ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຜູ້ຕັດສິນ​ເຢັບທາ​ຖືກ​ໄລ່​ໜີ ແຕ່​ຕໍ່ມາ​ກໍ​ໄດ້​ເປັນ​ຜູ້​ນຳ (1-​11)

      • ເຢັບທາ​ຫາ​ເຫດຜົນ​ກັບ​ພວກ​ອຳໂມນ (12-​28)

      • ຄຳ​ສາບານ​ຂອງ​ເຢັບທາ​ແລະ​ເລື່ອງ​ລູກສາວ​ຂອງ​ລາວ (29-​40)

        • ຊີວິດ​ຂອງ​ລູກສາວ​ທີ່​ບໍ່​ໄດ້​ແຕ່ງດອງ (38-​40)

ພວກຜູ້ຕັດສິນ 11:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 12:7; 1ຊມ 12:11; ຮຣ 11:32

ພວກຜູ້ຕັດສິນ 11:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 4-5

ພວກຜູ້ຕັດສິນ 11:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 10:17

ພວກຜູ້ຕັດສິນ 11:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 11:2

ພວກຜູ້ຕັດສິນ 11:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 10:18

ພວກຜູ້ຕັດສິນ 11:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ໄດ້​ຍິນ”

ພວກຜູ້ຕັດສິນ 11:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 10:17; 11:34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 4-5

ພວກຜູ້ຕັດສິນ 11:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 38

ພວກຜູ້ຕັດສິນ 11:13

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:23, 24
  • +ຈຊບ 21:26
  • +ພບຍ 3:16, 17

ພວກຜູ້ຕັດສິນ 11:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 37; ພບຍ 2:9
  • +ພບຍ 2:19, 37

ພວກຜູ້ຕັດສິນ 11:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:25
  • +ຈຊບ 20:1

ພວກຜູ້ຕັດສິນ 11:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:1; ຈຊບ 20:14; ພບຍ 2:4
  • +ປຖກ 19:36, 37
  • +ຈຊບ 20:22

ພວກຜູ້ຕັດສິນ 11:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:4
  • +ຈຊບ 21:11
  • +ຈຊບ 21:13

ພວກຜູ້ຕັດສິນ 11:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:21-26; ພບຍ 2:26, 27

ພວກຜູ້ຕັດສິນ 11:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 2:32, 33

ພວກຜູ້ຕັດສິນ 11:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:15, 21

ພວກຜູ້ຕັດສິນ 11:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 2:36

ພວກຜູ້ຕັດສິນ 11:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:22

ພວກຜູ້ຕັດສິນ 11:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 11:7
  • +ອພຍ 23:28; 34:11; ຈຊບ 33:53; ພບຍ 9:5; 18:12

ພວກຜູ້ຕັດສິນ 11:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 22:2, 3; ຢຊ 24:9

ພວກຜູ້ຕັດສິນ 11:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:25
  • +ຈຊບ 21:26

ພວກຜູ້ຕັດສິນ 11:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 33:22

ພວກຜູ້ຕັດສິນ 11:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:9, 10; ຊຄຢ 4:6
  • +ຜຕສ 10:17

ພວກຜູ້ຕັດສິນ 11:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 23:21

ພວກຜູ້ຕັດສິນ 11:31

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ຄຳເວົ້າ​ໃນ​ລັກສະນະ​ສົມທຽບ​ທີ່​ສະແດງ​ວ່າ​ຈະ​ມອບ​ຄົນ​ນັ້ນ​ໃຫ້​ຮັບໃຊ້​ພະເຈົ້າ​ຕະຫຼອດ​ຊີວິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:11
  • +1ຊມ 1:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 4-5

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 5-7

ພວກຜູ້ຕັດສິນ 11:34

ໄຂເງື່ອນ

  • *

    ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 10:17; 11:11

ພວກຜູ້ຕັດສິນ 11:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 30:2; ພສ 15:4; ປຍຈ 5:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 5

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 6-7

ພວກຜູ້ຕັດສິນ 11:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 11:30, 31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2016, ໜ້າ 7-8

ພວກຜູ້ຕັດສິນ 11:37

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 5

ພວກຜູ້ຕັດສິນ 11:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:22, 24

ພວກຜູ້ຕັດສິນ 11:40

ໄຂເງື່ອນ

  • *

    ຫຼື “ໃຫ້​ກຳລັງໃຈ”

