ພວກຜູ້ຕັດສິນ
3 ພະເຢໂຫວາຍອມໃຫ້ຊາດຕ່າງໆຍັງຢູ່ກັບພວກອິດສະຣາເອນເພື່ອທົດສອບວ່າ ພວກອິດສະຣາເອນທີ່ຍັງບໍ່ເຄີຍເຮັດສົງຄາມກັບພວກການາອານຊິເຊື່ອຟັງເພິ່ນຫຼືບໍ່.+ 2 (ເພື່ອໃຫ້ຄົນອິດສະຣາເອນລຸ້ນຕໍ່ມາທີ່ຍັງບໍ່ເຄີຍເຮັດສົງຄາມໄດ້ມີປະສົບການ ແລະໄດ້ຝຶກການຕໍ່ສູ້.) 3 ຊາດຕ່າງໆເຫຼົ່ານີ້ມີຄື: ພວກຟີລິດສະຕີນ+ກັບພວກເຈົ້າເມືອງທັງຫ້າຄົນຂອງພວກເຂົາ ພວກການາອານທັງໝົດ ພວກຊີໂດນ+ ແລະພວກຮີວີ+ເຊິ່ງຢູ່ເຂດພູເລບານອນ+ໄປຈົນຮອດເລໂບຮາມັດ.+ 4 ນີ້ແມ່ນວິທີທີ່ພະເຢໂຫວາໃຊ້ເພື່ອທົດສອບວ່າ ພວກອິດສະຣາເອນຈະເຊື່ອຟັງຄຳສັ່ງຂອງເພິ່ນທີ່ໃຫ້ໄວ້ກັບປູ່ຍ່າຕານາຍຂອງເຂົາເຈົ້າຜ່ານທາງໂມເຊຫຼືບໍ່.+ 5 ພວກອິດສະຣາເອນກໍເລີຍຢູ່ກັບພວກການາອານ+ ພວກເຮດ ພວກອາໂມ ພວກເປຣິຊີ ພວກຮີວີ ແລະພວກເຢບຸດ. 6 ເຂົາເຈົ້າໄດ້ເອົາລູກສາວຂອງຊາດຕ່າງໆມາເປັນເມຍ ແລະໃຫ້ລູກສາວຂອງໂຕເອງໄປເປັນເມຍລູກຊາຍຂອງພວກເຂົາ. ຈາກນັ້ນ ເຂົາເຈົ້າກໍເລີ່ມນະມັດສະການພະເຈົ້າຕ່າງໆຂອງພວກເຂົາ.+
7 ພວກອິດສະຣາເອນເຮັດສິ່ງທີ່ພະເຢໂຫວາເຫັນວ່າຊົ່ວ. ເຂົາເຈົ້າລືມພະເຢໂຫວາພະເຈົ້າຂອງເຂົາເຈົ້າ ແລ້ວໄປນະມັດສະການພະບາອານ+ກັບເສົາໄມ້ສັກສິດ.*+ 8 ພະເຢໂຫວາໃຈຮ້າຍໃຫ້ພວກອິດສະຣາເອນຫຼາຍ. ເພິ່ນຈຶ່ງມອບ*ເຂົາເຈົ້າໃຫ້ຢູ່ໃນມືຂອງກູຊານຣິຊາທາຢິມກະສັດຂອງເມໂຊໂປຕາເມຍ.* ພວກອິດສະຣາເອນຮັບໃຊ້ກະສັດກູຊານຣິຊາທາຢິມ 8 ປີ. 9 ເມື່ອພວກອິດສະຣາເອນຮ້ອງຂໍໃຫ້ພະເຢໂຫວາຊ່ວຍ+ ພະເຢໂຫວາກໍເລືອກໂອດນີເອນ+ລູກຊາຍຂອງເກນັດທີ່ເປັນນ້ອງຊາຍຂອງກາເລັບມາຊ່ວຍເຂົາເຈົ້າ.+ 10 ພະເຢໂຫວາໄດ້ໃຫ້ພະລັງບໍລິສຸດຂອງເພິ່ນກັບໂອດນີເອນ+ ແລະລາວກໍໄດ້ເປັນຜູ້ຕັດສິນຂອງພວກອິດສະຣາເອນ. ຕອນທີ່ລາວອອກໄປສູ້ຮົບ ພະເຢໂຫວາໄດ້ຊ່ວຍລາວໃຫ້ຊະນະກູຊານຣິຊາທາຢິມກະສັດຂອງເມໂຊໂປຕາເມຍ.* 11 ຫຼັງຈາກນັ້ນ ແຜ່ນດິນກໍສະຫງົບສຸກຢູ່ 40 ປີ. ແລ້ວໂອດນີເອນລູກຊາຍຂອງເກນັດກໍຕາຍ.
