ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 25
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເນບູກາດເນັດຊາ​ລ້ອມ​ເມືອງ​ເຢຣູຊາເລັມ (1-​7)

      • ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຖືກ​ທຳລາຍ; ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກຸ່ມ​ທີ 2 (8-​21)

      • ເກດາລີຢາ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ເຈົ້າ​ເມືອງ (22-​24)

      • ເກດາລີຢາ​ຖືກ​ຂ້າ; ປະຊາຊົນ​ໜີ​ໄປ​ເອຢິບ (25, 26)

      • ເຢໂຮຢາກິນ​ຖືກ​ປ່ອຍ​ໂຕ​ຢູ່​ບາບີໂລນ (27-​30)

2 ກະສັດ 25:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:8; 43:10; ດນອ 4:1
  • +2ຂຄ 36:17; ຢຣມ 34:2; ອຊກ 24:1, 2
  • +ອຊຢ 29:3; ຢຣມ 32:2, 28; 39:1; 52:4, 5; ອຊກ 4:1, 2; 21:21, 22

2 ກະສັດ 25:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:26; ພບຍ 28:53; ຢຣມ 37:21; 38:2; ສສ 4:4; ອຊກ 4:16; 5:10, 12
  • +ຢຣມ 52:6-11

2 ກະສັດ 25:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:4; 39:2, 4-7; ອຊກ 33:21
  • +ອຊກ 12:12

2 ກະສັດ 25:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:7

2 ກະສັດ 25:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:4, 5; ອຊກ 12:12, 13; 17:16

2 ກະສັດ 25:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:1
  • +ຢຣມ 52:12-14; ສສ 4:12

2 ກະສັດ 25:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:8; ພສ 74:3; 79:1; ອຊຢ 64:11; ຢຣມ 7:14; ສສ 1:10; 2:7; ມກ 3:12
  • +1ກສ 7:1
  • +ຢຣມ 34:22
  • +2ຂຄ 36:19

2 ກະສັດ 25:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 1:3; ຢຣມ 39:8

2 ກະສັດ 25:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 15:2; 39:9; 52:15, 30; ອຊກ 5:2

2 ກະສັດ 25:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:10; 52:16

2 ກະສັດ 25:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:15
  • +1ກສ 7:27
  • +1ກສ 7:23
  • +2ກສ 20:17; ຢຣມ 52:17-20

2 ກະສັດ 25:14

ໄຂເງື່ອນ

  • *

    ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2409

2 ກະສັດ 25:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 24:14; 36:18; ອຊຣ 1:7, 10, 11; ດນອ 5:2
  • +1ກສ 7:48, 50

2 ກະສັດ 25:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:47

2 ກະສັດ 25:17

ໄຂເງື່ອນ

  • *

    8 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    1,34 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:15
  • +1ກສ 7:16, 20; ຢຣມ 52:21-23

2 ກະສັດ 25:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:1
  • +ຢຣມ 21:1, 2; 29:25, 29
  • +ຢຣມ 52:24-27

2 ກະສັດ 25:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:8; ຢຣມ 39:9; 40:1
  • +ຢຣມ 39:5

2 ກະສັດ 25:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 34:2, 8; 1ກສ 8:65
  • +ພບຍ 28:36, 64; 2ກສ 23:27; ຢຣມ 25:11

2 ກະສັດ 25:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:13, 14
  • +ຢຣມ 26:24
  • +2ກສ 22:8
  • +ຢຣມ 40:5, 6

2 ກະສັດ 25:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:7-9

2 ກະສັດ 25:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:12

2 ກະສັດ 25:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 40:15
  • +ຢຣມ 41:1, 2

2 ກະສັດ 25:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 42:14; 43:4, 7
  • +ຢຣມ 41:17, 18

2 ກະສັດ 25:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:8, 12; ຢຣມ 24:1; ມທ 1:11
  • +ຢຣມ 52:31-34

2 ກະສັດ 25:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເອວິນເມໂຣດັກ​ໃຫ້​ບັນລັງ​ຂອງ​ເຢໂຮຢາກິນ​ຢູ່​ສູງ​ກວ່າ​ບັນລັງ​ຂອງ​ກະສັດ​ອົງ​ອື່ນ​ໆ​”

