ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຄົນ​ໃນ​ຕະກູນ​ດານ​ຊອກ​ຫາ​ດິນ​ຢູ່​ຕື່ມ (1-​31)

        • ຮູບ​ບູຊາ​ແລະ​ປະໂລຫິດ​ຂອງ​ມີກາ​ຖືກ​ຍຶດ (14-​20)

        • ຍຶດ​ເມືອງ​ລາອິດ​ແລະ​ປ່ຽນ​ຊື່​ເປັນ​ດານ (27-​29)

        • ນະມັດສະການ​ຮູບ​ແກະ​ສະຫຼັກ​ທີ່​ຢູ່​ເມືອງ​ດານ (30, 31)

ພວກຜູ້ຕັດສິນ 18:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:23; 1ຊມ 8:4, 5
  • +ຢຊ 19:40
  • +ຢຊ 19:47, 48; ຜຕສ 1:34

ພວກຜູ້ຕັດສິນ 18:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:41, 48
  • +ຜຕສ 17:1, 5

ພວກຜູ້ຕັດສິນ 18:3

ໄຂເງື່ອນ

  • *

    ຫຼື “ສຳນຽງ”

ພວກຜູ້ຕັດສິນ 18:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:9, 10

ພວກຜູ້ຕັດສິນ 18:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:47, 48; ຜຕສ 18:29
  • +ຜຕສ 18:27

ພວກຜູ້ຕັດສິນ 18:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 33; ຜຕສ 18:2

ພວກຜູ້ຕັດສິນ 18:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 18:7, 27
  • +ອພຍ 3:8; ພບຍ 8:7-9

ພວກຜູ້ຕັດສິນ 18:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 18:2

ພວກຜູ້ຕັດສິນ 18:12

ໄຂເງື່ອນ

  • *

    ແປ​ວ່າ “ຄ້າຍ​ຂອງ​ດານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:1
  • +ຜຕສ 13:24, 25

ພວກຜູ້ຕັດສິນ 18:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:1, 5

ພວກຜູ້ຕັດສິນ 18:14

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 18:2, 29
  • +ພບຍ 27:15; ຜຕສ 17:4, 5

ພວກຜູ້ຕັດສິນ 18:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:7, 12; 18:30

ພວກຜູ້ຕັດສິນ 18:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 18:11

ພວກຜູ້ຕັດສິນ 18:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 18:2
  • +ອພຍ 28:6; ຜຕສ 8:27
  • +ປຖກ 31:19
  • +ລລວ 19:4; ພບຍ 27:15; ຜຕສ 17:3-5
  • +ຜຕສ 17:12

ພວກຜູ້ຕັດສິນ 18:19

ໄຂເງື່ອນ

  • *

    ຫຼື “ພໍ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:12
  • +ຜຕສ 18:30

ພວກຜູ້ຕັດສິນ 18:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:4, 5

ພວກຜູ້ຕັດສິນ 18:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:47, 48; ຜຕສ 18:29
  • +ຜຕສ 18:7, 10

ພວກຜູ້ຕັດສິນ 18:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:17, 21

ພວກຜູ້ຕັດສິນ 18:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:47, 48; ຜຕສ 20:1; 1ກສ 4:25; 12:28, 29
  • +ປຖກ 30:6; 32:28
  • +ຜຕສ 18:7

ພວກຜູ້ຕັດສິນ 18:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:1, 4; 18:18
  • +ຜຕສ 17:12
  • +ອພຍ 2:21, 22

