ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ດາວິດ​ຮູ້​ຂ່າວ​ວ່າ​ຊາອູນ​ຕາຍ (1-​16)

      • ດາວິດ​ຮ້ອງ​ເພງ​ໄວ້​ອາໄລ​ໃຫ້​ຊາອູນ​ແລະ​ໂຢນາທານ (17-​27)

2 ຊາມູເອນ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 27:5, 6

2 ຊາມູເອນ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:1, 6; 1ຂຄ 10:4, 6

2 ຊາມູເອນ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 28:4; 1ຂຄ 10:1
  • +1ຊມ 31:3; 1ຂຄ 10:3

2 ຊາມູເອນ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:16; ພບຍ 25:19; 1ຊມ 15:20; 30:1

2 ຊາມູເອນ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:4

2 ຊາມູເອນ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:11, 13
  • +1ຊມ 31:1

2 ຊາມູເອນ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 12:8; 1ຊມ 24:6; 26:9; 31:4

2 ຊາມູເອນ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 4:10

2 ຊາມູເອນ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 1:6, 10

2 ຊາມູເອນ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:6

2 ຊາມູເອນ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:13

2 ຊາມູເອນ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:8

2 ຊາມູເອນ 1:20

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:9

2 ຊາມູເອນ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:1; 1ຂຄ 10:1
  • +ລລວ 27:16

2 ຊາມູເອນ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:4; 20:20
  • +1ຊມ 14:47

2 ຊາມູເອນ 1:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:1
  • +1ຊມ 31:6; 1ຂຄ 10:6
  • +ໂຢບ 9:26
  • +ສພສ 30:30

2 ຊາມູເອນ 1:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:8

2 ຊາມູເອນ 1:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:1, 3
  • +1ຊມ 19:2; 20:17, 41; 23:16-18; ສພສ 17:17; 18:24

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 1:11ຊມ 27:5, 6
2ຊມ. 1:41ຊມ 31:1, 6; 1ຂຄ 10:4, 6
2ຊມ. 1:61ຊມ 28:4; 1ຂຄ 10:1
2ຊມ. 1:61ຊມ 31:3; 1ຂຄ 10:3
2ຊມ. 1:8ອພຍ 17:16; ພບຍ 25:19; 1ຊມ 15:20; 30:1
2ຊມ. 1:101ຊມ 31:4
2ຊມ. 1:121ຊມ 31:11, 13
2ຊມ. 1:121ຊມ 31:1
2ຊມ. 1:14ຈຊບ 12:8; 1ຊມ 24:6; 26:9; 31:4
2ຊມ. 1:152ຊມ 4:10
2ຊມ. 1:162ຊມ 1:6, 10
2ຊມ. 1:171ຊມ 31:6
2ຊມ. 1:18ຢຊ 10:13
2ຊມ. 1:191ຊມ 31:8
2ຊມ. 1:201ຊມ 31:9
2ຊມ. 1:211ຊມ 31:1; 1ຂຄ 10:1
2ຊມ. 1:21ລລວ 27:16
2ຊມ. 1:221ຊມ 18:4; 20:20
2ຊມ. 1:221ຊມ 14:47
2ຊມ. 1:231ຊມ 18:1
2ຊມ. 1:231ຊມ 31:6; 1ຂຄ 10:6
2ຊມ. 1:23ໂຢບ 9:26
2ຊມ. 1:23ສພສ 30:30
2ຊມ. 1:251ຊມ 31:8
2ຊມ. 1:261ຊມ 18:1, 3
2ຊມ. 1:261ຊມ 19:2; 20:17, 41; 23:16-18; ສພສ 17:17; 18:24
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 1:1-27

ຊາມູເອນ​ສະບັບ​ທີ​ສອງ

1 ຕອນ​ນີ້​ຊາອູນ​ຕາຍ​ແລ້ວ ດາວິດ​ໄດ້​ຕໍ່ສູ້​ຊະນະ​ພວກ​ອາມາເລັກ​ແລະ​ກັບ​ມາ​ເມືອງ​ຊິກລັກ+ ລາວ​ຢູ່​ຫັ້ນ​ໄດ້ 2 ມື້​ແລ້ວ. 2 ໃນ​ມື້​ທີ 3 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ຄ້າຍ​ຂອງ​ຊາອູນ ເຄື່ອງ​ນຸ່ງ​ຂອງ​ລາວ​ຂາດ​ແລະ​ລາວ​ມີ​ຂີ້​ດິນ​ຢູ່​ຫົວ. ເມື່ອ​ເຈິ​ດາວິດ ລາວ​ກໍ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື.