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 25:1ຢຣມ 27:8; 43:10; ດນອ 4:1
2ກສ. 25:12ຂຄ 36:17; ຢຣມ 34:2; ອຊກ 24:1, 2
2ກສ. 25:1ອຊຢ 29:3; ຢຣມ 32:2, 28; 39:1; 52:4, 5; ອຊກ 4:1, 2; 21:21, 22
2ກສ. 25:3ລລວ 26:26; ພບຍ 28:53; ຢຣມ 37:21; 38:2; ສສ 4:4; ອຊກ 4:16; 5:10, 12
2ກສ. 25:3ຢຣມ 52:6-11
2ກສ. 25:4ຢຣມ 21:4; 39:2, 4-7; ອຊກ 33:21
2ກສ. 25:4ອຊກ 12:12
2ກສ. 25:6ຢຣມ 21:7
2ກສ. 25:7ຢຣມ 32:4, 5; ອຊກ 12:12, 13; 17:16
2ກສ. 25:8ຢຣມ 40:1
2ກສ. 25:8ຢຣມ 52:12-14; ສສ 4:12
2ກສ. 25:91ກສ 9:8; ພສ 74:3; 79:1; ອຊຢ 64:11; ຢຣມ 7:14; ສສ 1:10; 2:7; ມກ 3:12
2ກສ. 25:91ກສ 7:1
2ກສ. 25:9ຢຣມ 34:22
2ກສ. 25:92ຂຄ 36:19
2ກສ. 25:10ນຮຢ 1:3; ຢຣມ 39:8
2ກສ. 25:11ຢຣມ 15:2; 39:9; 52:15, 30; ອຊກ 5:2
2ກສ. 25:12ຢຣມ 39:10; 52:16
2ກສ. 25:131ກສ 7:15
2ກສ. 25:131ກສ 7:27
2ກສ. 25:131ກສ 7:23
2ກສ. 25:132ກສ 20:17; ຢຣມ 52:17-20
2ກສ. 25:152ຂຄ 24:14; 36:18; ອຊຣ 1:7, 10, 11; ດນອ 5:2
2ກສ. 25:151ກສ 7:48, 50
2ກສ. 25:161ກສ 7:47
2ກສ. 25:171ກສ 7:15
2ກສ. 25:171ກສ 7:16, 20; ຢຣມ 52:21-23
2ກສ. 25:18ອຊຣ 7:1
2ກສ. 25:18ຢຣມ 21:1, 2; 29:25, 29
2ກສ. 25:18ຢຣມ 52:24-27
2ກສ. 25:202ກສ 25:8; ຢຣມ 39:9; 40:1
2ກສ. 25:20ຢຣມ 39:5
2ກສ. 25:21ຈຊບ 34:2, 8; 1ກສ 8:65
2ກສ. 25:21ພບຍ 28:36, 64; 2ກສ 23:27; ຢຣມ 25:11
2ກສ. 25:22ຢຣມ 39:13, 14
2ກສ. 25:22ຢຣມ 26:24
2ກສ. 25:222ກສ 22:8
2ກສ. 25:22ຢຣມ 40:5, 6
2ກສ. 25:23ຢຣມ 40:7-9
2ກສ. 25:24ຢຣມ 27:12
2ກສ. 25:25ຢຣມ 40:15
2ກສ. 25:25ຢຣມ 41:1, 2
2ກສ. 25:26ຢຣມ 42:14; 43:4, 7
2ກສ. 25:26ຢຣມ 41:17, 18
2ກສ. 25:272ກສ 24:8, 12; ຢຣມ 24:1; ມທ 1:11
2ກສ. 25:27ຢຣມ 52:31-34
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 25:1-30

