ໂຢຊວຍ
19 ສະຫຼາກທີ 2+ ຕົກເປັນຂອງຕະກູນຊີເມໂອນ+ຕາມຈຸ້ມເຈື້ອຂອງເຂົາເຈົ້າ. ດິນມູນທີ່ເຂົາເຈົ້າໄດ້ຮັບແມ່ນຢູ່ໃນເຂດຂອງດິນມູນຕະກູນຢູດາ.+ 2 ດິນມູນຂອງເຂົາເຈົ້າມີດັ່ງຕໍ່ໄປນີ້: ເຂດເບເອເຊບາ+ກັບເມືອງເຊບາ ເມືອງໂມລາດາ+ 3 ເມືອງຮາຊາຊູອານ+ ເມືອງບາລາ ເມືອງອີຢິມ+ 4 ເມືອງເອນໂຕລັດ+ ເມືອງເບັດອູນ ເມືອງໂຮມາ 5 ເມືອງຊິກລັກ+ ເມືອງເບັດມັກກາໂບດ ເມືອງຮາຊາສູສາ 6 ເມືອງເບັດເລບາໂອດ+ ແລະເມືອງຊາຣູເຮັນ. ລວມທັງໝົດມີ 13 ເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນ. 7 ນອກຈາກນັ້ນຍັງມີອີກ 4 ເມືອງຄື: ເມືອງອາອິນ ເມືອງຣິມໂມນ ເມືອງເອເທ ແລະເມືອງອາຊານ+ພ້ອມກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນ. 8 ເຂົາເຈົ້າໄດ້ບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງທັງໝົດນີ້ໄປຈົນຮອດເມືອງບາອາລາດເບເອເຊິ່ງມີອີກຊື່ໜຶ່ງວ່າຣາມາທີ່ຢູ່ທາງໃຕ້. ທັງໝົດນີ້ແມ່ນດິນມູນທີ່ຕະກູນຊີເມໂອນໄດ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ. 9 ດິນມູນຂອງລູກຫຼານຊີເມໂອນແມ່ນໄດ້ຈາກສ່ວນແບ່ງດິນມູນຂອງຕະກູນຢູດາ ຍ້ອນຕະກູນຢູດາມີດິນຫຼາຍເກີນຈຳນວນຄົນຂອງເຂົາເຈົ້າ. ເຂົາເຈົ້າກໍເລີຍໃຫ້ລູກຫຼານຊີເມໂອນມາຢູ່ໃນເຂດຂອງເຂົາເຈົ້າ.+
10 ສະຫຼາກທີ 3+ ຕົກເປັນຂອງຕະກູນເຊບູລູນ+ຕາມຈຸ້ມເຈື້ອຂອງເຂົາເຈົ້າ. ດິນມູນຂອງເຂົາເຈົ້າມີເຂດແດນດັ່ງຕໍ່ໄປນີ້: ເລີ່ມຈາກເມືອງສາຣິດ 11 ໄປທາງທິດຕາເວັນຕົກຮອດມາເຣອານ ຕໍ່ໄປອີກຈົນຮອດດັບເບເຊັດ ໄປຈົນຮອດຮ່ອມພູ*ທີ່ຢູ່ໜ້າເມືອງໂຢກເນອາມ. 12 ຈາກເມືອງສາຣິດໄປທາງທິດຕາເວັນອອກ ເຂດແດນຈະໄປຮອດເມືອງກິສະໂລດຕາໂບເລ ໄປຈົນຮອດເມືອງດາເບຣາດ+ ແລະຂຶ້ນໄປຮອດເມືອງຢາເຟຍ. 13 ຈາກບ່ອນນັ້ນ ເຂດແດນຈະໄປທາງທິດຕາເວັນອອກ ໄປຈົນຮອດເມືອງກັດເຮເຟ+ ໄປທາງເມືອງເອັດກະຊິນຮອດເມືອງຣິມໂມນ ແລະຕໍ່ໄປຈົນຮອດເມືອງເນອາ. 14 ເຂດແດນທາງທິດເໜືອຈະໂຄ້ງໄປທາງເມືອງຮັນນາໂທນ ໄປສຸດຢູ່ຮ່ອມພູອິບຕາເອນ. 15 ນອກຈາກນີ້ຍັງມີເມືອງກັດຕາດ ເມືອງນາຮາລານ ເມືອງຊິມໂຣນ+ ເມືອງອິດາລາ ແລະເມືອງເບັດເລເຮັມ.+ ລວມທັງໝົດມີ 12 ເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນ. 16 ທັງໝົດນີ້ແມ່ນດິນມູນ ແລະເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນທີ່ລູກຫຼານເຊບູລູນໄດ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.+