3 ດາວິດ​ຖາມ​ວ່າ: “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ໜີ​ມາ​ຈາກ​ຄ້າຍ​ຂອງ​ພວກ​ອິດສະຣາເອນ.” 4 ດາວິດ​ຖາມ​ວ່າ: “ຢູ່​ຫັ້ນ​ເປັນ​ແນວ​ໃດ? ເລົ່າ​ໃຫ້​ຂ້ອຍ​ຟັງ​ແດ່.” ລາວ​ຕອບ​ວ່າ: “ພວກ​ທະຫານ​ໜີ​ຈາກ​ການ​ຕໍ່ສູ້​ແລະ​ມີ​ຫຼາຍ​ຄົນ​ຕາຍ. ຊາອູນ​ກັບ​ໂຢນາທານ​ລູກ​ຊາຍ​ຂອງ​ລາວ​ກໍ​ຕາຍ​ຄື​ກັນ.”+ 5 ດາວິດ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ຊາອູນ​ກັບ​ໂຢນາທານ​ຕາຍ​ແລ້ວ?” 6 ລາວ​ຕອບ​ວ່າ: “ພໍ​ດີ​ຂ້ອຍ​ຢູ່​ພູ​ກິນໂບອາ+ ຂ້ອຍ​ເຫັນຊາອູນບາດເຈັບ​ໜັກ​ຫຼາຍແລະ​ເອົາ​ຫອກ​ຄ້ຳ​ໂຕເອງ​ໄວ້ ແລະ​ມີ​ລົດ​ມ້າ​ກັບ​ພວກ​ທະຫານ​ມ້າ​ນຳ​ມາ​ໃກ້​ຊິ​ຮອດ​ລາວ​ແລ້ວ.+ 7 ເມື່ອ​ຊາອູນ​ເຫັນ​ຂ້ອຍ​ກໍ​ເອີ້ນ​ຂ້ອຍ​ແລະ​ຂ້ອຍ​ຕອບ​ວ່າ: ‘ມີ​ຫຍັງ​ບໍ່​ທ່ານ!’ 8 ລາວ​ຖາມ​ຂ້ອຍ​ວ່າ: ‘ເຈົ້າ​ແມ່ນ​ໃຜ?’ ຂ້ອຍ​ຕອບ​ລາວ​ວ່າ: ‘ຂ້ອຍ​ແມ່ນ​ຄົນ​ອາມາເລັກ.’+ 9 ແລ້ວ​ລາວ​ກໍ​ບອກ​ວ່າ: ‘ຂ້າ​ຂ້ອຍ​ສະ. ຂ້ອຍ​ບາດເຈັບ​ໜັກ​ຫຼາຍ.’ 10 ຂ້ອຍ​ກໍ​ເລີຍ​ຂ້າ​ລາວ+ ເພາະ​ຮູ້​ວ່າ​ຈັ່ງ​ໃດລາວ​ກະ​ບໍ່​ລອດ​ແລ້ວ​ຍ້ອນບາດເຈັບ​ໜັກ​ຫຼາຍ. ຈາກ​ນັ້ນ ຂ້ອຍ​ກໍ​ປົດ​ເອົາ​ມົງກຸດ​ກັບ​ປະ​ຫຼັກ​ແຂນຂອງ​ລາວ​ແລະ​ເອົາ​ມາ​ໃຫ້​ທ່ານ.”