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 11:1ຜຕສ 12:7; 1ຊມ 12:11; ຮຣ 11:32
ຜຕສ. 11:4ຜຕສ 10:17
ຜຕສ. 11:7ຜຕສ 11:2
ຜຕສ. 11:8ຜຕສ 10:18
ຜຕສ. 11:11ຜຕສ 10:17; 11:34
ຜຕສ. 11:12ປຖກ 19:36, 38
ຜຕສ. 11:13ຈຊບ 21:23, 24
ຜຕສ. 11:13ຈຊບ 21:26
ຜຕສ. 11:13ພບຍ 3:16, 17
ຜຕສ. 11:15ປຖກ 19:36, 37; ພບຍ 2:9
ຜຕສ. 11:15ພບຍ 2:19, 37
ຜຕສ. 11:16ຈຊບ 14:25
ຜຕສ. 11:16ຈຊບ 20:1
ຜຕສ. 11:17ປຖກ 36:1; ຈຊບ 20:14; ພບຍ 2:4
ຜຕສ. 11:17ປຖກ 19:36, 37
ຜຕສ. 11:17ຈຊບ 20:22
ຜຕສ. 11:18ຈຊບ 21:4
ຜຕສ. 11:18ຈຊບ 21:11
ຜຕສ. 11:18ຈຊບ 21:13
ຜຕສ. 11:19ຈຊບ 21:21-26; ພບຍ 2:26, 27
ຜຕສ. 11:20ພບຍ 2:32, 33
ຜຕສ. 11:21ຢຊ 13:15, 21
ຜຕສ. 11:22ພບຍ 2:36
ຜຕສ. 11:23ນຮຢ 9:22
ຜຕສ. 11:241ກສ 11:7
ຜຕສ. 11:24ອພຍ 23:28; 34:11; ຈຊບ 33:53; ພບຍ 9:5; 18:12
ຜຕສ. 11:25ຈຊບ 22:2, 3; ຢຊ 24:9
ຜຕສ. 11:26ຈຊບ 21:25
ຜຕສ. 11:26ຈຊບ 21:26
ຜຕສ. 11:27ອຊຢ 33:22
ຜຕສ. 11:29ຜຕສ 3:9, 10; ຊຄຢ 4:6
ຜຕສ. 11:29ຜຕສ 10:17
ຜຕສ. 11:30ພບຍ 23:21
ຜຕສ. 11:311ຊມ 1:11
ຜຕສ. 11:311ຊມ 1:24
ຜຕສ. 11:34ຜຕສ 10:17; 11:11
ຜຕສ. 11:35ຈຊບ 30:2; ພສ 15:4; ປຍຈ 5:4
ຜຕສ. 11:36ຜຕສ 11:30, 31
ຜຕສ. 11:391ຊມ 1:22, 24
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 11:1-40

ພວກ​ຜູ້ຕັດສິນ

11 ເຢັບທາ​+ທີ່​ເປັນ​ຄົນ​ເມືອງ​ກິລຽດ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ. ລາວ​ເປັນ​ລູກ​ຂອງ​ໂສເພນີ​ແລະ​ພໍ່​ຂອງ​ລາວ​ຊື່​ກິລຽດ. 2 ແຕ່​ກິລຽດ​ມີ​ລູກ​ຊາຍ​ຫຼາຍ​ຄົນ​ກັບ​ເມຍ​ຂອງ​ລາວ. ເມື່ອ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ ເຂົາ​ເຈົ້າ​ກໍ​ໄລ່​ເຢັບທາ​ໜີ ແລະ​ເວົ້າ​ໃຫ້​ລາວ​ວ່າ: “ເພາະ​ເຈົ້າ​ເປັນ​ລູກ​ຂອງ​ຜູ້​ຍິງ​ຄົນ​ອື່ນ ເຈົ້າ​ຊິ​ບໍ່​ໄດ້ມູນ​ອີ່ຫຍັງ​ຂອງ​ພໍ່​ເລີຍ.” 3 ເຢັບທາ​ຈຶ່ງ​ໜີ​ຈາກ​ພວກ​ອ້າຍນ້ອງ​ໄປ​ຢູ່​ແຜ່ນດິນ​ໂຕບ ແລະ​ພວກ​ທີ່ບໍ່​ມີ​ວຽກ​ເຮັດກໍ​ມາ​ເປັນ​ພວກ​ຂອງ​ລາວ​ແລະ​ຊ່ວຍ​ລາວ​ໂຈມຕີ​ພວກ​ສັດຕູ.