12 ຕໍ່ມາ ພວກອິດສະຣາເອນກໍເຮັດສິ່ງທີ່ພະເຢໂຫວາເຫັນວ່າຊົ່ວອີກ.+ ພະເຢໂຫວາຈຶ່ງປ່ອຍໃຫ້ເອັກໂລນກະສັດຂອງໂມອາບ+ເອົາຊະນະພວກອິດສະຣາເອນໄດ້ ຍ້ອນເຂົາເຈົ້າເຮັດສິ່ງທີ່ພະເຢໂຫວາເຫັນວ່າຊົ່ວ. 13 ກະສັດເອັກໂລນຍັງຊວນພວກອຳໂມນ+ກັບພວກອາມາເລັກ+ມາຕໍ່ສູ້ພວກອິດສະຣາເອນນຳ. ພວກເຂົາມາໂຈມຕີພວກອິດສະຣາເອນແລະຍຶດເອົາເມືອງແຫ່ງຕົ້ນປາມ.+ 14 ພວກອິດສະຣາເອນຮັບໃຊ້ເອັກໂລນກະສັດຂອງໂມອາບ 18 ປີ.+ 15 ແລ້ວພວກອິດສະຣາເອນກໍຮ້ອງຂໍໃຫ້ພະເຢໂຫວາຊ່ວຍ.+ ພະເຢໂຫວາຈຶ່ງເລືອກເອຮຸດໃຫ້ມາຊ່ວຍເຂົາເຈົ້າ.+ ເອຮຸດ+ເປັນລູກຊາຍຂອງເກຣາຈາກຕະກູນເບັນຢາມິນ+ແລະເປັນຄົນແຮງຊ້າຍ.+ ຕໍ່ມາ ພວກອິດສະຣາເອນໄດ້ໃຫ້ເອຮຸດເປັນຄົນເອົາເຄື່ອງເສຍສ່ວຍໄປໃຫ້ເອັກໂລນກະສັດຂອງໂມອາບ. 16 ເອຮຸດໄດ້ເຮັດດາບສອງຄົມຍາວ 1 ສອກ*ເໜັບໃສ່ແອວເບື້ອງຂວາແລະເອົາເສື້ອປົກໄວ້. 17 ແລ້ວລາວກໍເອົາເຄື່ອງເສຍສ່ວຍໄປໃຫ້ເອັກໂລນກະສັດຂອງໂມອາບ. ກະສັດເອັກໂລນເປັນຄົນຕຸ້ຍຫຼາຍ.
18 ຫຼັງຈາກທີ່ເອຮຸດເອົາເຄື່ອງເສຍສ່ວຍໃຫ້ກະສັດແລ້ວ. ລາວກໍອອກໄປພ້ອມກັບຄົນທີ່ຂົນເຄື່ອງ. 19 ແຕ່ເມື່ອຮອດບ່ອນທີ່ມີຮູບພະຕ່າງໆຢູ່ກິນການ+ ລາວກໍກັບຄືນໄປຫາກະສັດຄົນດຽວແລະເວົ້າວ່າ: “ກະສັດເອີ້ຍ ຂ້ອຍມີຄວາມລັບມາບອກທ່ານ.” ແລ້ວກະສັດກໍບອກພວກຄົນຮັບໃຊ້ວ່າ: “ພວກເຈົ້າອອກໄປກ່ອນ.” ຄົນຮັບໃຊ້ຂອງກະສັດກໍອອກໄປໝົດ. 20 ເອຮຸດຍ່າງເຂົ້າໄປຫາເອັກໂລນທີ່ນັ່ງຢູ່ຫ້ອງຊັ້ນເທິງທີ່ເຢັນສະບາຍ ແລ້ວລາວກໍເວົ້າວ່າ: “ຂ້ອຍມີຂ່າວຈາກພະເຈົ້າມາບອກກະສັດ.” ກະສັດຈຶ່ງລຸກຈາກບ່ອນນັ່ງ. 21 ເອຮຸດກໍເອົາມືຊ້າຍຈັບດາບທີ່ເໜັບຢູ່ແອວເບື້ອງຂວາແທງທ້ອງຂອງກະສັດເອັກໂລນ. 22 ລາວແທງເຂົ້າໄປຈົນຫຼິບດ້າມດາບແລະສຽບຄາໄວ້ຢູ່ຫັ້ນ. ໄຂມັນຢູ່ທ້ອງຂອງກະສັດຈຶ່ງຫຸ້ມດາບໄວ້ ແລ້ວຂີ້ກໍໄຫຼອອກມາ. 