ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ໂກຣິນໂທ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ໂກຣິນໂທ

      • ຄວາມ​ສາມາດ​ໃນ​ການ​ພະຍາກອນ​ແລະ​ເວົ້າ​ພາສາ​ຕ່າງ⁠​ໆ​ (1-25)

      • ການ​ປະຊຸມ​ຄລິດສະຕຽນ​ທີ່​ເປັນ​ລະບຽບ (26-40)

        • ຖານະ​ຂອງ​ຜູ້​ຍິງ​ໃນ​ປະຊາຄົມ (34, 35)

1 ໂກຣິນໂທ 14:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂອງຂວັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 5:20

1 ໂກຣິນໂທ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 13:2
  • +1ກຣ 14:5

1 ໂກຣິນໂທ 14:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:30
  • +ຢອ 2:28; ກຈກ 2:17; 21:8, 9

1 ໂກຣິນໂທ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 1:11, 12; 2:2
  • +1ກຣ 12:8

1 ໂກຣິນໂທ 14:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 20

1 ໂກຣິນໂທ 14:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 20

1 ໂກຣິນໂທ 14:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:7; 14:4, 26

1 ໂກຣິນໂທ 14:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:8, 10; 14:5

1 ໂກຣິນໂທ 14:16

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

1 ໂກຣິນໂທ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 14:4

1 ໂກຣິນໂທ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 4:14
  • +ຣມ 16:19
  • +ຮຣ 5:13, 14

1 ໂກຣິນໂທ 14:21

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 28:11, 12

1 ໂກຣິນໂທ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 2:4, 13

1 ໂກຣິນໂທ 14:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 45:14; ຊຄຢ 8:23

1 ໂກຣິນໂທ 14:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 12:8, 10

1 ໂກຣິນໂທ 14:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 14:5

1 ໂກຣິນໂທ 14:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:1

1 ໂກຣິນໂທ 14:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 10:24, 25

1 ໂກຣິນໂທ 14:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 14:40; ກລຊ 2:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 20

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 120

1 ໂກຣິນໂທ 14:34

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 2:11, 12
  • +1ກຣ 11:3; ອຟຊ 5:22; ກລຊ 3:18; ຕຕ 2:5; 1ປຕ 3:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    1/9/2012

1 ໂກຣິນໂທ 14:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 5:20
  • +1ກຣ 14:27

1 ໂກຣິນໂທ 14:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 14:33; ກລຊ 2:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 54

    “ຮັກຂອງພະເຈົ້າ” ໜ້າ 49

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກຣ. 14:11ທຊ 5:20
1ກຣ. 14:21ກຣ 13:2
1ກຣ. 14:21ກຣ 14:5
1ກຣ. 14:51ກຣ 12:30
1ກຣ. 14:5ຢອ 2:28; ກຈກ 2:17; 21:8, 9
1ກຣ. 14:6ຄລຕ 1:11, 12; 2:2
1ກຣ. 14:61ກຣ 12:8
1ກຣ. 14:121ກຣ 12:7; 14:4, 26
1ກຣ. 14:131ກຣ 12:8, 10; 14:5
1ກຣ. 14:191ກຣ 14:4
1ກຣ. 14:20ອຟຊ 4:14
1ກຣ. 14:20ຣມ 16:19
1ກຣ. 14:20ຮຣ 5:13, 14
1ກຣ. 14:21ອຊຢ 28:11, 12
1ກຣ. 14:22ກຈກ 2:4, 13
1ກຣ. 14:25ອຊຢ 45:14; ຊຄຢ 8:23
1ກຣ. 14:261ກຣ 12:8, 10
1ກຣ. 14:271ກຣ 14:5
1ກຣ. 14:29ກຈກ 13:1
1ກຣ. 14:31ຮຣ 10:24, 25
1ກຣ. 14:331ກຣ 14:40; ກລຊ 2:5
1ກຣ. 14:341ຕມ 2:11, 12
1ກຣ. 14:341ກຣ 11:3; ອຟຊ 5:22; ກລຊ 3:18; ຕຕ 2:5; 1ປຕ 3:1
1ກຣ. 14:391ທຊ 5:20
1ກຣ. 14:391ກຣ 14:27
1ກຣ. 14:401ກຣ 14:33; ກລຊ 2:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
1 ໂກຣິນໂທ 14:1-40

