ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ອາບີເມເລັກ​ເປັນ​ກະສັດ​ເມືອງ​ເຊເຄັມ (1-​6)

      • ຕົວຢ່າງ​ປຽບ​ທຽບ​ຂອງ​ໂຢທາມ (7-​21)

      • ການ​ປົກຄອງ​ທີ່​ໂຫດ​ຮ້າຍ​ຂອງ​ອາບີເມເລັກ (22-​33)

      • ອາບີເມເລັກ​ຂ້າ​ຄົນ​ຢູ່​ເມືອງ​ເຊເຄັມ​ຢ່າງ​ໂຫດ​ຮ້າຍ (34-​49)

      • ອາບີເມເລັກ​ຖືກ​ຜູ້​ຍິງ​ທຳ​ຮ້າຍ; ລາວ​ຕາຍ (50-​57)

ພວກຜູ້ຕັດສິນ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:30, 31

ພວກຜູ້ຕັດສິນ 9:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຈົ້າ​ຂອງ​ດິນ”

  • *

    ແປ​ຕາມ​ໂຕ​ວ່າ “ພວກເຈົ້າ​ເປັນ​ກະດູກ​ແລະ​ເນື້ອ​ໜັງ​ຂອງ​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:30

ພວກຜູ້ຕັດສິນ 9:4

ໄຂເງື່ອນ

  • *

    798 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:33; 9:46

ພວກຜູ້ຕັດສິນ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:11; 8:27
  • +2ກສ 11:1; 2ຂຄ 21:4

ພວກຜູ້ຕັດສິນ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:14; 1ຊມ 8:7

ພວກຜູ້ຕັດສິນ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:29; ຢຊ 8:33; ຢຮ 4:20

ພວກຜູ້ຕັດສິນ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:22

ພວກຜູ້ຕັດສິນ 9:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໂບກ​ມື​ເທິງ​ຕົ້ນໄມ້​ອື່ນ​ໆ​”

ພວກຜູ້ຕັດສິນ 9:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໂບກ​ມື​ເທິງ​ຕົ້ນໄມ້​ອື່ນ​ໆ​”

ພວກຜູ້ຕັດສິນ 9:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:6

ພວກຜູ້ຕັດສິນ 9:15

ໄຂເງື່ອນ

  • *

    ຕົ້ນ​ແປກ​ຊະນິດໜຶ່ງ

ພວກຜູ້ຕັດສິນ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:6

ພວກຜູ້ຕັດສິນ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:9
  • +ຜຕສ 8:28

ພວກຜູ້ຕັດສິນ 9:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:5
  • +ຜຕສ 8:30, 31

ພວກຜູ້ຕັດສິນ 9:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:6, 49
  • +ຜຕສ 9:39, 53

ພວກຜູ້ຕັດສິນ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:5

ພວກຜູ້ຕັດສິນ 9:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:6; ຜຕສ 9:5

ພວກຜູ້ຕັດສິນ 9:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:20, 21; 24:1

ພວກຜູ້ຕັດສິນ 9:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:33

ພວກຜູ້ຕັດສິນ 9:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:32

ພວກຜູ້ຕັດສິນ 9:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:28, 29

ພວກຜູ້ຕັດສິນ 9:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:30

ພວກຜູ້ຕັດສິນ 9:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:25

ພວກຜູ້ຕັດສິນ 9:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:33; 9:4, 27

ພວກຜູ້ຕັດສິນ 9:53

ໄຂເງື່ອນ

  • *

    ໝາຍເຖິງ​ແຜ່ນ​ທາງ​ເທິງ​ຂອງ​ຫີນ​ໂມ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:21

ພວກຜູ້ຕັດສິນ 9:56

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:6; ຜຕສ 9:5, 24

ພວກຜູ້ຕັດສິນ 9:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:7, 20
  • +ຜຕສ 6:32

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 9:1ຜຕສ 8:30, 31
ຜຕສ. 9:2ຜຕສ 8:30
ຜຕສ. 9:4ຜຕສ 8:33; 9:46
ຜຕສ. 9:5ຜຕສ 6:11; 8:27
ຜຕສ. 9:52ກສ 11:1; 2ຂຄ 21:4
ຜຕສ. 9:6ພບຍ 17:14; 1ຊມ 8:7
ຜຕສ. 9:7ພບຍ 11:29; ຢຊ 8:33; ຢຮ 4:20
ຜຕສ. 9:8ຜຕສ 8:22
ຜຕສ. 9:14ຜຕສ 9:6
ຜຕສ. 9:16ຜຕສ 9:6
ຜຕສ. 9:17ຜຕສ 7:9
ຜຕສ. 9:17ຜຕສ 8:28
ຜຕສ. 9:18ຜຕສ 9:5
ຜຕສ. 9:18ຜຕສ 8:30, 31
ຜຕສ. 9:20ຜຕສ 9:6, 49
ຜຕສ. 9:20ຜຕສ 9:39, 53
ຜຕສ. 9:21ຜຕສ 9:5
ຜຕສ. 9:24ປຖກ 9:6; ຜຕສ 9:5
ຜຕສ. 9:26ຢຊ 21:20, 21; 24:1
ຜຕສ. 9:27ຜຕສ 8:33
ຜຕສ. 9:28ຜຕສ 6:32
ຜຕສ. 9:38ຜຕສ 9:28, 29
ຜຕສ. 9:41ຜຕສ 9:30
ຜຕສ. 9:451ກສ 12:25
ຜຕສ. 9:46ຜຕສ 8:33; 9:4, 27
ຜຕສ. 9:532ຊມ 11:21
ຜຕສ. 9:56ປຖກ 9:6; ຜຕສ 9:5, 24
ຜຕສ. 9:57ຜຕສ 9:7, 20
ຜຕສ. 9:57ຜຕສ 6:32
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 9:1-57