ກະສັດ​ສະບັບ​ທີ​ສອງ

25 ໃນ​ວັນ​ທີ 10 ເດືອນ​ທີ 10 ຂອງ​ປີ​ທີ 9 ທີ່​ເຊເດກີຢາ​ປົກຄອງ ເນບູກາດເນັດຊາ+ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງ​ທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ.+ ລາວ​ໄດ້​ຕັ້ງ​ຄ້າຍ​ແລະ​ເຮັດ​ກຳແພງ​ອ້ອມ​ເມືອງ​ນັ້ນ​ໄວ້.+ 2 ເຂົາ​ເຈົ້າ​ລ້ອມ​ເມືອງ​ຈົນ​ຮອດ​ປີ​ທີ 11 ທີ່​ເຊເດກີຢາ​ປົກຄອງ. 3 ຕອນ​ນັ້ນ​ມີ​ຄວາມ​ອຶດ​ຢາກ​ໜັກ​ຫຼາຍ+ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ໃນ​ເມືອງ​ບໍ່​ມີ​ຂອງກິນ​ເລີຍ.+ ແລ້ວ​ໃນວັນ​ທີ 9 ເດືອນ​ທີ 4 ຂອງ​ປີ​ນັ້ນ 4 ກຳແພງ​ເມືອງ​ກໍ​ພັງ​ລົງ​ມາ.+ ພວກທະຫານທຸກ​ຄົນ​ຂອງ​ກະສັດ​ເຊເດກີຢາ​ໄດ້​ໜີ​ໄປ​ໃນ​ຄືນ​ນັ້ນ​ທາງ​ປະຕູ​ຂອງ​ກຳແພງ 2 ຊັ້ນທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ. ຕອນ​ນັ້ນ ພວກ​ການເດອາ​ກຳລັງ​ລ້ອມ​ເມືອງ​ໄວ້ ແຕ່​ກະສັດ​ເຊເດກີຢາ​ກໍ​ໜີ​ໄປ​ທາງ​ອາຣາບາ.+ 5 ພວກ​ທະຫານ​ການເດອາ​ໄດ້​ໄລ່​ນຳ​ກະສັດ​ແລະ​ນຳ​ລາວ​ທັນ​ຢູ່​ບ່ອນ​ກັນດານ​ເຢຣິໂກ. ເມື່ອ​ເຫັນ​ແບບ​ນັ້ນ ພວກ​ທະຫານ​ຂອງ​ເຊເດກີຢາ​ກໍ​ພາກັນ​ໜີ​ໄປ​ຄົນ​ລະ​ທາງ. 6 ເຂົາ​ເຈົ້າ​ຈັບ​ລາວ​ໄດ້+ແລະ​ພາ​ໄປ​ຫາ​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ ແລ້ວ​ກໍ​ຕັດສິນ​ລາວ. 7 ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ລູກ​ຊາຍ​ຂອງ​ເຊເດກີຢາ​ຢູ່​ຕໍ່​ໜ້າ​ລາວ. ເນບູກາດເນັດຊາ​ເຮັດ​ໃຫ້​ກະສັດ​ເຊເດກີຢາ​ຕາ​ບອດ ເອົາ​ໂສ້​ທອງແດງ​ລ່າມ​ລາວ​ໄວ້ ແລະ​ພາ​ລາວ​ໄປ​ບາບີໂລນ.+

