ຂ່າວຄາວສະບັບທີໜຶ່ງ
5 ຢາເຟດມີລູກຊາຍຊື່ໂກເມ ມາໂຄກ ມາດາຍ ຢາວານ ຕູບານ+ ເມເຊກ+ ແລະຕີຣາດ.+
6 ໂກເມມີລູກຊາຍຊື່ອັດຊະເກນາດ ຣີຟາດ ແລະໂຕກາມາ.+
7 ຢາວານມີລູກຊາຍຊື່ເອລິຊາ ຕາຊິດ ກິດຕີມ ແລະໂຣດານີມ.
8 ຮາມມີລູກຊາຍຊື່ກູເຊ+ ມິດຊະຣາຢິມ ພຸດ ແລະການາອານ.+
9 ກູເຊມີລູກຊາຍຊື່ເສບາ+ ຮາວິລາ ສັບຕາ ຣາອາມາ+ ແລະສັບເຕກາ.
ຣາອາມາມີລູກຊາຍຊື່ເຊບາແລະເດດານ.+
10 ກູເຊເປັນພໍ່ຂອງນິມໂຣດ.+ ນິມໂຣດເປັນຜູ້ທຳອິດທີ່ເປັນຜູ້ນຳທີ່ມີອຳນາດຫຼາຍ.*
11 ມິດຊະຣາຢິມເປັນພໍ່ຂອງລູດີມ+ ອານາມີມ ເລຮາບີມ ນັບຕູຮີມ+ 12 ປັດຣູສີ+ ກັດສະລູຮີມ (ລາວເປັນຕົ້ນຕະກູນຂອງພວກຟີລິດສະຕີນ.)+ ແລະກາບໂຕຣີມ.+
13 ການາອານເປັນພໍ່ຂອງຊີໂດນ+ແລະເຮດ.+ ຊີໂດນເປັນລູກກົກ. 14 ການາອານຍັງເປັນພໍ່ຂອງພວກເຢບຸດ+ ພວກອາໂມ+ ພວກກີກາຊີ+ 15 ພວກຮີວີ+ ພວກອາກີ ພວກສີນີ 16 ພວກອາວາດ+ ພວກເຊມາ ແລະພວກຮາມັດ.
18 ອາປັກຊາດເປັນພໍ່ຂອງເຊລາ+ ແລະເຊລາເປັນພໍ່ຂອງເອເບ.
19 ເອເບມີລູກຊາຍ 2 ຄົນ. ຜູ້ໜຶ່ງຊື່ເປເລັກ*+ ຍ້ອນໃນສະໄໝຂອງລາວຄົນໃນໂລກໄດ້ກະຈັດກະຈາຍກັນໄປ. ອີກຜູ້ໜຶ່ງຊື່ໂຢກຕານ.
20 ໂຢກຕານເປັນພໍ່ຂອງອານໂມດາດ ເຊເລັບ ຮາຊາມາເວດ ເຢຣາ+ 21 ຮາໂດຣາມ ອູຊານ ດິກລາ 22 ໂອບານ ອາບິມາເອນ ເຊບາ 23 ໂອຟີ+ ຮາວິລາ+ ແລະໂຢບັບ. ທັງໝົດນີ້ເປັນລູກຊາຍຂອງໂຢກຕານ.
28 ອັບຣາຮາມມີລູກຊາຍຊື່ອີຊາກ+ແລະອິດຊະມາເອນ.+
29 ຕໍ່ໄປນີ້ແມ່ນລູກຫຼານຂອງເຂົາເຈົ້າ. ລູກຊາຍກົກຂອງອິດຊະມາເອນຊື່ເນບາໂຢດ+ ຕໍ່ມາກໍແມ່ນເກດາ+ ອັດເບເອນ ມິບສາມ+ 30 ມິຊະມາ ດູມາ ມັດສາ ຮາດັດ ເຕມາ 31 ເຢຕູເຣ ນາຟິດ ແລະເກເດມາ. ທັງໝົດນີ້ແມ່ນລູກຊາຍຂອງອິດຊະມາເອນ.
32 ເກຕຸຣາ+ເມຍນ້ອຍ*ຂອງອັບຣາຮາມມີລູກຊາຍຊື່ຊິມຣານ ໂຢກຊານ ເມດານ ມີດີອານ+ ອີຊະບາກ ແລະຊູອາ.+
ໂຢກຊານມີລູກຊາຍຊື່ເຊບາແລະເດດານ.+
33 ມີດີອານມີລູກຊາຍຊື່ເອຟາ+ ເອເຟ ຮາໂນກ ອາບີດາ ແລະເອັນດາອາ.
ທັງໝົດນີ້ແມ່ນລູກຫຼານຂອງເກຕຸຣາ.