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ

14 ດັ່ງນັ້ນ ຂໍ​ໃຫ້​ສະແດງ​ຄວາມ​ຮັກ​ໃຫ້​ຫຼາຍ​ໆ​ ແຕ່​ກໍ​ພະຍາຍາມ​ຕໍ່ໄປ​ເພື່ອ​ຈະ​ໄດ້​ຄວາມ​ສາມາດ*​ທີ່​ມາ​ຈາກ​ພະເຈົ້າ​ນຳ ໂດຍສະເພາະ​ຄວາມ​ສາມາດ​ໃນ​ການ​ພະຍາກອນ.+ 2 ຄົນ​ທີ່​ເວົ້າ​ພາສາ​ຕ່າງ​ໆ​ນັ້ນ​ບໍ່​ໄດ້​ເວົ້າ​ກັບ​ມະນຸດ ແຕ່​ເວົ້າ​ກັບ​ພະເຈົ້າ. ເຖິງ​ວ່າ​ລາວ​ຈະ​ເວົ້າ​ເລື່ອງ​ຄວາມລັບ​ສັກສິດ+​ດ້ວຍ​ພະລັງ​ຂອງ​ພະເຈົ້າ ແຕ່​ກໍ​ບໍ່​ມີ​ຜູ້​ໃດ​ເຂົ້າໃຈ.+ 3 ສ່ວນ​ຄົນ​ທີ່​ພະຍາກອນ​ນັ້ນ​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຟັງ​ເຂັ້ມແຂງ​ຂຶ້ນ ໃຫ້​ກຳລັງໃຈ ແລະປອບ​ໃຈຄົນອື່ນ. 4 ຄົນ​ທີ່​ເວົ້າ​ພາສາ​ຕ່າງ​ໆ​ໄດ້​ນັ້ນ​ເຮັດ​ໃຫ້​ໂຕເອງ​ໄດ້​ຮັບ​ປະໂຫຍດ ແຕ່​ຄົນ​ທີ່​ພະຍາກອນ​ໄດ້​ເຮັດ​ໃຫ້​ປະຊາຄົມ​ໄດ້​ຮັບ​ປະໂຫຍດ. 5 ແມ່ນ​ຢູ່​ວ່າ​ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ເວົ້າ​ພາສາ​ຕ່າງ​ໆ​ໄດ້+ ແຕ່​ຂ້ອຍ​ຢາກ​ໃຫ້​ພວກເຈົ້າ​ພະຍາກອນ​ໄດ້​ຫຼາຍ​ກວ່າ+ ຍ້ອນ​ການ​ພະຍາກອນ​ກໍ​ດີ​ກວ່າ​ການ​ເວົ້າ​ພາສາ​ຕ່າງ​ໆ​. ການ​ເວົ້າ​ພາສາ​ຕ່າງ​ໆ​ຕ້ອງ​ມີ​ຄົນ​ແປ​ເພື່ອ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ. 6 ພີ່ນ້ອງ​ເອີ້ຍ ຖ້າ​ຕອນນີ້​ຂ້ອຍ​ເວົ້າ​ພາສາ​ອື່ນ​ກັບ​ພວກ​ເຈົ້າ ພວກ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ? ແຕ່​ຖ້າ​ຂ້ອຍ​ເວົ້າ​ເລື່ອງ​ທີ່​ພະເຈົ້າ​ເປີດເຜີຍ+ ເລື່ອງ​ທີ່​ໃຫ້​ຄວາມ​ຮູ້+ ເລື່ອງ​ທີ່​ເປັນ​ຄຳ​ພະຍາກອນ​ຫຼື​ຄຳສອນ ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ.