8 ໃນ​ວັນ​ທີ 7 ເດືອນ​ທີ 5 ຂອງ​ປີ​ທີ 19 ທີ່​ເນບູກາດເນັດຊາ​ເປັນ​ກະສັດ​ປົກຄອງ​ບາບີໂລນ ເນບູຊາຣາດານ+ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ບາບີໂລນ​ໄດ້​ມາ​ເມືອງ​ເຢຣູຊາເລັມ.+ 9 ລາວ​ໄດ້​ຈູດ​ວິຫານ​ຂອງ​ພະ​ເຢໂຫວາ+ ວັງ​ຂອງ​ກະສັດ+ ເຮືອນ​ທຸກ​ຫຼັງ​ໃນ​ເມືອງ​ເຢຣູຊາເລັມ+ ແລະ​ເຮືອນ​ຂອງ​ຄົນ​ສຳຄັນ​ທຸກ​ຄົນ.+ 10 ພວກ​ທະຫານ​ການເດອາ​ທີ່​ມາ​ນຳ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ+ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ. 11 ເນບູຊາຣາດານ​ທີ່​ເປັນ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ຄົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ໄປ​ເປັນ​ຊະເລີຍ. ໃນ​ກຸ່ມ​ນັ້ນ​ມີ​ປະຊາຊົນ​ແລະ​ພວກ​ທີ່​ໄປ​ຢູ່​ຝ່າຍ​ກະສັດ​ບາບີໂລນ​ນຳ.+ 12 ແຕ່​ລາວ​ຈົ່ງ​ຄົນ​ທີ່​ທຸກ​ທີ່​ສຸດ​ໄວ້​ເພື່ອ​ໃຫ້​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ເຮັດ​ໄຮ່​ເຮັດ​ນາ.+ 13 ພວກ​ການເດອາ​ມ້າງ​ເສົາ​ທອງແດງ 2 ຕົ້ນ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລະ​ມ້າງ​ລໍ້+​ກັບ​ອ່າງ​ທະເລ​ທອງແດງ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ແລ້ວ​ເຂົາ​ເຈົ້າ​ກໍ​ຂົນ​ທອງແດງ​ໄປ​ບາບີໂລນ.+ 14 ເຂົາ​ເຈົ້າ​ຍັງ​ໄດ້​ເອົາຖັງ​ໃສ່​ຂີ້ເທົ່າ* ຊວ້ານ ມີດ​ຕັດ​ສຳລັບ​ຕັດ​ໄສ້​ຕະກຽງ ຈອກ ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ເປັນ​ທອງແດງ​ທີ່​ຢູ່​ໃນ​ວິຫານ​ໄປ​ນຳ. 15 ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ເອົາ​ຖາດ​ສຳລັບ​ໃສ່​ຖ່ານ​ທີ່​ຮ້ອນ​ໆ​ກັບ​ຖ້ວຍ​ທີ່​ເປັນ​ເງິນ​ແທ້​+ແລະ​ຄຳ​ແທ້+ໄປ​ຄື​ກັນ. 16 ຈຳນວນ​ທອງແດງທີ່​ໃຊ້ເຮັດ​ເສົາ 2 ຕົ້ນ ແລະ​ອ່າງ​ທະເລ​ທອງແດງ​ກັບ​ລໍ້​ທີ່​ໂຊໂລໂມນ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພະ​ເຢໂຫວາ​ມີ​ຫຼາຍ​ແທ້​ຫຼາຍ​ວ່າ​ຈົນ​ຊັ່ງ​ນ້ຳ​ໜັກ​ບໍ່​ໄດ້.+ 17 ເສົາ​ແຕ່​ລະ​ຕົ້ນ​ສູງ 18 ສອກ*+ ບົວ​ຫົວ​ເສົາ​ທີ່​ເປັນ​ທອງແດງ​ທີ່​ຢູ່​ເທິງ​ເສົາ​ນັ້ນ​ສູງ 3 ສອກ* ແລະ​ຕາ​ນ່າງ​ທີ່​ຢູ່​ກັບ​ໝາກ​ພິລາ​ທີ່​ຢູ່​ອ້ອມ​ບົວ​ເປັນ​ທອງແດງ​ທັງ​ໝົດ.+ ເສົາ​ທັງ​ສອງ​ຕົ້ນ​ເຮັດແບບ​ດຽວ​ກັນ.

18 ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ເສຣາຢາ​+ທີ່​ເປັນ​ປະໂລຫິດ​ໃຫຍ່ ເຊຟານີຢາ+ທີ່​ເປັນ​ຜູ້​ຊ່ວຍປະໂລຫິດ​ໃຫຍ່ ແລະ​ຄົນ​ຍາມ​ປະຕູ 3 ຄົນ​ໄປ​ນຳ.+ 19 ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ຈັບ​ຂ້າລາຊະການ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ບັນຊາ​ການ​ທະຫານ ທີ່​ປຶກສາ 5 ຄົນ​ຂອງ​ກະສັດ​ທີ່​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ ເລຂາ​ຂອງ​ຫົວ​ໜ້າ​ກອງ​ທັບ​ທີ່​ຮັບຜິດຊອບ​ເກນຄົນ​ເຂົ້າ​ມາ​ເປັນ​ທະຫານ ແລະ​ປະຊາຊົນ 60 ຄົນ​ທີ່​ຍັງ​ຢູ່​ໃນ​ເມືອງ. 20 ເນບູຊາຣາດານ​+ທີ່​ເປັນ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ຈັບ​ຄົນ​ເຫຼົ່ານີ້​ໄປ​ໃຫ້​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ.+ 21 ກະສັດ​ບາບີໂລນ​ໄດ້​ຂ້າ​ເຂົາ​ເຈົ້າ​ຢູ່​ເມືອງ​ຣິບລາ​ໃນ​ເຂດ​ຮາມັດ.+ ພວກ​ຢູດາ​ຈຶ່ງຖືກ​ໄລ່ອອກ​ຈາກ​ແຜ່ນດິນ​ຂອງ​ໂຕເອງ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+

