ຂ່າວຄາວສະບັບທີສອງ
16 ໃນປີທີ 36 ທີ່ອາຊາປົກຄອງ ບາອາຊາ+ກະສັດຂອງອິດສະຣາເອນໄດ້ມາໂຈມຕີຢູດາແລະເຮັດໃຫ້ເມືອງຣາມາ+ເຂັ້ມແຂງຂຶ້ນ*ເພື່ອບໍ່ໃຫ້ຜູ້ໃດເຂົ້າອອກເຂດແດນຂອງອາຊາກະສັດຂອງຢູດາ.+ 2 ອາຊາຈຶ່ງເອົາເງິນກັບຄຳໃນຄັງຊັບສິນຢູ່ວິຫານຂອງພະເຢໂຫວາ+ແລະໃນຄັງຊັບສິນຂອງກະສັດໄປໃຫ້ເບັນຮາດັດກະສັດຂອງຊີເຣຍ+ທີ່ຢູ່ເມືອງດາມາເຊ. ອາຊາຝາກຄວາມໄປບອກເບັນຮາດັດວ່າ: 3 “ຂ້ອຍຢາກເຮັດສັນຍາກັບເຈົ້າຄືກັບທີ່ພໍ່ຂອງຂ້ອຍກັບພໍ່ຂອງເຈົ້າເຄີຍເຮັດສັນຍານຳກັນ. ຂ້ອຍສົ່ງເງິນກັບຄຳເຫຼົ່ານີ້ມາໃຫ້ເຈົ້າ. ຂໍໃຫ້ເຈົ້າຍົກເລີກສັນຍາທີ່ເຈົ້າເຮັດກັບບາອາຊາກະສັດຂອງອິດສະຣາເອນເພື່ອລາວຈະຖອຍກອງທັບໄປຈາກແຜ່ນດິນຂອງຂ້ອຍ.”
4 ເບັນຮາດັດໄດ້ເຮັດຕາມທີ່ກະສັດອາຊາຂໍ ແລະລາວໄດ້ສົ່ງພວກຫົວໜ້າກອງທັບໄປຕໍ່ສູ້ກັບເມືອງຕ່າງໆຂອງອິດສະຣາເອນ. ເຂົາເຈົ້າໄດ້ຍຶດເອົາເມືອງອີໂຢນ+ ເມືອງດານ+ ເມືອງອາເບັນມາຢິມ ແລະບ່ອນມ້ຽນເຄື່ອງຕາມເມືອງຕ່າງໆໃນເຂດຂອງຕະກູນນັບທາລີທັງໝົດ.+ 5 ທັນທີທີ່ບາອາຊາຮູ້ເລື່ອງນີ້ ລາວກໍເຊົາເຮັດໃຫ້ເມືອງຣາມາເຂັ້ມແຂງຂຶ້ນ. 6 ກະສັດອາຊາໄດ້ເອີ້ນທຸກຄົນໃນຢູດາໃຫ້ມາຂົນຫີນຂົນໄມ້ທີ່ບາອາຊາເອົາມາສ້າງ+ຢູ່ເມືອງຣາມາ+ ແລ້ວກະສັດອາຊາກໍເອົາຫີນແລະໄມ້ເຫຼົ່ານີ້ໄປເຮັດໃຫ້ເມືອງເຄບາ+ກັບເມືອງມິດຊະປາ+ເຂັ້ມແຂງຂຶ້ນ.
7 ຕອນນັ້ນ ຮານານີ+ຜູ້ເຫັນນິມິດກໍມາຫາອາຊາກະສັດຂອງຢູດາແລະເວົ້າກັບລາວວ່າ: “ຍ້ອນທ່ານໄປເພິ່ງກະສັດຂອງຊີເຣຍ ແລະບໍ່ໄດ້ເພິ່ງພະເຢໂຫວາພະເຈົ້າຂອງທ່ານ ທ່ານຈະບໍ່ມີໂອກາດຊະນະພວກຊີເຣຍ.+ 8 ທ່ານຈື່ບໍ່ໄດ້ບໍກອງທັບຂອງເອທິໂອເປຍກັບກອງທັບຂອງລີເບຍໃຫຍ່ຫຼາຍສ່ຳໃດ? ເຂົາເຈົ້າມີລົດຮົບກັບທະຫານມ້າບັກຫຼາຍໆ ແຕ່ທ່ານກໍຍັງຊະນະເຂົາເຈົ້າໄດ້ຍ້ອນທ່ານເພິ່ງພະເຢໂຫວາ.+ 9 ພະເຢໂຫວາແນມເບິ່ງທົ່ວໂລກ+ເພື່ອສະແດງລິດເດດຂອງເພິ່ນໂດຍຊ່ວຍຄົນທີ່ຮັບໃຊ້ເພິ່ນສຸດຫົວໃຈ.+ ທ່ານຄືໂງ່ແທ້ທີ່ໄປເພິ່ງກະສັດຂອງຊີເຣຍ. ຕັ້ງແຕ່ນີ້ໄປ ທ່ານຈະຕ້ອງຕໍ່ສູ້ກັບຊາດອື່ນຕະຫຼອດ.”+
10 ອາຊາໃຈຮ້າຍໃຫ້ຮານານີ*ຫຼາຍແລະຈັບລາວໄປຂັງໄວ້ຢູ່ຄຸກ.* ອາຊາຍັງໄດ້ເລີ່ມຂົ່ມເຫງປະຊາຊົນບາງຄົນນຳ. 11 ເລື່ອງຕ່າງໆຂອງອາຊາຕັ້ງແຕ່ຕົ້ນຈົນຈົບກໍຂຽນໄວ້ໃນປຶ້ມຂອງພວກກະສັດຢູດາແລະພວກກະສັດອິດສະຣາເອນ.+
12 ໃນປີທີ 39 ທີ່ອາຊາປົກຄອງ ລາວເປັນພະຍາດຢູ່ຕີນທີ່ເຮັດໃຫ້ລາວບໍ່ສະບາຍແຮງ. ເຖິງວ່າເຈັບໜັກປານນັ້ນລາວກໍບໍ່ເພິ່ງພະເຢໂຫວາ ລາວເພິ່ງແຕ່ພວກໝໍ. 13 ອາຊາຕາຍ+ໃນປີທີ 41 ທີ່ລາວປົກຄອງ. 14 ເຂົາເຈົ້າຝັງລາວໄວ້ຢູ່ບ່ອນຝັງສົບທີ່ໃຫຍ່ໆເຊິ່ງລາວກຽມໄວ້ສຳລັບໂຕເອງຢູ່ເມືອງຂອງດາວິດ.+ ເຂົາເຈົ້າເອົາລາວໃສ່ໂລງສົບທີ່ມີນ້ຳມັນຫອມແລະເຄື່ອງຫອມຊະນິດຕ່າງໆປະສົມກັນເປັນນ້ຳມັນຫອມສູດພິເສດ.+ ນອກຈາກນັ້ນ ໃນງານສົບຂອງອາຊາ ເຂົາເຈົ້າຍັງໄດ້ເຮັດກອງໄຟໃຫຍ່ໆເພື່ອໃຫ້ກຽດລາວ.*