7 ໃຫ້​ຄິດເຖິງ​ເຄື່ອງ​ດົນຕີ​ທີ່​ບໍ່​ມີ​ຊີວິດ​ເຊັ່ນ​ຂຸ່ຍ​ຫຼື​ພິນ. ຖ້າ​ຫຼິ້ນ​ບໍ່​ຖືກ​ທຳນອງ ຄົນ​ທີ່​ຟັງ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ກຳລັງ​ຫຼິ້ນ​ເພງ​ຫຍັງ​ຢູ່? 8 ຖ້າ​ຄົນ​ທີ່​ເປົ່າ​ແກ​ໃຫ້​ສັນຍານ​ໄປ​ສູ້ຮົບ​ເປົ່າ​ບໍ່​ແຈ້ງ ຈະ​ມີ​ໃຜ​ກຽມ​ໂຕ​ໄປ​ສູ້ຮົບ​ບໍ? 9 ຄ້າຍ​ຄື​ກັນ ຖ້າ​ພວກ​ເຈົ້າ​ບໍ່​ໃຊ້​ພາສາ​ທີ່​ເຂົ້າໃຈ​ງ່າຍ​ໆ​ ຜູ້​ໃດ​ຈະ​ຮູ້​ວ່າ​ພວກເຈົ້າ​ເວົ້າ​ຫຍັງ? ມັນ​ກໍ​ສ່ຳ​ກັບ​ວ່າ​ພວກ​ເຈົ້າ​ເວົ້າ​ໄປ​ໂດຍ​ບໍ່​ມີ​ຄວາມໝາຍ. 10 ໃນ​ໂລກ​ນີ້​ມີ​ຫຼາຍ​ພາສາ ແລະ​ທຸກ​ພາສາ​ມີ​ຄວາມໝາຍ​ທີ່​ເຂົ້າໃຈ​ໄດ້. 11 ຖ້າ​ຂ້ອຍ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ຄົນ​ໜຶ່ງ​ເວົ້າ ຂ້ອຍ​ກໍ​ເປັນ​ຄື​ຄົນ​ຕ່າງ​ຊາດ​ສຳລັບ​ລາວ ແລະ​ລາວ​ກໍ​ເປັນ​ຄື​ຄົນ​ຕ່າງ​ຊາດ​ສຳລັບ​ຂ້ອຍ. 12 ພວກ​ເຈົ້າ​ກໍ​ຄື​ກັນ ໃນ​ເມື່ອ​ພວກ​ເຈົ້າ​ພະຍາຍາມ​ຫຼາຍ​ທີ່​ຈະ​ໄດ້​ຄວາມ​ສາມາດ​ຕ່າງ​ໆ​ຈາກ​ພະລັງ​ຂອງ​ພະເຈົ້າ ກໍ​ໃຫ້​ພະຍາຍາມ​ມີ​ຄວາມ​ສາມາດ​ນັ້ນ​ຫຼາຍ​ໆ​ເພື່ອ​ເຮັດ​ໃຫ້​ປະຊາຄົມ​ເຂັ້ມແຂງ​ຂຶ້ນ.+