4 ຫຼັງ​ຈາກ​ນັ້ນ ພວກ​ອຳໂມນ​ກໍ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ.+ 5 ເມື່ອ​ພວກ​ອຳໂມນ​ມາ​ໂຈມຕີ​ພວກ​ອິດສະຣາເອນ ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ກໍ​ຟ້າວ​ໄປ​ເອີ້ນ​ເຢັບທາ​ໃຫ້​ກັບ​ມາ​ຈາກ​ແຜ່ນດິນ​ໂຕບ. 6 ເຂົາ​ເຈົ້າ​ເວົ້າ​ກັບ​ເຢັບທາ​ວ່າ: “ໃຫ້​ເຈົ້າ​ມາ​ເປັນ​ຜູ້​ນຳ​ຂອງ​ພວກ​ເຮົາ​ແມ້ ເພື່ອ​ພວກ​ເຮົາ​ຊິ​ຕໍ່​ສູ້​ກັບ​ພວກ​ອຳໂມນ​ໄດ້.” 7 ແຕ່​ເຢັບທາ​ເວົ້າ​ກັບ​ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ວ່າ: “ພວກ​ເຈົ້າ​ຫັ້ນ​ຕົ໋ວ​ທີ່​ຊັງ​ຂ້ອຍ​ຫຼາຍ​ແລະ​ໄລ່​ຂ້ອຍ​ອອກ​ຈາກ​ເຮືອນ​ຂອງ​ພໍ່.+ ບາດ​ມີ​ບັນຫາ ເປັນ​ຫຍັງ​ພວກ​ເຈົ້າ​ຄື​ມາ​ຫາ​ຂ້ອຍ?” 8 ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ກໍ​ເວົ້າ​ກັບ​ລາວ​ວ່າ: “ມັນກໍ​ແມ່ນຄວາມ​ເຈົ້າ ແຕ່​ຕອນ​ນີ້​ພວກ​ເຮົາ​ກໍ​ມາ​ຫາ​ເຈົ້າ​ແລ້ວ. ຖ້າ​ເຈົ້າ​ໄປ​ນຳ​ພວກ​ເຮົາ​ແລະ​ຕໍ່ສູ້​ກັບ​ພວກ​ອຳໂມນ ພວກ​ເຮົາ​ຈະ​ໃຫ້​ເຈົ້າ​ປົກຄອງ​ທຸກ​ຄົນ​ທີ່​ຢູ່​ເມືອງ​ກິລຽດ.”+ 9 ເຢັບທາ​ຈຶ່ງ​ເວົ້າ​ກັບ​ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ວ່າ: “ຖ້າ​ຂ້ອຍ​ກັບ​ເມືອ​ນຳ​ພວກ​ເຈົ້າ​ເພື່ອ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ ແລະ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຊະນະ​ພວກ​ນັ້ນ ຂ້ອຍ​ກະ​ຊິເປັນ​ຜູ້​ນຳ​ຂອງ​ພວກ​ເຈົ້າ​ແທ້​ໆ​ໄດ໋!” 10 ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ເວົ້າ​ກັບ​ເຢັບທາ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ເປັນ​ພະຍານ*ລະຫວ່າງ​ພວກ​ເຮົາ. ຖ້າ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເວົ້າ ຂໍ​ໃຫ້​ເພິ່ນ​ຕັດສິນ​ພວກ​ເຮົາ.” 11 ແລ້ວ​ເຢັບທາ​ກໍ​ໄປ​ນຳ​ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ. ປະຊາຊົນ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ​ແລະ​ເປັນ​ຫົວ​ໜ້າ​ທະຫານ​ຂອງ​ເຂົາ​ເຈົ້າ. ຕອນ​ທີ່​ຢູ່​ເມືອງ​ມິດຊະປາ​ເຢັບທາ​ກໍ​ເວົ້າ​ຄືນ​ເລື່ອງ​ທີ່​ເຂົາ​ເຈົ້າລົມ​ກັນ​ຕໍ່​ໜ້າ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ.+

