ພວກຜູ້ຕັດສິນ
5 ໃນມື້ນັ້ນ ເດໂບຣາ+ກັບບາຣາກ+ລູກຊາຍຂອງອາບີໂນອາມໄດ້ຮ້ອງເພງນີ້:+
2 “ໃຫ້ສັນລະເສີນພະເຢໂຫວາ
ຍ້ອນພວກທະຫານທີ່ປ່ອຍຜົມຍາວ*ໃນອິດສະຣາເອນ
ແລະຍ້ອນຄົນທີ່ອາສາໄປຕໍ່ສູ້.+
3 ຟັງເດີ້ ພວກກະສັດ! ຟັງເດີ້ ພວກຜູ້ປົກຄອງ!
ຂ້ອຍຊິຮ້ອງເພງໃຫ້ພະເຢໂຫວາ.
ຂ້ອຍຊິຮ້ອງເພງ*ສັນລະເສີນພະເຢໂຫວາ+ພະເຈົ້າຂອງອິດສະຣາເອນ.+
4 ພະເຢໂຫວາ ເມື່ອພະອົງອອກຈາກເສອີ+
ແລະເມື່ອພະອົງພາກອງທັບອອກມາຈາກເຂດຂອງພວກເອໂດມ
ແຜ່ນດິນກໍສັ່ນສະເທືອນ ແລະທ້ອງຟ້າກໍເທນ້ຳລົງມາ
ຂີ້ເຝື້ອກໍເທນ້ຳລົງມາ.
5 ພູຕ່າງໆເປື່ອຍໄປ*ຕໍ່ໜ້າພະເຢໂຫວາ+
ແມ່ນແຕ່ຊີນາຍກໍເປື່ອຍໄປຕໍ່ໜ້າພະເຢໂຫວາ+ພະເຈົ້າຂອງອິດສະຣາເອນ.+
6 ໃນສະໄໝຂອງຊຳຄາ+ລູກຊາຍຂອງອານາດ
ໃນສະໄໝຂອງຢາເອນ+ ເສັ້ນທາງຫຼັກຖືກປະຮ້າງ
ຜູ້ຄົນຈຶ່ງພາກັນໄປທຽວເສັ້ນທາງອື່ນ.
7 ບ້ານຕ່າງໆຂອງພວກອິດສະຣາເອນບໍ່ມີໃຜຢູ່ອີກຕໍ່ໄປ.
ບໍ່ມີໃຜຢູ່ອີກຕໍ່ໄປ ຈົນກະທັ່ງຂ້ອຍເດໂບຣາ+ລຸກຂຶ້ນມາ
ຈົນກະທັ່ງຂ້ອຍລຸກຂຶ້ນມາ ຄືກັບແມ່ທີ່ມາຊ່ວຍພວກອິດສະຣາເອນ.+
ໃນພວກທະຫານອິດສະຣາເອນ 40.000 ຄົນ
ບໍ່ມີໃຜມີໂລ້ຫຼືຫອກຈັກອັນເລີຍ.
ຂໍໃຫ້ສັນລະເສີນພະເຢໂຫວາ!
10 ພວກເຈົ້າທີ່ຂີ່ໂຕລາສີນ້ຳຕານອ່ອນ
ພວກເຈົ້າທີ່ນັ່ງເທິງພົມດີໆ
ແລະພວກເຈົ້າທີ່ຍ່າງຢູ່ຫົນທາງ
ຂໍໃຫ້ຄິດດີໆເດີ້!
11 ມີສຽງຄົນຕັກນ້ຳລົມກັນຢູ່ບ່ອນຕັກນ້ຳ.
ເຂົາເຈົ້າເວົ້າເຖິງສິ່ງດີໆທີ່ພະເຢໂຫວາເຄີຍເຮັດ
ແລະເວົ້າເຖິງສິ່ງດີໆທີ່ພວກອິດສະຣາເອນຕາມບ້ານຕ່າງໆເຄີຍເຮັດ.
ແລ້ວຄົນຂອງພະເຢໂຫວາກໍລົງໄປປະຕູເມືອງ.