ພວກ​ຜູ້ຕັດສິນ

9 ຕໍ່ມາ ອາບີເມເລັກ​+ລູກ​ຊາຍ​ຂອງ​ເຢຣຸບບາອານ​ກໍ​ໄປ​ຫາ​ພີ່​ນ້ອງ​ຂອງ​ແມ່​ທີ່​ຢູ່​ເມືອງ​ເຊເຄັມ. ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ແລະ​ທຸກ​ຄົນ​ໃນ​ຈຸ້ມເຈື້ອ​ຂອງ​ພໍ່​ຕູ້​ວ່າ: 2 “ໃຫ້​ຖາມ​ພວກ​ຜູ້​ນຳ*ທັງ​ໝົດ​ໃນ​ເມືອງ​ເຊເຄັມ​ວ່າ ‘ແບບ​ໃດ​ມັນ​ຊິ​ດີ​ກວ່າ​ກັນ ໃຫ້​ລູກ​ຊາຍ​ຂອງ​ເຢຣຸບບາອານ 70 ຄົນ+ປົກຄອງ ຫຼື​ໃຫ້​ຄົນ​ດຽວ​ປົກຄອງ​ພວກ​ເຈົ້າ? ຢ່າ​ລືມ​ເດີ້​ວ່າ​ຂ້ອຍ​ເປັນສາຍ​ເລືອດ​ດຽວ​ກັນກັບພວກ​ເຈົ້າ.’”*

3 ພີ່​ນ້ອງ​ທາງ​ແມ່​ຈຶ່ງ​ໄປ​ເວົ້າ​ກັບ​ພວກ​ຜູ້​ນຳ​ໃນ​ເມືອງ​ເຊເຄັມ​ແທນ​ລາວ. ພວກ​ຜູ້​ນຳ​ເມືອງ​ເຊເຄັມ​ກໍ​ຕັດສິນ​ໃຈ​ຕິດ​ຕາມ​ອາບີເມເລັກ ຍ້ອນ​ເຂົາ​ເຈົ້າ​ເວົ້າ​ວ່າ: “ອາບີເມເລັກ​ກໍ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ.” 4 ແລ້ວ​ເຂົາ​ເຈົ້າ​ກໍເອົາເງິນ 70 ເຊເກນ*ຈາກ​ວິຫານ​ຂອງ​ບາອານ​ເບຣິດ​+ໃຫ້​ອາບີເມເລັກ. ອາບີເມເລັກ​ກໍ​ເອົາ​ເງິນ​ນັ້ນ​ໄປ​ຈ້າງ​ພວກ​ນັກເລງ​ໃຫ້​ຕິດ​ຕາມ​ລາວ. 5 ຈາກ​ນັ້ນ ລາວ​ກໍ​ໄປ​ບ້ານ​ຂອງ​ພໍ່​ລາວ​ຢູ່​ໂອຟຣາ+ ແລະ​ຂ້າ​ພວກ​ອ້າຍນ້ອງ​ຂອງ​ໂຕເອງ+ 70 ຄົນ​ຢູ່​ເທິງ​ຫີນ​ກ້ອນ​ດຽວ. ເຂົາ​ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ເຢຣຸບບາອານ. ມີ​ແຕ່​ໂຢທາມ​ລູກ​ຊາຍ​ຫຼ້າ​ຄົນ​ດຽວ​ຂອງ​ເຢຣຸບບາອານ​ທີ່​ລອດ​ຊີວິດ ຍ້ອນ​ລາວ​ໜີ​ໄປ​ລີ້​ກ່ອນ.

6 ພວກ​ຜູ້​ນຳ​ທັງ​ໝົດ​ຂອງ​ເມືອງ​ເຊເຄັມ​ແລະ​ທຸກ​ຄົນ​ທີ່​ຢູ່​ປ້ອມ​ເບັດມິນໂລ​ກໍ​ມາ​ປະຊຸມ​ກັນ​ຢູ່​ເສົາ​ຕົ້ນ​ໜຶ່ງ​ທີ່​ຢູ່​ໃກ້​ຕົ້ນ​ໄມ້​ໃຫຍ່​ໃນ​ເມືອງເຊເຄັມ ແລະ​ເຂົາ​ເຈົ້າ​ໄດ້​ແຕ່ງຕັ້ງ​ອາບີເມເລັກ​ເປັນ​ກະສັດ+ຢູ່​ຫັ້ນ.

