ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາອູນ​ຖືກ​ແຕ່ງຕັ້ງ​ເປັນ​ກະສັດ (1-​16)

      • ແນະນຳ​ຊາອູນ​ໃຫ້​ປະຊາຊົນ​ຮູ້ຈັກ (17-​27)

1 ຊາມູເອນ 10:1

ໄຂເງື່ອນ

  • *

    ການ​ຈູບ​ຜູ້​ໃດ​ຜູ້​ໜຶ່ງ ເຊັ່ນ: ຈູບ​ແກ້ມ ເປັນ​ທຳນຽມ​ການທັກທາຍ​ກັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:13; 2ກສ 9:2, 3
  • +1ຊມ 9:16; ກຈກ 13:21
  • +ອພຍ 19:5; ພບຍ 32:9

1 ຊາມູເອນ 10:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:19
  • +1ຊມ 9:3, 5

1 ຊາມູເອນ 10:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:19, 22

1 ຊາມູເອນ 10:5

ໄຂເງື່ອນ

  • *

    ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ

1 ຊາມູເອນ 10:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:25
  • +1ຊມ 10:10

1 ຊາມູເອນ 10:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:15, 16; 11:14

1 ຊາມູເອນ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 14:5, 6; 1ຊມ 11:6; 16:13
  • +1ຊມ 10:6; 19:23

1 ຊາມູເອນ 10:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 19:24

1 ຊາມູເອນ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:3

1 ຊາມູເອນ 10:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:5

1 ຊາມູເອນ 10:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:14; ພບຍ 4:34

1 ຊາມູເອນ 10:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫຼາຍ​ພັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:7; 12:12

1 ຊາມູເອນ 10:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 7:16-18; ກຈກ 1:24
  • +1ຊມ 9:21

1 ຊາມູເອນ 10:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:21

1 ຊາມູເອນ 10:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 1:1; 20:18, 28; 1ຊມ 23:2

1 ຊາມູເອນ 10:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:2

1 ຊາມູເອນ 10:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 17:14, 15; 1ຊມ 9:17

1 ຊາມູເອນ 10:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:11-18

1 ຊາມູເອນ 10:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 11

1 ຊາມູເອນ 10:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:12
  • +1ກສ 10:1, 10; 2ຂຄ 17:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 10:11ຊມ 16:13; 2ກສ 9:2, 3
1ຊມ. 10:11ຊມ 9:16; ກຈກ 13:21
1ຊມ. 10:1ອພຍ 19:5; ພບຍ 32:9
1ຊມ. 10:2ປຖກ 35:19
1ຊມ. 10:21ຊມ 9:3, 5
1ຊມ. 10:3ປຖກ 28:19, 22
1ຊມ. 10:6ຈຊບ 11:25
1ຊມ. 10:61ຊມ 10:10
1ຊມ. 10:81ຊມ 7:15, 16; 11:14
1ຊມ. 10:10ຜຕສ 14:5, 6; 1ຊມ 11:6; 16:13
1ຊມ. 10:101ຊມ 10:6; 19:23
1ຊມ. 10:121ຊມ 19:24
1ຊມ. 10:141ຊມ 9:3
1ຊມ. 10:171ຊມ 7:5
1ຊມ. 10:18ອພຍ 13:14; ພບຍ 4:34
1ຊມ. 10:191ຊມ 8:7; 12:12
1ຊມ. 10:20ຢຊ 7:16-18; ກຈກ 1:24
1ຊມ. 10:201ຊມ 9:21
1ຊມ. 10:21ກຈກ 13:21
1ຊມ. 10:22ຜຕສ 1:1; 20:18, 28; 1ຊມ 23:2
1ຊມ. 10:231ຊມ 9:2
1ຊມ. 10:24ພບຍ 17:14, 15; 1ຊມ 9:17
1ຊມ. 10:251ຊມ 8:11-18
1ຊມ. 10:271ຊມ 11:12
1ຊມ. 10:271ກສ 10:1, 10; 2ຂຄ 17:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 10:1-27