12 ແລ້ວ​ເຢັບທາ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຖາມ​ກະສັດ​ຂອງ​ພວກ​ອຳໂມນ+ວ່າ: “ເປັນ​ຫຍັງເຈົ້າ​ຈຶ່ງ​ມາ​ໂຈມຕີ​ແຜ່ນດິນ​ຂອງ​ພວກ​ເຮົາ?” 13 ກະສັດ​ຂອງ​ພວກ​ອຳໂມນ​ບອກ​ຜູ້​ສົ່ງ​ຂ່າວ​ຂອງ​ເຢັບທາ​ວ່າ: “ຕອນ​ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ+ ເຂົາ​ເຈົ້າ​ໄດ້​ເອົາ​ແຜ່ນດິນ​ຂອງ​ຂ້ອຍ​ໄປ ຕັ້ງ​ແຕ່​ຮ່ອມພູ*ອາໂນນ​+ໄປ​ຈົນ​ຮອດ​ຢັບໂບກ ແລະ​ໄປ​ຈົນ​ຮອດ​ແມ່​ນ້ຳ​ຈໍແດນ.+ ຕອນ​ນີ້ ໃຫ້​ພວກ​ເຈົ້າ​ເອົາ​ແຜ່ນດິນ​ຄືນ​ມາ​ໃຫ້​ດີ​ໆ​.” 14 ແຕ່​ເຢັບທາ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ກັບ​ໄປ​ຫາ​ກະສັດ​ຂອງ​ຄົນ​ອຳໂມນ​ອີກ 15 ແລະ​ເວົ້າ​ກັບ​ລາວ​ວ່າ:

“ເຢັບທາ​ບອກ​ແນວ​ນີ້​ວ່າ ‘ພວກ​ອິດສະຣາເອນ​ບໍ່​ໄດ້​ເອົາ​ແຜ່ນດິນ​ຂອງ​ພວກ​ໂມອາບ+ແລະ​ແຜ່ນດິນ​ຂອງ​ພວກ​ອຳໂມນ​ເດີ້.+ 16 ເພາະ​ຕອນ​ທີ່​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ ເຂົາ​ເຈົ້າ​ຍ່າງ​ຜ່ານ​ບ່ອນ​ກັນດານ​ໄປ​ຈົນ​ຮອດ​ທະເລ​ແດງ+ແລະ​ຮອດ​ກາເດັດ.+ 17 ແລ້ວ​ພວກ​ອິດສະຣາເອນ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຖາມ​ກະສັດ​ເອໂດມ​+ວ່າ “ພວກ​ເຮົາ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ໄດ້​ບໍ?” ແຕ່​ກະສັດ​ເອໂດມ​ບໍ່​ໃຫ້​ເຂົາ​ເຈົ້າ​ຜ່ານ. ແລ້ວ​ເຂົາ​ເຈົ້າ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຖາມ​ກະສັດ​ໂມອາບ​+ຄື​ກັນ ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ເຂົາ​ເຈົ້າ​ຜ່ານ​ແຜ່ນດິນ​ຂອງ​ລາວ. ພວກ​ອິດສະຣາເອນ​ກໍ​ເລີຍ​ຕັ້ງ​ຄ້າຍ​ພັກ​ຢູ່​ກາເດັດ​ຕໍ່​ໄປ.+ 18 ຕອນ​ທີ່​ເຂົາ​ເຈົ້າ​ຍ່າງ​ຜ່ານ​ບ່ອນ​ກັນດານ ເຂົາ​ເຈົ້າ​ກໍ​ໄດ້​ຍ່າງ​ອ້ອມ​ແຜ່ນດິນ​ຂອງ​ພວກ​ເອໂດມ+ແລະ​ແຜ່ນດິນ​ຂອງ​ພວກ​ໂມອາບ.+ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແຜ່ນດິນ​ໂມອາບ ແລະ​ຕັ້ງ​ຄ້າຍ​ຢູ່​ແຖວ​ໆ​ຮ່ອມພູ​ອາໂນນ. ແຕ່​ບໍ່​ໄດ້​ເຂົ້າ​ໄປ​ໃນ​ເຂດ​ຂອງ​ພວກ​ໂມອາບ+ ຍ້ອນ​ຮ່ອມພູ​ອາໂນນ​ຕິດ​ກັບ​ເຂດ​ແດນ​ຂອງ​ພວກ​ໂມອາບ.

