ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ດາວິດ​ເຮັດ​ຜິດ​ກັບ​ບັດເຊບາ (1-​13)

      • ດາວິດ​ວາງ​ແຜນ​ຂ້າ​ອູຣີຢາ (14-​25)

      • ດາວິດ​ເອົາ​ບັດເຊບາ​ມາ​ເປັນ​ເມຍ (26, 27)

2 ຊາມູເອນ 11:1

ໄຂເງື່ອນ

  • *

    ໝາຍເຖິງ​ລະດູ​ໃບ​ໄມ້​ປົ່ງ​ໃນ​ອິດສະຣາເອນ (ເລີ່ມ​ຕົ້ນ​ໃນ​ເດືອນ​ມີນາ​ຫຼື​ເມສາ). ເບິ່ງ​ພາກ​ຜະໜວກ ຂ15.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:26
  • +1ຂຄ 20:1

2 ຊາມູເອນ 11:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:24; 1ກສ 1:11
  • +1ຂຄ 3:5, 9
  • +2ຊມ 23:8, 39; 1ກສ 15:5
  • +ປຖກ 10:15; ພບຍ 20:17

2 ຊາມູເອນ 11:4

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ໄລຍະ​ຫຼັງ​ຈາກ​ເປັນ​ປະຈຳ​ເດືອນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:14, 17
  • +ລລວ 18:20; 20:10; ສພສ 6:32; ຮຣ 13:4
  • +ລລວ 12:2; 15:19; 18:19

2 ຊາມູເອນ 11:8

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລ້າງ​ຕີນ”

  • *

    ຫຼື “ສ່ວນ​ຂອງ​ກະສັດ.” ໝາຍເຖິງ​ເຄື່ອງ​ຂອງ​ທີ່​ເຈົ້າ​ພາບ​ສົ່ງ​ໄປ​ໃຫ້​ແຂກ​ທີ່​ມີ​ກຽດ.

2 ຊາມູເອນ 11:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 6:17; 7:2
  • +ລລວ 15:16; 1ຊມ 21:5

2 ຊາມູເອນ 11:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 51:14; ສພສ 3:29

2 ຊາມູເອນ 11:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:9

2 ຊາມູເອນ 11:21

ໄຂເງື່ອນ

  • *

    ໝາຍເຖິງ​ແຜ່ນ​ທາງ​ເທິງ​ຂອງ​ຫີນ​ໂມ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:50-53
  • +ຜຕສ 6:32; 7:1

2 ຊາມູເອນ 11:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:17

2 ຊາມູເອນ 11:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:26

2 ຊາມູເອນ 11:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 5:13; 12:9
  • +ປຖກ 39:7-9; 1ກສ 15:5; ພສ 5:6; 11:4; ຮຣ 13:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 11:12ຊມ 12:26
2ຊມ. 11:11ຂຄ 20:1
2ຊມ. 11:32ຊມ 12:24; 1ກສ 1:11
2ຊມ. 11:31ຂຄ 3:5, 9
2ຊມ. 11:32ຊມ 23:8, 39; 1ກສ 15:5
2ຊມ. 11:3ປຖກ 10:15; ພບຍ 20:17
2ຊມ. 11:4ອພຍ 20:14, 17
2ຊມ. 11:4ລລວ 18:20; 20:10; ສພສ 6:32; ຮຣ 13:4
2ຊມ. 11:4ລລວ 12:2; 15:19; 18:19
2ຊມ. 11:112ຊມ 6:17; 7:2
2ຊມ. 11:11ລລວ 15:16; 1ຊມ 21:5
2ຊມ. 11:15ພສ 51:14; ສພສ 3:29
2ຊມ. 11:172ຊມ 12:9
2ຊມ. 11:21ຜຕສ 9:50-53
2ຊມ. 11:21ຜຕສ 6:32; 7:1
2ຊມ. 11:242ຊມ 11:17
2ຊມ. 11:252ຊມ 12:26
2ຊມ. 11:272ຊມ 5:13; 12:9
2ຊມ. 11:27ປຖກ 39:7-9; 1ກສ 15:5; ພສ 5:6; 11:4; ຮຣ 13:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 11:1-27