ຊາມູເອນ​ສະບັບ​ທີ​ໜຶ່ງ

10 ຊາມູເອນ​ເອົາ​ຂວດ​ນ້ຳມັນ​ມາ ແລ້ວ​ເທ​ໃສ່​ຫົວ​ຂອງ​ຊາອູນ.+ ລາວຈູບ*ຊາອູນແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ+ປະຊາຊົນຂອງ​ເພິ່ນ.+ 2 ເມື່ອ​ເຈົ້າ​ຈາກ​ຂ້ອຍ​ໄປ​ມື້​ນີ້ ເຈົ້າ​ຈະ​ເຫັນ​ຜູ້​ຊາຍ 2 ຄົນ​ຢູ່​ໃກ້​ບ່ອນ​ຝັງ​ສົບ​ຂອງ​ຣາເຄນ+ທີ່​ຢູ່​ເມືອງ​ເຊັນຊາ​ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ ແລະ​ເຂົາ​ເຈົ້າ​ຈະ​ບອກ​ເຈົ້າ​ວ່າ ‘ຝູງ​ລາ​ທີ່​ເຈົ້າ​ຊອກ​ຫາ​ນັ້ນ​ມີ​ຄົນ​ເຫັນ​ແລ້ວ ຕອນ​ນີ້​ພໍ່​ບໍ່​ໄດ້​ເປັນ​ຫ່ວງ​ຝູງລາແລ້ວ+ ແຕ່​ລາວ​ເປັນ​ຫ່ວງ​ເຈົ້າ​ແທນ. ພໍ່​ເຈົ້າ​ເວົ້າ​ວ່າ “ຂ້ອຍ​ຊິ​ເຮັດ​ແນວ​ໃດ? ລູກຂ້ອຍຍັງ​ບໍ່​ກັບ​ມາ​ປານ​ນີ້.”’ 3 ຈາກ​ບ່ອນ​ນັ້ນ ໃຫ້​ເຈົ້າ​ຍ່າງ​ໄປ​ຈົນ​ຮອດຕົ້ນ​ໄມ້ໃຫຍ່​ທີ່​ຢູ່​ເມືອງ​ຕາໂບ ແລ້ວ​ເຈົ້າ​ຈະ​ເຫັນ​ຜູ້​ຊາຍ 3 ຄົນ​ກຳລັງ​ຂຶ້ນ​ໄປ​ນະມັດສະການ​ພະເຈົ້າທ່ຽງແທ້​ຢູ່​ເມືອງ​ເບເທນ.+ ຜູ້​ໜຶ່ງ​ອູ້ມ​ແບ້​ນ້ອຍ 3 ໂຕ ຜູ້​ໜຶ່ງ​ຖື​ເຂົ້າຈີ່ 3 ກ້ອນ ແລະ​ອີກ​ຜູ້​ໜຶ່ງ​ແບກ​ໄຫ​ເຫຼົ້າແວງ 1 ໄຫ​ໃຫຍ່. 4 ສາມ​ຄົນ​ນັ້ນ​ຈະ​ຖາມສະບາຍ​ດີເຈົ້າ​ແລະ​ຈະ​ເອົາ​ເຂົ້າຈີ່​ໃຫ້​ເຈົ້າ 2 ກ້ອນ ແລະ​ເຈົ້າ​ຕ້ອງ​ເອົາ​ເຂົ້າຈີ່​ນັ້ນ. 5 ຫຼັງ​ຈາກ​ນັ້ນ ເຈົ້າ​ກໍ​ຈະ​ໄປ​ຮອດ​ໂນນ​ພູ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ມີ​ຄ້າຍທະຫານຂອງ​ພວກ​ຟີລິດສະຕີນ. ເມື່ອ​ເຈົ້າ​ເຂົ້າ​ໄປ​ໃນເມືອງນັ້ນ ເຈົ້າ​ຈະເຈິຜູ້ພະຍາກອນ​ກຸ່ມ​ໜຶ່ງ​ທີ່​ລົງ​ມາ​ຈາກ​ບ່ອນ​ນະມັດສະການ. ເຂົາ​ເຈົ້າ​ຈະ​ພະຍາກອນ ແລະ​ຢູ່​ທາງ​ໜ້າ​ເຂົາ​ເຈົ້າ​ຈະ​ມີ​ຄົນ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ຄົນ​ຕີ​ກອງ​ແທມບູຣິນ* ຄົນ​ເປົ່າ​ຂຸ່ຍ ແລະ​ຄົນ​ດີດ​ພິນ. 6 ເຈົ້າ​ຈະ​ໄດ້​ຮັບພະລັງຂອງ​ພະ​ເຢໂຫວາ+ ແລ້ວ​ເຈົ້າ​ຈະ​ພະຍາກອນ​ໄປ​ພ້ອມ​ກັບ​ເຂົາ​ເຈົ້າ ແລະ​ພະລັງ​ນັ້ນ​ຈະ​ປ່ຽນ​ເຈົ້າ.+ 7 ເມື່ອ​ທຸກ​ສິ່ງ​ທີ່​ຂ້ອຍ​ເວົ້າເກີດຂຶ້ນ ນັ້ນ​ກໍ​ສະແດງ​ວ່າ​ພະເຈົ້າ​ທ່ຽງແທ້​ຢູ່​ກັບ​ເຈົ້າ. ໃຫ້​ເຮັດທຸກສິ່ງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ເພື່ອ​ໃຫ້​ວຽກ​ມອບໝາຍ​ຂອງ​ເຈົ້າ​ສຳເລັດ. 8 ໃຫ້​ເຈົ້າ​ລົງ​ໄປ​ເມືອງ​ກິນການ+ກ່ອນ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ໄປ​ຫາ​ເຈົ້າ​ຢູ່​ຫັ້ນ​ເພື່ອ​ເຜົາ​ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃຫ້​ພະເຈົ້າ. ໃຫ້​ເຈົ້າ​ຖ້າ​ຂ້ອຍ​ຢູ່​ຫັ້ນ 7 ມື້ ແລ້ວ​ຂ້ອຍ​ຈະ​ບອກ​ເຈົ້າ​ວ່າ​ຄວນ​ເຮັດ​ຫຍັງ.”

