ພະບັນຍັດ
13 “ຖ້າໃນພວກເຈົ້າມີຄົນໜຶ່ງເລີ່ມພະຍາກອນ ຫຼືທຳນາຍອະນາຄົດດ້ວຍຄວາມຝັນ ແລ້ວລາວເວົ້າກ່ຽວກັບລາງບາງຢ່າງໃຫ້ພວກເຈົ້າຟັງ 2 ແລະເລື່ອງທີ່ລາວເວົ້າກໍເກີດຂຶ້ນແທ້ ຖ້າລາວຊວນເຈົ້າວ່າ ‘ໄປ໋ ໄປນະມັດສະການພະເຈົ້າອື່ນນຳກັນກັບຂ້ອຍ’ ເຊິ່ງເປັນພະເຈົ້າທີ່ພວກເຈົ້າບໍ່ເຄີຍຮູ້ຈັກ 3 ຢ່າໄປຟັງຄົນທີ່ພະຍາກອນ ຫຼືຄົນທີ່ທຳນາຍຄວາມຝັນຄົນນັ້ນ+ ເພາະພະເຢໂຫວາພະເຈົ້າຂອງເຈົ້າກຳລັງທົດສອບວ່າເຈົ້າ+ຊິຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈແລະສຸດຊີວິດຫຼືບໍ່.+ 4 ເຈົ້າຕ້ອງໃຊ້ຊີວິດຕາມແນວທາງພະເຢໂຫວາພະເຈົ້າຂອງເຈົ້າ ເຈົ້າຕ້ອງຢ້ານຢຳເພິ່ນ ເຮັດຕາມຄຳສັ່ງຂອງເພິ່ນ ແລະເຊື່ອຟັງເພິ່ນ. ເພິ່ນເປັນຜູ້ດຽວທີ່ເຈົ້າຕ້ອງນະມັດສະການແລະໃກ້ຊິດ.+ 5 ເຈົ້າຕ້ອງຂ້າຜູ້ພະຍາກອນຫຼືຜູ້ທຳນາຍຝັນຄົນນັ້ນໃຫ້ຕາຍ+ ຍ້ອນລາວຊວນເຈົ້າໃຫ້ກະບົດຕໍ່ພະເຢໂຫວາພະເຈົ້າຂອງເຈົ້າຜູ້ທີ່ພາເຈົ້າອອກມາຈາກເອຢິບແລະປົດປ່ອຍເຈົ້າອອກຈາກການເປັນທາດ. ລາວໄດ້ລໍ້ລວງເຈົ້າໃຫ້ອອກຈາກແນວທາງທີ່ພະເຢໂຫວາພະເຈົ້າບອກໃຫ້ເຈົ້າໄປ. ເຈົ້າຕ້ອງກຳຈັດຄວາມຊົ່ວຮ້າຍແນວນີ້ໃຫ້ໝົດໄປຈາກພວກເຈົ້າ.+
6 ຖ້າອ້າຍຫຼືນ້ອງຊາຍ ລູກຊາຍຫຼືລູກສາວ ເມຍທີ່ເຈົ້າຮັກຫຼືໝູ່ທີ່ເຈົ້າສະໜິດລັກຊວນເຈົ້າວ່າ ‘ໄປ໋ ໄປນະມັດສະການພະເຈົ້າອື່ນນຳກັນເນາະ’+ ເຊິ່ງເປັນພະເຈົ້າທີ່ເຈົ້າແລະປູ່ຍ່າຕານາຍຂອງເຈົ້າບໍ່ເຄີຍຮູ້ຈັກ 7 ເປັນພະເຈົ້າຂອງຊາດອື່ນໆທີ່ຢູ່ອ້ອມຂ້າງເຈົ້າ ບໍ່ວ່າຈະຢູ່ໃກ້ຫຼືຢູ່ໄກ ຕັ້ງແຕ່ສຸດຂອບໂລກເບື້ອງນີ້ຈົນຮອດສຸດຂອບໂລກເບື້ອງນັ້ນ 8 ຫ້າມເຈົ້າຟັງຫຼືເຮັດຕາມລາວ.+ ຫ້າມເຈົ້າອີ່ຕົນຫຼືປົກປ້ອງລາວ. 9 ແຕ່ເຈົ້າຕ້ອງຂ້າລາວ.