ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ຕໍ່ສູ້​ຊະນະ​ພວກ​ອຳໂມນ​ແລະ​ພວກ​ຊີເຣຍ (1-​19)

2 ຊາມູເອນ 10:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:36, 38; ຜຕສ 10:7; 11:12, 33; 1ຊມ 11:1
  • +1ຂຄ 19:1-5

2 ຊາມູເອນ 10:2

ໄຂເງື່ອນ

  • *

    ຫຼື “ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ”

2 ຊາມູເອນ 10:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:27

2 ຊາມູເອນ 10:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:21

2 ຊາມູເອນ 10:6

ໄຂເງື່ອນ

  • *

    ຫຼື “ພວກ​ໂຕບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:21
  • +2ຊມ 8:5
  • +ຢຊ 13:13
  • +1ຂຄ 19:6, 7

2 ຊາມູເອນ 10:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 23:8; 1ຂຄ 19:8, 9

2 ຊາມູເອນ 10:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 19:10-13

2 ຊາມູເອນ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:6; 2ຊມ 2:18; 23:18; 1ຂຄ 2:15, 16
  • +ຈຊບ 21:24

2 ຊາມູເອນ 10:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:6
  • +ພສ 37:5; 44:5; ສພສ 29:25

2 ຊາມູເອນ 10:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 19:14, 15

2 ຊາມູເອນ 10:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 19:16

2 ຊາມູເອນ 10:16

ໄຂເງື່ອນ

  • *

    ໝາຍເຖິງ​ແມ່​ນ້ຳ​ເອິຟາຣາດ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຊຟາກ​ໃນ 1ຂຄ 19:16, 18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:3-5
  • +ປຖກ 15:18; ອພຍ 23:31

2 ຊາມູເອນ 10:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 19:17-19

2 ຊາມູເອນ 10:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:1; ພສ 18:37, 38

2 ຊາມູເອນ 10:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18; ພບຍ 20:10, 11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 10:1ປຖກ 19:36, 38; ຜຕສ 10:7; 11:12, 33; 1ຊມ 11:1
2ຊມ. 10:11ຂຄ 19:1-5
2ຊມ. 10:4ລລວ 19:27
2ຊມ. 10:5ຢຊ 18:21
2ຊມ. 10:6ຈຊບ 13:21
2ຊມ. 10:62ຊມ 8:5
2ຊມ. 10:6ຢຊ 13:13
2ຊມ. 10:61ຂຄ 19:6, 7
2ຊມ. 10:72ຊມ 23:8; 1ຂຄ 19:8, 9
2ຊມ. 10:91ຂຄ 19:10-13
2ຊມ. 10:101ຊມ 26:6; 2ຊມ 2:18; 23:18; 1ຂຄ 2:15, 16
2ຊມ. 10:10ຈຊບ 21:24
2ຊມ. 10:12ພບຍ 31:6
2ຊມ. 10:12ພສ 37:5; 44:5; ສພສ 29:25
2ຊມ. 10:131ຂຄ 19:14, 15
2ຊມ. 10:151ຂຄ 19:16
2ຊມ. 10:162ຊມ 8:3-5
2ຊມ. 10:16ປຖກ 15:18; ອພຍ 23:31
2ຊມ. 10:171ຂຄ 19:17-19
2ຊມ. 10:18ພບຍ 20:1; ພສ 18:37, 38
2ຊມ. 10:19ປຖກ 15:18; ພບຍ 20:10, 11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 10:1-19

