຂອງຊຸອາ. 6 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 54.400 ຄົນ.+ 7 ຕໍ່ຈາກຕະກູນອິດຊາຄາແມ່ນຕະກູນເຊບູລູນ. ຫົວໜ້າຂອງຕະກູນເຊບູລູນແມ່ນເອລີອາບ+ລູກຊາຍຂອງເຮໂລນ. 8 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 57.400 ຄົນ.+
9 ຄົນທີ່ລົງທະບຽນເຂົ້າກອງທັບຂອງຈຸທີ່ນຳໜ້າໂດຍຕະກູນຢູດາມີທັງໝົດ 186.400 ຄົນ. ເມື່ອຍ້າຍຄ້າຍພັກ ເຂົາເຈົ້າເປັນຈຸທຳອິດ+ທີ່ຕ້ອງມ້າງເຕັ້ນແລະອອກເດີນທາງ.
10 ອີກ 3 ຕະກູນທີ່ຕັ້ງເຕັ້ນຢູ່ທາງທິດໃຕ້ຕາມກຸ່ມຄົນຂອງເຂົາເຈົ້ານຳໜ້າໂດຍຕະກູນຣູເບັນ.+ ຫົວໜ້າຂອງຕະກູນຣູເບັນແມ່ນເອລີຊູ+ລູກຊາຍຂອງເຊເດອູ. 11 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 46.500 ຄົນ.+ 12 ຕະກູນທີ່ຕັ້ງຄ້າຍພັກຢູ່ທາງຂ້າງຕະກູນຣູເບັນແມ່ນຕະກູນຊີເມໂອນ. ຫົວໜ້າຂອງຕະກູນຊີເມໂອນແມ່ນເຊລູມີເອນ+ລູກຊາຍຂອງຊູຣີຊັດດາຍ. 13 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 59.300 ຄົນ.+ 14 ຕໍ່ຈາກຕະກູນຊີເມໂອນແມ່ນຕະກູນຄາດ. ຫົວໜ້າຂອງຕະກູນຄາດແມ່ນເອລີຢາສັບ+ລູກຊາຍຂອງເຣອູເອນ. 15 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 45.650 ຄົນ.+
16 ຄົນທີ່ລົງທະບຽນເຂົ້າກອງທັບຂອງຈຸທີ່ນຳໜ້າໂດຍຕະກູນຣູເບັນມີທັງໝົດ 151.450 ຄົນ. ເມື່ອຍ້າຍຄ້າຍພັກ ເຂົາເຈົ້າເປັນຈຸທີ 2+ ທີ່ຕ້ອງມ້າງເຕັ້ນແລະອອກເດີນທາງ.
17 ຕອນທີ່ຍ້າຍ+ເຕັ້ນສັກສິດ ເຕັ້ນຂອງພວກເລວີຈະຢູ່ທາງກາງລະຫວ່າງເຕັ້ນຂອງຕະກູນອື່ນໆ.
ພວກອິດສະຣາເອນທຸກຄົນຕ້ອງມ້າງເຕັ້ນ ແລະອອກເດີນທາງຕາມລຳດັບຄືກັບຕອນທີ່ຕັ້ງເຕັ້ນ+ຕາມຈຸຂອງເຂົາເຈົ້າ ເຊິ່ງແຕ່ລະຈຸມີ 3 ຕະກູນ.
