ຂ່າວຄາວສະບັບທີໜຶ່ງ
5 ຣູເບັນ+ເປັນລູກກົກຂອງອິດສະຣາເອນ ແລະຊື່ຂອງພວກລູກຊາຍລາວຂຽນໄວ້ທາງລຸ່ມນີ້. ຣູເບັນເປັນລູກກົກ ແຕ່ຍ້ອນລາວໄປນອນນຳເມຍນ້ອຍຂອງພໍ່*+ ສິດລູກກົກຈຶ່ງເປັນຂອງພວກລູກຊາຍຂອງໂຢເຊັບ+ທີ່ເປັນລູກຊາຍຂອງອິດສະຣາເອນ. ດັ່ງນັ້ນ ໃນປຶ້ມລາຍຊື່ຂອງຕະກູນຈຶ່ງບໍ່ມີຊື່ຣູເບັນວ່າເປັນລູກກົກ. 2 ເຖິງວ່າຢູດາ+ດີກວ່າພວກອ້າຍນ້ອງຂອງລາວແລະຄົນທີ່ເປັນຜູ້ນຳຈະມາຈາກຕະກູນຂອງລາວ+ ແຕ່ສິດລູກກົກກໍເປັນຂອງໂຢເຊັບ. 3 ຣູເບັນລູກຊາຍກົກຂອງອິດສະຣາເອນມີລູກຊາຍຊື່ຮາໂນກ ປານລູ ເຮຊະໂຣນ ແລະກາມີ.+ 4 ຕໍ່ໄປນີ້ແມ່ນລູກຫຼານຂອງໂຢເອນ. ໂຢເອນມີລູກຊາຍຊື່ເຊມາຢາ ເຊມາຢາມີລູກຊາຍຊື່ໂຄກ ໂຄກມີລູກຊາຍຊື່ຊິເມອີ 5 ຊິເມອີມີລູກຊາຍຊື່ມີກາ ມີກາມີລູກຊາຍຊື່ເຣອາຢາ ເຣອາຢາມີລູກຊາຍຊື່ບາອານ 6 ແລະບາອານມີລູກຊາຍຊື່ເບເອຣາທີ່ຕິກລັດປິເລເສ+ກະສັດຂອງອັດຊີເຣຍຈັບໄປເປັນຊະເລີຍ. ເບເອຣາເປັນຫົວໜ້າຄົນໜຶ່ງໃນຕະກູນຣູເບັນ. 7 ອ້າຍນ້ອງຂອງເບເອຣາຕາມປຶ້ມລາຍຊື່ຜູ້ທີ່ລົງທະບຽນມີ ເຢອີເອນທີ່ເປັນຫົວໜ້າ ເຊຄາຣີຢາ 8 ແລະເບລາທີ່ເປັນລູກຊາຍຂອງອາດຊາດ. ອາດຊາດເປັນລູກຊາຍຂອງເຊມາ ເຊມາເປັນລູກຊາຍຂອງໂຢເອນ. ລູກຫຼານຂອງເບລາຢູ່ເມືອງອາໂຣເອ+ຈົນຮອດເມືອງເນໂບແລະເມືອງບາອານເມໂອນ.+ 9 ຢູ່ທາງທິດຕາເວັນອອກ ບ່ອນຢູ່ຂອງເຂົາເຈົ້າຂະຫຍາຍໄປໄກຈົນຮອດທາງເຂົ້າບ່ອນກັນດານທີ່ຢູ່ໃກ້ກັບແມ່ນ້ຳເອິຟາຣາດ+ ຍ້ອນເຂົາເຈົ້າມີສັດລ້ຽງຫຼາຍຂຶ້ນໃນແຜ່ນດິນກິລຽດ.+ 10 ໃນສະໄໝຂອງກະສັດຊາອູນ ເຂົາເຈົ້າໄດ້ຕໍ່ສູ້ຊະນະພວກຮັກກິດ ແລ້ວກໍເຂົ້າໄປຢູ່ແທນພວກນີ້ໃນທົ່ວເຂດທາງທິດຕາເວັນອອກຂອງກິລຽດ.