ຊາມູເອນ​ສະບັບ​ທີ​ສອງ

11 ໃນ​ໄລຍະ​ຕົ້ນ​ປີ* ຕອນ​ທີ່​ກະສັດ​ຕ່າງ​ໆ​ກຳລັງ​ຕໍ່ສູ້​ກັນ ດາວິດ​ໄດ້​ສົ່ງ​ໂຢອາບ​ກັບ​ຄົນ​ຂອງ​ລາວ​ແລະ​ກອງ​ທັບ​ອິດສະຣາເອນ​ທັງ​ໝົດ​ໄປ​ຕໍ່ສູ້​ພວກ​ອຳໂມນ. ຕອນ​ທີ່​ດາວິດ​ຍັງ​ຢູ່​ເມືອງ​ເຢຣູຊາເລັມ+ ເຂົາ​ເຈົ້າ​ລ້ອມ​ເມືອງ​ຣັບບາ​ໄດ້.+

2 ແລງ​ມື້​ໜຶ່ງ ດາວິດ​ໄດ້ລຸກ​ອອກ​ຈາກ​ຕຽງ​ແລະ​ໄປ​ຍ່າງ​ຫຼິ້ນຢູ່ເທິງ​ດາດ​ຟ້າ​ໃນ​ວັງ​ຂອງ​ລາວ. ເມື່ອ​ແນມ​ລົງ​ມາ​ຈາກ​ດາດ​ຟ້າ ລາວເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ກຳລັງ​ອາບ​ນ້ຳ​ຢູ່. ຜູ້​ຍິງ​ຄົນ​ນັ້ນ​ງາມ​ຫຼາຍ. 3 ດາວິດ​ຈຶ່ງ​ໃຫ້​ຄົນ​ໄປ​ສືບ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ແມ່ນ​ໃຜ. ຄົນ​ຂອງ​ດາວິດ​ກັບ​ມາ​ບອກ​ວ່າ: “ລາວຊື່​ບັດເຊບາ​+ເປັນ​ລູກສາວ​ຂອງ​ເອລີອາມ+ ແລະ​ເປັນ​ເມຍ​ຂອງ​ອູຣີຢາ​+ຄົນ​ເຮດ.”+ 4 ດາວິດ​ໃຫ້​ຄົນ​ໄປ​ພາ​ບັດເຊບາ​ມາ​ຫາ+ ແລ້ວ​ກໍ​ນອນ​ນຳ​ລາວ.+ (ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ໄລຍະ​ທີ່​ບັດເຊບາ​ກຳລັງ​ເຮັດ​ໃຫ້​ໂຕເອງ​ສະອາດ.)*+ ຈາກ​ນັ້ນ ບັດເຊບາ​ໄດ້​ກັບ​ເມືອ​ເຮືອນ.

