ໂຢຊວຍ
22 ຈາກນັ້ນ ໂຢຊວຍກໍເອີ້ນຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊໃຫ້ມາຫາ 2 ແລະເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າເຮັດທຸກຢ່າງຕາມທີ່ໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ສັ່ງໄວ້+ ແລະເຊື່ອຟັງທຸກສິ່ງທີ່ຂ້ອຍສັ່ງພວກເຈົ້າ.+ 3 ພວກເຈົ້າຊ່ວຍພີ່ນ້ອງຂອງພວກເຈົ້າຕະຫຼອດຈົນຮອດທຸກມື້ນີ້+ ແລະເຮັດຕາມໜ້າທີ່ທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້.+ 4 ພະເຢໂຫວາພະເຈົ້າຂອງພວກເຈົ້າຊ່ວຍໃຫ້ພີ່ນ້ອງຂອງພວກເຈົ້າໄດ້ພັກແລ້ວຄືກັບທີ່ເພິ່ນໄດ້ສັນຍາໄວ້.+ ຕອນນີ້ໃຫ້ພວກເຈົ້າກັບເມືອເຮືອນທີ່ຢູ່ອີກຟາກໜຶ່ງ*ຂອງແມ່ນ້ຳຈໍແດນ ເຊິ່ງໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ເອົາໃຫ້ພວກເຈົ້າ.+ 5 ມີແຕ່ໃຫ້ພວກເຈົ້າຕັ້ງໃຈເຮັດຕາມຄຳສັ່ງທຸກຢ່າງໃນກົດໝາຍທີ່ໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ໃຫ້ພວກເຈົ້າ.+ ໃຫ້ຮັກພະເຢໂຫວາພະເຈົ້າຂອງພວກເຈົ້າ+ ໃຫ້ໃຊ້ຊີວິດຕາມແນວທາງຂອງເພິ່ນ+ ໃຫ້ເຮັດຕາມຄຳສັ່ງຂອງເພິ່ນ+ ໃຫ້ສັດຊື່ຕໍ່ເພິ່ນສະເໝີ+ ແລະໃຫ້ຮັບໃຊ້ເພິ່ນ+ສຸດຫົວໃຈແລະສຸດຊີວິດຂອງພວກເຈົ້າ.”+
6 ໂຢຊວຍອວຍພອນໃຫ້ເຂົາເຈົ້າແລະສົ່ງເຂົາເຈົ້າກັບເມືອ ແລ້ວເຂົາເຈົ້າກໍກັບໄປບ່ອນຢູ່ຂອງໂຕເອງ. 7 ສຳລັບເຄິ່ງໜຶ່ງຂອງຕະກູນມານາເຊ ໂມເຊໄດ້ເອົາດິນມູນໃນເຂດບາຊານໃຫ້.+ ສ່ວນອີກເຄິ່ງໜຶ່ງຂອງຕະກູນນັ້ນ ໂຢຊວຍໄດ້ເອົາດິນມູນທີ່ຢູ່ທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນໃຫ້+ ເພື່ອເຂົາເຈົ້າຈະໄດ້ຢູ່ກັບພີ່ນ້ອງຂອງເຂົາເຈົ້າ. ຕອນທີ່ໂຢຊວຍສົ່ງເຂົາເຈົ້າກັບເມືອເຮືອນ ລາວກໍໄດ້ອວຍພອນໃຫ້ເຂົາເຈົ້າ 8 ແລະບອກເຂົາເຈົ້າວ່າ: “ຕອນທີ່ພວກເຈົ້າກັບເມືອເຮືອນ ໃຫ້ພວກເຈົ້າເອົາຝູງສັດ ເງິນ ຄຳ ທອງແດງ ເຫຼັກ ແລະເຄື່ອງນຸ່ງເມືອນຳເດີ້.+ ໃຫ້ພວກເຈົ້າເອົາສິ່ງເຫຼົ່ານີ້ທີ່ປຸ້ນ+ໄດ້ຈາກພວກສັດຕູກັບເມືອເຮືອນໄປແບ່ງໃຫ້ພີ່ນ້ອງຂອງພວກເຈົ້າ.”
