ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 13
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ທູດສະຫວັນ​ມາ​ຫາ​ມາໂນອາ​ກັບ​ເມຍ​ຂອງ​ລາວ (1-​23)

      • ແຊມ​ຊັນ​ເກີດ (24, 25)

ພວກຜູ້ຕັດສິນ 13:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:11, 19; 10:6
  • +ຢຊ 13:1-3; ຜຕສ 10:7

ພວກຜູ້ຕັດສິນ 13:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 16:31
  • +ຢຊ 15:20, 33; 19:41, 48
  • +ປຖກ 49:16
  • +ປຖກ 30:22, 23

ພວກຜູ້ຕັດສິນ 13:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:10; 1ຊມ 1:20; ລກ 1:11, 13

ພວກຜູ້ຕັດສິນ 13:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 6:2, 3; ລກ 1:15
  • +ລລວ 11:26, 27

ພວກຜູ້ຕັດສິນ 13:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຈາກ​ມົດ​ລູກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 6:2, 5
  • +ຜຕສ 2:16; 13:1; ນຮຢ 9:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2398

ພວກຜູ້ຕັດສິນ 13:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:17, 18

ພວກຜູ້ຕັດສິນ 13:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/11/2015, ໜ້າ 3

ພວກຜູ້ຕັດສິນ 13:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:3

ພວກຜູ້ຕັດສິນ 13:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:8

ພວກຜູ້ຕັດສິນ 13:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:4

ພວກຜູ້ຕັດສິນ 13:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 6:2, 3
  • +ລລວ 11:26, 27

ພວກຜູ້ຕັດສິນ 13:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:5, 7; ຜຕສ 6:18, 19; ຮຣ 13:2

ພວກຜູ້ຕັດສິນ 13:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:29; ຜຕສ 13:6

ພວກຜູ້ຕັດສິນ 13:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:22, 23

ພວກຜູ້ຕັດສິນ 13:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 33:20; ຢຮ 1:18

ພວກຜູ້ຕັດສິນ 13:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 13:16

ພວກຜູ້ຕັດສິນ 13:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:32

ພວກຜູ້ຕັດສິນ 13:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:9, 10; 6:34; 11:29; 1ຊມ 11:6
  • +ຜຕສ 18:11, 12
  • +ຢຊ 15:20, 33

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 13:1ຜຕສ 2:11, 19; 10:6
ຜຕສ. 13:1ຢຊ 13:1-3; ຜຕສ 10:7
ຜຕສ. 13:2ຜຕສ 16:31
ຜຕສ. 13:2ຢຊ 15:20, 33; 19:41, 48
ຜຕສ. 13:2ປຖກ 49:16
ຜຕສ. 13:2ປຖກ 30:22, 23
ຜຕສ. 13:3ປຖກ 18:10; 1ຊມ 1:20; ລກ 1:11, 13
ຜຕສ. 13:4ຈຊບ 6:2, 3; ລກ 1:15
ຜຕສ. 13:4ລລວ 11:26, 27
ຜຕສ. 13:5ຈຊບ 6:2, 5
ຜຕສ. 13:5ຜຕສ 2:16; 13:1; ນຮຢ 9:27
ຜຕສ. 13:6ຜຕສ 13:17, 18
ຜຕສ. 13:10ຜຕສ 13:3
ຜຕສ. 13:12ຜຕສ 13:8
ຜຕສ. 13:13ຜຕສ 13:4
ຜຕສ. 13:14ຈຊບ 6:2, 3
ຜຕສ. 13:14ລລວ 11:26, 27
ຜຕສ. 13:15ປຖກ 18:5, 7; ຜຕສ 6:18, 19; ຮຣ 13:2
ຜຕສ. 13:17ປຖກ 32:29; ຜຕສ 13:6
ຜຕສ. 13:21ຜຕສ 6:22, 23
ຜຕສ. 13:22ອພຍ 33:20; ຢຮ 1:18
ຜຕສ. 13:23ຜຕສ 13:16
ຜຕສ. 13:24ຮຣ 11:32
ຜຕສ. 13:25ຜຕສ 3:9, 10; 6:34; 11:29; 1ຊມ 11:6
ຜຕສ. 13:25ຜຕສ 18:11, 12
ຜຕສ. 13:25ຢຊ 15:20, 33
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 13:1-25

ພວກ​ຜູ້ຕັດສິນ

13 ແລ້ວ​ພວກ​ອິດສະຣາເອນ​ກໍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ອີກ+ ແລະ​ພະ​ເຢໂຫວາ​ກໍ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ຟີລິດສະຕີນ+ 40 ປີ.