34 ອັບຣາຮາມເປັນພໍ່ຂອງອີຊາກ.+ ອີຊາກເປັນພໍ່ຂອງເອຊາວ+ແລະອິດສະຣາເອນ.+
35 ເອຊາວມີລູກຊາຍຊື່ເອລີຟັດ ເຣອູເອນ ເຢອຸດ ຢາລາມ ແລະໂກຣາ.+
36 ເອລີຟັດມີລູກຊາຍຊື່ເຕມານ+ ໂອມາ ເສໂຟ ກາຕາມ ເກນັດ ຕິມນາ ແລະອາມາເລັກ.+
37 ເຣອູເອນມີລູກຊາຍຊື່ນາຄາດ ເຊຣາ ຊາມມາ ແລະມິດຊາ.+
38 ເສອີ+ມີລູກຊາຍຊື່ໂລຕັນ ໂຊບານ ຊີເບໂອນ ອານາ ດີໂຊນ ເອເຊ ແລະດີຊານ.+
39 ໂລຕັນມີລູກຊາຍຊື່ໂຮຣີແລະໂຮມາມ. ນ້ອງສາວຂອງໂລຕັນຊື່ຕິມນາ.+
40 ໂຊບານມີລູກຊາຍຊື່ອັນວານ ມານາຮາດ ເອບານ ເຊໂຟ ແລະໂອນາມ.
ຊີເບໂອນມີລູກຊາຍຊື່ອາອີຢາແລະອານາ.+
41 ອານາມີລູກຊາຍຊື່ດີໂຊນ.
ດີໂຊນມີລູກຊາຍຊື່ເຮັມດານ ເອຊະບານ ອິດຣັນ ແລະເກຣານ.+
42 ເອເຊ+ມີລູກຊາຍຊື່ບິນຮານ ຊາອາວານ ແລະອາການ.
ດີຊານມີລູກຊາຍຊື່ອູເຊແລະອາຣານ.+
43 ກ່ອນຈະມີກະສັດປົກຄອງອິດສະຣາເອນ+ ກະສັດທີ່ປົກຄອງເອໂດມ+ມີເບລາລູກຊາຍຂອງເບໂອ. ລາວປົກຄອງເມືອງດິນຮາບາ. 44 ເມື່ອເບລາຕາຍ ໂຢບັບລູກຊາຍຂອງເຊຣາຄົນເມືອງໂບຊະຣາ+ກໍເປັນກະສັດແທນ. 45 ເມື່ອໂຢບັບຕາຍ ຮູຊາມຄົນເຕມານກໍເປັນກະສັດແທນ. 46 ເມື່ອຮູຊາມຕາຍ ຮາດັດລູກຊາຍຂອງເບດັດຜູ້ທີ່ຕໍ່ສູ້ຊະນະພວກມີດີອານຢູ່ເຂດຂອງພວກໂມອາບກໍເປັນກະສັດແທນ. ລາວປົກຄອງເມືອງອາວິດ. 47 ເມື່ອຮາດັດຕາຍ ສຳລາຄົນມາຊະເຣກາກໍເປັນກະສັດແທນ. 48 ເມື່ອສຳລາຕາຍ ຊາອູນຄົນເມືອງເຣໂຮໂບດທີ່ຢູ່ໃກ້ກັບແມ່ນ້ຳກໍເປັນກະສັດແທນ. 49 ເມື່ອຊາອູນຕາຍ ບາອານຮານານລູກຊາຍຂອງອັກໂບກໍເປັນກະສັດແທນ. 50 ເມື່ອບາອານຮານານຕາຍ ຮາດັດກໍເປັນກະສັດແທນ. ລາວປົກຄອງເມືອງປາອູ ແລະເມຍຂອງລາວຊື່ເມເຮຕາເບນເປັນລູກສາວຂອງມາດເຣັດແລະເປັນຫຼານສາວຂອງເມຊາຮາບ. 51 ຕໍ່ມາຮາດັດກໍຕາຍ.
ຫົວໜ້າເຜົ່າຕ່າງໆຂອງເອໂດມມີ: ຫົວໜ້າເຜົ່າຕິມນາ ຫົວໜ້າເຜົ່າອັນວາ ຫົວໜ້າເຜົ່າເຢເທັດ+ 52 ຫົວໜ້າເຜົ່າໂອໂຮລີບາມາ ຫົວໜ້າເຜົ່າເອລາ ຫົວໜ້າເຜົ່າປີໂນນ 53 ຫົວໜ້າເຜົ່າເກນັດ ຫົວໜ້າເຜົ່າເຕມານ ຫົວໜ້າເຜົ່າມິບຊາ 54 ຫົວໜ້າເຜົ່າມັກດີເອນ ແລະຫົວໜ້າເຜົ່າອີຣາມ. ທັງໝົດນີ້ແມ່ນຫົວໜ້າເຜົ່າຂອງເອໂດມ.