11 ພວກລູກຫຼານຂອງຄາດຢູ່ຕິດກັບເຂດຂອງລູກຫຼານຣູເບັນໃນແຜ່ນດິນບາຊານຈົນຮອດເມືອງສາເລກາ.+ 12 ຢູ່ບາຊານ ໂຢເອນເປັນຫົວໜ້າ ຊາຟາມເປັນຮອງຫົວໜ້າ ແລະຢານາຍກັບຊາຟາດກໍເປັນຫົວໜ້າຄືກັນ. 13 ພີ່ນ້ອງຂອງເຂົາເຈົ້າ 7 ຄົນຊື່ມີກາເອນ ເມຊຸນລຳ ເຊບາ ໂຢຣາຍ ຢາການ ຊີອາ ແລະເອເບ. 14 ທັງໝົດນີ້ແມ່ນລູກຊາຍຂອງອາບີຮາຍລູກຊາຍຂອງຮູຣິ. ຮູຣິເປັນລູກຊາຍຂອງຢາໂຣອາ ຢາໂຣອາເປັນລູກຊາຍຂອງກິລຽດ ກິລຽດເປັນລູກຊາຍຂອງມີກາເອນ ມີກາເອນເປັນລູກຊາຍຂອງເຢຊີຊາຍ ເຢຊີຊາຍເປັນລູກຊາຍຂອງຢາໂດ ຢາໂດເປັນລູກຊາຍຂອງບູເຊ. 15 ອາຮີເປັນລູກຊາຍຂອງອັບດີເອນແລະເປັນຫຼານຂອງກູນີ. ລາວເປັນຫົວໜ້າໃນຈຸ້ມເຈື້ອຂອງຄົນເຫຼົ່ານີ້. 16 ເຂົາເຈົ້າຢູ່ກິລຽດ+ ບາຊານ+ ຢູ່ຕາມເມືອງນ້ອຍໆທີ່ຢູ່ອ້ອມແອ້ມເຂດເຫຼົ່ານັ້ນ ແລະຢູ່ທົ່ວເຂດທົ່ງຫຍ້າທັງໝົດຂອງຊາໂຣນ. 17 ທຸກຄົນມີຊື່ໃນປຶ້ມລາຍຊື່ຜູ້ທີ່ລົງທະບຽນໃນສະໄໝທີ່ໂຢທາມ+ເປັນກະສັດປົກຄອງຢູດາແລະໃນສະໄໝທີ່ເຢໂຣໂບອາມ*+ເປັນກະສັດປົກຄອງອິດສະຣາເອນ.
18 ຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊມີທະຫານທີ່ເກັ່ງໆ 44.760 ຄົນໃນກອງທັບ. ເຂົາເຈົ້າມີໂລ້ ມີດາບ ມີທະນູ ແລະສູ້ຮົບເກັ່ງ. 19 ເຂົາເຈົ້າເຮັດສົງຄາມຕໍ່ສູ້ກັບພວກຮັກກິດ+ ພວກເຢຕູເຣ ພວກນາຟິດ+ ແລະພວກໂນດາບ. 20 ຍ້ອນເຂົາເຈົ້າໄວ້ວາງໃຈພະເຈົ້າແລະຂໍໃຫ້ເພິ່ນຊ່ວຍ ເພິ່ນຈຶ່ງຕອບຄຳຂໍນັ້ນໂດຍໃຫ້ເຂົາເຈົ້າຊະນະພວກຮັກກິດແລະພວກທີ່ຢູ່ນຳພວກຮັກກິດ.+ 21 ເຂົາເຈົ້າໄດ້ເອົາອູດ 50.000 ໂຕ ແກະ 250.000 ໂຕ ແລະລາ 2.000 ໂຕຂອງພວກສັດຕູ ແລະຈັບ 100.000 ຄົນໄປເປັນຊະເລີຍ. 22 ເຂົາເຈົ້າຂ້າສັດຕູຕາຍຫຼາຍຄົນ ຍ້ອນພະເຈົ້າທ່ຽງແທ້ຊ່ວຍ.+ ເຂົາເຈົ້າຢູ່ບ່ອນທີ່ເຂົາເຈົ້າຢູ່ຈົນຮອດຕອນທີ່ຖືກຈັບໄປເປັນຊະເລີຍ.+
23 ເຄິ່ງໜຶ່ງຂອງຕະກູນມານາເຊ+ຢູ່ຕັ້ງແຕ່ບາຊານຈົນຮອດບາອານເຮີໂມນ ເສນີ ແລະພູເຮີໂມນ.+ ເຂົາເຈົ້າມີລູກຫຼານຫຼາຍຄົນ. 24 ພວກຫົວໜ້າໃນຈຸ້ມເຈື້ອຂອງເຂົາເຈົ້າມີ: ເອເຟ ອີຊີ ເອລີເອນ ອັດຊະຣີເອນ ເຢເຣມີຢາ ໂຮດາວີຢາ ແລະຢາດີເອນ. ເຂົາເຈົ້າເປັນທະຫານທີ່ເກັ່ງຫຼາຍ ມີຊື່ສຽງ ແລະເປັນຫົວໜ້າໃນຈຸ້ມເຈື້ອຕ່າງໆ. 25 ແຕ່ເຂົາເຈົ້າ*ບໍ່ສັດຊື່ຕໍ່ພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າແລະໄປນະມັດສະການພະເຈົ້າຂອງຊາດຕ່າງໆ*ທີ່ເຄີຍຢູ່ໃນແຜ່ນດິນນັ້ນ+ ເຊິ່ງພະເຈົ້າໄດ້ກວາດລ້າງຕອນທີ່ເຂົາເຈົ້າເຂົ້າມາຢູ່. 26 ພະເຈົ້າຂອງອິດສະຣາເອນໄດ້ກະຕຸ້ນຄວາມຄິດຂອງກະສັດປູນທີ່ເປັນກະສັດຂອງອັດຊີເຣຍ+ (ເຊິ່ງມີອີກຊື່ໜຶ່ງວ່າຕິກລັດປິເລເສ)+ ໃຫ້ຈັບຄົນໃນຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊໄປເປັນຊະເລີຍ. ຈາກນັ້ນກໍໃຫ້ເຂົາເຈົ້າໄປຢູ່ຮາລາ ຮາໂບ ແລະຮາຣາທີ່ຢູ່ໃກ້ແມ່ນ້ຳໂກຊານ.+ ເຂົາເຈົ້າຢູ່ຫັ້ນຈົນຮອດທຸກມື້ນີ້.