9 ຈາກນັ້ນ ຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊກໍລາຄົນອິດສະຣາເອນຕະກູນອື່ນໆ ແລ້ວກໍອອກຈາກເມືອງຊີໂລໃນແຜ່ນດິນການາອານກັບໄປທີ່ເຂດກິລຽດ+ ເຊິ່ງເປັນແຜ່ນດິນທີ່ເຂົາເຈົ້າໄດ້ເປັນມູນແລ້ວຕາມທີ່ພະເຢໂຫວາສັ່ງຜ່ານທາງໂມເຊ.+ 10 ເມື່ອເຂົາເຈົ້າມາຮອດໃກ້ໆແມ່ນ້ຳຈໍແດນໃນແຜ່ນດິນການາອານ ຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊກໍໄດ້ສ້າງແທ່ນບູຊາແທ່ນໜຶ່ງຢູ່ໃກ້ໆແມ່ນ້ຳຈໍແດນ. ແທ່ນບູຊານັ້ນໃຫຍ່ຫຼາຍ. 11 ຕໍ່ມາ ຄົນອິດສະຣາເອນຕະກູນອື່ນໆກໍຮູ້ເລື່ອງນີ້+ ແລະເວົ້າວ່າ: “ຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊໄດ້ສ້າງແທ່ນບູຊາໃນແຜ່ນດິນການາອານໃກ້ໆກັບແມ່ນ້ຳຈໍແດນທາງຟາກຂອງພວກເຮົາ.” 12 ເມື່ອໄດ້ຍິນແນວນັ້ນ ພວກອິດສະຣາເອນທັງໝົດກໍມາລວມໂຕກັນຢູ່ເມືອງຊີໂລ+ເພື່ອຈະໄປຕໍ່ສູ້ກັບສອງຕະກູນເຄິ່ງນັ້ນ.
13 ພວກອິດສະຣາເອນຈຶ່ງສົ່ງຟີເນຮາດ+ລູກຊາຍຂອງປະໂລຫິດເອເລອາຊາໄປຫາຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊຢູ່ເຂດກິລຽດ 14 ແລະມີພວກຫົວໜ້າ 10 ຄົນໄປນຳລາວ. ເຂົາເຈົ້າແຕ່ລະຄົນເປັນຫົວໜ້າໃນຈຸ້ມເຈື້ອຂອງຕະກູນຕ່າງໆ ແລະເປັນຫົວໜ້າຂອງຄົນອິດສະຣາເອນຫຼາຍພັນຄົນ.+ 15 ເຂົາເຈົ້າໄປຫາຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊແລະເວົ້າວ່າ:
16 “ປະຊາຊົນຂອງພະເຢໂຫວາຢາກຮູ້ວ່າ ‘ພວກເຈົ້າບໍ່ສັດຊື່+ຕໍ່ພະເຈົ້າຂອງອິດສະຣາເອນແລະເຮັດແບບນີ້ໄດ້ແນວໃດ? ພວກເຈົ້າປະຖິ້ມພະເຢໂຫວາໂດຍສ້າງແທ່ນບູຊາສຳລັບໂຕເອງ ແລະໄດ້ກະບົດຕໍ່ພະເຢໂຫວາ.+ 17 ຄວາມຜິດຂອງພວກເຮົາຢູ່ເປໂອຍັງບໍ່ພໍບໍ? ເຖິງວ່າພະເຢໂຫວາຈະລົງໂທດພວກເຮົາດ້ວຍໂລກລະບາດ ແຕ່ຈົນຮອດທຸກມື້ນີ້ ພວກເຮົາກໍຍັງໄຊ້ຄືນຄວາມຜິດນັ້ນບໍ່ໝົດເທື່ອ.+ 18 ມື້ນີ້ພວກເຈົ້າໄດ້ປະຖິ້ມພະເຢໂຫວາ. ຖ້າພວກເຈົ້າກະບົດຕໍ່ພະເຢໂຫວາ ອີກຈັກໜ້ອຍເພິ່ນກໍຊິໃຈຮ້າຍໃຫ້ພວກອິດສະຣາເອນທັງໝົດ.