18 ອີກ 3 ຕະກູນທີ່ຕັ້ງເຕັ້ນຢູ່ທາງທິດຕາເວັນຕົກຕາມກຸ່ມຄົນຂອງເຂົາເຈົ້ານຳໜ້າໂດຍຕະກູນເອຟຣາຢິມ. ຫົວໜ້າຂອງຕະກູນເອຟຣາຢິມແມ່ນເອລີຊາມາ+ລູກຊາຍຂອງອຳມີຮຸດ. 19 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 40.500 ຄົນ.+ 20 ຕະກູນທີ່ຕັ້ງເຕັ້ນຢູ່ທາງຂ້າງຕະກູນເອຟຣາຢິມແມ່ນຕະກູນມານາເຊ.+ ຫົວໜ້າຂອງຕະກູນມານາເຊແມ່ນຄາມາລີເອັນ+ລູກຊາຍຂອງເປດາຊູ. 21 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 32.200 ຄົນ.+ 22 ຕໍ່ຈາກຕະກູນມານາເຊແມ່ນຕະກູນເບັນຢາມິນ. ຫົວໜ້າຂອງຕະກູນເບັນຢາມິນແມ່ນອາບີດານ+ລູກຊາຍຂອງກິເດໂອນີ. 23 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 35.400 ຄົນ.+
24 ຄົນທີ່ລົງທະບຽນເຂົ້າກອງທັບຂອງຈຸທີ່ນຳໜ້າໂດຍຕະກູນເອຟຣາຢິມມີທັງໝົດ 108.100 ຄົນ. ເມື່ອຍ້າຍຄ້າຍພັກ ເຂົາເຈົ້າເປັນຈຸທີ 3+ ທີ່ຕ້ອງມ້າງເຕັ້ນແລະອອກເດີນທາງ.
25 ອີກ 3 ຕະກູນທີ່ຕັ້ງເຕັ້ນຢູ່ທາງທິດເໜືອຕາມກຸ່ມຄົນຂອງເຂົາເຈົ້ານຳໜ້າໂດຍຕະກູນດານ. ຫົວໜ້າຂອງຕະກູນດານແມ່ນອາຮີເອເຊ+ລູກຊາຍຂອງອຳມີຊັດດາຍ. 26 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 62.700 ຄົນ.+ 27 ຕະກູນທີ່ຕັ້ງເຕັ້ນທາງຂ້າງຕະກູນດານແມ່ນຕະກູນອາເຊ. ຫົວໜ້າຂອງຕະກູນອາເຊແມ່ນປາກີເອນ+ລູກຊາຍຂອງອົກຣັນ. 28 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 41.500 ຄົນ.+ 29 ຕໍ່ຈາກຕະກູນອາເຊແມ່ນຕະກູນນັບທາລີ. ຫົວໜ້າຂອງຕະກູນນັບທາລີແມ່ນອາຮີລາ+ລູກຊາຍຂອງເອນັນ. 30 ຄົນທີ່ລົງທະບຽນເຂົ້າກອງທັບຂອງລາວມີ 53.400 ຄົນ.+
31 ຄົນທີ່ລົງທະບຽນເຂົ້າກອງທັບຂອງຈຸທີ່ນຳໜ້າໂດຍຕະກູນດານມີທັງໝົດ 157.600 ຄົນ. ເມື່ອຍ້າຍຄ້າຍພັກ ເຂົາເຈົ້າເປັນຈຸສຸດທ້າຍ+ທີ່ຕ້ອງມ້າງເຕັ້ນແລະອອກເດີນທາງຕາມຈຸຂອງເຂົາເຈົ້າ ເຊິ່ງແຕ່ລະຈຸມີ 3 ຕະກູນ.”
32 ຄົນເຫຼົ່ານີ້ແມ່ນຄົນອິດສະຣາເອນທີ່ຖືກຈົດທະບຽນຕາມຈຸ້ມເຈື້ອຂອງເຂົາເຈົ້າ. ຈຳນວນຄົນໃນຄ້າຍທີ່ລົງທະບຽນເຂົ້າກອງທັບມີທັງໝົດ 603.550 ຄົນ.+ 33 ແຕ່ຄົນເລວີບໍ່ໄດ້ລົງທະບຽນ+ຄືກັບຄົນອິດສະຣາເອນຕະກູນອື່ນໆ+ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ. 34 ພວກອິດສະຣາເອນໄດ້ເຮັດຕາມທຸກຢ່າງທີ່ພະເຢໂຫວາໄດ້ສັ່ງໂມເຊ. ເຂົາເຈົ້າຕັ້ງເຕັ້ນແລະມ້າງເຕັ້ນ+ຕາມຈຸຂອງເຂົາເຈົ້າ+ ເຊິ່ງແຕ່ລະຈຸມີ 3 ຕະກູນ ຕາມຄອບຄົວຂອງເຂົາເຈົ້າ ແລະຕາມຈຸ້ມເຈື້ອຂອງເຂົາເຈົ້າ.