7 ເມື່ອ​ມີ​ຄົນ​ໄປ​ບອກ​ເລື່ອງ​ນີ້​ໃຫ້​ໂຢທາມ​ຮູ້. ລາວ​ກໍ​ຟ້າວ​ຂຶ້ນ​ໄປ​ຈອມ​ພູ​ເກຣີຊີມ+ ແລະ​ຮ້ອງ​ດັງ​ໆ​ໃສ່​ພວກ​ນັ້ນ​ວ່າ: “ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ເອີ້ຍ ຟັງ​ຂ້ອຍ​ເດີ້. ແລ້ວ​ພະເຈົ້າ​ຊິ​ຟັງ​ພວກ​ເຈົ້າ.

8 ມີ​ເທື່ອ​ໜຶ່ງ​ຕົ້ນ​ໄມ້​ຕ່າງ​ໆ​ໄດ້​ອອກ​ໄປເພື່ອ​ແຕ່ງຕັ້ງ​ກະສັດ​ມາ​ປົກຄອງ​ໂຕເອງ. ເຂົາ​ເຈົ້າ​ກໍ​ເລີຍ​ໄປ​ເວົ້າ​ກັບ​ຕົ້ນ​ໝາກກອກ​ວ່າ ‘ມາ​ປົກຄອງ​ພວກ​ເຮົາ​ແດ່.’+ 9 ແຕ່​ຕົ້ນ​ໝາກກອກ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ ‘ຖ້າ​ຂ້ອຍ​ເປັນ​ກະສັດ* ຂ້ອຍ​ກໍ​ຈະ​ບໍ່​ໄດ້​ຜະລິດ​ນ້ຳມັນ​ທີ່​ໃຊ້​ເພື່ອ​ໃຫ້​ກຽດ​ພະເຈົ້າ​ແລະ​ໃຫ້​ກຽດ​ມະນຸດ. ຂ້ອຍ​ບໍ່​ຢາກ​ເປັນ​ດອກ!’ 10 ແລ້ວ​ຕົ້ນ​ໄມ້​ຕ່າງ​ໆ​ກໍ​ໄປ​ເວົ້າ​ກັບ​ຕົ້ນ​ໝາກເດື່ອ​ວ່າ ‘ຂໍ​ໃຫ້​ມາປົກຄອງພວກ​ເຮົາ​ແດ່.’ 11 ແຕ່​ຕົ້ນ​ໝາກເດື່ອ​ກໍ​ຕອບ​ເຂົາ​ເຈົ້າ​ວ່າ ‘ຊິ​ໃຫ້​ຂ້ອຍ​ເຊົາ​ເກີດ​ໝາກ​ຫວານ​ໆ​ແຊບ​ໆ​ ແລ້ວ​ໄປ​ປົກຄອງ​ຕົ້ນ​ໄມ້​ອື່ນ​ໆ​*ໄດ້​ແນວ​ໃດ?’ 12 ຕໍ່ມາ ຕົ້ນ​ໄມ້​ຕ່າງ​ໆ​ກໍ​ໄປ​ເວົ້າ​ກັບ​ຕົ້ນ​ໝາກ​ລະແຊັງ​ວ່າ ‘ຂໍ​ໃຫ້​ມາ​ປົກຄອງ​ພວກ​ເຮົາ​ແດ່.’ 13 ແຕ່​ຕົ້ນ​ໝາກ​ລະແຊັງ​ຕອບ​ວ່າ ‘ຊິ​ໃຫ້​ຂ້ອຍ​ເຊົາ​ຜະລິດ​ເຫຼົ້າແວງ​ໃໝ່​ທີ່​ເຮັດ​ໃຫ້​ພະເຈົ້າ​ແລະ​ມະນຸດ​ມີ​ຄວາມ​ສຸກ ແລ້ວ​ໄປ​ປົກຄອງ​ຕົ້ນ​ໄມ້​ອື່ນ​ໆ​ຊັ້ນ​ເບາະ!’ 14 ສຸດ​ທ້າຍ ຕົ້ນ​ໄມ້​ຕ່າງ​ໆ​ກໍ​ໄປ​ເວົ້າ​ກັບ​ຕົ້ນ​ໜາມ​ວ່າ ‘ໃຫ້​ມາ​ປົກຄອງ​ພວກ​ເຮົາ​ແດ່.’+ 15 ແລ້ວ​ຕົ້ນ​ໜາມ​ກໍ​ຕອບ​ຕົ້ນ​ໄມ້​ຕ່າງ​ໆ​ວ່າ ‘ຖ້າ​ພວກ​ເຈົ້າ​ຈະ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ກະສັດ​ປົກຄອງ​ພວກ​ເຈົ້າ​ແທ້​ໆ​ກໍ​ໃຫ້​ມາ​ລີ້​ໄພ​ຢູ່​ກ້ອງ​ຮົ່ມ​ຂອງ​ຂ້ອຍ. ແຕ່​ຖ້າ​ບໍ່​ມາ ໄຟ​ກໍ​ຊິ​ອອກ​ມາ​ຈາກ​ຟຸ່ມ​ໜາມ ແລ້ວ​ໄປ​ເຜົາ​ຕົ້ນ​ຊີດ້າ*ຂອງ​ເລບານອນ.’