13 ດັ່ງນັ້ນ ໃຫ້​ຜູ້​ທີ່​ເວົ້າ​ອີກ​ພາສາ​ໜຶ່ງ​ໄດ້​ນັ້ນ​ອະທິດຖານ​ຂໍ​ໃຫ້​ລາວ​ແປ​ໄດ້​ໃນ​ສິ່ງ​ທີ່​ລາວ​ເວົ້າ.+ 14 ຖ້າ​ຂ້ອຍ​ອະທິດຖານ​ເປັນ​ອີກ​ພາສາ​ໜຶ່ງ ຂ້ອຍ​ກໍ​ອະທິດຖານ​ຍ້ອນ​ຄວາມ​ສາມາດ​ທີ່​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ ແຕ່​ຂ້ອຍ​ເອງ​ບໍ່​ເຂົ້າໃຈຄຳ​ອະທິດຖານ​ນັ້ນ. 15 ແລ້ວ​ຂ້ອຍ​ຄວນ​ຈະ​ເຮັດ​ແນວໃດ? ຂ້ອຍ​ກໍ​ຈະ​ອະທິດຖານ​ໂດຍ​ໃຊ້​ຄວາມ​ສາມາດ​ທີ່​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ ແລະ​ຂ້ອຍ​ກໍ​ຈະ​ອະທິດຖານ​ແບບ​ທີ່​ຂ້ອຍ​ເຂົ້າໃຈ​ນຳ. ຂ້ອຍ​ຈະ​ຮ້ອງ​ເພງ​ສັນລະເສີນ​ໂດຍ​ໃຊ້​ຄວາມ​ສາມາດ​ທີ່​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ ແລະ​ຂ້ອຍ​ຈະ​ຮ້ອງ​ເພງ​ສັນລະເສີນ​ໃນ​ແບບ​ທີ່​ຂ້ອຍ​ເອງ​ກໍ​ເຂົ້າໃຈ​ໄດ້​ນຳ. 16 ຄັນ​ບໍ່​ຊັ້ນ ເມື່ອ​ອະທິດຖານ​ຂອບໃຈ​ແລະ​ສັນລະເສີນ​ພະເຈົ້າ​ດ້ວຍ​ຄວາມສາມາດ​ທີ່​ມາ​ຈາກ​ພະລັງ​ຂອງ​ເພິ່ນ ຄົນ​ທີ່​ຟັງ​ຢູ່​ຈະ​ເວົ້າ​ວ່າ “ອາແມນ”* ໄດ້​ແນວໃດ ຖ້າ​ລາວ​ບໍ່​ເຂົ້າໃຈ​ວ່າ​ເຈົ້າ​ເວົ້າ​ຫຍັງ? 17 ແມ່ນ​ຢູ່​ວ່າ​ພວກເຈົ້າ​ອະທິດຖານ​ຂອບໃຈ​ໄດ້​ດີ ແຕ່​ຄົນອື່ນ​ບໍ່​ໄດ້​ຮັບ​ປະໂຫຍດ. 18 ຂ້ອຍ​ຂອບໃຈ​ພະເຈົ້າ​ທີ່​ຂ້ອຍ​ເວົ້າ​ພາສາ​ຕ່າງ​ໆ​ໄດ້​ຫຼາຍ​ກວ່າ​ພວກ​ເຈົ້າ​ທຸກ​ຄົນ. 19 ແຕ່​ໃນ​ປະຊາຄົມ ຖ້າ​ຂ້ອຍ​ເວົ້າ​ແຕ່ 5 ຄຳ​ທີ່​ຂ້ອຍ​ເອງ​ເຂົ້າໃຈ​ແລະ​ສອນ​ຄົນອື່ນ​ໄດ້ ກໍ​ດີ​ກວ່າ​ເວົ້າ​ເປັນ 10.000 ຄຳ ດ້ວຍ​ພາສາ​ທີ່​ຄົນ​ບໍ່​ເຂົ້າໃຈ.+

20 ພີ່ນ້ອງ​ເອີ້ຍ ຢ່າ​ຄິດ​ຄື​ເດັກນ້ອຍ.+ ໃຫ້​ເປັນ​ຄື​ເດັກນ້ອຍ​ທີ່​ບໍ່​ຮູ້​ຫຍັງ​ເລື່ອງ​ຄວາມ​ຊົ່ວ+ ແຕ່​ໃຫ້​ຄິດ​ແບບ​ຄົນ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ.+ 21 ກົດໝາຍ​ຂອງ​ໂມເຊ​ຂຽນ​ໄວ້​ວ່າ: “ພະ​ເຢໂຫວາ*​ເວົ້າ​ວ່າ ‘ເຮົາ​ຈະ​ເວົ້າ​ກັບ​ຊົນຊາດ​ນີ້​ດ້ວຍ​ພາສາ​ຕ່າງ​ປະເທດ​ແລະ​ດ້ວຍ​ຄຳເວົ້າ​ຂອງຄົນ​ຕ່າງ​ຖິ່ນ ແຕ່​ເຂົາເຈົ້າ​ຈະ​ບໍ່​ຟັງ​ເຮົາ.’”+ 22 ດັ່ງນັ້ນ ການ​ເວົ້າ​ພາສາ​ຕ່າງ​ໆ​ຈຶ່ງ​ເປັນ​ຫຼັກຖານ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ ບໍ່​ແມ່ນ​ສຳລັບ​ຄົນ​ທີ່​ເຊື່ອ.+ ສ່ວນ​ການ​ພະຍາກອນ​ມີ​ໄວ້​ສຳລັບ​ຄົນ​ທີ່​ເຊື່ອ ບໍ່​ແມ່ນ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ. 23 ຖ້າ​ທຸກ​ຄົນ​ໃນ​ປະຊາຄົມ​ມາ​ປະຊຸມ​ກັນ​ແລະ​ເວົ້າ​ພາສາ​ຕ່າງ​ໆ​ ເມື່ອ​ຄົນ​ທົ່ວໄປ​ຫຼື​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ເຂົ້າ​ມາ ເຂົາເຈົ້າ​ຈະ​ບໍ່​ຄິດ​ບໍ​ວ່າ​ພວກ​ເຈົ້າ​ເປັນ​ບ້າ​ແລ້ວ? 24 ແຕ່​ຖ້າ​ພວກ​ເຈົ້າ​ທຸກ​ຄົນ​ກຳລັງ​ພະຍາກອນ ແລ້ວ​ມີ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຫຼື​ຄົນ​ທົ່ວໄປ​ເຂົ້າ​ມາ ຄຳເວົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ລາວ​ສຳນຶກ​ແລະ​ກວດ​ເບິ່ງ​ໂຕເອງ​ຢ່າງ​ຈິງຈັງ. 25 ສິ່ງ​ທີ່​ເຊື່ອງ​ຢູ່​ໃນ​ໃຈ​ລາວ​ກໍຈະ​ປາກົດ​ອອກ​ມາ ແລ້ວ​ລາວ​ຈະ​ໝູບ​ໜ້າ​ລົງ​ນະມັດສະການ​ພະເຈົ້າ​ແລະ​ເວົ້າ​ວ່າ: “ພະເຈົ້າ​ຢູ່​ກັບ​ພວກ​ເຈົ້າ​ແທ້​ໆ​.”+