9 ຕອນ​ທີ່​ຊາອູນ​ກຳລັງ​ຈະ​ໄປ​ຈາກ​ຊາມູເອນ ພະເຈົ້າ​ກໍ​ເລີ່ມ​ປ່ຽນ​ລາວ ແລະ​ທຸກ​ສິ່ງ​ທີ່​ຊາມູເອນ​ເວົ້າ​ກໍ​ເກີດ​ຂຶ້ນ​ແທ້​ໃນ​ມື້​ນັ້ນ. 10 ຊາອູນ​ແລະ​ຄົນຮັບໃຊ້​ຂອງ​ລາວ​ໄປ​ໂນນ​ພູ ແລະເຈິພວກ​ຜູ້ພະຍາກອນ. ທັນໃດ​ນັ້ນ ລາວ​ກໍ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ+ ແລະ​ເລີ່ມ​ພະຍາກອນ+ນຳ​ເຂົາ​ເຈົ້າ. 11 ເມື່ອ​ຄົນ​ທີ່​ຮູ້ຈັກ​ຊາອູນ​ເຫັນ​ລາວ​ກຳລັງ​ພະຍາກອນ​ກັບ​ພວກ​ຜູ້ພະຍາກອນ ເຂົາ​ເຈົ້າ​ກໍ​ພາກັນ​ເວົ້າ​ວ່າ: “ເກີດ​ຫຍັງ​ຂຶ້ນ​ກັບ​ລູກ​ຊາຍ​ຂອງ​ກີເຊ? ຊາອູນ​ກໍ​ເປັນ​ຜູ້ພະຍາກອນບໍ?” 12 ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຫັ້ນ​ເວົ້າ​ວ່າ: “ພວກ​ຜູ້ພະຍາກອນ​ເປັນ​ລູກ​ຂອງໃຜ?” ດັ່ງນັ້ນ​ຈຶ່ງ​ມີ​ຄຳເວົ້າ​ທີ່​ວ່າ: “ຊາອູນ​ກໍ​ເປັນ​ຜູ້ພະຍາກອນບໍ?”+