16 ພວກ​ເຈົ້າ​ຄິດ​ໄດ້​ແນວ​ໃດ​ວ່າ​ການ​ແຕ່ງຕັ້ງ​ອາບີເມເລັກ​ໃຫ້​ເປັນ​ກະສັດ​ເປັນ​ສິ່ງ​ທີ່ຖືກຕ້ອງ​ແລະ​ມີ​ກຽດ?+ ພວກ​ເຈົ້າ​ຄິດ​ວ່າ​ການ​ເຮັດ​ແນວ​ນີ້​ເປັນ​ການ​ເຮັດ​ດີ​ແລະ​ນັບ​ຖື​ເຢຣຸບບາອານ​ກັບ​ຄອບຄົວ​ຂອງ​ເພິ່ນ​ບໍ? ພວກ​ເຈົ້າ​ບໍ່​ຄວນ​ເຮັດ​ແນວ​ນີ້​ກັບ​ເພິ່ນ​ເລີຍ. 17 ຕອນ​ທີ່​ພໍ່​ຂອງ​ຂ້ອຍ​ຕໍ່ສູ້​ເພື່ອ​ພວກ​ເຈົ້າ+ ເພິ່ນ​ໄດ້​ສ່ຽງ​ຊີວິດ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ມີດີອານ.+ 18 ແຕ່​ມື້​ນີ້​ພວກ​ເຈົ້າ​ໄດ້​ຕໍ່ສູ້​ຄອບຄົວ​ຂອງ​ພໍ່​ຂ້ອຍ ແລະ​ຂ້າ​ລູກ​ຊາຍ​ຂອງ​ເພິ່ນ 70 ຄົນ​ເທິງ​ຫີນ​ກ້ອນ​ດຽວ.+ ແລ້ວ​ພວກ​ເຈົ້າ​ກໍ​ແຕ່ງຕັ້ງ​ອາບີເມເລັກ​ທີ່​ເປັນ​ລູກ​ຊາຍ​ຂອງ​ທາດ​ທີ່​ເປັນ​ເມຍ​ຂອງ​ພໍ່​ຂ້ອຍ+ໃຫ້​ປົກຄອງ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ ຍ້ອນ​ເຫັນ​ວ່າ​ລາວ​ເປັນ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ. 19 ຖ້າ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ໃນ​ມື້​ນີ້​ເຮັດ​ດ້ວຍ​ຄວາມ​ສັດຊື່​ແລະ​ໃຫ້​ກຽດ​ເຢຣຸບບາອານ​ກັບ​ຄອບຄົວ​ຂອງ​ເພິ່ນ​ແລ້ວ ກໍ​ຂໍ​ໃຫ້​ພວກ​ເຈົ້າມີ​ຄວາມ​ສຸກ​ກັບ​ອາບີເມເລັກ ແລະ​ໃຫ້​ອາບີເມເລັກ​ມີ​ຄວາມ​ສຸກ​ກັບ​ພວກ​ເຈົ້າ. 20 ແຕ່​ຖ້າ​ບໍ່​ແມ່ນ​ແນວ​ນັ້ນ ກໍ​ຂໍ​ໃຫ້​ໄຟ​ຈາກ​ອາບີເມເລັກ​ມາ​ເຜົາ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ກັບ​ຄົນ​ທີ່​ຢູ່​ໃນ​ປ້ອມ​ເບັດມິນໂລ+ ແລະ​ຂໍ​ໃຫ້​ໄຟ​ຈາກ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ກັບ​ຄົນ​ທີ່​ຢູ່​ໃນ​ປ້ອມ​ເບັດມິນໂລ​ມາ​ເຜົາ​ອາບີເມເລັກ.”+

21 ແລ້ວ​ໂຢທາມ​+ກໍ​ໜີ​ໄປ​ເມືອງ​ເບເອ​ແລະ​ອາໄສ​ຢູ່​ຫັ້ນ ຍ້ອນ​ລາວ​ຢ້ານ​ອາບີເມເລັກ​ອ້າຍ​ຂອງ​ລາວ.