5 ຕໍ່ມາ ບັດເຊບາ​ກໍ​ຖື​ພາ. ລາວ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ດາວິດ​ວ່າ: “ຂ້ອຍ​ຖື​ພາ.” 6 ດາວິດ​ໃຫ້​ຄົນ​ໄປ​ບອກ​ໂຢອາບ​ວ່າ: “ໃຫ້​ອູຣີຢາ​ຄົນ​ເຮດ​ກັບ​ມາ​ຫາ​ຂ້ອຍ.” ໂຢອາບ​ກໍ​ໃຫ້​ອູຣີຢາ​ໄປ​ຫາ​ດາວິດ. 7 ເມື່ອ​ອູຣີຢາ​ມາ​ຮອດ ດາວິດຖາມ​ລາວ​ວ່າ ໂຢອາບ​ກັບ​ພວກ​ທະຫານ​ແລະ​ການ​ຕໍ່ສູ້​ເປັນ​ແນວ​ໃດ. 8 ຫຼັງ​ຈາກ​ນັ້ນ ດາວິດ​ບອກ​ອູຣີຢາ​ວ່າ: “ກັບ​ເມືອ​ພັກຜ່ອນ*​ຢູ່​ເຮືອນ​ສະ.” ເມື່ອ​ອູຣີຢາ​ອອກ​ຈາກ​ວັງ ດາວິດ​ກໍ​ໃຫ້​ຄົນ​ເອົາ​ຂອງຂວັນ*​ໄປ​ໃຫ້​ລາວ. 9 ແຕ່​ອູຣີຢາ​ບໍ່​ໄດ້​ເມືອ​ນອນ​ຢູ່​ເຮືອນ​ຂອງ​ໂຕເອງ. ລາວ​ໄປ​ນອນ​ຢູ່​ປະຕູ​ທາງ​ເຂົ້າ​ວັງ​ຂອງ​ກະສັດ​ກັບ​ພວກ​ທະຫານ. 10 ມີ​ຄົນ​ມາ​ບອກ​ດາວິດ​ວ່າ: “ອູຣີຢາ​ບໍ່​ໄດ້​ເມືອ​ນອນ​ຢູ່​ເຮືອນ​ຂອງ​ລາວ.” ດາວິດ​ຈຶ່ງ​ຖາມ​ອູຣີຢາ​ວ່າ: “ເຈົ້າ​ຫາ​ກໍ​ກັບ​ມາ​ຈາກ​ສະ​ໜາມ​ຮົບ ເປັນ​ຫຍັງ​ຄື​ບໍ່​ເມືອ​ນອນ​ຢູ່​ເຮືອນ?” 11 ອູຣີຢາ​ຕອບ​ດາວິດ​ວ່າ: “ຫີບ​ສັນຍາ​+ຂອງ​ພະເຈົ້າແລະ​ພວກ​ອິດສະຣາເອນ​ກັບ​ພວກ​ຢູດາ​ຍັງ​ຢູ່​ໃນ​ເຕັ້ນ ໂຢອາບ​ຫົວ​ໜ້າ​ຂອງ​ຂ້ອຍ​ແລະ​ທະຫານ​ຄົນ​ອື່ນ​ໆ​ກໍ​ກາງ​ເຕັ້ນ​ນອນ​ຢູ່​ທົ່ງ​ຫຍ້າ ແລ້ວ​ຊິ​ໃຫ້​ຂ້ອຍ​ກັບ​ເມືອ​ເຮືອນ​ກິນ​ດື່ມ​ຢ່າງ​ມີ​ຄວາມ​ສຸກ​ແລະ​ນອນ​ນຳ​ເມຍ​ໄດ້​ແນວ​ໃດ?+ ຂ້ອຍ​ຂໍ​ສາບານ​ຕໍ່​ທ່ານ​ວ່າ ຂ້ອຍ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ເດັດຂາດ!”

12 ດາວິດ​ຈຶ່ງ​ເວົ້າ​ກັບ​ອູຣີຢາ​ວ່າ: “ຄັນຊັ້ນ ມື້​ນີ້​ເຈົ້າ​ຢູ່​ນີ້​ກ່ອນ ແລ້ວ​ມື້​ອື່ນ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເມືອ​ເຮືອນ.” ອູຣີຢາ​ຈຶ່ງ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ມື້​ນັ້ນ​ແລະ​ມື້​ຕໍ່ມາ. 13 ແລ້ວ​ດາວິດ​ກໍ​ໃຫ້​ຄົນ​ໄປ​ເອີ້ນ​ອູຣີຢາ​ມາ​ກິນ​ດື່ມ​ນຳ​ກັນ ແລະ​ດາວິດ​ໃຫ້​ລາວ​ກິນ​ເຫຼົ້າ​ຈົນ​ເມົາ. ແຕ່​ຕອນ​ແລງ​ມື້​ນັ້ນ ອູຣີຢາບໍ່​ໄດ້​ເມືອ​ນອນ​ຢູ່​ເຮືອນ ລາວ​ໄປ​ນອນ​ຢູ່​ບ່ອນ​ພັກ​ຂອງ​ພວກ​ທະຫານ​ຄື​ເກົ່າ. 14 ຕອນ​ເຊົ້າ​ມື້​ຕໍ່ມາ ດາວິດໄດ້​ຂຽນຈົດໝາຍ​ໄປ​ຫາ​ໂຢອາບ ແລ້ວ​ໃຫ້​ອູຣີຢາ​ເປັນ​ຄົນ​ເອົາ​ໄປ​ໃຫ້. 15 ໃນ​ຈົດໝາຍ​ນັ້ນ​ດາວິດ​ຂຽນ​ວ່າ: “ໃຫ້​ສົ່ງ​ອູຣີຢາ​ໄປ​ເປັນ​ກອງ​ໜ້າ​ໃນ​ບ່ອນ​ທີ່​ມີການ​ຕໍ່ສູ້​ຮຸນແຮງ​ທີ່​ສຸດ ແລ້ວ​ພວກ​ເຈົ້າ​ກໍ​ຄ່ອຍ​ໆ​ຖອຍ​ອອກ​ມາ​ແລະ​ປະ​ລາວ​ໄວ້​ຫັ້ນ​ເພື່ອ​ໃຫ້​ລາວ​ຖືກ​ຂ້າ.”+

