ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ດາວິດ​ເຮັດ​ດີ​ຕໍ່​ເມຟີໂບເຊັດ (1-​13)

2 ຊາມູເອນ 9:1

ໄຂເງື່ອນ

  • *

    ຫຼື “ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:1, 3; 20:15, 42

2 ຊາມູເອນ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:1; 19:17

2 ຊາມູເອນ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 4:4; 9:13; 19:26

2 ຊາມູເອນ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:27-29

2 ຊາມູເອນ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:17
  • +2ຊມ 19:28; ສພສ 11:25

2 ຊາມູເອນ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:14

2 ຊາມູເອນ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:1; 16:4; 19:29

2 ຊາມູເອນ 9:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 19:28
  • +2ຊມ 19:17

2 ຊາມູເອນ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 8:34; 9:40

2 ຊາມູເອນ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:7; 19:28
  • +2ຊມ 4:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 9:11ຊມ 18:1, 3; 20:15, 42
2ຊມ. 9:22ຊມ 16:1; 19:17
2ຊມ. 9:32ຊມ 4:4; 9:13; 19:26
2ຊມ. 9:42ຊມ 17:27-29
2ຊມ. 9:7ສພສ 11:17
2ຊມ. 9:72ຊມ 19:28; ສພສ 11:25
2ຊມ. 9:81ຊມ 24:14
2ຊມ. 9:92ຊມ 9:1; 16:4; 19:29
2ຊມ. 9:102ຊມ 19:28
2ຊມ. 9:102ຊມ 19:17
2ຊມ. 9:121ຂຄ 8:34; 9:40
2ຊມ. 9:132ຊມ 9:7; 19:28
2ຊມ. 9:132ຊມ 4:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 9:1-13

ຊາມູເອນ​ສະບັບ​ທີ​ສອງ

9 ດາວິດ​ຖາມ​ວ່າ: “ໃນ​ຄອບຄົວ​ຂອງ​ຊາອູນ​ຍັງ​ມີ​ໃຜ​ເຫຼືອ​ຢູ່​ບໍທີ່​ຂ້ອຍ​ຈະເຮັດດີ*​ຕໍ່​ລາວ​ໄດ້​ຕາມ​ທີ່​ຂ້ອຍ​ເຄີຍ​ສັນຍາ​ໄວ້​ກັບ​ໂຢນາທານ?”+ 2 ຕອນ​ນັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ຊີບາ+ທີ່​ເຄີຍ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ຄອບຄົວ​ຊາອູນ. ເຂົາ​ເຈົ້າ​ໄດ້​ເອີ້ນ​ຊີບາ​ມາ​ຫາ​ກະສັດ​ດາວິດ ແລະ​ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ແມ່ນ​ຊີບາ​ບໍ?” ລາວ​ຕອບ​ວ່າ: “ແມ່ນ​ແລ້ວ. ຂ້ອຍ​ແມ່ນ​ຄົນ​ຮັບ​ໃຊ້​ຂອງ​ທ່ານ.” 3 ກະສັດ​ຖາມ​ລາວ​ຕໍ່​ອີກ​ວ່າ: “ໃນຄອບຄົວຂອງ​ຊາອູນ​ຍັງ​ມີ​ໃຜເຫຼືອ​ຢູ່​ບໍທີ່​ຂ້ອຍ​ຈະ​ເຮັດ​ດີ​ຕໍ່​ລາວ​ຄື​ກັບ​ທີ່​ພະເຈົ້າ​ໄດ້ເຮັດ?” ຊີບາ​ຕອບ​ກະສັດ​ວ່າ: “ຍັງ​ເຫຼືອ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ໂຢນາທານ​ທີ່​ຕີນເປັນ​ລ່ອຍທັງ​ສອງ​ເບື້ອງ.”+ 4 ກະສັດ​ຈຶ່ງ​ຖາມ​ວ່າ: “ລາວ​ຢູ່​ໃສ?” ຊີບາ​ຕອບ​ວ່າ: “ລາວ​ຢູ່​ເຮືອນ​ຂອງ​ມາກີ​+ລູກ​ຊາຍ​ຂອງ​ອຳມີເອນ​ໃນ​ເມືອງ​ໂລເດບາ.”

