ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ລູກ​ຫຼານ​ຄົນ​ອື່ນ​​ໆ​ຂອງ​ຢູດາ (1-​23)

        • ຢາເບດ​ແລະ​ຄຳ​ອະທິດຖານ​ຂອງ​ລາວ (9, 10)

      • ລູກ​ຫຼານ​ຂອງ​ຊີເມໂອນ (24-​43)

1 ຂ່າວຄາວ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:29; ຈຊບ 26:20; ນຣ 4:18; ມທ 1:3
  • +ປຖກ 46:12; 1ຂຄ 2:5
  • +ອພຍ 17:12; 24:14; 1ຂຄ 2:19
  • +1ຂຄ 2:50

1 ຂ່າວຄາວ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:53

1 ຂ່າວຄາວ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 11:5, 6

1 ຂ່າວຄາວ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:19
  • +ມກ 5:2

1 ຂ່າວຄາວ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:24
  • +2ຂຄ 11:5, 6

1 ຂ່າວຄາວ 4:9

ໄຂເງື່ອນ

  • *

    ຊື່​ຢາເບດ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ເຈັບ​ປວດ”

1 ຂ່າວຄາວ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:16, 17; ຜຕສ 3:9, 11

1 ຂ່າວຄາວ 4:14

ໄຂເງື່ອນ

  • *

    ແປ​ວ່າ “ຮ່ອມພູ​ຂອງ​ຄົນ​ທີ່​ເຮັດ​ວຽກ​ດ້ານ​ສີໄມ້ລາຍມື​ເກັ່ງ​ທຸກ​ຢ່າງ”

1 ຂ່າວຄາວ 4:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:11, 12; ຢຊ 15:13

1 ຂ່າວຄາວ 4:17

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ບີທີຢາ​ໃນ​ຂໍ້ 18

1 ຂ່າວຄາວ 4:18

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

1 ຂ່າວຄາວ 4:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:2, 5; ຈຊບ 26:20

1 ຂ່າວຄາວ 4:22

ໄຂເງື່ອນ

  • *

    ຫຼື “ຂໍ້ມູນ​ເຫຼົ່ານີ້​ມາ​ຈາກ​ການ​ເລົ່າ​ປາກ​ຕໍ່​ປາກ​ທີ່​ເກົ່າ​ແກ່​ຫຼາຍ”

1 ຂ່າວຄາວ 4:24

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ລູກ​ຊາຍ ຫຼານ​ຊາຍ ຫຼື​ລູກ​ຫຼານ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:10
  • +ຈຊບ 26:12, 13

1 ຂ່າວຄາວ 4:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 26:22

1 ຂ່າວຄາວ 4:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:1, 2
  • +ຢຊ 15:21, 26
  • +ຢຊ 15:21, 28; 19:1, 3; ນຮຢ 11:25-27

1 ຂ່າວຄາວ 4:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:21, 29

1 ຂ່າວຄາວ 4:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:1, 4
  • +ຜຕສ 1:17
  • +ຢຊ 15:20, 31; 19:1, 5; 1ຊມ 27:5, 6