2 ໃນ​ຕອນ​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ມາໂນອາ​+ຢູ່​ເມືອງ​ໂຊຣາ.+ ລາວ​ເປັນ​ຄົນ​ໃນ​ຕະກູນ​ດານ.+ ເມຍ​ຂອງ​ລາວ​ເປັນ​ໝັນ.+ 3 ມີ​ມື້​ໜຶ່ງ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ມາ​ຫາ​ເມຍ​ຂອງ​ລາວ​ແລະ​ເວົ້າ​ວ່າ: “ເຖິງ​ວ່າ​ເຈົ້າ​ເປັນ​ໝັນ ແຕ່​ເຈົ້າ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ.+ 4 ຫ້າມ​ເຈົ້າ​ກິນ​ເຫຼົ້າແວງ​ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ+ ແລະ​ຫ້າມ​ກິນ​ສິ່ງ​ທີ່​ຖື​ວ່າ​ບໍ່​ສະອາດ.+ 5 ເຈົ້າ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ. ຫ້າມຕັດ​ຜົມ​ຂອງ​ລາວ+ ຍ້ອນ​ເດັກ​ນ້ອຍ​ຄົນ​ນີ້​ຈະ​ເປັນ​ນາຊີຣີ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ເກີດ* ແລະ​ລາວ​ຈະ​ເປັນ​ຜູ້​ນຳ​ທີ່​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ຟີລິດສະຕີນ.”+

6 ແລ້ວ​ເມຍ​ຂອງ​ມາໂນອາ​ກໍ​ໄປ​ເວົ້າ​ໃຫ້​ມາໂນອາ​ຟັງ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ຫາ​ນ້ອງ. ລາວ​ມີ​ຮູບ​ຮ່າງ​ໜ້າ​ຕາ​ຄື​ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້ ເປັນ​ຕາ​ໜ້າ​ງຶດງໍ້​ຫຼາຍ. ເສຍດາຍ ນ້ອງ​ບໍ່​ໄດ້​ຖາມ​ລາວ​ວ່າ​ມາ​ແຕ່​ໃສ ແລະ​ລາວ​ກໍ​ບໍ່​ໄດ້​ບອກ​ວ່າ​ລາວ​ຊື່​ຫຍັງ.+ 7 ແຕ່​ລາວ​ບອກ​ນ້ອງ​ວ່າ ‘ເຈົ້າ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ. ຫ້າມ​ເຈົ້າ​ກິນ​ເຫຼົ້າແວງ​ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ ແລະ​ຫ້າມ​ກິນ​ສິ່ງ​ທີ່​ຖື​ວ່າ​ບໍ່​ສະອາດ ເພາະ​ເດັກ​ນ້ອຍ​ຄົນ​ນີ້​ຈະ​ເປັນ​ນາຊີຣີ​ຂອງ​ພະເຈົ້າຕັ້ງ​ແຕ່​ເກີດ​ຈົນ​ຮອດ​ມື້​ຕາຍ.’”

8 ມາໂນອາ​ອ້ອນວອນ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ຫາ​ພວກ​ເຮົາ​ອີກ​ແດ່ ເພື່ອ​ສອນ​ພວກ​ເຮົາ​ວ່າ​ຄວນ​ລ້ຽງ​ລູກ​ທີ່​ຈະ​ເກີດ​ມາ​ນີ້​ແນວ​ໃດ.” 9 ແລ້ວ​ພະເຈົ້າ​ທ່ຽງແທ້​ກໍ​ຟັງ​ຄຳ​ອ້ອນວອນ​ຂອງ​ມາໂນອາ. ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ມາ​ຫາ​ເມຍ​ຂອງ​ລາວ​ອີກ​ຕອນ​ທີ່​ຢູ່​ນອກ​ເມືອງ. ຕອນ​ນັ້ນ ມາໂນອາ​ບໍ່​ໄດ້​ຢູ່​ນຳ​ເມຍ. 10 ເມຍ​ຂອງ​ມາໂນອາ​ກໍ​ຟ້າວ​ໄປ​ບອກ​ລາວ​ວ່າ: “ຜູ້​ທີ່​ມາ​ຫາ​ຂ້ອຍ​ມື້​ນັ້ນ ມາຫາ​ຂ້ອຍ​ອີກແລ້ວ.”+