ພວກຜູ້ຕັດສິນ 18:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:2; ຢຊ 18:1; 1ຊມ 1:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 18:1ຜຕສ 8:23; 1ຊມ 8:4, 5
ຜຕສ. 18:1ຢຊ 19:40
ຜຕສ. 18:1ຢຊ 19:47, 48; ຜຕສ 1:34
ຜຕສ. 18:2ຢຊ 19:41, 48
ຜຕສ. 18:2ຜຕສ 17:1, 5
ຜຕສ. 18:4ຜຕສ 17:9, 10
ຜຕສ. 18:7ຢຊ 19:47, 48; ຜຕສ 18:29
ຜຕສ. 18:7ຜຕສ 18:27
ຜຕສ. 18:8ຢຊ 15:20, 33; ຜຕສ 18:2
ຜຕສ. 18:10ຜຕສ 18:7, 27
ຜຕສ. 18:10ອພຍ 3:8; ພບຍ 8:7-9
ຜຕສ. 18:11ຜຕສ 18:2
ຜຕສ. 18:121ຊມ 7:1
ຜຕສ. 18:12ຜຕສ 13:24, 25
ຜຕສ. 18:13ຜຕສ 17:1, 5
ຜຕສ. 18:14ຜຕສ 18:2, 29
ຜຕສ. 18:14ພບຍ 27:15; ຜຕສ 17:4, 5
ຜຕສ. 18:15ຜຕສ 17:7, 12; 18:30
ຜຕສ. 18:16ຜຕສ 18:11
ຜຕສ. 18:17ຜຕສ 18:2
ຜຕສ. 18:17ອພຍ 28:6; ຜຕສ 8:27
ຜຕສ. 18:17ປຖກ 31:19
ຜຕສ. 18:17ລລວ 19:4; ພບຍ 27:15; ຜຕສ 17:3-5
ຜຕສ. 18:17ຜຕສ 17:12
ຜຕສ. 18:19ຜຕສ 17:12
ຜຕສ. 18:19ຜຕສ 18:30
ຜຕສ. 18:20ຜຕສ 17:4, 5
ຜຕສ. 18:27ຢຊ 19:47, 48; ຜຕສ 18:29
ຜຕສ. 18:27ຜຕສ 18:7, 10
ຜຕສ. 18:28ຈຊບ 13:17, 21
ຜຕສ. 18:29ຢຊ 19:47, 48; ຜຕສ 20:1; 1ກສ 4:25; 12:28, 29
ຜຕສ. 18:29ປຖກ 30:6; 32:28
ຜຕສ. 18:29ຜຕສ 18:7
ຜຕສ. 18:30ຜຕສ 17:1, 4; 18:18
ຜຕສ. 18:30ຜຕສ 17:12
ຜຕສ. 18:30ອພຍ 2:21, 22
ຜຕສ. 18:31ອພຍ 40:2; ຢຊ 18:1; 1ຊມ 1:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 18:1-31

ພວກ​ຜູ້ຕັດສິນ

18 ໃນ​ສະໄໝ​ທີ່​ພວກ​ອິດສະຣາເອນ​ຍັງ​ບໍ່​ທັນ​ມີ​ກະສັດ​ເທື່ອ+ ຕະກູນ​ດານ+ໄດ້​ຊອກ​ຫາ​ບ່ອນ​ທີ່​ຈະ​ຢູ່ ຍ້ອນ​ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ພ້ອມ​ກັບ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ນັ້ນ ເຂົາ​ເຈົ້າຍັງ​ບໍ່​ໄດ້ທັງ​ໝົດ​ເທື່ອ.+