11 ເມື່ອ​ໄດ້​ຍິນ​ແບບ​ນີ້ ດາວິດ​ກໍ​ຈີກ​ເສື້ອ​ຂອງໂຕເອງ​ແລະ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ​ກໍ​ເຮັດ​ຄື​ກັນ. 12 ເຂົາ​ເຈົ້າ​ຮ້ອງ​ໄຫ້​ເສຍໃຈ​ຫຼາຍ​ແລະ​ອົດ​ເຂົ້າ​+ຈົນ​ຮອດ​ຕອນ​ແລງ ຍ້ອນ​ຊາອູນ ໂຢນາທານ ຄົນ​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ ແລະ​ພວກ​ອິດສະຣາເອນ+ຖືກ​ຂ້າ​ຕາຍແລ້ວ.

13 ດາວິດ​ຖາມ​ຜູ້​ຊາຍ​ທີ່​ມາ​ບອກ​ຂ່າວ​ນີ້​ວ່າ: “ເຈົ້າ​ແມ່ນ​ໃຜ​ແລະ​ມາແຕ່ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ຄົນ​ອາມາເລັກ​ທີ່​ຍ້າຍ​ມາ​ຢູ່​ອິດສະຣາເອນ.” 14 ດາວິດ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ບໍ່​ຢ້ານ​ບໍ​ທີ່​ຂ້າ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ?”+ 15 ດາວິດ​ເອີ້ນ​ຄົນ​ຂອງ​ລາວ​ຜູ້​ໜຶ່ງ​ອອກ​ມາ​ແລະ​ບອກ​ວ່າ: “ຂ້າ​ລາວ​ດຽວ​ນີ້.” ແລ້ວ​ຄົນ​ຂອງ​ດາວິດ​ກໍ​ຂ້າ​ຜູ້​ຊາຍ​ຄົນ​ນັ້ນ​ທັນທີ.+ 16 ດາວິດ​ເວົ້າ​ໃຫ້​ຜູ້​ຊາຍ​ທີ່​ຖືກ​ຂ້າ​ວ່າ: “ເຈົ້າ​ຕາຍ​ຍ້ອນ​ສິ່ງ​ທີ່​ເຈົ້າ​ເຮັດ. ເຈົ້າ​ເອງ​ເປັນ​ຜູ້​ທີ່​ບອກ​ວ່າ ‘ຂ້ອຍ​ຂ້າ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.’”+

17 ດາວິດ​ໄດ້​ຮ້ອງ​ເພງ​ໄວ້​ອາໄລ​ໃຫ້​ຊາອູນ​ແລະ​ໂຢນາທານ.+ 18 ດາວິດ​ຕັ້ງ​ຊື່​ເພງ​ນີ້​ວ່າ “ທະນູ” ແລະ​ສັ່ງ​ໃຫ້​ພວກ​ຢູດາ​ຮຽນ​ຮ້ອງ​ເພງ​ນີ້. ເພງ​ນີ້​ຂຽນ​ໄວ້​ໃນ​ປຶ້ມ​ທີ່​ຊື່​ຢາຊາ.+

19 “ໂອ້ ອິດສະຣາເອນ ພວກ​ຜູ້​ທີ່​ງົດງາມ​ຖືກ​ຂ້າ​ຢູ່​ເທິງ​ພູ​ຂອງ​ເຈົ້າ​ແລ້ວ.+

ພວກ​ຜູ້​ທີ່​ເກັ່ງ​ກ້າ​ຖືກ​ຂ້າ​ຕາຍ​ແລ້ວ.

20 ຢ່າ​ບອກ​ໃຜ​ໃນ​ເມືອງ​ກັດ+

ແລະ​ຢ່າ​ເວົ້າ​ຕາມ​ຫົນ​ທາງ​ໃນ​ເມືອງ​ອາຊະກາໂລນ

ເພາະ​ພວກ​ຜູ້​ຍິງ​ຟີລິດສະຕີນ​ຈະ​ດີ​ໃຈ

ແລະ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ໄດ້​ຮັບ​ສິນຕັດ*​ຈະ​ໂຫ່​ຮ້ອງ​ຍິນດີ.