17 ສະຫຼາກທີ 4+ ຕົກເປັນຂອງຕະກູນອິດຊາຄາ+ຕາມຈຸ້ມເຈື້ອຂອງເຂົາເຈົ້າ. 18 ເຂດແດນຂອງເຂົາເຈົ້າຢູ່ຕາມເມືອງຕ່າງໆດັ່ງຕໍ່ໄປນີ້: ເມືອງເຢດຊະເຣເອນ+ ເມືອງເກສຸນໂລດ ເມືອງຊູເນມ+ 19 ເມືອງຮາຟາຣາຢິມ ເມືອງຊີໂອນ ເມືອງອານາຮາຣາ 20 ເມືອງຣັບບີດ ເມືອງກີຊີໂອນ ເມືອງເອເບດເຊ 21 ເມືອງເຣເມັດ ເມືອງເອັນກັນນີມ+ ເມືອງເອັນຮັດດາ ແລະເມືອງເບັດປັດເຊັດ. 22 ເຂດແດນຂອງເຂົາເຈົ້າໄປຮອດຕາໂບ+ ແລະຕໍ່ໄປຈົນຮອດເມືອງຊາຮາຊູມາກັບເມືອງເບັດເຊເມັດ ແລະໄປສຸດຢູ່ແມ່ນ້ຳຈໍແດນ. ລວມທັງໝົດມີ 16 ເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນ. 23 ທັງໝົດນີ້ແມ່ນດິນມູນ ແລະເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນທີ່ຕະກູນອິດຊາຄາໄດ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.+
24 ສະຫຼາກທີ 5+ ຕົກເປັນຂອງຕະກູນອາເຊ+ຕາມຈຸ້ມເຈື້ອຂອງເຂົາເຈົ້າ. 25 ເຂດແດນຂອງເຂົາເຈົ້າຢູ່ຕາມເມືອງຕ່າງໆດັ່ງຕໍ່ໄປນີ້: ເມືອງເຮັນກາດ+ ເມືອງຮາລີ ເມືອງເບເຕັນ ເມືອງອັກຊາບ 26 ເມືອງອັນລຳເມເລັກ ເມືອງອາມາດ ແລະເມືອງມີຊານ. ເຂດແດນຂອງເຂົາເຈົ້າໄປຮອດພູກາເມນ+ ແລະຕໍ່ໄປຈົນຮອດແມ່ນ້ຳຊີໂຮລີບນາດ 27 ແລ້ວກັບໄປທາງທິດຕາເວັນອອກຮອດເມືອງເບັດດາໂກນ ໄປຕໍ່ຈົນຮອດເຂດແດນຂອງເຊບູລູນ ແລະໄປຈົນຮອດທາງເໜືອຂອງພູອິບຕາເອນ ໄປຈົນຮອດເມືອງເບັດເອເມັກກັບເມືອງເນອີເອນ ແລະໄປຈົນຮອດເບື້ອງຊ້າຍຂອງເມືອງກາບູນ 28 ໄປຮອດເມືອງເອັບໂຣນ ເມືອງເຣໂຮບ ເມືອງຮຳໂມນ ແລະເມືອງການາຈົນຮອດເມືອງຊີໂດນໃຫຍ່.+ 29 ຈາກນັ້ນ ເຂດແດນໂຄ້ງກັບໄປທາງເມືອງຣາມາຈົນຮອດເມືອງຕີເຣ+ເຊິ່ງເປັນເມືອງທີ່ມີປ້ອມທີ່ແຂງແຮງ. ເຂດແດນລົງໄປຮອດເມືອງໂຮສາ ແລະໄປສຸດຢູ່ທະເລໃນເຂດຂອງເມືອງອັກຊິບ. 30 ເມືອງອູມມາ ເມືອງອາເຟັກ+ ແລະເມືອງເຣໂຮບ.+ ລວມທັງໝົດມີ 22 ເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນ. 31 ທັງໝົດນີ້ແມ່ນດິນມູນ ແລະເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນທີ່ຕະກູນອາເຊໄດ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.+
32 ສະຫຼາກທີ 6+ ຕົກເປັນຂອງຕະກູນນັບທາລີຕາມຈຸ້ມເຈື້ອຂອງເຂົາເຈົ້າ. 33 ເຂດແດນຂອງເຂົາເຈົ້າເລີ່ມຈາກເຫເລບແລະຕົ້ນໄມ້ໃຫຍ່ຢູ່ຊາອັນອັນນີມ+ ໄປຮອດອະດາມີເນເກັບແລະຢັບເນເອນ ຕໍ່ໄປຈົນຮອດລັກກຸມ ແລ້ວໄປສຸດຢູ່ແມ່ນ້ຳຈໍແດນ. 34 ເຂດແດນທາງທິດຕາເວັນຕົກເລີ່ມຈາກເມືອງອັດຊະໂນດຕາໂບໄປຈົນຮອດເມືອງຮູກໂກກ. ເຂດແດນທາງທິດໃຕ້ຕິດກັບເຂດຂອງເຊບູລູນ. ເຂດແດນທາງທິດຕາເວັນຕົກຕິດກັບເຂດຂອງອາເຊ ແລະເຂດແດນທາງທິດຕາເວັນອອກຕິດກັບເຂດຂອງຢູດາ*ຢູ່ແມ່ນ້ຳຈໍແດນ. 35 ເຂົາເຈົ້າໄດ້ເມືອງທີ່ມີປ້ອມທີ່ແຂງແຮງດັ່ງຕໍ່ໄປນີ້: ເມືອງຊິດດີມ ເມືອງເຊເຣ ເມືອງຮຳມາດ+ ເມືອງຣັກກັດ ເມືອງກິນເນເຣດ 36 ເມືອງອະດາມາ ເມືອງຣາມາ ເມືອງຮາໂສ+ 37 ເມືອງເກເດັດ+ ເມືອງເອັດເຣອີ ເມືອງເອັນຮາໂຊ 38 ເມືອງຢີໂຣນ ເມືອງມິກດັນເອນ ເມືອງໂຮເຣມ ເມືອງເບັດອານາດ ແລະເມືອງເບັດເຊເມັດ.+ ລວມທັງໝົດມີ 19 ເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນ. 39 ທັງໝົດນີ້ແມ່ນດິນມູນ ແລະເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນທີ່ຕະກູນນັບທາລີໄດ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.+
40 ສະຫຼາກທີ 7+ ຕົກເປັນຂອງຕະກູນດານ+ຕາມຈຸ້ມເຈື້ອຂອງເຂົາເຈົ້າ. 41 ເຂດແດນຂອງເຂົາເຈົ້າຢູ່ຕາມເມືອງຕ່າງໆດັ່ງຕໍ່ໄປນີ້: ເມືອງໂຊຣາ+ ເມືອງເອຊະຕາໂອນ ເມືອງອີຣະເຊເມັດ 42 ເມືອງຊະອາລັບບິນ+ ເມືອງອາຢາໂລນ+ ເມືອງອີທະລາ 43 ເມືອງເອໂລນ ເມືອງຕິມນາ+ ເມືອງເອັກໂຣນ+ 44 ເມືອງເອນເຕເກ ເມືອງກິດເບໂທນ+ ເມືອງບາອາລາດ 45 ເມືອງເຢຮຸດ ເມືອງເບເນເບຣັກ ເມືອງກັດຣິມໂມນ+ 46 ເມືອງເມຢາໂກນ ແລະເມືອງຣັກໂກນ. ເຂດແດນຈະໄປຮອດທາງໜ້າຂອງເມືອງຢົບປາ.+ 47 ແຕ່ເຂດແດນຂອງດານນ້ອຍໂພດສຳລັບເຂົາເຈົ້າ.+ ເຂົາເຈົ້າຈຶ່ງໄປຕີເມືອງເລເຊັມ+ ຂ້າຄົນແລະຍຶດເອົາເມືອງນັ້ນ. ເຂົາເຈົ້າໄດ້ປົກຄອງແລະອາໄສຢູ່ເມືອງນັ້ນ. ເຂົາເຈົ້າໄດ້ປ່ຽນຊື່ເມືອງເລເຊັມເປັນດານຕາມຊື່ຂອງດານທີ່ເປັນປູ່ຍ່າຕານາຍຂອງເຂົາເຈົ້າ.+ 48 ທັງໝົດນີ້ແມ່ນດິນມູນ ແລະເມືອງກັບບ້ານຕ່າງໆທີ່ຢູ່ອ້ອມແອ້ມເມືອງເຫຼົ່ານັ້ນທີ່ຕະກູນດານໄດ້ຕາມຈຸ້ມເຈື້ອຂອງເຂົາເຈົ້າ.
49 ເມື່ອເຂົາເຈົ້າແບ່ງດິນມູນຕາມເຂດແດນຕ່າງໆແລ້ວໆ ພວກອິດສະຣາເອນກໍໄດ້ເອົາດິນມູນສ່ວນໜຶ່ງຂອງເຂົາເຈົ້າໃຫ້ໂຢຊວຍລູກຊາຍຂອງນູນ. 50 ໂຢຊວຍໄດ້ຂໍເມືອງຕິມນາດເສຣາ+ ແລະເຂົາເຈົ້າກໍໄດ້ເອົາໃຫ້ລາວຕາມທີ່ພະເຢໂຫວາສັ່ງ. ຕິມນາດເສຣາຢູ່ເຂດພູຂອງເອຟຣາຢິມ. ໂຢຊວຍໄດ້ສ້າງເມືອງນັ້ນຂຶ້ນໃໝ່ແລະຢູ່ໃນເມືອງນັ້ນ.
51 ທັງໝົດນີ້ແມ່ນດິນມູນທີ່ປະໂລຫິດເອເລອາຊາ ໂຢຊວຍລູກຊາຍຂອງນູນ ແລະພວກຫົວໜ້າຕະກູນຕ່າງໆຂອງອິດສະຣາເອນໄດ້ແບ່ງ+ໂດຍການຈົກສະຫຼາກ. ເຂົາເຈົ້າແບ່ງກັນຢູ່ຊີໂລ+ຕໍ່ໜ້າພະເຢໂຫວາເຊິ່ງຢູ່ທາງເຂົ້າເຕັ້ນຂໍການຊີ້ນຳ.*+ ໃນທີ່ສຸດ ເຂົາເຈົ້າກໍແບ່ງດິນມູນທັງໝົດຈົນແລ້ວ.