22 ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ+ລູກ​ຊາຍ​ຂອງ​ອາຮີກາມ​+ຫຼານ​ຂອງ​ຊາຟານ+ໃຫ້​ເບິ່ງ​ແຍງ​ຄົນ​ທີ່​ລາວ​ປະ​ໄວ້​ຢູ່​ຢູດາ.+ 23 ເມື່ອ​ພວກ​ຫົວ​ໜ້າ​ກອງ​ທັບ​ຂອງ​ຢູດາ​ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າຮູ້​ວ່າ​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ເຂົາ​ເຈົ້າ​ກໍ​ຟ້າວ​ມາ​ຫາ​ເກດາລີຢາ​ຢູ່​ເມືອງ​ມິດຊະປາ. ຄົນ​ກຸ່ມ​ນີ້​ມີ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ ເສຣາຢາ​ລູກ​ຊາຍ​ຂອງ​ຕັນຮູເມັດ​ຄົນ​ເນໂຕຟາ ຢາອາຊານີຢາ​ຄົນ​ມາອາກາ ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າ.+ 24 ເກດາລີຢາ​ສາບານ​ກັບ​ພວກ​ຫົວ​ໜ້າ​ກອງ​ທັບ​ແລະ​ພວກ​ທະຫານ​ຂອງ​ເຂົາ​ເຈົ້າ​ແລະ​ບອກ​ວ່າ: “ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຮັບ​ໃຊ້​ພວກ​ການເດອາ ໃຫ້​ຢູ່​ແຜ່ນດິນ​ນີ້​ແລະ​ຮັບ​ໃຊ້​ກະສັດ​ບາບີໂລນ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ.”+

25 ອິດຊະມາເອນ+ເປັນ​ລູກ​ຊາຍ​ຂອງ​ເນທານີອາ​ແລະ​ເປັນ​ຫຼານ​ຂອງ​ເອລີຊາມາ. ລາວ​ເປັນ​ລູກ​ຫຼານ​ຂອງ​ກະສັດ. ໃນ​ເດືອນ​ທີ 7 ລາວ​ພາ​ຄົນ​ຂອງ​ລາວ 10 ຄົນ​ໄປ​ເມືອງ​ມິດຊະປາ​ເພື່ອ​ຂ້າ​ເກດາລີຢາ​ກັບ​ພວກ​ຢິວ​ແລະ​ພວກ​ການເດອາ​ທີ່​ຢູ່​ນຳ​ເກດາລີຢາ.+ 26 ຫຼັງ​ຈາກ​ນັ້ນ ປະຊາຊົນ​ທຸກ​ຄົນ ລວມ​ທັງ​ພວກ​ຫົວ​ໜ້າ​ກອງ​ທັບ​ກໍ​ໜີ​ໄປ​ເອຢິບ+ ຍ້ອນ​ເຂົາ​ເຈົ້າ​ຢ້ານ​ພວກ​ການເດອາ.+

27 ໃນ​ປີ​ທີ 37 ທີ່​ເຢໂຮຢາກິນ​+ກະສັດ​ຂອງ​ຢູດາ​ຖືກ​ຈັບ​ມາ​ເປັນ​ຊະເລີຍ ເອວິນເມໂຣດັກ​ກໍ​ເລີ່ມ​ເປັນ​ກະສັດ​ປົກຄອງ​ບາບີໂລນ. ໃນ​ວັນ​ທີ 27 ເດືອນ​ທີ 12 ຂອງ​ປີ​ນັ້ນ ເອວິນເມໂຣດັກ​ໄດ້​ປ່ອຍ​ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ອອກ​ຈາກ​ຄຸກ.+ 28 ເອວິນເມໂຣດັກ​ໄດ້ເຮັດ​ດີກັບ​ເຢໂຮຢາກິນ ແລະໃຫ້​ກຽດລາວ​ຫຼາຍ​ກວ່າ​ກະສັດ​ອົງ​ອື່ນ​ໆ​*ທີ່​ຖືກ​ຈັບ​ມາ​ເປັນຊະເລີຍ​ຢູ່​ບາບີໂລນ. 29 ເຢໂຮຢາກິນ​ບໍ່​ຕ້ອງ​ນຸ່ງ​ເຄື່ອງ​ນັກ​ໂທດ ແລະ​ລາວ​ໄດ້​ນັ່ງກິນ​ເຂົ້າກັບ​ກະສັດ​ຈົນ​ຮອດ​ມື້​ຕາຍ. 30 ກະສັດ​ໃຫ້​ເຢໂຮຢາກິນ​ມີ​ຂອງກິນ​ທຸກ​ມື້​ຕະຫຼອດ​ຊີວິດ​ຂອງ​ເຢໂຮຢາກິນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