21 ພູ​ກິນໂບອາ​ເອີ້ຍ+

ຂໍ​ໃຫ້​ບໍ່​ມີ​ນ້ຳ​ຄ້າງ​ຫຼື​ນ້ຳ​ຝົນ​ຕົກ​ລົງ​ມາ​ໃສ່​ເຈົ້າ

ຂໍ​ໃຫ້​ໄຮ່​ນາ​ຂອງ​ເຈົ້າບໍ່​ເກີດ​ດອກ​ອອກ​ໝາກ​ທີ່​ຈະ​ເອົາ​ໄປ​ໃຫ້​ພະເຈົ້າ+

ຍ້ອນ​ໂລ້​ຂອງ​ພວກ​ຜູ້​ກ້າຫານ​ຖືກ​ເຮັດ​ໃຫ້​ເສຍ​ກຽດ​ຢູ່​ຫັ້ນ.

ໂລ້​ຂອງ​ຊາອູນ​ຈະ​ບໍ່​ໄດ້​ທາ​ດ້ວຍ​ນ້ຳມັນ​ແລ້ວ.

22 ລູກທະນູ​ຂອງ​ໂຢນາທານ​ຍິງ​ຖືກ​ສັດຕູ​ທຸກ​ຄັ້ງ+

ແລະ​ດາບ​ຂອງ​ຊາອູນ​ຟັນ​ບໍ່​ພາດ​ຈັກເທື່ອ.+

ມັນ​ແທງ​ສັດຕູ​ຈົນ​ຊອດ​ແລະເຮັດ​ໃຫ້​ເລືອດ​ໄຫຼ​ອອກ.

23 ຕອນ​ທີ່​ຊາອູນ​ກັບ​ໂຢນາທານ​+ຍັງ​ມີ​ຊີວິດ​ຢູ່ ຄົນ​ຮັກ​ແລະ​ຍົກຍ້ອງ​ເຂົາ​ເຈົ້າ.

ເຂົາ​ເຈົ້າ​ພັກດີ​ຕໍ່​ກັນ​ຈົນ​ຮອດ​ມື້​ຕາຍ.+

ທັງ​ສອງ​ໄວ​ກວ່າ​ນົກ​ອິນຊີ+

ແລະ​ກ້າຫານ​ຫຼາຍ​ກວ່າ​ໂຕ​ສິງ.+

24 ລູກສາວ​ຂອງ​ອິດສະຣາເອນ​ເອີ້ຍ ຮ້ອງ​ໄຫ້​ເພື່ອ​ຊາອູນ​ໂລດ

ຍ້ອນ​ລາວ​ເຄີຍ​ໃຫ້​ພວກ​ເຈົ້າ​ໃສ່​ເຄື່ອງນຸ່ງສີ​ແດງ​ສົດທີ່ເຮັດ​ຈາກ​ຜ້າ​ເນື້ອ​ດີ

ແລະ​ໃຫ້​ພວກ​ເຈົ້າ​ມີເຄື່ອງ​ປະດັບ​ທີ່​ເປັນ​ຄຳຢູ່​ນຳ​ເຄື່ອງນຸ່ງ​ນັ້ນ.

25 ອິດສະຣາເອນເອີ້ຍ ຜູ້​ກ້າຫານ​ຕາຍ​ໃນ​ສະ​ໜາມ​ຮົບ​ແລ້ວ!

ໂຢນາທານ​ນອນ​ຕາຍ​ຢູ່​ເທິງ​ໂນນພູ​ຂອງ​ເຈົ້າ​ແລ້ວ!+

26 ອ້າຍ​ໂຢນາທານ​ເອີ້ຍ ນ້ອງ​ເສົ້າໃຈ​ຫຼາຍ​ທີ່​ອ້າຍ​ບໍ່​ຢູ່​ນຳ​ແລ້ວ.

ນ້ອງ​ຮັກ​ອ້າຍ​ຫຼາຍ​ແທ້​ໆ​.+

ຄວາມ​ຮັກ​ທີ່​ອ້າຍ​ມີ​ຕໍ່​ນ້ອງ​ມີ​ຄ່າຫຼາຍກວ່າ​ຄວາມ​ຮັກ​ທີ່​ຜູ້​ຍິງ​ມີ​ຕໍ່​ນ້ອງ.+

27 ພວກ​ຜູ້​ກ້າຫານ​ຖືກ​ຂ້າ​ແລ້ວ

ແລະ​ອາວຸດ​ຂອງ​ເຂົາ​ເຈົ້າບໍ່​ມີ​ປະໂຫຍດແລ້ວ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