1 ຂ່າວຄາວ 4:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:1, 5

1 ຂ່າວຄາວ 4:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:1, 7

1 ຂ່າວຄາວ 4:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:6, 20

1 ຂ່າວຄາວ 4:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 29:1

1 ຂ່າວຄາວ 4:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:8

1 ຂ່າວຄາວ 4:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:14, 16; 1ຊມ 15:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 4:1ປຖກ 38:29; ຈຊບ 26:20; ນຣ 4:18; ມທ 1:3
1ຂຄ. 4:1ປຖກ 46:12; 1ຂຄ 2:5
1ຂຄ. 4:1ອພຍ 17:12; 24:14; 1ຂຄ 2:19
1ຂຄ. 4:11ຂຄ 2:50
1ຂຄ. 4:21ຂຄ 2:53
1ຂຄ. 4:32ຂຄ 11:5, 6
1ຂຄ. 4:41ຂຄ 2:19
1ຂຄ. 4:4ມກ 5:2
1ຂຄ. 4:51ຂຄ 2:24
1ຂຄ. 4:52ຂຄ 11:5, 6
1ຂຄ. 4:13ຢຊ 15:16, 17; ຜຕສ 3:9, 11
1ຂຄ. 4:15ຈຊບ 32:11, 12; ຢຊ 15:13
1ຂຄ. 4:21ປຖກ 38:2, 5; ຈຊບ 26:20
1ຂຄ. 4:24ປຖກ 46:10
1ຂຄ. 4:24ຈຊບ 26:12, 13
1ຂຄ. 4:27ຈຊບ 26:22
1ຂຄ. 4:28ຢຊ 19:1, 2
1ຂຄ. 4:28ຢຊ 15:21, 26
1ຂຄ. 4:28ຢຊ 15:21, 28; 19:1, 3; ນຮຢ 11:25-27
1ຂຄ. 4:29ຢຊ 15:21, 29
1ຂຄ. 4:30ຢຊ 19:1, 4
1ຂຄ. 4:30ຜຕສ 1:17
1ຂຄ. 4:30ຢຊ 15:20, 31; 19:1, 5; 1ຊມ 27:5, 6
1ຂຄ. 4:31ຢຊ 19:1, 5
1ຂຄ. 4:32ຢຊ 19:1, 7
1ຂຄ. 4:40ປຖກ 10:6, 20
1ຂຄ. 4:412ຂຄ 29:1
1ຂຄ. 4:42ປຖກ 36:8
1ຂຄ. 4:43ອພຍ 17:14, 16; 1ຊມ 15:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 4:1-43

ຂ່າວຄາວ​ສະບັບ​ທີ​ໜຶ່ງ

4 ຢູດາ​ມີ​ລູກ​ຊາຍ​ຊື່​ເປເຣດ+ ເຮຊະໂຣນ+ ກາມີ ຮູເຣ+ ແລະ​ໂຊບານ.+ 2 ເຣອາຢາ​ລູກ​ຊາຍ​ຂອງ​ໂຊບານ​ເປັນ​ພໍ່​ຂອງ​ຢາຮາດ. ຢາຮາດ​ເປັນ​ພໍ່​ຂອງ​ອາຮຸມາຍ​ແລະ​ລາຮາດ. ເຂົາ​ເຈົ້າເປັນ​ຕົ້ນ​ຕະກູນ​ຂອງ​ພວກ​ໂຊຣາດ.+ 3 ພໍ່​ຂອງ​ເອຕາມ+​ມີ​ລູກ​ຊາຍ​ຊື່​ເຢດຊະເຣເອນ ອີຊະມາ ແລະ​ອິດບັດ. ເຂົາ​ເຈົ້າ​ມີນ້ອງ​ສາວຊື່​ຮັດເຊເລເລນໂປນີ. 4 ເປນູເອນ​ເປັນ​ພໍ່​ຂອງ​ເກໂດເຣ ແລະ​ເອເຊ​ເປັນ​ພໍ່​ຂອງ​ຮູຊາ. ທັງ​ໝົດ​ນີ້​ແມ່ນ​ລູກ​ຫຼານ​ຂອງ​ຮູເຣ+​ທີ່​ເປັນ​ລູກ​ກົກ​ຂອງ​ເອຟຣາທາ​ແລະ​ເປັນ​ພໍ່​ຂອງ​ເບັດເລເຮັມ.+ 5 ອາຊະຮູ+​ພໍ່​ຂອງ​ເຕໂກອາ+​ມີ​ເມຍ 2 ຄົນ​ຊື່​ເຮລາ​ແລະ​ນະອາຣາ. 6 ລູກ​ຊາຍ​ທີ່​ເກີດ​ຈາກ​ນະອາຣາ​ຊື່​ອາຮູດຊຳ ເຮເຟ ເຕເມນີ ແລະ​ຮາຮັດສະຕາຣີ. ທັງ​ໝົດ​ນີ້​ແມ່ນ​ລູກ​ຊາຍ​ຂອງ​ນະອາຣາ. 7 ລູກ​ຊາຍ​ທີ່​ເກີດ​ຈາກ​ເຮລາ​ຊື່​ເຊເຣັດ ອິດຊະຮາ ແລະ​ເອທານ. 8 ໂກເສ​ເປັນ​ພໍ່​ຂອງ​ອານຸບ​ແລະ​ໂຊເບບາ. ໂກເສ​ເປັນປູ່​ຍ່າ​ຕາ​ນາຍຂອງ​ພວກ​ລູກ​ຫຼານ​ອາຮາລະເຮນ​ທີ່​ເປັນ​ລູກ​ຊາຍ​ຂອງ​ຮາຣຸມ.