+ 19 ຖ້າວ່າແຜ່ນດິນທີ່ພວກເຈົ້າຢູ່ບໍ່ສະອາດກໍໃຫ້ກັບມາແຜ່ນດິນຂອງພະເຢໂຫວາ+ ບ່ອນທີ່ມີເຕັ້ນສັກສິດຂອງພະເຢໂຫວາ+ແລະມາຢູ່ນຳພວກເຮົາ. ຢ່າກະບົດຕໍ່ພະເຢໂຫວາ ແລະຢ່າສ້າງແທ່ນບູຊາທີ່ບໍ່ແມ່ນແທ່ນບູຊາຂອງພະເຢໂຫວາພະເຈົ້າຂອງພວກເຮົາຂຶ້ນມາສຳລັບໂຕເອງ. ການເຮັດແນວນີ້ຈະເຮັດໃຫ້ພວກເຮົາຖືກລວມວ່າເປັນກະບົດຄືກັບພວກເຈົ້າ.+ 20 ຕອນທີ່ອາຄານ+ເຫຼນຂອງເຊຣາບໍ່ສັດຊື່ແລະລັກເອົາສິ່ງທີ່ຈະຕ້ອງຖືກທຳລາຍມາ ພະເຈົ້າກໍໃຈຮ້າຍຫຼາຍໃຫ້ພວກອິດສະຣາເອນທຸກຄົນບໍ່ແມ່ນບໍ?+ ບໍ່ໄດ້ມີແຕ່ລາວທີ່ຕາຍຍ້ອນຄວາມຜິດນັ້ນ ຄົນອື່ນກໍຕາຍນຳ.’”+
21 ຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊຕອບພວກທີ່ເປັນຫົວໜ້າຂອງຄົນອິດສະຣາເອນຫຼາຍພັນຄົນວ່າ:+ 22 “ພະເຢໂຫວາເປັນພະເຈົ້າຜູ້ມີລິດເດດຫຼາຍທີ່ສຸດ. ພະເຢໂຫວາເປັນພະເຈົ້າທີ່ເໜືອກວ່າພະເຈົ້າອື່ນໆ.+ ເພິ່ນຮູ້ທຸກຢ່າງແລະພວກອິດສະຣາເອນທຸກຄົນກໍຄວນຮູ້ເລື່ອງນີ້. ຖ້າພວກເຮົາກະບົດແລະບໍ່ສັດຊື່ຕໍ່ພະເຢໂຫວາ ເພິ່ນຄືຊິບໍ່ປ່ອຍພວກເຮົາໄວ້ດອກ. 23 ຖ້າພວກເຮົາປະຖິ້ມພະເຢໂຫວາແລະສ້າງແທ່ນບູຊາສຳລັບໂຕເອງເພື່ອເຜົາເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາສ້າງຄວາມສະຫງົບສຸກ ພະເຢໂຫວາຊິລົງໂທດພວກເຮົາແນ່ນອນ.+ 24 ແຕ່ມັນບໍ່ແມ່ນຈັ່ງຊັ້ນ. ພວກເຮົາເຮັດແນວນີ້ກໍຍ້ອນພວກເຮົາຄິດວ່າ ໃນອະນາຄົດລູກຫຼານຂອງພວກເຈົ້າຊິມາເວົ້າກັບລູກຫຼານຂອງພວກເຮົາວ່າ ‘ພວກເຈົ້າມີສິດຫຍັງມານະມັດສະການພະເຢໂຫວາພະເຈົ້າຂອງອິດສະຣາເອນກັບພວກເຮົາ? 25 ພະເຢໂຫວາເອົາແມ່ນ້ຳຈໍແດນຂັ້ນລະຫວ່າງພວກເຮົາກັບພວກເຈົ້າທີ່ເປັນຄົນໃນຕະກູນຣູເບັນແລະຕະກູນຄາດ. ພວກເຈົ້າບໍ່ມີສິດນະມັດສະການພະເຢໂຫວາ.’ ແລ້ວລູກຫຼານຂອງພວກເຈົ້າກໍຈະຫ້າມລູກຫຼານຂອງພວກເຮົາບໍ່ໃຫ້ນະມັດສະການພະເຢໂຫວາ.
