ກະສັດສະບັບທີສອງ
13 ໃນປີທີ 23 ທີ່ເຢໂຮອາດ+ລູກຊາຍຂອງອາຮາຊີຢາ+ເປັນກະສັດປົກຄອງຢູດາ ເຢໂຮອາຮາດລູກຊາຍຂອງເຢຮູ+ກໍເປັນກະສັດປົກຄອງອິດສະຣາເອນ. ລາວປົກຄອງຢູ່ຊາມາເຣຍ 17 ປີ. 2 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ ແລະເຮັດຜິດຄືກັບເຢໂຣໂບອາມລູກຊາຍຂອງເນບັດທີ່ເປັນຕົ້ນເຫດພາໃຫ້ພວກອິດສະຣາເອນເຮັດຜິດ.+ ລາວບໍ່ເຊົາເຮັດຊົ່ວ. 3 ພະເຢໂຫວາໃຈຮ້າຍ+ໃຫ້ພວກອິດສະຣາເອນຫຼາຍ+ ເພິ່ນຈຶ່ງໃຫ້ຮາຊາເອນ+ກະສັດຂອງຊີເຣຍແລະເບັນຮາດັດ+ລູກຊາຍຂອງຮາຊາເອນຕໍ່ສູ້ຊະນະເຂົາເຈົ້າຫຼາຍເທື່ອ.
4 ຕໍ່ມາ ເຢໂຮອາຮາດໄດ້ອ້ອນວອນຂໍໃຫ້ພະເຢໂຫວາຊ່ວຍ ແລະພະເຢໂຫວາໄດ້ຟັງລາວ ຍ້ອນເພິ່ນເຫັນວ່າກະສັດຊີເຣຍໄດ້ກົດຂີ່ຂົ່ມເຫງພວກອິດສະຣາເອນຫຼາຍ.+ 5 ພະເຢໂຫວາຈຶ່ງໃຫ້ຜູ້ໜຶ່ງມາປົດປ່ອຍພວກອິດສະຣາເອນ+ຈາກພວກຊີເຣຍ. ແລ້ວພວກອິດສະຣາເອນກໍຢູ່ຢ່າງສະຫງົບສຸກຄືກັບແຕ່ກ່ອນ. 6 (ຄອບຄົວຂອງເຢໂຣໂບອາມເປັນຕົ້ນເຫດພາໃຫ້ພວກອິດສະຣາເອນໃນສະໄໝນັ້ນເຮັດຜິດ.+ ໃນສະໄໝຂອງເຢໂຮອາຮາດ ພວກອິດສະຣາເອນກໍຍັງເຮັດຜິດຄືເກົ່າ ແລະເຂົາເຈົ້າຍັງໃຫ້ມີເສົາໄມ້ສັກສິດ*+ຢູ່ຊາມາເຣຍ.) 7 ເຢໂຮອາຮາດມີທະຫານມ້າເຫຼືອແຕ່ 50 ຄົນ ລົດມ້າ 10 ຄັນ ແລະທະຫານ 10.000 ຄົນ ຍ້ອນກະສັດຊີເຣຍໄດ້ຂ້າເຂົາເຈົ້າເກືອບໝົດ+ແລະຢຽບເຂົາເຈົ້າຈົນມຸ່ນຄືກັບຂີ້ຝຸ່ນທີ່ຢູ່ລານຟາດເຂົ້າ.+
8 ເລື່ອງຕ່າງໆຂອງເຢໂຮອາຮາດ ທຸກສິ່ງທີ່ລາວເຮັດ ແລະຄວາມສຳເລັດຕ່າງໆຂອງລາວກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດອິດສະຣາເອນ. 9 ເມື່ອເຢໂຮອາຮາດຕາຍ ເຂົາເຈົ້າໄດ້ຝັງລາວໄວ້ຢູ່ເມືອງຊາມາເຣຍ.+ ເຢໂຮອາດລູກຊາຍຂອງລາວກໍເປັນກະສັດແທນ.