22 ອາບີເມເລັກ​ປົກຄອງ​ພວກ​ອິດສະຣາເອນ 3 ປີ. 23 ແລ້ວ​ພະເຈົ້າ​ກໍ​ເຮັດ​ໃຫ້​ອາບີເມເລັກ​ກັບ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ເປັນ​ສັດຕູ​ກັນ. ພວກ​ຜູ້​ນຳ​ວາງ​ແຜນ​ຮ້າຍ​ເພື່ອ​ຈະ​ຈັດ​ການ​ກັບ​ອາບີເມເລັກ. 24 ພະເຈົ້າ​ເຮັດ​ແນວ​ນີ້​ເພື່ອ​ແກ້ແຄ້ນ​ໃຫ້​ລູກ​ຊາຍ 70 ຄົນ​ຂອງ​ເຢຣຸບບາອານ​ທີ່​ຖືກ​ຂ້າ​ຢ່າງ​ໂຫດ​ຮ້າຍ ແລະ​ເພື່ອ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ຖືກ​ລົງໂທດ ເຊິ່ງ​ກໍ​ຄື​ອາບີເມເລັກ​ທີ່​ໄດ້​ຂ້າ​ອ້າຍນ້ອງ​ຂອງ​ໂຕເອງ​+ກັບ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ທີ່​ໄດ້​ຊ່ວຍ​ລາວ​ຂ້າ​ເຂົາ​ເຈົ້າ. 25 ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ຈຶ່ງ​ໄດ້​ໃຫ້​ຄົນ​ໄປ​ຊຸ້ມ​ໂຈມຕີ​ລາວ​ຢູ່​ຕາມ​ຍອດ​ພູ​ຕ່າງ​ໆ​. ພວກ​ທີ່​ໄປ​ຊຸ້ມ​ໂຈມຕີ​ຈະ​ປຸ້ນ​ທຸກ​ຄົນ​ທີ່​ກາຍ​ໄປ​ທາງ​ນັ້ນ. ໃນ​ທີ່​ສຸດ​ກໍ​ມີ​ຄົນ​ເອົາ​ເລື່ອງ​ນີ້​ໄປ​ບອກ​ອາບີເມເລັກ.

26 ຕໍ່ມາ ກາອານ​ລູກ​ຊາຍ​ຂອງ​ເອເບັດ​ກັບ​ອ້າຍນ້ອງ​ຂອງ​ລາວ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເຊເຄັມ+ ແລະ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ກໍຫວັງ​ວ່າ​ລາວ​ຈະ​ຊ່ວຍ​ພວກ​ເຂົາ​ໄດ້. 27 ພວກ​ເຂົາ​ໄປ​ເກັບ​ໝາກ​ລະແຊັງ​ຢູ່​ສວນ​ມາ​ຢຽບ​ເພື່ອ​ເຮັດ​ເປັນ​ເຫຼົ້າແວງ. ຈາກ​ນັ້ນ ພວກ​ເຂົາ​ກໍ​ຈັດ​ງານ​ລ້ຽງ ແລະ​ເຂົ້າ​ໄປ​ບ່ອນ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ.+ ພວກ​ເຂົາ​ພາກັນ​ກິນ​ດື່ມ​ແລະ​ສາບແຊ່ງ​ອາບີເມເລັກ. 28 ແລ້ວ​ກາອານ​ລູກ​ຊາຍ​ຂອງ​ເອເບັດ​ກໍ​ເວົ້າ​ວ່າ: “ອາບີເມເລັກ​ລູກ​ຊາຍ​ຂອງ​ເຢຣຸບບາອານ​+ແມ່ນ​ໃຜ? ແລ້ວ​ເຊບູນ​ຜູ້​ຊ່ວຍ​ຂອງ​ລາວ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ເມືອງເຊເຄັມ​ແມ່ນ​ໃຜ? ພວກ​ເຂົາ​ແມ່ນ​ໃຜ​ທີ່​ພວກ​ເຮົາ​ຕ້ອງ​ໄປ​ຮັບ​ໃຊ້ ແທນ​ທີ່​ຈະ​ຮັບ​ໃຊ້​ລູກ​ຫຼານ​ຂອງ​ຮາໂມ​ພໍ່​ຂອງ​ເຊເຄັມ? ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ຮັບ​ໃຊ້​ອາບີເມເລັກ? 29 ຖ້າ​ຄົນ​ພວກ​ນີ້​ສະໜັບສະໜູນ​ຂ້ອຍ ຂ້ອຍ​ຈະ​ຍຶດ​ອຳນາດ​ຂອງ​ອາບີເມເລັກ​ເອງ!” ແລ້ວ​ລາວ​ກໍເວົ້າ​ທ້າທາຍ​ວ່າ: “ໃຫ້​ອາບີເມເລັກ​ລວບລວມ​ທະຫານ​ມາ​ຫຼາຍ​ໆ​ໂລດ ແລະ​ມາ​ສູ້​ກັບ​ຂ້ອຍ​ແມ້.”