26 ພວກເຮົາກໍເລີຍເວົ້າວ່າ ‘ໃຫ້ພວກເຮົາສ້າງແທ່ນບູຊາແທ່ນໜຶ່ງ ບໍ່ແມ່ນເພື່ອໃຊ້ເຜົາເຄື່ອງບູຊາເຜົາຫຼືເຄື່ອງບູຊາອື່ນໆ 27 ແຕ່ເພື່ອໃຫ້ເປັນພະຍານລະຫວ່າງພວກເຮົາກັບພວກເຈົ້າ+ແລະລູກຫຼານຂອງພວກເຮົາ. ພວກເຮົາຈະຮັບໃຊ້ພະເຢໂຫວາສະເໝີໂດຍເອົາເຄື່ອງບູຊາເຜົາ ເຄື່ອງບູຊາສ້າງຄວາມສະຫງົບສຸກ ແລະເຄື່ອງບູຊາອື່ນໆມາໃຫ້ເພິ່ນ+ ເພື່ອວ່າໃນອະນາຄົດລູກຫຼານຂອງພວກເຈົ້າຈະບໍ່ໄດ້ມາເວົ້າໃຫ້ລູກຫຼານຂອງພວກເຮົາວ່າ “ພວກເຈົ້າບໍ່ມີສິດນະມັດສະການພະເຢໂຫວາ.” 28 ຖ້າໃນອະນາຄົດເຂົາເຈົ້າເວົ້າແນວນັ້ນໃຫ້ພວກເຮົາແລະລູກຫຼານຂອງພວກເຮົາ ພວກເຮົາກໍຈະບອກວ່າ “ຂໍໃຫ້ເບິ່ງແທ່ນບູຊາທີ່ປູ່ຍ່າຕານາຍຂອງພວກເຮົາສ້າງຂຶ້ນມາເຊິ່ງຄ້າຍຄືກັບແທ່ນບູຊາຂອງພະເຢໂຫວາ. ແທ່ນບູຊານີ້ບໍ່ໄດ້ໃຊ້ສຳລັບເຄື່ອງບູຊາເຜົາຫຼືເຄື່ອງບູຊາອື່ນໆ ແຕ່ສ້າງຂຶ້ນເພື່ອເປັນພະຍານລະຫວ່າງພວກເຮົາກັບພວກເຈົ້າ.”’ 29 ພວກເຮົາບໍ່ເຄີຍຄິດທີ່ຈະກະບົດຕໍ່ພະເຢໂຫວາແລະປະຖິ້ມພະເຢໂຫວາ+ ໂດຍສ້າງແທ່ນບູຊາຂຶ້ນມາອີກແທ່ນໜຶ່ງເພື່ອເຜົາເຄື່ອງບູຊາເຜົາ ເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ແລະເຄື່ອງບູຊາອື່ນໆແທນແທ່ນບູຊາຂອງພະເຢໂຫວາພະເຈົ້າຂອງພວກເຮົາເຊິ່ງຢູ່ຕໍ່ໜ້າເຕັ້ນສັກສິດຂອງເພິ່ນ.”+
30 ເມື່ອປະໂລຫິດຟີເນຮາດ ພວກຫົວໜ້າໃນຈຸ້ມເຈື້ອ ແລະພວກຫົວໜ້າຂອງຄົນອິດສະຣາເອນຫຼາຍພັນຄົນໄດ້ຍິນລູກຫຼານຂອງຣູເບັນ ຄາດ ແລະມານາເຊເວົ້າແນວນັ້ນ ເຂົາເຈົ້າກໍຮູ້ສຶກສະບາຍໃຈ.+ 31 ຟີເນຮາດລູກຊາຍຂອງປະໂລຫິດເອເລອາຊາຈຶ່ງເວົ້າກັບລູກຫຼານຂອງຣູເບັນ ຄາດ ແລະມານາເຊວ່າ: “ບາດນີ້ ພວກເຮົາຮູ້ແລ້ວວ່າພະເຢໂຫວາຢູ່ກັບພວກເຮົາ ຍ້ອນພວກເຈົ້າບໍ່ໄດ້ເຮັດສິ່ງທີ່ບໍ່ສັດຊື່ຕໍ່ພະເຢໂຫວາ. ຕອນນີ້ ພະເຢໂຫວາຈະບໍ່ລົງໂທດພວກເຮົາ.”
32 ຫຼັງຈາກຟີເນຮາດລູກຊາຍຂອງປະໂລຫິດເອເລອາຊາກັບພວກຫົວໜ້າໃນຈຸ້ມເຈື້ອລົມກັບຄົນໃນຕະກູນຣູເບັນແລະຕະກູນຄາດແລ້ວໆ ເຂົາເຈົ້າກໍອອກຈາກກິລຽດກັບໄປການາອານ ແລະໄດ້ເລົ່າເລື່ອງທັງໝົດໃຫ້ພວກອິດສະຣາເອນຕະກູນອື່ນໆຟັງ. 33 ເມື່ອໄດ້ຍິນເລື່ອງທັງໝົດແລ້ວ ທຸກຄົນກໍພໍໃຈແລະສັນລະເສີນພະເຈົ້າ ແລະບໍ່ໄດ້ເວົ້າເຖິງເລື່ອງທີ່ຈະໄປຕໍ່ສູ້ກັບຄົນໃນຕະກູນຣູເບັນແລະຕະກູນຄາດເພື່ອທຳລາຍແຜ່ນດິນຂອງເຂົາເຈົ້າອີກເລີຍ.
34 ຄົນໃນຕະກູນຣູເບັນແລະຕະກູນຄາດຈຶ່ງຕັ້ງຊື່ໃຫ້ແທ່ນນັ້ນ.* ເຂົາເຈົ້າເວົ້າວ່າ: “ແທ່ນນີ້ເປັນພະຍານລະຫວ່າງພວກເຮົາວ່າພະເຢໂຫວາເປັນພະເຈົ້າທ່ຽງແທ້.”