16 ໂຢອາບ​ກັບ​ພວກ​ທະຫານໄດ້​ເຝົ້າ​ເບິ່ງ​ເມືອງ​ຣັບບາ​ໄລຍະ​ໜຶ່ງ​ແລ້ວ ລາວ​ຈຶ່ງ​ຮູ້​ວ່າ​ທະຫານ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ສັດຕູ​ຢູ່​ຈຸດ​ໃດ ແລ້ວ​ລາວ​ກໍ​ໃຫ້​ອູຣີຢາ​ໄປ​ຢູ່​ບ່ອນ​ນັ້ນ. 17 ເມື່ອ​ທະຫານ​ຂອງ​ເມືອງ​ນັ້ນ​ອອກ​ມາ​ຕໍ່ສູ້​ກັບ​ກອງ​ທະຫານ​ຂອງ​ໂຢອາບ ທະຫານ​ບາງຄົນ​ຂອງ​ດາວິດ​ຖືກ​ຂ້າ ແລະ​ອູຣີຢາ​ຄົນ​ເຮດ​ກໍ​ຖືກ​ຂ້າ​ຄື​ກັນ.+ 18 ໂຢອາບ​ຈຶ່ງ​ໃຫ້​ຄົນ​ໄປ​ບອກ​ດາວິດ​ກ່ຽວ​ກັບ​ເລື່ອງ​ທັງ​ໝົດ​ທີ່​ເກີດ​ຂຶ້ນ. 19 ໂຢອາບ​ສັ່ງ​ຜູ້​ສົ່ງ​ຂ່າວ​ວ່າ: “ຫຼັງ​ຈາກ​ບອກ​ກະສັດ​ເລື່ອງ​ການ​ຕໍ່ສູ້​ທັງ​ໝົດ​ແລ້ວ 20 ກະສັດ​ອາດ​ຈະ​ໃຈ​ຮ້າຍ​ແລະ​ຖາມ​ເຈົ້າ​ວ່າ: ‘ເປັນ​ຫຍັງ​ຈຶ່ງ​ໄປ​ຕໍ່ສູ້​ຢູ່​ໃກ້​ເມືອງ​ແທ້? ພວກ​ເຈົ້າ​ກໍ​ຮູ້​ຕົ໋ວ​ວ່າ​ເຂົາ​ເຈົ້າ​ຈະ​ຍິງ​ທະນູ​ລົງ​ມາ​ຈາກ​ກຳແພງ​ເມືອງ. 21 ຈື່​ໄດ້​ບໍ່​ວ່າ​ໃຜ​ເປັນ​ຄົນ​ຂ້າ​ອາບີເມເລັກ+ລູກ​ຊາຍ​ຂອງ​ເຢຣູເບເຊັດ?+ ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ເທິງ​ກຳແພງ​ເມືອງ​ໂຍນ​ຫີນ​ໂມ້*​ລົງ​ມາ​ໃສ່​ລາວ ແລ້ວ​ລາວ​ກໍ​ຕາຍ​ຢູ່​ເມືອງ​ເທເບດແມ່ນ​ບໍ? ເປັນ​ຫຍັງ​ພວກ​ເຈົ້າ​ຄື​ເຂົ້າ​ໄປ​ໃກ້​ກຳແພງ​ແທ້?’ ຫຼັງ​ຈາກ​ນັ້ນ ໃຫ້​ເຈົ້າ​ບອກ​ກະສັດ​ວ່າ ‘ອູຣີຢາ​ຄົນ​ເຮດ​ທີ່​ເປັນ​ທະຫານ​ຂອງ​ທ່ານ​ກໍ​ຕາຍ​ຄື​ກັນ.’”