9 ຢາເບດ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ກວ່າ​ອ້າຍ​ນ້ອງ​ຂອງ​ລາວ. ແມ່​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຢາເບດ*​ແລະ​ເວົ້າ​ວ່າ: “ຂ້ອຍ​ເກີດ​ລູກ​ຜູ້​ນີ້​ເຈັບ​ແທ້​ເຈັບ​ວ່າ.” 10 ຢາເບດ​ຮ້ອງ​ຫາ​ພະເຈົ້າ​ຂອງ​ອິດສະຣາເອນ​ວ່າ: “ຂໍ​ໃຫ້​ພະອົງ​ອວຍພອນຂ້ອຍ. ຂໍ​ໃຫ້​ເຂດ​ແດນ​ຂອງ​ຂ້ອຍ​ກວ້າງ​ອອກ​ໄປ. ຂໍ​ໃຫ້​ພະອົງ​ຢູ່​ກັບ​ຂ້ອຍ​ສະເໝີ ແລະ​ຂໍ​ໃຫ້​ພະອົງ​ປົກປ້ອງ​ຂ້ອຍ​ຈາກ​ສິ່ງ​ທີ່​ບໍ່​ດີ​ຕ່າງ​ໆ​.” ແລ້ວ​ພະເຈົ້າ​ກໍ​ໃຫ້​ຕາມ​ທີ່​ລາວ​ຂໍ.

11 ເກລຸບ​ເປັນ​ອ້າຍ​ຂອງ​ຊູຮາ​ແລະ​ເປັນ​ພໍ່​ຂອງ​ເມຮີ. ເມຮີ​ເປັນ​ພໍ່​ຂອງ​ເອຊະໂຕນ. 12 ເອຊະໂຕນ​ເປັນ​ພໍ່​ຂອງ​ເບັດຣາຟາ ປາເສອາ ແລະ​ເຕຮິນນາ. ເຕຮິນນາ​ເປັນ​ພໍ່​ຂອງ​ອີນາຮາດ. ທັງ​ໝົດ​ນີ້​ແມ່ນ​ຄົນ​ເຣກາ. 13 ເກນັດ​ມີ​ລູກ​ຊາຍ​ຊື່​ໂອດນີເອນ+​ແລະ​ເສຣາຢາ. ໂອດນີເອນ​ມີ​ລູກ​ຊາຍ​ຊື່​ຮາທັດ. 14 ເມໂອໂນທາຍ​ເປັນ​ພໍ່​ຂອງ​ໂອຟຣາ. ເສຣາຢາ​ເປັນ​ພໍ່​ຂອງ​ໂຢອາບ. ໂຢອາບ​ເປັນ​ພໍ່​ຂອງ​ຄົນ​ທີ່​ຢູ່​ເກຫະຣາຊິມ.* ບ່ອນ​ນີ້​ຖືກ​ເອີ້ນ​ວ່າ​ເກຫະຣາຊິມ​ກໍ​ຍ້ອນ​ເຂົາ​ເຈົ້າ​ເຮັດ​ວຽກ​ດ້ານ​ສີ​ໄມ້​ລາຍ​ມື​ເກັ່ງ​ທຸກ​ຢ່າງ.