2 ຄົນ​ໃນ​ຕະກູນ​ດານ​ຈຶ່ງ​ສົ່ງ​ຜູ້​ຊາຍ 5 ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ​+ໄປ​ສອດແນມ​ແລະ​ສຳຫຼວດ​ແຜ່ນດິນ. ຄົນ​ໃນ​ຕະກູນ​ດານ​ເວົ້າ​ກັບ​ພວກ​ທີ່​ຈະ​ໄປ​ສອດແນມ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ສຳຫຼວດ​ເບິ່ງ​ແຜ່ນດິນ​ເດີ້.” ເມື່ອ​ໄປ​ຮອດ​ເຂດ​ພູ​ຂອງ​ເອຟຣາຢິມ ເຂົາ​ເຈົ້າ​ກໍ​ໄປ​ເຮືອນ​ຂອງ​ມີກາ​+ແລະ​ພັກ​ຄ້າງ​ຄືນ​ຢູ່​ຫັ້ນ. 3 ແຕ່​ຕອນ​ທີ່​ເຂົາ​ເຈົ້າໃກ້​ຊິ​ຮອດ​ເຮືອນ​ຂອງ​ມີກາ ເຂົາ​ເຈົ້າ​ຈື່​ສຽງ*ຂອງ​ຄົນ​ເລວີ​ທີ່​ຍັງ​ໜຸ່ມ​ຄົນ​ນັ້ນ​ໄດ້ ກໍ​ເລີຍ​ເຂົ້າ​ໄປ​ຫາ​ແລະ​ຖາມ​ວ່າ: “ໃຜ​ໃຫ້​ເຈົ້າ​ມາ​ຢູ່​ນີ້? ເຈົ້າເຮັດ​ວຽກ​ຫຍັງ​ຢູ່​ນີ້? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ຢູ່​ນີ້?” 4 ລາວ​ກໍ​ເລົ່າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ມີກາ​ໄດ້​ໃຫ້​ຫຍັງ​ລາວ​ແດ່. ລາວ​ເວົ້າ​ວ່າ: “ມີກາ​ໄດ້​ຈ້າງ​ຂ້ອຍ​ເພື່ອ​ເຮັດ​ວຽກ​ປະໂລຫິດ​ໃຫ້​ລາວ.”+ 5 ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ເຈົ້າ​ຖາມ​ພະເຈົ້າ​ໃຫ້​ແດ່​ວ່າ​ການ​ເດີນ​ທາງ​ຂອງ​ພວກ​ເຮົາ​ໃນ​ເທື່ອ​ນີ້​ຈະ​ປະ​ສົບ​ຜົນ​ສຳເລັດ​ຫຼື​ບໍ່?” 6 ປະໂລຫິດ​ຄົນ​ນັ້ນ​ບອກ​ວ່າ: “ໄປ​ໂລດ​ບໍ່​ຕ້ອງ​ຫ່ວງ. ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຈົ້າ.”

7 ແລ້ວ 5 ຄົນ​ນັ້ນ​ກໍ​ໄປ​ຮອດ​ເມືອງ​ລາອິດ.+ ເຂົາ​ເຈົ້າ​ເຫັນ​ຄົນ​ໃນ​ເມືອງ​ນັ້ນ​ຢູ່​ແບບ​ບໍ່​ຕ້ອງ​ເພິ່ງ​ໃຜ​ຄື​ກັບ​ພວກ​ຊີໂດນ. ພວກ​ເຂົາ​ຢູ່​ຢ່າງ​ສະຫງົບ​ສຸກ​ແລະ​ບໍ່​ຕ້ອງ​ລະ​ມັດ​ລະວັງ​ເລື່ອງ​ຫຍັງ​ເລີຍ.+ ບໍ່​ມີ​ຜູ້​ໃດ​ມາ​ລົບກວນ​ຫຼື​ມາ​ໂຈມຕີ​ແຜ່ນດິນ​ຂອງ​ພວກ​ເຂົາ​ເລີຍ. ພວກ​ເຂົາ​ຢູ່​ໄກ​ຈາກ​ພວກ​ຊີໂດນ​ແລະ​ບໍ່​ໄດ້​ຫຍຸ້ງ​ກ່ຽວກັບ​ຜູ້​ໃດ​ເລີຍ.

8 ເມື່ອ 5 ຄົນ​ນັ້ນ​ກັບ​ມາ​ຫາ​ພີ່​ນ້ອງ​ຢູ່​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ+ ພວກ​ພີ່​ນ້ອງ​ຈຶ່ງ​ຖາມ​ເຂົາ​ເຈົ້າ​ວ່າ: “ຢູ່​ຫັ້ນ​ເປັນ​ແນວ​ໃດ?” 9 ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ມັນ​ເປັນ​ແຜ່ນດິນ​ທີ່​ດີ​ຫຼາຍ. ໃຫ້​ພວກ​ເຮົາ​ໄປ​ໂຈມຕີ​ເອົາ​ແຜ່ນດິນ​ນັ້ນ​ໂລດ. ບໍ່​ຕ້ອງ​ລັງເລ. ໃຫ້​ຟ້າວ​ໄປ​ຍຶດ​ເອົາ​ໄວ​ໆ​. 10 ເມື່ອ​ພວກ​ເຈົ້າ​ໄປ​ຮອດ​ຫັ້ນ ພວກ​ເຈົ້າ​ຊິ​ເຫັນ​ວ່າ​ຄົນ​ຢູ່​ຫັ້ນ​ບໍ່​ໄດ້​ລະມັດ​ລະວັງ​ໂຕ​ເອງ​ເລີຍ+ ແລະ​ແຜ່ນດິນ​ນັ້ນ​ກໍ​ກວ້າງ​ໃຫຍ່. ພະເຈົ້າ​ໄດ້​ມອບ​ແຜ່ນດິນ​ນັ້ນ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ແລ້ວ. ຢູ່​ຫັ້ນ​ມີ​ທຸກ​ສິ່ງ​ທຸກ​ຢ່າງ.”+