22 ຜູ້​ສົ່ງ​ຂ່າວ​ໄປ​ບອກ​ດາວິດ​ທຸກ​ຢ່າງ​ຕາມ​ທີ່​ໂຢອາບ​ບອກ. 23 ລາວ​ບອກ​ດາວິດ​ວ່າ: “ພວກ​ນັ້ນ​ມີ​ກຳລັງ​ຫຼາຍ​ກວ່າ​ພວກ​ເຮົາ ແລະ​ອອກ​ມາ​ຕໍ່ສູ້​ກັບ​ພວກ​ເຮົາ​ຢູ່​ທົ່ງ​ຫຍ້າ ແຕ່​ພວກ​ເຮົາສູ້​ຄືນ​ຈົນ​ເຂົາ​ເຈົ້າ​ຖອຍ​ກັບ​ໄປ​ຮອດ​ປະຕູ​ເມືອງ. 24 ແລ້ວ​ພວກ​ທະຫານ​ທີ່​ຢູ່​ເທິງ​ກຳແພງ​ເມືອງຍິງ​ທະນູ​ໃສ່​ຄົນ​ຂອງ​ທ່ານແລະ​ທະຫານ​ບາງຄົນ​ກໍ​ຕາຍ. ອູຣີຢາ​ຄົນ​ເຮດ​ກໍ​ຕາຍ​ຄື​ກັນ.”+ 25 ດາວິດ​ເວົ້າ​ກັບ​ຜູ້​ສົ່ງ​ຂ່າວ​ວ່າ: “ໃຫ້​ໄປ​ບອກ​ໂຢອາບ​ແບບ​ນີ້ ‘ບໍ່​ຕ້ອງ​ອຸກໃຈ​ຫຼາຍ​ໃນ​ເລື່ອງ​ນີ້. ການ​ເຮັດ​ສົງຄາມ​ກໍ​ເປັນ​ຈັ່ງ​ຊີ້​ແຫຼະ ຕ້ອງ​ມີ​ຄົນ​ຕາຍ​ຢູ່​ແລ້ວ. ໃຫ້​ພວກ​ເຈົ້າ​ຕໍ່ສູ້​ໃຫ້​ໜັກ​ຂຶ້ນ​ແລ້ວ​ຍຶດ​ເອົາ​ເມືອງ​ນັ້ນ​ໃຫ້​ໄດ້.’+ ເຈົ້າ​ຢ່າ​ລືມ​ໃຫ້​ກຳລັງໃຈ​ລາວ​ນຳ​ເດີ້.”

26 ເມື່ອ​ບັດເຊບາ​ໄດ້​ຍິນ​ວ່າ​ອູຣີຢາ​ຜົວ​ຂອງ​ລາວ​ຕາຍ​ແລ້ວ ລາວ​ກໍ​ໄວ້ທຸກ​ໃຫ້​ຜົວ. 27 ເມື່ອ​ຜ່ານ​ໄລຍະ​ໄວ້ທຸກ​ແລ້ວ ດາວິດກໍໃຫ້​ຄົນ​ໄປ​ພາ​ບັດເຊບາ​ມາ​ໃນ​ວັງ. ລາວ​ຈຶ່ງ​ເປັນ​ເມຍ​ຂອງ​ດາວິດ​+ແລະ​ເກີດ​ລູກ​ຊາຍ​ຜູ້​ໜຶ່ງ​ໃຫ້​ດາວິດ. ແຕ່​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ດາວິດ​ຫຼາຍ​ຍ້ອນ​ສິ່ງ​ທີ່​ລາວເຮັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