ຊາມູເອນ​ສະບັບ​ທີ​ສອງ

10 ຕໍ່ມາ ກະສັດ​ຂອງ​ອຳໂມນ​+ກໍ​ຕາຍ ແລະ​ຮານຸນ​ລູກ​ຊາຍ​ຂອງ​ລາວ​ໄດ້​ເປັນ​ກະສັດ​ແທນ.+ 2 ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ລາວ​ກໍ​ເວົ້າ​ວ່າ: “ຂ້ອຍ​ຢາກເຮັດດີ*​ຕໍ່​ຮານຸນ​ຄື​ກັບ​ທີ່​ນາຮາດ​ພໍ່​ຂອງ​ລາວ​ໄດ້​ເຮັດ​ດີ​ຕໍ່​ຂ້ອຍ.” ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ຮານຸນ​ເພື່ອ​ສະແດງ​ຄວາມເສຍໃຈທີ່​ພໍ່​ຂອງ​ລາວ​ຕາຍ. ແຕ່​ເມື່ອ​ຄົນ​ຂອງ​ດາວິດ​ໄປ​ຮອດ​ແຜ່ນດິນ​ຂອງ​ພວກ​ອຳໂມນ 3 ພວກ​ເຈົ້າ​ນາຍ​ຂອງ​ຄົນ​ອຳໂມນ​ເວົ້າ​ກັບ​ຮານຸນ​ວ່າ: “ທ່ານ​ຄິດ​ວ່າ​ດາວິດ​ໃຫ້ກຽດພໍ່​ທ່ານ​ໂດຍ​ສົ່ງ​ຄົນ​ມາ​ສະແດງ​ຄວາມ​ເສຍໃຈ​ນຳ​ທ່ານ​ບໍ? ດາວິດ​ສົ່ງ​ຄົນ​ມາ​ສອດແນມ​ເພື່ອ​ຈະ​ຮູ້​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ແລະ​ເພື່ອ​ຈະ​ໂຈມຕີ​ເມືອງ​ນີ້​ຫັ້ນຕິ.” 4 ຮານຸນ​ຈຶ່ງ​ຈັບ​ຄົນ​ຂອງ​ດາວິດ​ໄປ​ແຖໜວດ​ແຖ​ເຄົາ​ອອກ​ເຄິ່ງ​ໜຶ່ງ+ ແລະ​ຕັດ​ເຄື່ອງນຸ່ງ​ຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ແອວ​ໃຫ້​ເຫັນ​ກົ້ນ ແລ້ວ​ໃຫ້​ເຂົາ​ເຈົ້າ​ກັບ​ເມືອ. 5 ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ເຂົາ​ເຈົ້າ​ທັນທີ​ຍ້ອນ​ເຂົາ​ເຈົ້າ​ອາຍ​ຫຼາຍ. ກະສັດ​ດາວິດ​ບອກ​ວ່າ: “ໃຫ້​ຢູ່​ເມືອງ​ເຢຣິໂກ​+ຈົນ​ໜວດ​ຈົນເຄົາປົ່ງ ແລ້ວ​ຈຶ່ງ​ກັບ​ມາ.”

6 ເມື່ອ​ພວກ​ອຳໂມນ​ຮູ້​ວ່າ​ດາວິດ​ຊັງ​ເຂົາ​ເຈົ້າ​ແລ້ວ ເຂົາ​ເຈົ້າຈຶ່ງ​ສົ່ງ​ຄົນ​ໄປ​ຈ້າງ​ທະຫານ​ຊີເຣຍ 20.000 ຄົນ​ຈາກ​ເມືອງ​ເບັດ​ເຣໂຮບ​+ແລະ​ຈາກ​ໂຊບາ+ ແລະ​ຈ້າງ​ກະສັດ​ຂອງ​ມາອາກາ​+ກັບ​ທະຫານ​ຂອງ​ລາວ 1.000 ຄົນ ແລະ​ຈ້າງ​ທະຫານ​ຈາກ​ເມືອງ​ອິດສະໂຕບ*​ອີກ 12.000 ຄົນ.+ 7 ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້ ລາວ​ກໍ​ສົ່ງ​ໂຢອາບ​ແລະ​ກອງ​ທັບ​ທັງ​ໝົດ​ພ້ອມ​ທັງ​ທະຫານ​ທີ່​ເກັ່ງ​ທີ່​ສຸດ​ໄປ.+ 8 ພວກ​ອຳໂມນ​ຕັ້ງ​ກອງ​ທັບ​ຢູ່​ທາງເຂົ້າປະຕູ​ເມືອງ​ຂອງ​ເຂົາ​ເຈົ້າ ສ່ວນ​ພວກ​ຊີເຣຍ​ຈາກ​ໂຊບາ​ແລະ​ເມືອງ​ເຣໂຮບ​ພ້ອມ​ທັງ​ພວກ​ທະຫານ​ຈາກ​ອິດສະໂຕບ​ແລະ​ມາອາກາ​ກໍ​ໄປ​ຕັ້ງ​ກອງ​ທັບ​ຢູ່​ທົ່ງ​ຫຍ້າ.

9 ເມື່ອ​ໂຢອາບ​ເຫັນ​ວ່າ​ກອງ​ທັບ​ຂອງ​ພວກ​ສັດຕູ​ກຳລັງ​ຫຍັບ​ໃກ້​ເຂົ້າ​ມາ​ທັງ​ທາງ​ໜ້າ​ແລະ​ທາງ​ຫຼັງ ລາວ​ຈຶ່ງ​ເລືອກ​ເອົາ​ກອງ​ທະຫານ​ອິດສະຣາເອນ​ທີ່​ເກັ່ງ​ທີ່​ສຸດ​ຈຳນວນ​ໜຶ່ງ​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ຊີເຣຍ.+ 10 ສ່ວນ​ພວກ​ທະຫານ​ທີ່​ເຫຼືອ ໂຢອາບ​ໃຫ້​ອາບີຊາຍ​+ອ້າຍ​ຂອງ​ລາວ​ເປັນ​ຜູ້​ພາ​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ.+ 11 ໂຢອາບ​ບອກ​ວ່າ: “ຖ້າ​ຂ້ອຍ​ສູ້​ພວກ​ຊີເຣຍ​ບໍ່​ໄຫວ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ. ແຕ່​ຖ້າ​ເຈົ້າ​ສູ້​ພວກ​ອຳໂມນ​ບໍ່​ໄຫວ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ. 12 ພວກ​ເຮົາ​ຕ້ອງ​ເຂັ້ມແຂງ​ແລະ​ກ້າຫານ​+ເພື່ອ​ປະຊາຊົນ​ຂອງ​ພວກ​ເຮົາ​ແລະ​ເພື່ອ​ເມືອງ​ຕ່າງ​ໆ​ຂອງ​ພະເຈົ້າ​ຂອງ​ພວກ​ເຮົາ. ແລ້ວ​ພະ​ເຢໂຫວາ​ຈະ​ເຮັດສ່ວນ​ຂອງ​ເພິ່ນ.”+