13 ເມື່ອ​ຊາອູນ​ພະຍາກອນ​ແລ້ວ​ໆ​ ລາວ​ກໍ​ໄປ​ບ່ອນ​ນະມັດສະການ. 14 ພີ່ນ້ອງ​ຂອງ​ພໍ່​ຊາອູນ​ຖາມ​ຊາອູນ​ແລະ​ຄົນ​ຮັບ​ໃຊ້​ວ່າ: “ພວກ​ເຈົ້າ​ໄປ​ໃສ​ມາ?” ຊາອູນ​ຕອບ​ວ່າ: “ພວກ​ເຮົາ​ໄປ​ຊອກ​ຫາ​ຝູງ​ລາ+ ແຕ່​ບໍ່​ເຫັນ ພວກ​ເຮົາ​ຈຶ່ງ​ໄປ​ຫາ​ຊາມູເອນ.” 15 ພີ່ນ້ອງ​ຈຶ່ງ​ຖາມ​ວ່າ: “ບອກ​ຂ້ອຍ​ໄດ້​ບໍ່ ຊາມູເອນ​ເວົ້າ​ຫຍັງ​ກັບ​ພວກ​ເຈົ້າ?” 16 ຊາອູນ​ຕອບ​ວ່າ: “ລາວ​ບອກ​ພວກ​ເຮົາ​ວ່າ​ມີ​ຄົນ​ເຫັນ​ຝູງລາແລ້ວ.” ແຕ່​ເລື່ອງ​ທີ່​ຊາມູເອນ​ບອກ​ວ່າ​ຊາອູນ​ຈະ​ໄດ້​ເປັນກະສັດ ລາວ​ບໍ່​ໄດ້​ເລົ່າ​ໃຫ້​ພີ່ນ້ອງ​ຟັງ.

17 ​ຊາມູເອນ​ໄດ້​ເອີ້ນ​ພວກ​ອິດສະຣາເອນ​ໃຫ້​ມາ​ລວມ​ກັນ​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເມືອງ​ມິດຊະປາ.+ 18 ລາວ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ ‘ເຮົາ​ແມ່ນ​ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ ແລະ​ເປັນ​ຜູ້​ທີ່​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ເອຢິບ+ແລະ​ຈາກ​ຊາດ​ຕ່າງ​ໆ​ທີ່ຂົ່ມເຫງພວກ​ເຈົ້າ. 19 ແຕ່​ມື້​ນີ້​ພວກ​ເຈົ້າ​ໄດ້​ຖິ້ມ​ພະເຈົ້າ​ຂອງ​ພວກ​ເຈົ້າ+ຜູ້​ທີ່​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ສິ່ງ​ຊົ່ວ​ຮ້າຍ​ແລະ​ຄວາມທຸກ​ຍາກ​ທຸກ​ຢ່າງ. ພວກ​ເຈົ້າ​ເວົ້າ​ວ່າ “ເຈົ້າ​ຕ້ອງ​ໃຫ້​ມີ​ກະສັດ​ປົກຄອງ​ພວກ​ເຮົາ.” ຕອນ​ນີ້​ໃຫ້​ພວກ​ເຈົ້າ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ຕາມ​ຕະກູນ​ແລະ​ຕາມ​ຈຸ້ມເຈື້ອ.’”*