19 ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຫາ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ​ແລະ​ຖາມ​ລາວ​ວ່າ: “ພວກ​ເຮົາ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ເພື່ອ​ຈະ​ໄປ​ແຜ່ນດິນ​ຂອງ​ພວກ​ເຮົາ​ໄດ້​ບໍ?”+ 20 ແຕ່​ສີໂຮນ​ບໍ່​ໄວ້ໃຈ​ໃຫ້​ພວກ​ອິດສະຣາເອນ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ລາວ. ລາວ​ຈຶ່ງ​ລວບລວມ​ຄົນ​ທັງ​ໝົດ​ຂອງ​ລາວ​ມາ​ຕັ້ງ​ຄ້າຍ​ຢູ່​ຢາຮາດ​ເພື່ອ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ.+ 21 ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ໄດ້​ມອບ​ສີໂຮນ​ແລະ​ຄົນ​ຂອງ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ອິດສະຣາເອນ. ພວກ​ອິດສະຣາເອນ​ຕໍ່ສູ້​ຊະນະ​ພວກ​ອາໂມ​ແລະເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນທັງ​ໝົດ​ທີ່​ພວກ​ອາໂມ​ອາໄສ​ຢູ່.+ 22 ພວກ​ອິດສະຣາເອນ​ຈຶ່ງ​ຍຶດ​ເອົາ​ແຜ່ນດິນ​ທັງ​ໝົດ​ຂອງ​ພວກ​ອາໂມ ຕັ້ງ​ແຕ່​ຮ່ອມພູ​ອາໂນນ​ໄປ​ຈົນ​ຮອດ​ຢັບໂບກ ແລະ​ຕັ້ງ​ແຕ່​ບ່ອນ​ກັນດານ​ໄປ​ຈົນ​ຮອດ​ແມ່​ນ້ຳ​ຈໍແດນ.+

23 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ຕົ໋ວ​ທີ່​ຂັບ​ໄລ່​ຄົນ​ອາໂມ​ອອກ​ໄປ​ຕໍ່​ໜ້າ​ຄົນ​ຂອງ​ເພິ່ນ.+ ຕອນ​ນີ້ ເຈົ້າ​ຈະ​ມາ​ໄລ່​ຄົນ​ຂອງ​ເພິ່ນ​ອອກ​ໄປ​ບໍ? 24 ຄັນ​ພະ​ເຄມົດ+ຂອງ​ພວກ​ເຈົ້າ​ເອົາ​ແຜ່ນດິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃຫ້​ພວກ​ເຈົ້າ ພວກ​ເຈົ້າ​ກະ​ຊິ​ໄປ​ຢູ່​ບໍ່​ແມ່ນ​ຫວະ? ຄັນຊັ້ນ ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຂັບ​ໄລ່​ຜູ້​ໃດ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຮົາ ພວກ​ເຮົາ​ກໍ​ຕ້ອງ​ຂັບ​ໄລ່​ພວກ​ນັ້ນ​ຄື​ກັນ.+ 25 ເຈົ້າ​ເກັ່ງ​ກວ່າ​ບາລາກ+ລູກ​ຊາຍ​ຂອງ​ຊິບໂປ​ກະສັດ​ຂອງ​ຄົນ​ໂມອາບ​ຫວະ? ຂະໜາດ​ລາວ​ກໍ​ຍັງ​ບໍ່​ເຄີຍ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ເພື່ອ​ເອົາ​ແຜ່ນດິນ​ຂອງ​ລາວ​ຄືນ​ເລີຍ. 26 ຕະຫຼອດ​ໄລຍະ 300 ປີ ຕອນ​ທີ່​ພວກ​ອິດສະຣາເອນ​ອາໄສ​ຢູ່​ເມືອງ​ເຮັດຊະໂບນ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ+ ອາໄສ​ຢູ່​ເມືອງ​ອາໂຣເອ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລະ​ອາໄສ​ຢູ່​ເມືອງ​ຕ່າງ​ໆ​ທີ່​ຢູ່​ແຄມ​ຫ້ວຍ​ອາໂນນ ເປັນ​ຫຍັງ​ເຈົ້າ​ຄື​ບໍ່​ໄປ​ເອົາ​ແຜ່ນດິນ​ເຈົ້າ​ຄືນ​ໃນ​ຕອນ​ນັ້ນ?+ 27 ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ. ເຈົ້າ​ຫັ້ນ​ແຫຼະ​ຜິດ​ທີ່​ມາ​ໂຈມຕີ​ຂ້ອຍ. ຂໍ​ໃຫ້​ພະ​ເຢໂຫວາ​ຜູ້ຕັດສິນ​ອົງ​ຍິ່ງ​ໃຫຍ່+ຕັດສິນ​ເລື່ອງ​ຂອງ​ຄົນ​ອິດສະຣາເອນ​ກັບ​ຄົນ​ອຳໂມນ​ໃນ​ມື້​ນີ້.’”