11 ມາໂນອາ​ກໍ​ໄປ​ກັບ​ເມຍ. ລາວ​ໄປ​ຫາ​ຄົນ​ນັ້ນ​ແລ້ວ​ຖາມ​ວ່າ: “ເຈົ້າ​ແມ່ນ​ຜູ້​ທີ່​ມາ​ເວົ້າ​ກັບ​ເມຍ​ຂ້ອຍ​ໃນ​ມື້​ນັ້ນ​ແມ່ນ​ບໍ?” ທູດສະຫວັນ​ກໍ​ຕອບ​ວ່າ: “ແມ່ນ​ແລ້ວ.” 12 ມາໂນອາ​ຈຶ່ງ​ເວົ້າ​ວ່າ: “ຂໍ​ໃຫ້​ສິ່ງ​ທີ່​ເຈົ້າ​ເວົ້າ​ເກີດ​ຂຶ້ນ​ແທ້​ເດີ້. ແຕ່​ຂໍ​ໃຫ້​ບອກ​ພວກ​ເຮົາ​ແດ່​ວ່າ ພວກ​ເຮົາ​ຄວນ​ລ້ຽງ​ລູກ​ທີ່​ຈະ​ເກີດ​ມາ​ນັ້ນ​ແນວ​ໃດ ແລະ​ເມື່ອ​ໃຫຍ່​ຂຶ້ນ​ມາ​ລາວ​ຈະ​ເຮັດ​ຫຍັງ?”+ 13 ແລ້ວ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ບອກ​ມາໂນອາ​ວ່າ: “ເມຍ​ຂອງ​ເຈົ້າ​ຕ້ອງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ຂ້ອຍ​ໄດ້​ບອກ​ລາວ​ໄປ​ແລ້ວ.+ 14 ຫ້າມ​ລາວ​ກິນ​ອີ່ຫຍັງ​ກໍ​ຕາມ​ທີ່​ເຮັດ​ຈາກ​ໝາກ​ລະແຊັງ. ຫ້າມ​ກິນ​ເຫຼົ້າແວງ ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ+ ແລະ​ຫ້າມ​ລາວ​ກິນ​ສິ່ງ​ທີ່​ຖື​ວ່າ​ບໍ່​ສະອາດ.+ ລາວ​ຕ້ອງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ຂ້ອຍ​ສັ່ງ.”

15 ມາໂນອາ​ເວົ້າ​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ວ່າ: “ຖ້າ​ຢູ່​ນີ້​ຈັກ​ໜ້ອຍ​ກ່ອນ​ເດີ້. ຂ້ອຍ​ຈະ​ໄປ​ເອົາ​ແບ້​ນ້ອຍ​ມາ​ເຮັດ​ອາຫານ​ໃຫ້​ເຈົ້າ​ກິນ.”+ 16 ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ມາໂນອາ​ວ່າ: “ຂ້ອຍ​ຈະ​ຖ້າ​ຢູ່​ນີ້​ແຫຼະ ແຕ່​ຂ້ອຍ​ຈະ​ບໍ່​ກິນ​ອາຫານ​ຂອງ​ເຈົ້າ​ເດີ້. ແຕ່​ຖ້າ​ເຈົ້າ​ຢາກ​ເອົາ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ​ກໍ​ເຮັດ​ໂລດ.” ມາໂນອາ​ບໍ່​ຮູ້​ວ່າ​ຜູ້​ນັ້ນ​ແມ່ນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ. 17 ແລ້ວ​ມາໂນອາ​ກໍ​ຖາມ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ວ່າ: “ເຈົ້າ​ຊື່​ຫຍັງ?+ ພວກ​ເຮົາ​ຈະ​ໄດ້​ໃຫ້​ກຽດ​ເຈົ້າ​ຕອນ​ທີ່​ສິ່ງ​ທີ່​ເຈົ້າ​ເວົ້າ​ເກີດ​ຂຶ້ນ​ແທ້.” 18 ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຕອບ​ລາວ​ວ່າ: “ເຈົ້າ​ຖາມ​ຊື່​ຂ້ອຍ​ເຮັດ​ຫຍັງ? ຊື່​ຂອງ​ຂ້ອຍ​ເປັນ​ຊື່​ທີ່​ໜ້າ​ງຶດງໍ້​ຫຼາຍ.”