30 ເມື່ອ​ເຊບູນ​ຜູ້​ປົກຄອງ​ເມືອງເຊເຄັມ​ໄດ້​ຍິນ​ກາອານ​ລູກ​ຊາຍ​ຂອງ​ເອເບັດ​ເວົ້າ​ແນວ​ນັ້ນ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ. 31 ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ອາບີເມເລັກ​ແບບ​ລັບ​ໆ​ວ່າ: “ຕອນ​ນີ້ ກາອານ​ລູກ​ຊາຍ​ຂອງ​ເອເບັດ​ກັບ​ພວກ​ອ້າຍນ້ອງ​ຂອງ​ລາວ​ຢູ່​ໃນ​ເມືອງ​ເຊເຄັມ. ພວກ​ເຂົາ​ກຳລັງ​ຍົວະ​ຄົນ​ໃນ​ເມືອງ​ໃຫ້​ຕໍ່ຕ້ານ​ທ່ານ. 32 ຂໍ​ໃຫ້​ທ່ານ​ກັບ​ຄົນ​ຂອງ​ທ່ານ​ຂຶ້ນ​ມາ​ໃນ​ຕອນ​ກາງຄືນ ແລ້ວຊຸ້ມ​ຢູ່​ນອກເມືອງ. 33 ເມື່ອ​ຕາເວັນ​ຂຶ້ນ​ກໍ​ໃຫ້​ທ່ານ​ຟ້າວ​ເຂົ້າ​ມາ​ຕີ​ເມືອງ​ໂລດ ແລະ​ເມື່ອ​ກາອານ​ກັບ​ຄົນ​ຂອງ​ລາວ​ອອກ​ໄປ​ຕໍ່ສູ້​ກັບ​ທ່ານ ຂໍ​ໃຫ້​ທ່ານເຮັດ​ຫຍັງ​ກໍ​ໄດ້ເພື່ອ​ຈະ​ເອົາ​ຊະນະ​ລາວ.”

34 ແລ້ວ​ອາບີເມເລັກ​ກັບ​ຄົນ​ຂອງ​ລາວ​ກໍ​ເດີນ​ທາງ​ມາ​ຕອນ​ກາງຄືນ. ລາວ​ແບ່ງ​ຄົນ​ຂອງ​ລາວ​ອອກ​ເປັນ 4 ກອງ ແລະ​ຊຸ້ມ​ຢູ່​ນອກ​ເມືອງເຊເຄັມ. 35 ເມື່ອ​ກາອານ​ລູກ​ຊາຍ​ຂອງ​ເອເບັດ​ອອກ​ມາ​ຢືນ​ຢູ່​ໜ້າ​ປະຕູ​ເມືອງ ອາບີເມເລັກ​ກັບ​ຄົນ​ຂອງ​ລາວ​ກໍ​ອອກ​ມາ​ຈາກ​ບ່ອນ​ທີ່​ຊຸ້ມ​ຢູ່. 36 ເມື່ອ​ກາອານ​ແນມ​ເຫັນ​ຄົນ ລາວ​ກໍ​ເວົ້າ​ກັບ​ເຊບູນ​ວ່າ: “ເບິ່ງ​ແມ້! ມີ​ຄົນ​ກຳລັງ​ລົງ​ມາ​ຈາກ​ຍອດ​ພູ.” ແຕ່​ເຊບູນ​ບອກ​ລາວ​ວ່າ: “ບໍ່​ແມ່ນ​ຄົນ​ດອກ ທ່ານ​ເຫັນ​ເງົາ​ຂອງ​ພູ​ຊື່​ໆ​.”

37 ແລ້ວ​ກາອານ​ກໍ​ທ້ວງ​ອີກ​ວ່າ: “ເບິ່ງ​ແມ້! ມີ​ຄົນ​ກຳລັງ​ລົງ​ມາ​ຈາກ​ບ່ອນ​ສູງ​ໆ​ ແລະ​ມີ​ຄົນ​ອີກ​ກຸ່ມ​ໜຶ່ງ​ກຳລັງ​ມາ​ທາງ​ຕົ້ນ​ໄມ້​ໃຫຍ່​ຂອງ​ເມໂອເນນິມ.” 38 ເຊບູນ​ກໍ​ເວົ້າ​ວ່າ: “ທ່ານເຄີຍ​ອວດ​ໄວ້​ບໍ່​ແມ່ນ​ບໍ​ວ່າ ‘ອາບີເມເລັກ​ແມ່ນ​ໃຜ​ທີ່​ພວກ​ເຮົາ​ຕ້ອງ​ຮັບ​ໃຊ້​ລາວ?’+ ຫັ້ນ​ເດ້ ຄົນ​ທີ່​ທ່ານ​ເຄີຍ​ທ້າທາຍ ອອກ​ໄປ​ສູ້​ກັບ​ເຂົາ​ເຈົ້າ​ແມ້!”