12 ຕື່ນເດີ້ ເດໂບຣາຕື່ນເດີ້!+
ຕື່ນເດີ້ ຕື່ນຂຶ້ນມາຮ້ອງເພງ!+
ລຸກເດີ້ ບາຣາກ+ລູກຊາຍຂອງອາບີໂນອາມ ແລະພາຊະເລີຍຂອງເຈົ້າໄປ!
13 ແລ້ວຄົນທີ່ເຫຼືອກໍລົງມາຫາພວກຫົວໜ້າ.
ຄົນຂອງພະເຢໂຫວາລົງມາຫາຂ້ອຍເພື່ອຕໍ່ສູ້ກັບພວກທີ່ແຂງແຮງ.
14 ຄົນໃນຕະກູນເບັນຢາມິນເອີ້ຍ ຄົນທີ່ມາຈາກຮ່ອມພູ*ໃນເຂດເອຟຣາຢິມ
ກຳລັງນຳຫຼັງພວກເຈົ້າໄປ. ເຂົາເຈົ້າເປັນຄົນຂອງພວກເຈົ້າ.
ພວກຫົວໜ້າທະຫານລົງມາຈາກມາກີ+
ແລະຄົນທີ່ຈັບໄມ້ຄ້ອນເທົ້າ*ທີ່ເປັນຜູ້ຄັດເລືອກທະຫານມາຈາກເຊບູລູນ.
15 ພວກຫົວໜ້າຂອງຕະກູນອິດຊາຄາຢູ່ກັບເດໂບຣາ.
ຄືກັບຕະກູນອິດຊາຄາ ບາຣາກ+ກໍຢູ່ກັບເດໂບຣາຄືກັນ.
ລາວຍ່າງເຂົ້າໄປໃນຮ່ອມພູ+
ແຕ່ຫຼາຍຄົນໃນຕະກູນຣູເບັນກຳລັງກວດເບິ່ງຫົວໃຈຢູ່.*
16 ເປັນຫຍັງເຈົ້າຄືນັ່ງຢູ່ເທິງອານລະຫວ່າງກະເປົາສອງເບື້ອງ
ແລະນັ່ງຟັງຄົນລ້ຽງແກະເປົ່າຂຸ່ຍ?+
ຫຼາຍຄົນໃນຕະກູນຣູເບັນກໍກຳລັງກວດເບິ່ງຫົວໃຈຢູ່.
17 ເປັນຫຍັງຄົນທີ່ຢູ່ກິລຽດຄືຍັງຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ?+
ເປັນຫຍັງຄົນໃນຕະກູນດານຄືຍັງຢູ່ໃນເຮືອ?+
ຄົນໃນຕະກູນອາເຊກະນັ່ງຢູ່ລ້າໆຢູ່ແຄມຝັ່ງທະເລ
ແລະຍັງຢູ່ທ່າເຮືອບໍ່ໄດ້ໄປໃສ.+
18 ຄົນໃນຕະກູນເຊບູລູນຍອມສ່ຽງຊີວິດຈົນຕາຍ
19 ກະສັດຕ່າງໆພາກັນມາຕໍ່ສູ້
ແລ້ວກະສັດການາອານກໍມາຕໍ່ສູ້+
ຢູ່ເມືອງຕາອານັກໃກ້ໆກັບແມ່ນ້ຳເມກິດໂດ+
ແຕ່ພວກເຂົາປຸ້ນເອົາເງິນບໍ່ໄດ້.+
20 ດາວຕ່າງໆຕໍ່ສູ້ຈາກຟ້າ.
ພວກມັນຕໍ່ສູ້ຊີເຊຣາຈາກວົງໂຄຈອນຂອງມັນ.
ເຮົາໄດ້ຢຽບພວກສັດຕູທີ່ແຂງແຮງໃຫ້ລົງພື້ນ.
22 ສຽງກີບຕີນຂອງມ້າກະທົບໃສ່ພື້ນ
ຕອນທີ່ມ້າແລ່ນໜີອອກໄປໄວໆ.+
23 ທູດສະຫວັນຂອງພະເຢໂຫວາບອກວ່າ ‘ຂໍໃຫ້ເມໂຣດຖືກສາບແຊ່ງ.
ຂໍໃຫ້ຄົນທີ່ຢູ່ຫັ້ນຖືກສາບແຊ່ງ
ຍ້ອນເຂົາເຈົ້າບໍ່ໄດ້ມາຊ່ວຍພະເຢໂຫວາ.