23 ເອຮຸດລ໋ອກປະຕູຫ້ອງຊັ້ນເທິງທີ່ເຢັນສະບາຍນັ້ນໄວ້ 24 ແລ້ວກໍໜີອອກໄປທາງລະບຽງ.* ຫຼັງຈາກທີ່ລາວອອກໄປ ພວກຄົນຮັບໃຊ້ຂອງກະສັດກໍເຂົ້າມາ ແລະເຫັນວ່າປະຕູຫ້ອງລ໋ອກຢູ່. ພວກເຂົາຈຶ່ງພາກັນເວົ້າວ່າ: “ກະສັດຄືຊິກຳລັງເຂົ້າຫ້ອງນ້ຳທີ່ຢູ່ຫ້ອງຊັ້ນໃນ.” 25 ພວກເຂົາຖ້າຢູ່ດົນເຕີບ ແຕ່ກໍບໍ່ເຫັນກະສັດໄຂປະຕູອອກມາ. ພວກເຂົາຈຶ່ງເປັນຫ່ວງຫຼາຍແລະເອົາກະແຈມາໄຂ ແລ້ວກໍເຫັນກະສັດຂອງໂຕເອງນອນຕາຍຢູ່ພື້ນ.
26 ຕອນທີ່ພວກເຂົາກຳລັງຄິດຢູ່ວ່າຈະເຮັດແນວໃດດີ ເອຮຸດກໍໜີໄປ. ລາວໜີໄປທາງທີ່ມີຮູບແກະສະຫຼັກຂອງພະເຈົ້າຕ່າງໆ*+ ແລ້ວກໍໄປຮອດເສອີຣາຢ່າງປອດໄພ. 27 ເມື່ອໄປຮອດຫັ້ນ ເອຮຸດໄດ້ເປົ່າແກ+ຢູ່ເຂດພູຂອງເອຟຣາຢິມ.+ ແລ້ວພວກອິດສະຣາເອນກໍລົງມາຈາກເຂດພູໂດຍມີເອຮຸດນຳໜ້າເຂົາເຈົ້າໄປ. 28 ລາວເວົ້າກັບເຂົາເຈົ້າວ່າ: “ໃຫ້ມານຳຂ້ອຍ ເພາະພະເຢໂຫວາໄດ້ມອບພວກໂມອາບສັດຕູຂອງພວກເຈົ້າໄວ້ໃນມືຂອງພວກເຈົ້າແລ້ວ.” ເຂົາເຈົ້າກໍນຳຫຼັງລາວໄປ ແລ້ວໄປລັດຢູ່ບ່ອນຕື້ນໆຂອງແມ່ນ້ຳຈໍແດນເພື່ອບໍ່ໃຫ້ພວກໂມອາບຂ້າມໄດ້. ເຂົາເຈົ້າບໍ່ໃຫ້ໃຜຂ້າມໄປໄດ້ຈັກຄົນເລີຍ. 29 ໃນຕອນນັ້ນ ເຂົາເຈົ້າຂ້າພວກໂມອາບຕາຍປະມານ 10.000 ຄົນ.+ ຄົນທີ່ເຂົາເຈົ້າຂ້າມີແຕ່ຄົນແຂງແຮງແລະເກັ່ງໆ. ບໍ່ມີໃຜລອດຈັກຄົນເລີຍ.+ 30 ໃນມື້ນັ້ນ ພວກອິດສະຣາເອນເອົາຊະນະພວກໂມອາບໄດ້. ແຜ່ນດິນກໍສະຫງົບສຸກຢູ່ 80 ປີ.+
31 ຫຼັງຈາກທີ່ເອຮຸດຕາຍໄປແລ້ວ ຊຳຄາ+ລູກຊາຍຂອງອານາດກໍເປັນຄົນມາຊ່ວຍພວກອິດສະຣາເອນ. ລາວຂ້າຜູ້ຊາຍຟີລິດສະຕີນ+ຕາຍ 600 ຄົນດ້ວຍເຫຼັກກະຕັກ*ອັນດຽວ.+