39 ກາອານ​ກໍ​ພາ​ພວກ​ຜູ້​ນຳ​ຂອງ​ເມືອງເຊເຄັມ​ອອກ​ໄປ​ສູ້​ກັບ​ອາບີເມເລັກ. 40 ອາບີເມເລັກ​ໄລ່​ຂ້າ​ກາອານ ແຕ່​ກາອານ​ກໍ​ປົບ​ໜີ​ໄດ້. ຫຼາຍ​ຄົນ​ຖືກ​ຂ້າ​ແລະ​ມີ​ສົບ​ຢາຍ​ຢູ່​ຕາມ​ທາງ​ໄປ​ຈົນ​ຮອດ​ປະຕູ​ເມືອງ.

41 ອາບີເມເລັກ​ກັບ​ໄປ​ເມືອງ​ອາຣູມາ ແລະ​ເຊບູນ+ໄດ້​ຂັບ​ໄລ່​ກາອານ​ກັບ​ພວກ​ອ້າຍນ້ອງ​ຂອງ​ລາວ​ອອກ​ຈາກ​ເມືອງ​ເຊເຄັມ. 42 ມື້​ຕໍ່ມາ ປະຊາຊົນ​ກໍ​ອອກ​ໄປ​ນອກ​ເມືອງ ແລ້ວ​ມີ​ຄົນ​ໄປ​ບອກ​ເລື່ອງ​ນີ້​ໃຫ້​ອາບີເມເລັກ​ຮູ້. 43 ອາບີເມເລັກ​ຈຶ່ງ​ພາ​ຄົນ​ຂອງ​ລາວ​ມາ​ແລະ​ແບ່ງ​ອອກ​ເປັນ 3 ກອງ ແລ້ວ​ກໍ​ໄປ​ຊຸ້ມ​ຢູ່​ນອກ​ເມືອງ. ເມື່ອ​ເຫັນ​ປະຊາຊົນ​ອອກ​ມາ​ນອກ​ເມືອງ ລາວ​ກໍ​ເຂົ້າ​ໄປ​ໂຈມຕີ​ແລະ​ຂ້າ​ພວກ​ເຂົາ. 44 ອາບີເມເລັກ​ກັບ​ຄົນ​ທີ່​ຢູ່​ນຳ​ລາວ​ແລ່ນ​ໄປ​ທາງ​ໜ້າ​ແລະ​ໄປ​ລັດ​ຢູ່​ປະຕູ​ເມືອງ ແລ້ວ​ຄົນ​ຂອງ​ລາວ​ອີກ 2 ກອງ​ກໍ​ໄປ​ໂຈມຕີ​ແລະ​ຂ້າ​ຄົນ​ທີ່​ຢູ່​ນອກ​ເມືອງ. 45 ອາບີເມເລັກ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ນັ້ນ​ໝົດ​ມື້​ແລະ​ກໍ​ຍຶດ​ເມືອງ​ໄດ້. ລາວ​ຂ້າ​ທຸກ​ຄົນ​ໃນ​ເມືອງ​ນັ້ນ ທຳລາຍ​ເມືອງ+ ແລະ​ເອົາ​ເກືອ​ຫວ່ານ​ໃສ່​ດິນ.

46 ເມື່ອ​ພວກ​ຜູ້​ນຳ​ຂອງ​ເມືອງ​ເຊເຄັມ​ຮູ້​ເລື່ອງ​ນີ້ ພວກ​ເຂົາ​ກໍ​ຟ້າວ​ໄປ​ລີ້​ຢູ່​ຫ້ອງ​ຫຼົບ​ໄພ​ໃນ​ວິຫານ​ຂອງ​ພະ​ເອເບຣິດ.+ 47 ແລ້ວ​ກໍ​ມີ​ຄົນ​ໄປ​ບອກ​ອາບີເມເລັກ​ທັນທີ​ວ່າ​ຜູ້​ນຳ​ທັງ​ໝົດ​ຂອງ​ເມືອງ​ເຊເຄັມ​ພາກັນ​ໄປ​ລີ້​ຢູ່​ຫັ້ນ. 48 ແລ້ວ​ອາບີເມເລັກ​ກັບ​ຄົນ​ຂອງ​ລາວ​ກໍ​ຂຶ້ນ​ໄປ​ເທິງ​ພູ​ຊານໂມນ. ລາວ​ເອົາ​ຂວານ​ຕັດ​ງ່າ​ໄມ້​ທ່ອນ​ໜຶ່ງ​ແບກ​ໃສ່​ບ່າ ແລະ​ເວົ້າ​ກັບ​ຄົນ​ຂອງ​ລາວ​ວ່າ: “ໃຫ້​ພວກ​ເຈົ້າ​ເຮັດ​ຄື​ກັບ​ຂ້ອຍ​ເດີ້!” 49 ທຸກ​ຄົນ​ກໍ​ຕັດ​ເອົາ​ງ່າ​ໄມ້ ແລ້ວ​ນຳ​ຫຼັງ​ອາບີເມເລັກ​ໄປ. ພວກ​ເຂົາ​ເອົາ​ງ່າ​ໄມ້​ເຫຼົ່າ​ນັ້ນ​ໄປ​ກອງ​ໄວ້​ຢູ່​ໜ້າ​ຫ້ອງ​ຫຼົບ​ໄພ ແລ້ວ​ກໍ​ຈູດ​ຫ້ອງ​ນັ້ນ. ທຸກ​ຄົນ​ທີ່​ຢູ່​ໃນ​ປ້ອມ​ຂອງ​ເມືອງ​ເຊເຄັມ​ຕາຍ​ໝົດ ລວມ​ແລ້ວ​ມີ​ປະມານ 1.000 ຄົນ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ.