26 ພີ່ນ້ອງ​ເອີ້ຍ ຖ້າ​ເປັນ​ແນວ​ນັ້ນ​ພວກ​ເຮົາ​ຄວນ​ຈະ​ເຮັດ​ແນວໃດ? ເມື່ອ​ພວກ​ເຈົ້າ​ມາ​ປະຊຸມ​ກັນ ບາງຄົນ​ກໍ​ຮ້ອງ​ເພງ​ສັນລະເສີນ ບາງຄົນ​ກໍ​ສອນ ບາງຄົນ​ກໍ​ເວົ້າ​ເລື່ອງ​ທີ່​ພະເຈົ້າ​ເປີດເຜີຍ ບາງຄົນ​ກໍ​ເວົ້າ​ພາສາ​ຕ່າງ​ໆ​ ແລະ​ບາງຄົນ​ກໍ​ເປັນ​ຜູ້​ແປ.+ ຂໍ​ໃຫ້​ເຮັດ​ທຸກ​ສິ່ງ​ເພື່ອ​ເສີມສ້າງ​ກັນ. 27 ຖ້າ​ມີ​ຄົນ​ເວົ້າ​ພາສາ​ຕ່າງ​ໆ​ ຂໍ​ໃຫ້​ເວົ້າ​ແຕ່​ສອງ​ຄົນ​ຫຼື​ຫຼາຍ​ສຸດ​ກໍ​ສາມ​ຄົນ ແລະ​ໃຫ້​ເວົ້າ​ເທື່ອ​ລະ​ຄົນ ແລ້ວ​ໃຫ້​ມີ​ຄົນ​ແປ​ພ້ອມ.+ 28 ແຕ່​ຖ້າ​ບໍ່​ມີ​ຜູ້​ໃດ​ແປ​ໄດ້​ກໍ​ຢ່າ​ໃຫ້​ລາວ​ເວົ້າ​ໃນ​ປະຊາຄົມ ໃຫ້​ລາວ​ເວົ້າ​ກັບ​ໂຕເອງ​ແລະ​ກັບ​ພະເຈົ້າ​ດີ​ກວ່າ. 29 ສ່ວນ​ການ​ພະຍາກອນ​ນັ້ນ ໃຫ້​ມີ​ສອງ​ຫຼື​ສາມ​ຄົນ​ພະຍາກອນ+ ແລະ​ໃຫ້​ຄົນອື່ນ​ຟັງ​ເພື່ອ​ຈະ​ເຂົ້າໃຈ​ຄວາມໝາຍ. 30 ແຕ່​ຖ້າ​ພະເຈົ້າ​ເປີດເຜີຍ​ເລື່ອງ​ໜຶ່ງ​ກັບ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່ ກໍ​ໃຫ້​ຄົນ​ທີ່​ເວົ້າ​ຢູ່​ນັ້ນ​ເຊົາ​ເວົ້າ​ກ່ອນ. 31 ພວກ​ເຈົ້າ​ພະຍາກອນ​ໄດ້​ເທື່ອ​ລະ​ຄົນ ເພື່ອ​ທຸກ​ຄົນ​ຈະ​ໄດ້​ຮຽນຮູ້​ແລະ​ໄດ້​ກຳລັງໃຈ.+ 32 ໃຫ້​ຄົນ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ພະຍາກອນ​ຮູ້ຈັກ​ຄວບຄຸມ​ຄວາມ​ສາມາດ​ນັ້ນ. 33 ພະເຈົ້າ​ບໍ່​ແມ່ນ​ພະເຈົ້າ​ທີ່​ເຮັດ​ໃຫ້​ສັບສົນ​ວຸ່ນວາຍ ແຕ່​ເປັນ​ພະເຈົ້າ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ.+