+ ເຈົ້າຕ້ອງເປັນຄົນທຳອິດທີ່ດຶກກ້ອນຫີນໃສ່ລາວ ແລ້ວຄົນອື່ນກໍຈະດຶກນຳເຈົ້າ.+ 10 ເຈົ້າຕ້ອງດຶກກ້ອນຫີນໃສ່ລາວໃຫ້ຕາຍ+ ຍ້ອນລາວພະຍາຍາມເຮັດໃຫ້ເຈົ້າປະຖິ້ມພະເຢໂຫວາພະເຈົ້າຜູ້ທີ່ພາເຈົ້າອອກຈາກເອຢິບແລະປົດປ່ອຍເຈົ້າອອກຈາກການເປັນທາດ. 11 ເມື່ອພວກອິດສະຣາເອນໄດ້ຍິນເລື່ອງນີ້ເຂົາເຈົ້າກໍຈະຢ້ານແລະບໍ່ກ້າເຮັດຊົ່ວແນວນີ້ອີກ.+
12 ຖ້າເຈົ້າໄດ້ຍິນວ່າໃນເມືອງໜຶ່ງໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງເຈົ້າຍົກໃຫ້ເຈົ້າ 13 ‘ມີພວກຄົນບໍ່ດີພະຍາຍາມຊວນຄົນໃນເມືອງວ່າ “ໄປ໋ ໄປນະມັດສະການພະເຈົ້າອື່ນນຳກັນເນາະ” ເຊິ່ງເປັນພະເຈົ້າທີ່ເຈົ້າບໍ່ເຄີຍຮູ້ຈັກ’ 14 ເຈົ້າຕ້ອງໄປກວດສອບແລະຖາມຢ່າງຄັກແນ່ວ່າມີເລື່ອງແບບນີ້ເກີດຂຶ້ນແທ້ບໍ.+ ຖ້າມີເລື່ອງເປັນຕາຂີ້ດຽດແບບນີ້ເກີດຂຶ້ນແທ້ 15 ເຈົ້າຕ້ອງເອົາດາບໄປຂ້າຄົນໃນເມືອງນັ້ນໃຫ້ໝົດ.+ ໃຫ້ເຈົ້າເອົາດາບທຳລາຍທຸກສິ່ງແລະຂ້າສັດທັງໝົດໃນເມືອງນັ້ນ.+ 16 ໃຫ້ເຈົ້າລວບລວມເຄື່ອງຂອງໃນເມືອງນັ້ນມາກອງໄວ້ຢູ່ເດີ່ນຂອງເມືອງແລະຈູດເມືອງນັ້ນຖິ້ມ. ເຄື່ອງຂອງເຫຼົ່ານັ້ນຈະເປັນຄືກັບເຄື່ອງບູຊາທີ່ເຜົາໃຫ້ພະເຢໂຫວາພະເຈົ້າຂອງເຈົ້າ. ເມືອງນັ້ນຈະເປັນຊາກຫັກພັງຕະຫຼອດໄປ. ຫ້າມສ້າງເມືອງນັ້ນຂຶ້ນໃໝ່. 17 ເຈົ້າຕ້ອງທຳລາຍເຄື່ອງຂອງໃນເມືອງນັ້ນໃຫ້ໝົດ ແລະຫ້າມຜູ້ໃດເອົາຫຍັງໄປ.+ ຖ້າເຈົ້າເຮັດແນວນັ້ນ ພະເຢໂຫວາຈະບໍ່ໃຈຮ້າຍ ແຕ່ຈະອີ່ຕົນເຈົ້າ ແລະຈະເຮັດໃຫ້ພວກເຈົ້າມີຈຳນວນຫຼາຍຂຶ້ນຄືກັບທີ່ເພິ່ນໄດ້ສັນຍາກັບປູ່ຍ່າຕານາຍຂອງພວກເຈົ້າ.+ 18 ເຈົ້າຕ້ອງເຊື່ອຟັງພະເຢໂຫວາພະເຈົ້າຂອງເຈົ້າ ໂດຍເຮັດຕາມຄຳສັ່ງຂອງເພິ່ນທີ່ຂ້ອຍບອກເຈົ້າໃນມື້ນີ້ ຍ້ອນພະເຢໂຫວາພະເຈົ້າຂອງເຈົ້າເຫັນວ່າການເຮັດແນວນີ້ຖືກຕ້ອງ.”+