ເຂົາເຈົ້າບໍ່ໄດ້ມາຊ່ວຍພະເຢໂຫວາຕໍ່ສູ້ກັບພວກທີ່ແຂງແຮງ.’
24 ຜູ້ຍິງທີ່ໄດ້ພອນຫຼາຍທີ່ສຸດແມ່ນຢາເອນ.+
ລາວເປັນເມຍຂອງເຮເບ+ຄົນເກນີ.
ໃນພວກຜູ້ຍິງທີ່ຢູ່ໃນເຕັ້ນ ລາວໄດ້ພອນຫຼາຍທີ່ສຸດ.
25 ຊີເຊຣາຂໍນ້ຳກິນ ແຕ່ລາວເອົານົມໃຫ້.
ລາວເອົານົມສົ້ມໂຖໃຫຍ່ໃຫ້ຊີເຊຣາ.+
26 ລາວຈັບຫຼັກໄມ້ທີ່ຍຶດເຕັ້ນມາ
ແລະລາວຈັບຄ້ອນຂອງຊ່າງໄວ້ຢູ່ມືຂວາ
ແລ້ວກໍຕອກໃສ່ຫົວຂອງຊີເຊຣາ.
ລາວຕອກໃສ່ຂະໝັບຂອງຊີເຊຣາຈົນຊອດ.+
27 ຊີເຊຣານອນຢູ່ລະຫວ່າງຕີນຂອງຢາເອນ. ລາວນອນແບບບໍ່ເໜັງບໍ່ຕີງ.
ລາວນອນຕາຍຢູ່ລະຫວ່າງຕີນຂອງຢາເອນ.
ລາວຂາດໃຈຕາຍຢູ່ບ່ອນທີ່ລາວນອນ.
28 ຜູ້ຍິງຄົນໜຶ່ງແນມອອກໄປທາງປ່ອງຢ້ຽມ
ຜູ້ຍິງຄົນນັ້ນແມ່ນແມ່ຂອງຊີເຊຣາ. ລາວເບິ່ງຜ່ານຕານ່າງໄມ້ແລະເວົ້າວ່າ
‘ເປັນຫຍັງລົດຮົບຂອງລູກຂ້ອຍຄືນານມາແທ້?
ເປັນຫຍັງປານນີ້ຂ້ອຍຄືຍັງບໍ່ໄດ້ຍິນສຽງກີບຕີນມ້າທີ່ແກ່ລົດຮົບຂອງລູກ?’+
29 ພວກຜູ້ຍິງທີ່ສະຫຼາດຢູ່ໃນເຮືອນຂອງລາວກໍຕອບລາວ
ແລະເຂົາເຈົ້າເວົ້າກັບໂຕເອງຫຼາຍເທື່ອວ່າ
30 ‘ເຂົາເຈົ້າກຳລັງແບ່ງເຄື່ອງຂອງທີ່ປຸ້ນມາຢູ່ຕີ້.
ຄືຊິຍັງແບ່ງຜູ້ສາວຈັກຄົນສອງຄົນໃຫ້ທະຫານແຕ່ລະຄົນຢູ່.
ຄືຊິກຳລັງເອົາຜ້າຍ້ອມສີໃຫ້ຊີເຊຣາ ເປັນຜ້າຍ້ອມສີທີ່ປຸ້ນມາໄດ້
ແລ້ວກໍເອົາເຄື່ອງນຸ່ງທີ່ມີລາຍຖັກແສ່ວ ຜ້າຍ້ອມສີກັບເຄື່ອງນຸ່ງສອງຊຸດທີ່ມີລາຍຖັກແສ່ວ
ມາຄ້ອງຄໍຂອງພວກທະຫານ.’
31 ພະເຢໂຫວາ ຂໍໃຫ້ສັດຕູຂອງພະອົງຈິບຫາຍໄປ+
ແຕ່ຂໍໃຫ້ຄົນທີ່ຮັກພະອົງເປັນຄືກັບຕາເວັນທີ່ກຳລັງຂຶ້ນແລະສ່ອງແສງເຈີດຈ້າ.”
ແລ້ວແຜ່ນດິນກໍສະຫງົບສຸກຢູ່ 40 ປີ.+