ຄື​ກັບ​ທີ່​ເຮັດ​ໃນ​ທຸກ​ປະຊາຄົມ​ຂອງ​ພວກ​ຜູ້​ບໍລິສຸດ 34 ໃຫ້​ຜູ້ຍິງ​ໃນ​ປະຊາຄົມ​ມິດ​ຢູ່ ຍ້ອນ​ເຂົາເຈົ້າ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ​ຕໍ່​ໜ້າ​ປະຊາຄົມ.*+ ໃຫ້​ເຂົາເຈົ້າ​ຍອມ​ຢູ່​ໃຕ້​ອຳນາດ+​ຕາມ​ທີ່​ກົດໝາຍ​ຂອງ​ພະເຈົ້າ​ບອກ​ໄວ້. 35 ຖ້າ​ເຂົາເຈົ້າ​ສົງໄສ​ຫຍັງ​ກໍ​ໃຫ້​ຖາມ​ຜົວ​ຢູ່​ເຮືອນ ເພາະ​ຖ້າ​ຜູ້ຍິງ​ຈະ​ເວົ້າ​ຕໍ່​ໜ້າ​ປະຊາຄົມ​ກໍ​ເປັນ​ເລື່ອງ​ໜ້າ​ອາຍ.

36 ຄຳສອນ​ຂອງ​ພະເຈົ້າ​ມາ​ຈາກ​ພວກ​ເຈົ້າ​ບໍ? ມີ​ແຕ່​ພວກ​ເຈົ້າ​ບໍ​ທີ່​ໄດ້​ຮັບ​ຄຳສອນ​ຂອງ​ເພິ່ນ?

37 ຖ້າ​ຜູ້​ໃດ​ຄິດ​ວ່າ​ໂຕເອງ​ເປັນ​ຜູ້ພະຍາກອນ​ຫຼື​ໄດ້​ຮັບ​ຄວາມ​ສາມາດ​ທີ່​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ ກໍ​ໃຫ້​ຜູ້​ນັ້ນ​ຍອມຮັບ​ວ່າ​ສິ່ງ​ທີ່​ຂ້ອຍ​ຂຽນ​ເຖິງ​ພວກ​ເຈົ້າ​ເປັນ​ຄຳສັ່ງ​ຈາກ​ຜູ້​ເປັນ​ນາຍ. 38 ແຕ່​ຖ້າ​ຜູ້​ໃດ​ບໍ່​ຍອມຮັບ​ເລື່ອງ​ນີ້ ພະເຈົ້າ​ກໍ​ຈະ​ບໍ່​ຍອມຮັບ​ລາວ​ຄື​ກັນ. 39 ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ໃຫ້​ພວກ​ເຈົ້າ​ພະຍາຍາມ​ຕໍ່ໄປ​ເພື່ອ​ຈະ​ພະຍາກອນ+ ແຕ່​ຢ່າ​ຫ້າມ​ຄົນ​ທີ່​ເວົ້າ​ພາສາ​ຕ່າງ​ໆ​.+ 40 ໃຫ້​ເຮັດ​ທຸກ​ສິ່ງ​ຢ່າງ​ເໝາະສົມ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