13 ຈາກ​ນັ້ນ ໂຢອາບ​ກັບ​ຄົນ​ຂອງ​ລາວ​ກໍ​ໄປ​ຕໍ່ສູ້​ກັບ​ພວກ​ຊີເຣຍ. ພວກ​ຊີເຣຍ​ສູ້​ບໍ່​ໄດ້​ຈຶ່ງ​ພາກັນ​ແຕກ​ໜີ.+ 14 ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ແລ່ນ​ໜີ ເຂົາ​ເຈົ້າ​ກໍແລ່ນ​ໜີ​ຈາກ​ອາບີຊາຍ​ແລະ​ເຂົ້າ​ໄປ​ໃນເມືອງ​ຂອງ​ໂຕເອງ. ແລ້ວ​ໂຢອາບ​ກໍ​ເຊົາ​ຕໍ່ສູ້​ກັບ​ພວກ​ອຳໂມນ​ແລະ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.

15 ເມື່ອ​ພວກ​ຊີເຣຍ​ເຫັນ​ວ່າ​ພວກ​ອິດສະຣາເອນ​ຊະນະ ເຂົາ​ເຈົ້າ​ຈຶ່ງ​ຈັດ​ກອງ​ທະຫານ​ໃໝ່.+ 16 ຮາດາເດເຊ​+ສົ່ງ​ຄົນ​ໄປ​ເອີ້ນ​ພວກ​ທະຫານ​ຊີເຣຍ​ທີ່​ຢູ່ແຖວແມ່​ນ້ຳ*+ ແລ້ວ​ພວກ​ນັ້ນ​ກໍ​ມາ​ເຮລາມ. ໂຊບາກ*​ຫົວ​ໜ້າ​ກອງ​ທັບ​ຂອງ​ຮາດາເດເຊ​ເປັນ​ຜູ້​ພາ​ກອງ​ທັບ​ນັ້ນ​ມາ.

17 ເມື່ອ​ມີ​ຄົນ​ໄປ​ບອກ​ດາວິດ ລາວ​ກໍ​ຟ້າວ​ລວບລວມ​ທະຫານ​ອິດສະຣາເອນ​ທັງ​ໝົດ​ແລ້ວ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ເຮລາມ. ຈາກ​ນັ້ນ ພວກ​ຊີເຣຍ​ກໍ​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ກັບ​ດາວິດ.+ 18 ແຕ່​ພວກ​ຊີເຣຍ​ບໍ່​ຊະນະ​ພວກ​ອິດສະຣາເອນ ເຂົາ​ເຈົ້າ​ຈຶ່ງໜີໄປ. ດາວິດ​ຂ້າ​ຄົນ​ຂັບ​ລົດ​ຮົບ 700 ຄົນກັບ​ທະຫານ​ມ້າ​ຂອງ​ພວກ​ຊີເຣຍ 40.000 ຄົນ ແລະ​ລາວ​ຍັງ​ໄດ້​ຂ້າ​ໂຊບາກ​ຫົວ​ໜ້າ​ກອງ​ທັບ​ຂອງ​ເຂົາ​ເຈົ້າ​ຕາຍ.+ 19 ເມື່ອ​ກະສັດ​ທຸກ​ອົງ​ທີ່​ຂຶ້ນ​ກັບ​ຮາດາເດເຊ​ເຫັນ​ວ່າ​ພວກ​ອິດສະຣາເອນ​ຊະນະ​ແລ້ວ ເຂົາ​ເຈົ້າ​ຈຶ່ງ​ຟ້າວ​ເຮັດ​ສັນຍາ​ຂໍ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ​ແລະ​ຍອມ​ເປັນ​ຫົວ​ເມືອງ​ຂຶ້ນ.+ ຫຼັງ​ຈາກ​ນັ້ນ ພວກ​ຊີເຣຍ​ກໍ​ບໍ່​ກ້າ​ກັບ​ມາ​ຊ່ວຍ​ພວກ​ອຳໂມນ​ອີກ​ເລີຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