10 ໃນປີທີ 37 ທີ່ເຢໂຮອາດເປັນກະສັດປົກຄອງຢູດາ ເຢໂຮອາດ+ລູກຊາຍຂອງເຢໂຮອາຮາດກໍເປັນກະສັດປົກຄອງອິດສະຣາເອນຢູ່ເມືອງຊາມາເຣຍ. ລາວປົກຄອງ 16 ປີ. 11 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ ແລະເຮັດຜິດຄືກັບເຢໂຣໂບອາມລູກຊາຍຂອງເນບັດທີ່ເປັນຕົ້ນເຫດພາໃຫ້ພວກອິດສະຣາເອນເຮັດຜິດ.+ ເຢໂຮອາດບໍ່ເຊົາເຮັດຊົ່ວ.
12 ເລື່ອງຕ່າງໆຂອງເຢໂຮອາດ ທຸກສິ່ງທີ່ລາວເຮັດ ຄວາມສຳເລັດຕ່າງໆຂອງລາວ ແລະເລື່ອງສົງຄາມທີ່ລາວເຮັດກັບອາມາຊີຢາກະສັດຂອງຢູດາ+ກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດອິດສະຣາເອນ. 13 ເມື່ອເຢໂຮອາດຕາຍ ເຢໂຣໂບອາມ+ກໍເປັນກະສັດແທນ. ເຂົາເຈົ້າໄດ້ຝັງເຢໂຮອາດໄວ້ກັບກະສັດອິດສະຣາເອນອົງອື່ນໆຢູ່ເມືອງຊາມາເຣຍ.+
14 ຕອນທີ່ເອລີຊາ+ບໍ່ສະບາຍແຮງແລະກຳລັງຈະຕາຍ ເຢໂຮອາດກະສັດຂອງອິດສະຣາເອນໄດ້ມາຢາມລາວ. ເຢໂຮອາດທັງໄຫ້ແລະທັງເວົ້າວ່າ: “ພໍ່ ພໍ່! ຂ້ອຍເຫັນມ້າກັບລົດມ້າຂອງອິດສະຣາເອນ!”*+ 15 ເອລີຊາບອກລາວວ່າ: “ເອົາທະນູກັບລູກທະນູມາ.” ລາວກໍໄປເອົາມາ. 16 ເອລີຊາບອກເຢໂຮອາດກະສັດອິດສະຣາເອນວ່າ: “ກຽມຍິງທະນູ.” ລາວກໍກຽມຍິງ. ເອລີຊາຈັບມືຂອງກະສັດ 17 ແລະບອກລາວວ່າ: “ເປີດປ່ອງຢ້ຽມທີ່ຢູ່ທາງທິດຕາເວັນອອກ.” ເມື່ອລາວໄປເປີດ ເອລີຊາກໍບອກວ່າ: “ຍິງເລີຍ!” ລາວກໍຍິງ. ເອລີຊາເວົ້າວ່າ: “ນີ້ເປັນລູກທະນູແຫ່ງໄຊຊະນະຂອງພະເຢໂຫວາ ລູກທະນູທີ່ຈະປົດປ່ອຍຈາກພວກຊີເຣຍ. ເຈົ້າຈະຕໍ່ສູ້ຊະນະພວກຊີເຣຍຢູ່ເມືອງອາເຟັກ+ແລະຈະຂ້າເຂົາເຈົ້າຕາຍຈົນໝົດ.”
18 ເອລີຊາບອກອີກວ່າ: “ໄປກຳເອົາລູກທະນູມາ.” ເຢໂຮອາດໄປກຳເອົາມາ ແລ້ວເອລີຊາກໍບອກລາວວ່າ: “ເອົາລູກທະນູຟາດໃສ່ພື້ນ.” ລາວເອົາລູກທະນູຟາດໃສ່ພື້ນ 3 ເທື່ອແລ້ວກໍເຊົາ. 19 ເອລີຊາຄົນຂອງພະເຈົ້າທ່ຽງແທ້ຈຶ່ງໃຈຮ້າຍໃຫ້ເຢໂຮອາດຫຼາຍແລະເວົ້າວ່າ: “ເຈົ້າຄວນຈະຟາດໃສ່ພື້ນ 5 ຫຼື 6 ເທື່ອ ແລ້ວເຈົ້າຈະຊະນະພວກຊີເຣຍຕະຫຼອດໄປ. ແຕ່ຕອນນີ້ເຈົ້າຈະຊະນະພວກຊີເຣຍແຕ່ 3 ເທື່ອເທົ່ານັ້ນ.”+
20 ຕໍ່ມາເອລີຊາກໍຕາຍແລະເຂົາເຈົ້າກໍເອົາລາວໄປຝັງ. ຫຼັງຈາກເອລີຊາຕາຍ ພວກກຸ່ມໂຈນໂມອາບ+ໄດ້ເຂົ້າມາປຸ້ນອິດສະຣາເອນທຸກໆຕົ້ນປີ.* 21 ມີມື້ໜຶ່ງຕອນທີ່ເຂົາເຈົ້າກຳລັງຝັງສົບຜູ້ຊາຍຄົນໜຶ່ງ ເຂົາເຈົ້າເຫັນພວກກຸ່ມໂຈນກຳລັງມາ ເຂົາເຈົ້າຈຶ່ງຟ້າວໂຍນສົບນັ້ນລົງໄປໃນບ່ອນຝັງສົບຂອງເອລີຊາແລະພາກັນແລ່ນໜີ. ເມື່ອສົບຂອງຜູ້ຊາຍຄົນນັ້ນໄປຖືກກະດູກຂອງເອລີຊາ+ ຜູ້ຊາຍຄົນນັ້ນກໍຟື້ນຄືນມາຈາກຕາຍແລະລຸກຂຶ້ນມາຢືນຢູ່.
22 ຕອນທີ່ເຢໂຮອາຮາດປົກຄອງອິດສະຣາເອນ ຮາຊາເອນ+ກະສັດຂອງຊີເຣຍໄດ້ກົດຂີ່ຂົ່ມເຫງພວກອິດສະຣາເອນ+ຕະຫຼອດ. 23 ແຕ່ພະເຢໂຫວາໄດ້ອີ່ຕົນແລະເມດຕາເຂົາເຈົ້າ+ ຍ້ອນເຫັນແກ່ສັນຍາທີ່ເພິ່ນເຮັດກັບອັບຣາຮາມ+ ອີຊາກ+ ແລະຢາໂຄບ.+ ເພິ່ນບໍ່ຢາກໃຫ້ເຂົາເຈົ້າຖືກທຳລາຍ ແລະເພິ່ນບໍ່ໄດ້ຖິ້ມເຂົາເຈົ້າຈົນຮອດທຸກມື້ນີ້. 24 ຕໍ່ມາ ຮາຊາເອນກະສັດຂອງຊີເຣຍກໍຕາຍ ແລ້ວເບັນຮາດັດລູກຊາຍຂອງລາວກໍເປັນກະສັດແທນ. 25 ເຢໂຮອາດລູກຊາຍຂອງເຢໂຮອາຮາດໄດ້ຍຶດເອົາເມືອງຕ່າງໆຄືນມາຈາກເບັນຮາດັດລູກຊາຍຂອງຮາຊາເອນ. ຮາຊາເອນໄດ້ຍຶດເມືອງເຫຼົ່ານີ້ຕອນທີ່ເຮັດສົງຄາມກັບເຢໂຮອາຮາດພໍ່ຂອງເຢໂຮອາດ. ເຢໂຮອາດຊະນະເບັນຮາດັດ 3 ເທື່ອ+ແລະຍຶດເອົາເມືອງຕ່າງໆຂອງອິດສະຣາເອນຄືນມາໄດ້.