11 ແລ້ວ​ພວກ​ຜູ້​ຊາຍ​ຕະກູນ​ດານ​ທີ່​ຖື​ອາວຸດ 600 ຄົນ​ກໍ​ເດີນ​ທາງ​ອອກ​ຈາກ​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ.+ 12 ເຂົາ​ເຈົ້າ​ຂຶ້ນ​ໄປ​ຕັ້ງ​ຄ້າຍ​ຢູ່​ໃກ້​ໆ​ເມືອງ​ກີຣິອາດເຢອາຣີມ​+ໃນ​ເຂດ​ຢູດາ. ຍ້ອນ​ແນວ​ນີ້ ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ມາຮາເນະດານ*+ຈົນ​ຮອດ​ທຸກ​ມື້​ນີ້. ບ່ອນ​ນັ້ນ​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ​ກີຣິອາດເຢອາຣີມ. 13 ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ທີ່​ເຂດ​ພູ​ຂອງ​ເອຟຣາຢິມ​ແລະ​ໄປ​ທາງ​ເຮືອນ​ຂອງ​ມີກາ.+

14 ພວກ 5 ຄົນ​ທີ່​ເຄີຍ​ໄປ​ສອດແນມ​ເມືອງ​ລາອິດ​+ເວົ້າ​ກັບ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຮູ້​ບໍ່ ແຖວ​ໆ​ນີ້​ມີ​ເຮືອນ​ຫຼັງ​ໜຶ່ງ​ມີ​ເອໂຟດ* ຮູບ​ພະ​ເທຣາຟີມ* ຮູບ​ແກະ​ສະຫຼັກ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ?+ ພວກ​ເຈົ້າ​ກະ​ຄື​ຊິ​ຮູ້​ວ່າ​ພວກ​ເຮົາ​ໜ້າ​ຈະ​ເຮັດ​ຫຍັງ.” 15 ແລ້ວ​ເຂົາ​ເຈົ້າ​ກໍ​ຢຸດ​ຢູ່​ຫັ້ນ. ສ່ວນ​ພວກ 5 ຄົນ​ນັ້ນ​ກໍໄປ​ເຮືອນ​ຂອງ​ຄົນ​ເລວີ​+​ທີ່​ຢູ່​ໃກ້​ເຮືອນ​ຂອງ​ມີກາ ແລະ​ໄດ້​ຖາມ​ຂ່າວ​ຄາວ​ຄົນ​ເລວີ​ຄົນ​ນັ້ນ. 16 ພວກ​ຜູ້​ຊາຍ​ຕະກູນ​ດານ​ທີ່​ຖື​ອາວຸດ 600 ຄົນ​+ໄດ້​ຢືນ​ຖ້າ​ຢູ່​ທີ່​ປະຕູ​ເມືອງ. 17 ພວກ 5 ຄົນ​ທີ່​ເຄີຍ​ໄປ​ສອດແນມ​ແຜ່ນດິນ​+ກໍ​ໄດ້​ໄປ​ເອົາ​ຮູບ​ແກະ​ສະຫຼັກ ເອໂຟດ+ ຮູບ​ພະ​ເທຣາຟີມ+ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ.+ (ສ່ວນ​ປະໂລຫິດ​+ຄົນ​ນັ້ນ​ກໍ​ຢືນ​ຢູ່​ປະຕູ​ເມືອງ​ກັບ​ພວກ​ທີ່​ຖື​ອາວຸດ 600 ຄົນ.) 18 ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ມີກາ​ແລະ​ເອົາ​ຮູບ​ແກະ​ສະຫຼັກ ເອໂຟດ ຮູບ​ພະ​ເທຣາຟີມ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ​ອອກ​ມາ. ປະໂລຫິດ​ຈຶ່ງ​ຖາມ​ວ່າ: “ພວກ​ເຈົ້າ​ກຳລັງ​ເຮັດ​ຫຍັງ​ນິ?” 19 ແຕ່​ເຂົາ​ເຈົ້າ​ບອກ​ລາວ​ວ່າ: “ມິດ​ໆ​ ຢ່າ​ປາກ ແລ້ວ​ໄປ​ກັບ​ພວກ​ເຮົາ. ໄປ​ເປັນ​ທີ່​ປຶກສາ*ແລະ​ເຮັດ​ວຽກ​ປະໂລຫິດ​ໃຫ້​ພວກ​ເຮົາ. ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ​ອັນ​ໃດ​ຊິ​ດີ​ກວ່າ​ກັນ ລະຫວ່າງ​ເປັນ​ປະໂລຫິດ​ໃຫ້​ພຽງ​ຄອບຄົວ​ດຽວ+ຫຼື​ໃຫ້ຕະກູນ​ໜຶ່ງ​ທີ່​ມີ​ຫຼາຍ​ຈຸ້ມເຈື້ອ?”+ 20 ເມື່ອ​ໄດ້​ຍິນ​ແນວ​ນັ້ນ ປະໂລຫິດ​ກໍ​ພໍ​ໃຈ. ລາວ​ຈຶ່ງ​ເອົາ​ເອໂຟດ ຮູບ​ພະ​ເທຣາຟີມ ແລະ​ຮູບ​ແກະ​ສະຫຼັກ​+ໄປ​ນຳ​ເຂົາ​ເຈົ້າ.