50 ແລ້ວ​ອາບີເມເລັກ​ກໍ​ອອກ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ເທເບດ. ລາວ​ລ້ອມ​ເມືອງ​ເທເບດ​ໄວ້​ແລະ​ຍຶດ​ເມືອງ​ນັ້ນ​ໄດ້. 51 ໃນ​ເມືອງ​ນັ້ນ​ມີ​ປ້ອມ​ທີ່​ແຂງແຮງ​ຢູ່​ກາງ​ເມືອງ. ພວກ​ຜູ້​ຊາຍ​ແລະ​ຜູ້​ຍິງ​ກັບ​ພວກ​ຜູ້​ນຳ​ທັງ​ໝົດ​ກໍ​ພາກັນ​ໄປ​ລີ້​ຢູ່​ປ້ອມ​ນັ້ນ. ເຂົາ​ເຈົ້າ​ອັດ​ປະຕູ​ໄວ້​ແລະ​ກໍ​ປີນ​ຂຶ້ນ​ໄປ​ເທິງ​ຫຼັງ​ຄາ​ຂອງ​ປ້ອມ. 52 ອາບີເມເລັກ​ກໍ​ໄປ​ປ້ອມ​ນັ້ນ​ເພື່ອ​ຈະ​ໂຈມຕີ​ເຂົາ​ເຈົ້າ. ລາວ​ໄປ​ທາງເຂົ້າ​ຂອງ​ປ້ອມ​ເພື່ອ​ຊິ​ຈູດ​ໄຟ​ເຜົາ​ປ້ອມ​ນັ້ນ. 53 ແຕ່​ຕອນ​ນັ້ນ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຖິ້ມຫີນໂມ້*ລົງ​ມາ​ໃສ່​ຫົວ​ຂອງ​ອາບີເມເລັກ ເຮັດ​ໃຫ້​ກະໂຫຼກ​ຫົວ​ຂອງ​ລາວ​ແຕກ.+ 54 ລາວ​ຈຶ່ງ​ຟ້າວ​ເອີ້ນ​ຜູ້​ຖື​ອາວຸດ​ຂອງ​ລາວ​ມາ ແລະ​ເວົ້າ​ວ່າ: “ໃຫ້​ເຈົ້າ​ຖອດ​ດາບ​ມາ​ຂ້າ​ຂ້ອຍ​ໂລດ ຄົນ​ຊິ​ບໍ່​ໄດ້​ເວົ້າ​ວ່າ​ຂ້ອຍ​ຕາຍ​ຍ້ອນຖືກ​ຜູ້​ຍິງ​ຄົນ​ໜຶ່ງຂ້າ.” ຜູ້​ຖື​ອາວຸດ​ຂອງ​ລາວ​ກໍ​ແທງ​ລາວ​ຈົນ​ຊອດ ແລ້ວ​ອາບີເມເລັກ​ກໍ​ຕາຍ.

55 ເມື່ອ​ພວກ​ອິດສະຣາເອນ​ເຫັນ​ວ່າ​ອາບີເມເລັກ​ຕາຍ​ແລ້ວ ເຂົາ​ເຈົ້າ​ກໍ​ພາກັນ​ກັບ​ເມືອ​ເຮືອນ​ໃຜ​ເຮືອນ​ລາວ. 56 ນີ້​ເປັນ​ການ​ລົງໂທດ​ຂອງ​ພະເຈົ້າ ຍ້ອນ​ອາບີເມເລັກ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຕໍ່​ພໍ່​ຂອງ​ລາວ ໂດຍ​ຂ້າ​ອ້າຍນ້ອງ​ຂອງ​ໂຕເອງ​ທັງ 70 ຄົນ.+ 57 ພະເຈົ້າ​ຍັງ​ເຮັດ​ໃຫ້​ສິ່ງ​ຊົ່ວ​ຮ້າຍ​ທີ່​ຄົນ​ໃນ​ເມືອງເຊເຄັມ​ເຮັດ​ນັ້ນ​ກັບ​ໄປ​ຖືກ​ພວກ​ເຂົາ​ເອງ. ສິ່ງ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ຕາມ​ທີ່​ໂຢທາມ+ລູກ​ຊາຍ​ຂອງ​ເຢຣຸບບາອານ+ໄດ້​ສາບແຊ່ງ​ພວກ​ເຂົາ​ໄວ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