19 ມາໂນອາ​ກໍ​ໄປ​ເອົາ​ແບ້​ນ້ອຍ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ພະ​ເຢໂຫວາ​ຢູ່​ເທິງ​ຫີນ​ກ້ອນ​ໃຫຍ່. ແລ້ວ​ເພິ່ນ​ກໍ​ເຮັດ​ການ​ອັດສະຈັນ​ໃຫ້​ມາໂນອາ​ກັບ​ເມຍ​ເຫັນ. 20 ຕອນ​ທີ່​ແປວ​ໄຟ​ກຳລັງ​ລຸກ​ຢູ່​ແທ່ນ​ບູຊາ ມາໂນອາ​ກັບ​ເມຍ​ເຫັນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເຂົ້າ​ໄປ​ໃນ​ແປວ​ໄຟ​ທີ່​ລຸກ​ຢູ່​ແທ່ນ​ບູຊາ​ນັ້ນ ແລະ​ລອຍ​ຂຶ້ນ​ໄປ​ເທິງ​ຟ້າ. ເມື່ອ​ເຫັນ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ໝູບ​ໜ້າ​ລົງ​ພື້ນ. 21 ມາໂນອາ​ຈຶ່ງ​ຮູ້​ວ່າ​ຜູ້​ນັ້ນ​ແມ່ນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ. ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ມາ​ຫາ​ມາໂນອາ​ກັບ​ເມຍ​ອີກ​ເລີຍ.+ 22 ມາໂນອາ​ຈຶ່ງ​ເວົ້າ​ກັບ​ເມຍ​ວ່າ: “ພວກ​ເຮົາ​ຕ້ອງ​ຕາຍ​ແທ້​ໆ​ລະ​ບາດ​ນິ ເພາະ​ພວກ​ເຮົາ​ເຫັນ​ພະເຈົ້າ.”+ 23 ແຕ່​ເມຍ​ຂອງ​ລາວ​ເວົ້າ​ວ່າ: “ຖ້າ​ພະ​ເຢໂຫວາ​ຢາກ​ໃຫ້​ພວກ​ເຮົາ​ຕາຍ ເພິ່ນ​ຄື​ຊິ​ບໍ່​ຮັບ​ເອົາ​ເຄື່ອງ​ບູຊາ​ເຜົາ+ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ຂອງ​ພວກ​ເຮົາ​ດອກ. ເພິ່ນ​ຄື​ຊິ​ບໍ່​ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ສິ່ງ​ເຫຼົ່ານີ້ ແລະ​ເພິ່ນ​ຄື​ຊິ​ບໍ່​ບອກ​ເລື່ອງ​ຕ່າງ​ໆ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ພວກ​ເຮົາ​ຮູ້.”

24 ຕໍ່ມາ​ເມຍ​ຂອງ​ມາໂນອາ​ກໍ​ເກີດ​ລູກ​ຊາຍ ແລະ​ລາວ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ແຊມຊັນ.+ ພະ​ເຢໂຫວາ​ໄດ້​ອວຍພອນ​ເດັກ​ນ້ອຍ​ນັ້ນ​ຕະຫຼອດ​ໄລຍະ​ທີ່​ລາວ​ໃຫຍ່​ຂຶ້ນ​ມາ. 25 ແລ້ວພະ​ເຢໂຫວາ​ກໍ​ໃຫ້ພະລັງບໍລິສຸດ​ຂອງ​ເພິ່ນ​ກັບ​ແຊມຊັນ.+ ລາວ​ເລີ່ມ​ເຮັດ​ວຽກ​ຂອງ​ພະເຈົ້າ​ຢູ່​ມາຮາເນະດານ+ ເຊິ່ງ​ຢູ່​ລະຫວ່າງ​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