5 ກະສັດ​ດາວິດ​ຈຶ່ງ​ຟ້າວ​ສົ່ງ​ຄົນໃຫ້​ໄປ​ພາ​ລາວ​ມາທັນທີຈາກເຮືອນ​ຂອງ​ມາກີ​ລູກ​ຊາຍ​ຂອງ​ອຳມີເອນ​ໃນ​ເມືອງ​ໂລເດບາ. 6 ເມື່ອ​ເມຟີໂບເຊັດ​ລູກ​ຊາຍ​ຂອງ​ໂຢນາທານ​ຫຼານ​ຂອງ​ຊາອູນ​ມາ​ຮອດ ລາວ​ກໍ​ຟ້າວ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຕໍ່​ດາວິດ. ດາວິດ​ເວົ້າ​ວ່າ: “ເມຟີໂບເຊັດ.” ລາວ​ຕອບ​ວ່າ: “ຄົນ​ຮັບ​ໃຊ້​ຂອງ​ທ່ານ​ຢູ່​ນີ້.” 7 ດາວິດ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ຢ້ານ. ຂ້ອຍ​ຈະ​ເຮັດ​ດີ+ຕໍ່​ເຈົ້າ​ຍ້ອນ​ໂຢນາທານ​ພໍ່​ຂອງ​ເຈົ້າ. ດິນທັງ​ໝົດ​ທີ່​ເປັນ​ຂອງ​ຊາອູນ​ປູ່​ຂອງ​ເຈົ້າ ຂ້ອຍ​ຈະ​ສົ່ງ​ຄືນ​ໃຫ້​ເຈົ້າ ແລະ​ເຈົ້າ​ຈະ​ນັ່ງ​ກິນ​ເຂົ້າ​ນຳ​ຂ້ອຍທຸກ​ໆ​ມື້.”+

8 ເມຟີໂບເຊັດ​ຈຶ່ງ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ແລະ​ເວົ້າ​ວ່າ: “ຂ້ອຍ​ເປັນ​ຄື​ກັບ​ໝາ​ໂຕ​ໜຶ່ງ​ທີ່​ຕາຍ​ແລ້ວ.+ ເປັນ​ຫຍັງ​ທ່ານ​ຈຶ່ງ​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ​ຫຼາຍ​ປານ​ນີ້?” 9 ແລ້ວ​ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ເອີ້ນ​ຊີບາ​ຄົນ​ຮັບ​ໃຊ້​ຂອງ​ຊາອູນ​ມາ​ຫາ ແລະ​ບອກ​ຊີບາ​ວ່າ: “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຄີຍ​ເປັນ​ຂອງ​ຊາອູນ​ແລະ​ຄອບຄົວ​ຂອງ​ລາວ ຂ້ອຍ​ຈະ​ຍົກ​ໃຫ້​ເມຟີໂບເຊັດ​ທັງ​ໝົດ​ເພາະ​ລາວ​ເປັນ​ຫຼານ​ຊາຍ​ຂອງ​ນາຍ​ເຈົ້າ.+ 10 ເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ຄົນ​ຮັບ​ໃຊ້​ຂອງ​ເຈົ້າ​ຈະ​ເຮັດ​ໄຮ່​ເຮັດ​ນາ​ແລະ​ປູກ​ພືດ​ຜັກ​ຢູ່​ໃນ​ດິນ​ຂອງ​ເມຟີໂບເຊັດເພື່ອ​ໃຫ້​ຄົນ​ໃນ​ຄອບຄົວ​ຂອງ​ລາວ​ກິນ. ແຕ່​ເມຟີໂບເຊັດ​ຫຼານ​ຊາຍ​ຂອງ​ນາຍ​ເຈົ້າ​ຈະ​ນັ່ງ​ກິນ​ເຂົ້ານຳ​ຂ້ອຍທຸກ​ໆ​ມື້.”+

ຊີບາ​ມີ​ລູກ​ຊາຍ 15 ຄົນ​ແລະ​ຄົນ​ຮັບ​ໃຊ້ 20 ຄົນ.+ 11 ຊີບາ​ເວົ້າ​ກັບ​ກະສັດ​ວ່າ: “ຂ້ອຍ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ກະສັດ​ສັ່ງ.” ນັບ​ຕັ້ງ​ແຕ່​ມື້​ນັ້ນ ເມຟີໂບເຊັດ​ຈຶ່ງ​ນັ່ງ​ກິນ​ເຂົ້າ​ນຳ​ກະສັດ​ດາວິດ​ທຸກ​ໆ​ມື້​ຄື​ກັບ​ເປັນ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ລາວ. 12 ເມຟີໂບເຊັດ​ມີ​ລູກ​ຊາຍ​ທີ່​ຍັງ​ນ້ອຍ​ຜູ້​ໜຶ່ງ​ຊື່​ມິກາ+ ແລະ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ຊີບາ​ໄດ້​ມາ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ເມຟີໂບເຊັດ. 13 ເມຟີໂບເຊັດ​ໄດ້​ຍ້າຍ​ມາ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ນັ່ງ​ກິນ​ເຂົ້າ​ນຳ​ກະສັດ​ທຸກ​ໆ​ມື້.+ ເມຟີໂບເຊັດ​ຕີນເປັນ​ລ່ອຍທັງ​ສອງ​ເບື້ອງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