15 ເຢຟຸນເນ​ມີ​ລູກ​ຊາຍ​ຊື່​ກາເລັບ.+ ກາເລັບ​ມີ​ລູກ​ຊາຍ​ຊື່​ອີຣູ ເອລາ ແລະ​ນາອາມ. ເອລາ​ມີ​ລູກ​ຊາຍ​ຊື່​ເກນັດ. 16 ເຢຮັນເລເລນ​ມີ​ລູກ​ຊາຍ​ຊື່​ຊິເຟ ຊີຟາ ຕີເຣຍ ແລະ​ອາສາເຣນ. 17 ເອຊະຣາ​ມີ​ລູກ​ຊາຍ​ຊື່​ເຢເທ ເມເຣດ ເອເຟ ແລະ​ຢາໂລນ. ເມຍ*​ຜູ້​ໜຶ່ງຂອງ​ເມເຣດ​ໄດ້​ເກີດ​ມີຣີອາມ ຊາມມາຍ ແລະ​ອິຊະບາ​ທີ່​ເປັນ​ພໍ່​ຂອງ​ເອຊະເຕມົວ. 18 (ເມຍ​ຂອງ​ເມເຣດ​ທີ່​ເປັນ​ຄົນ​ຢິວ​ໄດ້​ເກີດ​ລູກ​ຊື່ເຢເຣັດ ເຮເບ ແລະ​ເຢກູທີເອນ. ເຢເຣັດ​ເປັນ​ພໍ່​ຂອງ​ເກໂດເຣ. ເຮເບ​ເປັນ​ພໍ່​ຂອງ​ໂສໂກ ແລະ​ເຢກູທີເອນ​ເປັນ​ພໍ່​ຂອງ​ຊາໂນອາ.) ທັງ​ໝົດ​ນີ້​ແມ່ນ​ລູກ​ຂອງ​ບີທີຢາ​ລູກ​ສາວ​ຂອງ​ຟາໂຣ*​ທີ່​ເມເຣດ​ແຕ່ງ​ດອງ​ນຳ.

19 ເມຍ​ຂອງ​ໂຮດີຢາ​ເປັນ​ເອື້ອຍ​ນ້ອງ​ກັບ​ນາຮາມ. ລູກ​ຊາຍ​ຂອງ​ລາວ​ເປັນ​ພໍ່​ຂອງ​ເກອີລາ​ຄົນ​ຄາເຣມຽນ​ແລະ​ເອຊະເຕມົວ​ຄົນ​ມາອາກາ. 20 ຊີມອນ​ມີ​ລູກ​ຊາຍ​ຊື່​ອຳໂນນ ຣິນນາ ເບັນຮານັນ ແລະ​ຕີໂລນ. ອີຊີ​ມີ​ລູກ​ຊາຍ​ຊື່​ໂຊເຮັດ​ແລະ​ເບັນໂຊເຮັດ.

21 ເຊລາ+​ລູກ​ຊາຍ​ຂອງ​ຢູດາ​ມີ​ລູກ​ຊາຍ​ຊື່​ເອຣະ​ທີ່​ເປັນ​ພໍ່​ຂອງ​ເລກາ ແລະ​ລາອາດາ​ທີ່​ເປັນ​ພໍ່​ຂອງ​ມາເຣຊາ. ລູກຫຼານ​ຂອງ​ອາຊະເບອາ​ທີ່​ເປັນ​ລູກຫຼານ​ຂອງ​ເຊລາ​ເປັນ​ຊ່າງ​ຕ່ຳ​ຜ້າ​ເນື້ອ​ດີ. 22 ເຊລາ​ຍັງ​ມີ​ລູກຫຼານ​ຊື່​ໂຢກີມ ໂຢອາດ ສາຣາບ ແລະ​ຢາຊູບີເລເຮັມ. ພວກ​ທີ່​ຢູ່​ໂກເຊບາ​ກໍ​ເປັນ​ລູກຫຼານ​ຂອງ​ເຊລາ​ຄື​ກັນ. ລູກຫຼານ​ຂອງ​ລາວບາງ​ຄົນ​ເອົາ​ເມຍຄົນ​ໂມອາບ. ຂໍ້​ມູນ​ເຫຼົ່ານີ້​ມາ​ຈາກ​ບັນທຶກ​ທີ່​ເກົ່າ​ແກ່​ຫຼາຍ.* 23 ເຂົາ​ເຈົ້າ​ເປັນ​ຊ່າງ​ປັ້ນ​ໝໍ້​ຢູ່​ເນຕາຢິມ​ແລະ​ເມືອງ​ເກເດຣາ. ເຂົາ​ເຈົ້າ​ຢູ່​ບ່ອນ​ນັ້ນ​ແລະ​ເຮັດ​ວຽກ​ໃຫ້​ກະສັດ.