28 ແຕ່​ກະສັດ​ຂອງ​ພວກ​ອຳໂມນ​ບໍ່​ຟັງ​ຄຳເວົ້າ​ຂອງ​ເຢັບທາ.

29 ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ເຢັບທາ.+ ລາວ​ເດີນ​ທາງ​ໄປ​ທົ່ວ​ເຂດ​ກິລຽດ​ແລະ​ເຂດ​ມານາເຊ ແລະ​ໄປ​ເມືອງ​ມິດຊະປາ​ໃນ​ເຂດ​ກິລຽດ.+ ແລ້ວ​ລາວ​ກໍ​ອອກ​ຈາກ​ມິດຊະປາ​ໃນ​ເຂດ​ກິລຽດ​ໄປຕໍ່ສູ້​ກັບ​ພວກ​ອຳໂມນ.

30 ແລ້ວ​ເຢັບທາ​ກໍ​ສາບານ​+ກັບ​ພະ​ເຢໂຫວາ​ວ່າ: “ຖ້າ​ພະອົງ​ຊ່ວຍ​ລູກ​ໃຫ້​ເອົາ​ຊະນະ​ພວກ​ອຳໂມນ 31 ເມື່ອ​ລູກ​ຕໍ່ສູ້​ກັບ​ພວກ​ອຳໂມນ​ແລ້ວ​ໆ​ແລະກັບ​ມາ​ຢ່າງ​ປອດໄພ ຜູ້​ໃດ​ທີ່​ອອກ​ຈາກ​ເຮືອນ​ມາ​ຮັບ​ລູກ​ເປັນ​ຜູ້​ທຳອິດ ລູກ​ຈະ​ເອົາ​ຜູ້​ນັ້ນ​ໃຫ້​ເປັນ​ຂອງ​ພະ​ເຢໂຫວາ+ ແລະ​ຈະ​ມອບ​ລາວ​ໃຫ້​ເປັນ​ເຄື່ອງ​ບູຊາ​ເຜົາ.”*+

32 ເຢັບທາ​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ ແລະ​ພະ​ເຢໂຫວາ​ກໍ​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ຂອງ​ລາວ. 33 ລາວ​ຂ້າ​ພວກ​ເຂົາ​ຕັ້ງ​ແຕ່​ເມືອງ​ອາໂຣເອ​ໄປ​ຈົນ​ຮອດ​ເມືອງ​ມິນນິດ ແລະ​ໄປ​ຈົນ​ຮອດ​ເມືອງ​ອາເບັນເກຣາມີມ. ພວກ​ອຳໂມນ​ຖືກ​ຂ້າຕາຍ​ຫຼາຍ​ແທ້​ຫຼາຍ​ວ່າ. ເຢັບທາ​ຍຶດ​ເອົາ​ເມືອງ​ຂອງ​ພວກ​ເຂົາ​ໄດ້ 20 ເມືອງ. ພວກ​ອິດສະຣາເອນ​ເອົາ​ຊະນະ​ພວກ​ອຳໂມນ​ໄດ້.

34 ແລ້ວ​ເຢັບທາ​ກໍ​ກັບ​ເມືອ​ເຮືອນ​ຂອງ​ໂຕ​ເອງ​ຢູ່​ເມືອງ​ມິດຊະປາ.+ ເມື່ອ​ມາ​ຮອດ​ເຮືອນ ລູກ​ສາວ​ຂອງ​ເຢັບທາ​ກໍ​ເຕັ້ນ​ແລະ​ຕີ​ກອງ​ແທມບູຣິນ*ອອກ​ມາ​ຕ້ອນຮັບ​ເຢັບທາ. ລາວ​ເປັນ​ລູກສາວ​ຄົນ​ດຽວ​ຂອງ​ເຢັບທາ. ນອກ​ຈາກ​ລາວ​ແລ້ວ ເຢັບທາ​ບໍ່​ມີ​ລູກ​ຊາຍ​ຫຼື​ລູກສາວ​ຄົນ​ອື່ນ​ເລີຍ. 35 ເມື່ອ​ເຫັນ​ລູກສາວ ເຢັບທາ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ເວົ້າ​ວ່າ: “ລູກ​ເອີ້ຍ ລູກ​ເຮັດ​ໃຫ້​ຫົວໃຈ​ຂອງ​ພໍ່​ແຕກ​ສະ​ຫຼາຍ​ແລ້ວ. ລູກ​ເປັນ​ຄົນ​ທີ່​ພໍ່​ຈະ​ຕ້ອງ​ສົ່ງ​ໄປ. ພໍ່​ສາບານ​ກັບ​ພະ​ເຢໂຫວາ​ໄວ້​ແລ້ວ. ພໍ່​ຊິ​ປີ້ນ​ຄວາມບໍ່​ໄດ້.”+