21 ແລ້ວ​ຄົນ​ໃນ​ຕະກູນ​ດານ​ກໍ​ເດີນ​ທາງ​ຕໍ່​ໄປ ໂດຍ​ໃຫ້​ເດັກ​ນ້ອຍ ຝູງ​ສັດ ແລະ​ຂອງ​ມີ​ຄ່າ​ຢູ່​ທາງ​ໜ້າ. 22 ເມື່ອ​ເຂົາ​ເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ມີກາ​ໄດ້​ບໍ່​ໄກ​ປານ​ໃດ ພວກ​ຜູ້​ຊາຍ​ທີ່​ຢູ່​ແຖວ​ໆ​ເຮືອນ​ຂອງ​ມີກາ​ກໍ​ໄລ່​ນຳ​ຫຼັງ​ເຂົາ​ເຈົ້າ​ທັນ. 23 ເມື່ອ​ພວກ​ນັ້ນ​ເອີ້ນ​ໃສ່​ຄົນ​ໃນ​ຕະກູນ​ດານ ເຂົາ​ເຈົ້າ​ກໍ​ປິ່ນ​ໜ້າ​ມາ​ຖາມ​ມີກາ​ວ່າ: “ມີ​ຫຍັງ​ບໍ່? ເປັນ​ຫຍັງ​ຄື​ພາກັນ​ມາ​ຫຼາຍ​ແທ້?” 24 ມີກາ​ຕອບ​ວ່າ: “ພວກ​ເຈົ້າ​ເອົາ​ປະໂລຫິດ​ແລະ​ຮູບ​ບູຊາ​ຂອງ​ຂ້ອຍ​ໄປ​ໝົດ​ແລ້ວ ແລະ​ຍັງ​ຊິ​ມາ​ຖາມ​ອີກ​ຫວະ​ວ່າ​ມີ​ຫຍັງ?” 25 ຄົນ​ໃນ​ຕະກູນ​ດານ​ກໍ​ຕອບ​ວ່າ: “ຢ່າ​ມາ​ຮ້ອງ​ໃສ່​ພວກ​ເຮົາ​ເດີ້. ຖ້າ​ຄົນ​ຂອງ​ຂ້ອຍ​ໃຈ​ຮ້າຍ​ຂຶ້ນ​ມາ ເຂົາ​ເຈົ້າ​ອາດ​ຈະ​ຂ້າເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກະ​ໄດ້.” 26 ເມື່ອ​ມີກາ​ເຫັນ​ວ່າ​ຄົນ​ໃນ​ຕະກູນ​ດານ​ມີ​ຫຼາຍ​ກວ່າ ລາວ​ຈຶ່ງ​ກັບ​ເມືອ​ເຮືອນ. ສ່ວນ​ຄົນ​ໃນ​ຕະກູນ​ດານ​ກໍ​ເດີນ​ທາງ​ຕໍ່​ໄປ.