20 ຊາມູເອນ​ໃຫ້​ທຸກ​ຕະກູນ​ຂອງ​ອິດສະຣາເອນ​ຫຍັບ​ເຂົ້າ​ມາ+ ແລ້ວ​ຕະກູນ​ເບັນຢາມິນ​ກໍ​ຖືກເລືອກ.+ 21 ຈາກນັ້ນ ລາວ​ໄດ້ໃຫ້​ຕະກູນ​ເບັນຢາມິນ​ເຂົ້າ​ມາ​ເປັນ​ຄອບຄົວ ແລ້ວ​ຄອບຄົວ​ຂອງ​ມາຕຣີ​ກໍ​ຖືກ​ເລືອກ ແລະ​ສຸດທ້າຍ​ຊາອູນ​ລູກຊາຍ​ຂອງ​ກີເຊ​ກໍ​ຖືກ​ເລືອກ.+ ແຕ່​ເມື່ອ​ເຂົາ​ເຈົ້າ​ໄປຊອກ​ຫາ​ຊາອູນ​ກໍ​ບໍ່​ມີ​ໃຜ​ເຫັນ​ລາວ. 22 ເຂົາ​ເຈົ້າ​ຈຶ່ງ​ຖາມ​ພະ​ເຢໂຫວາ​ວ່າ:+ “ລາວ​ມາ​ແລ້ວ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ລາວ​ລີ້​ຢູ່​ກອງເຄື່ອງຫັ້ນ​ເດ້.” 23 ເຂົາ​ເຈົ້າ​ກໍ​ແລ່ນ​ໄປ​ເອົາ​ລາວ​ອອກ​ມາ. ຕອນ​ທີ່​ຊາອູນ​ຢືນ​ຢູ່​ກັບ​ທຸກ​ຄົນ ເຂົາ​ເຈົ້າ​ສູງ​ພຽງ​ບ່າ​ລາວ.+ 24 ຊາມູເອນ​ເວົ້າ​ກັບ​ທຸກ​ຄົນ​ວ່າ: “ນີ້​ແມ່ນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.+ ລາວ​ພິເສດ​ກວ່າ​ຄົນ​ອື່ນ.” ແລ້ວ​ທຸກ​ຄົນ​ກໍ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນ​ຍາວ!”

25 ຊາມູເອນ​ຈຶ່ງ​ບອກ​ທຸກ​ຄົນ​ກ່ຽວ​ກັບ​ສິ່ງ​ທີ່ກະສັດຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ+ ແລະ​ຂຽນ​ໄວ້​ໃນ​ປຶ້ມ ແລ້ວ​ເອົາ​ປຶ້ມ​ນັ້ນ​ໄປ​ໄວ້​ໃນ​ເຕັ້ນ​ສັກສິດຂອງ​ພະ​ເຢໂຫວາ. ຈາກ​ນັ້ນ ຊາມູເອນ​ກໍ​ບອກໃຫ້​ທຸກ​ຄົນ​ເມືອ​ເຮືອນ. 26 ຊາອູນ​ກັບ​ເມືອ​ເຮືອນ​ຂອງ​ລາວ​ຢູ່​ເມືອງ​ກີເບອາ ແລະ​ພະ​ເຢໂຫວາ​ໄດ້​ກະຕຸ້ນໃຈ​ທະຫານ​ກຸ່ມ​ໜຶ່ງ​ໃຫ້​ໄປ​ນຳ​ລາວ. 27 ແຕ່​ມີ​ຄົນບໍ່ດີ​ກຸ່ມ​ໜຶ່ງ​ເວົ້າ​ວ່າ: “ຜູ້​ນີ້​ຫວະ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ?”+ ພວກ​ນັ້ນ​ຊັງ​ຊາອູນ​ແລະ​ບໍ່​ເອົາ​ຂອງຂວັນ​ໃຫ້​ລາວ.+ ແຕ່​ຊາອູນ​ກໍ​ບໍ່​ໄດ້​ເວົ້າ​ຫຍັງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