36 ແຕ່​ລູກສາວ​ບອກ​ລາວ​ວ່າ: “ພໍ່ ຖ້າ​ພໍ່​ສາບານ​ໄວ້​ກັບ​ພະ​ເຢໂຫວາ​ແລ້ວ ຈັ່ງ​ໃດ​ກໍ​ໃຫ້​ພໍ່​ເຮັດ​ຕາມ​ທີ່​ສາບານ​ໄວ້​ໂລດ+ ເພາະ​ພະ​ເຢໂຫວາ​ໄດ້​ຊ່ວຍ​ພໍ່​ໃຫ້​ແກ້ແຄ້ນ​ພວກ​ອຳໂມນ​ສັດຕູ​ຂອງ​ພໍ່​ໄດ້.” 37 ແລ້ວ​ລາວ​ກໍ​ເວົ້າ​ກັບ​ພໍ່​ຕື່ມ​ອີກ​ວ່າ: “ແຕ່ລູກ​ຂໍ​ພຽງ​ຢ່າງ​ດຽວ. ຂໍ​ໃຫ້​ລູກ​ໄດ້​ຢູ່​ຄົນ​ດຽວ 2 ເດືອນ. ຂໍ​ໃຫ້​ລູກ​ຂຶ້ນ​ໄປ​ເທິງ​ພູ​ແລະ​ຮ້ອງໄຫ້​ກັບ​ໝູ່​ຜູ້​ຍິງ​ຂອງ​ລູກ ຍ້ອນ​ລູກ​ຈະ​ບໍ່​ໄດ້​ແຕ່ງດອງ.”

38 ເຢັບທາ​ຈຶ່ງ​ເວົ້າ​ວ່າ: “ໄປ​ໂລດ​ລູກ.” ແລ້ວ​ເຢັບທາ​ກໍ​ໃຫ້​ລູກສາວ​ຂຶ້ນ​ໄປ​ເທິງ​ພູ 2 ເດືອນ ແລະ​ໄປ​ຮ້ອງໄຫ້​ນຳ​ໝູ່​ຜູ້​ຍິງ​ຂອງ​ລາວ ເພາະ​ລາວ​ຈະ​ບໍ່​ໄດ້​ແຕ່ງດອງ. 39 ເມື່ອ​ຮອດ 2 ເດືອນ ລາວ​ກໍ​ກັບ​ມາ​ຫາ​ພໍ່. ແລ້ວ​ເຢັບທາ​ກໍ​ໄດ້​ເຮັດ​ຕາມ​ທີ່​ສາບານ​ໄວ້​ກ່ຽວກັບ​ລູກສາວ​ຂອງ​ລາວ.+ ລູກສາວ​ຂອງ​ເຢັບທາ​ບໍ່​ເຄີຍ​ມີ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ເລີຍ. ຕັ້ງ​ແຕ່​ນັ້ນ​ມາ ພວກ​ອິດສະຣາເອນ​ກໍ​ຕັ້ງ​ທຳນຽມ​ໜຶ່ງ​ຂຶ້ນ​ມາ. 40 ທຸກ​ໆ​ປີ​ພວກ​ຜູ້​ສາວ​ອິດສະຣາເອນ​ຈະ​ພາກັນ​ໄປ​ຫາ​ລູກສາວ​ຂອງ​ເຢັບທາ​ຄົນ​ກິລຽດ​ປີ​ລະ 4 ມື້​ເພື່ອ​ຊົມເຊີຍ*ລາວ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