27 ຫຼັງ​ຈາກ​ທີ່​ຄົນ​ໃນ​ຕະກູນ​ດານ​ເອົາ​ຮູບ​ບູຊາ​ກັບ​ປະໂລຫິດ​ຂອງ​ມີກາ​ມາ​ແລ້ວ ເຂົາ​ເຈົ້າ​ກໍ​ອອກ​ເດີນ​ທາງ​ໄປ​ເມືອງ​ລາອິດ.+ ຄົນ​ໃນ​ເມືອງ​ນັ້ນ​ຢູ່​ຢ່າງ​ສະຫງົບ​ສຸກ​ແລະ​ບໍ່​ໄດ້​ລະວັງ​ໂຕ.+ ຄົນ​ໃນ​ຕະກູນ​ດານ​ກໍ​ເອົາ​ດາບ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ​ແລະ​ເຜົາ​ເມືອງ​ຖິ້ມ. 28 ບໍ່​ມີ​ຜູ້​ໃດ​ມາ​ຊ່ວຍ​ຄົນ​ໃນ​ເມືອງ​ນັ້ນ​ໄດ້ ເພາະ​ພວກ​ເຂົາ​ຢູ່​ໄກ​ຈາກ​ເມືອງ​ຊີໂດນ​ແລະ​ບໍ່​ໄດ້​ຫຍຸ້ງ​ກ່ຽວກັບ​ຜູ້​ໃດ​ເລີຍ. ເມືອງ​ລາອິດ​ຢູ່​ທົ່ງພຽງ​ເບັດ​ເຣໂຮບ.+ ແລ້ວ​ຄົນ​ໃນ​ຕະກູນ​ດານ​ກໍ​ສ້າງ​ເມືອງ​ນີ້​ຄືນ​ໃໝ່​ແລະ​ອາໄສ​ຢູ່​ຫັ້ນ. 29 ເຂົາ​ເຈົ້າ​ຕັ້ງ​ຊື່​ເມືອງ​ນີ້​ວ່າ​ດານ+ຕາມ​ຊື່​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ທີ່​ຊື່​ດານ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ອິດສະຣາເອນ.+ ແຕ່​ກີ້​ເມືອງ​ນີ້​ຊື່​ວ່າ​ລາອິດ.+ 30 ຫຼັງ​ຈາກ​ນັ້ນ ຄົນ​ໃນ​ຕະກູນ​ດານ​ກໍ​ເອົາ​ຮູບ​ແກະ​ສະຫຼັກ​+ມາ​ໄວ້​ຢູ່​ເມືອງ​ນັ້ນ. ແລ້ວ​ໂຢນາທານ​ກັບ​ລູກ​ຫຼານ​ຂອງ​ລາວ​ກໍ​ມາ​ເຮັດ​ວຽກ​ປະໂລຫິດ​ໃຫ້​ຕະກູນ​ດານ. ໂຢນາທານ​+ເປັນ​ລູກ​ຫຼານ​ຂອງ​ເກໂຊນ.+ ເກໂຊນ​ເປັນ​ລູກ​ຊາຍ​ຂອງ​ໂມເຊ. ໂຢນາທານ​ກັບ​ລູກ​ຫຼານ​ຂອງ​ລາວ​ເປັນ​ປະໂລຫິດ​ຈົນ​ຮອດ​ມື້​ທີ່​ຄົນ​ໃນ​ແຜ່ນດິນ​ນັ້ນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. 31 ຄົນ​ໃນ​ຕະກູນ​ດານ​ໄດ້ນະມັດສະການຮູບ​ແກະ​ສະຫຼັກ​ຂອງ​ມີກາ​ຢູ່​ຫັ້ນ​ຕະຫຼອດ​ໄລຍະ​ທີ່​ເຕັ້ນ​ສັກສິດ​ຂອງ​ພະເຈົ້າ​ທ່ຽງແທ້​ຍັງ​ຢູ່​ໃນ​ເມືອງ​ຊີໂລ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