24 ຊີເມໂອນ+​ມີລູກ​ຊາຍ*​ຊື່​ເນມູເອນ ຢາມິນ ຢາຣິບ ເຊຣາ ແລະ​ຊາອູນ.+ 25 ຊາອູນ​ມີ​ລູກ​ຊາຍ​ຊື່​ຊາລຶມ ຊາລຶມ​ມີ​ລູກ​ຊາຍ​ຊື່​ມິບສາມ ມິບສາມ​ມີ​ລູກ​ຊາຍ​ຊື່​ມິຊະມາ 26 ມິຊະມາ​ມີລູກ​ຊາຍຊື່​ຮາມມູເອນ ຮາມມູເອນ​ມີ​ລູກ​ຊາຍ​ຊື່​ຊາກູເຣ ຊາກູເຣ​ມີ​ລູກ​ຊາຍ​ຊື່​ຊິເມອີ. 27 ຊິເມອີ​ມີ​ລູກ​ຊາຍ 16 ຄົນ​ແລະ​ມີ​ລູກ​ສາວ 6 ຄົນ ແຕ່​ອ້າຍ​ນ້ອງ​ຂອງ​ລາວ​ບໍ່​ມີ​ລູກ​ຊາຍ​ຫຼາຍ​ສ່ຳ​ລາວ. ຄອບຄົວ​ຂອງ​ພວກ​ອ້າຍ​ນ້ອງ​ຊິເມອີບໍ່​ໃຫຍ່​ສ່ຳ​ກັບຄອບຄົວ​ຕ່າງ​ໆ​ໃນ​ຕະກູນ​ຢູດາ.+ 28 ເຂົາ​ເຈົ້າ​ຢູ່​ເມືອງ​ເບເອເຊບາ+ ເມືອງ​ໂມລາດາ+ ເມືອງ​ຮາຊາຊູອານ+ 29 ເມືອງ​ບິນຮາ ເມືອງ​ອີຢິມ+ ເມືອງ​ໂຕລາດ 30 ເມືອງ​ເບທູເອນ+ ເມືອງ​ໂຮມາ+ ເມືອງ​ຊິກລັກ+ 31 ເມືອງ​ເບັດມັກກາໂບດ ເມືອງ​ຮາຊາສູສີມ+ ເມືອງ​ເບັດບີຣີ ແລະ​ເມືອງ​ຊະອາຣາຢິມ. ເມືອງ​ທັງ​ໝົດ​ນີ້​ເປັນ​ຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ຕອນ​ທີ່​ດາວິດ​ປົກຄອງ.

32 ເຂົາ​ເຈົ້າ​ຍັງ​ຢູ່​ອີກ 5 ເມືອງ​ຄື: ເມືອງ​ເອຕາມ ເມືອງ​ອາອິນ ເມືອງ​ຣິມໂມນ ເມືອງ​ໂຕເກນ ແລະ​ເມືອງ​ອາຊານ.+ 33 ນອກຈາກນັ້ນ ເຂົາ​ເຈົ້າ​ຍັງ​ຢູ່​ບ້ານ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ແອ້ມ​ເມືອງ​ເຫຼົ່ານັ້ນ​ໄກ​ຈົນ​ຮອດ​ເມືອງ​ບາອານ. ນີ້​ແມ່ນລາຍ​ຊື່ຜູ້​ທີ່​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ເມືອງ​ທີ່​ເຂົາ​ເຈົ້າ​ຢູ່. 34 ລູກຫຼານ​ຄົນ​ອື່ນ​ໆ​ຂອງ​ຊີເມໂອນ​ມີ: ເມໂຊບັບ ຢາມເລກ ໂຢຊາ​ລູກ​ຊາຍ​ຂອງ​ອາມາຊີຢາ 35 ໂຢເອນ ເຢຮູ (ເຢຮູ​ເປັນລູກ​ຊາຍ​ຂອງໂຢຊີບີອາ ໂຢຊີບີອາ​ເປັນ​ລູກ​ຊາຍ​ຂອງ​ເສຣາຢາ ເສຣາຢາ​ເປັນ​ລູກ​ຊາຍ​ຂອງ​ອາຊີເອນ) 36 ເອລີໂອນາຍ ຢາອາໂກບາ ເຢໂຊຮາຢາ ອາສາຢາ ອາດີເອນ ເຢສີມີເອນ ເບນາຢາ 37 ແລະ​ຊີຊາ​ລູກ​ຊາຍ​ຂອງ​ຊິບຟີ. ຊິບຟີ​ເປັນ​ລູກ​ຊາຍ​ຂອງ​ອັນໂລນ ອັນໂລນ​ເປັນ​ລູກ​ຊາຍ​ຂອງ​ເຢດາຢາ ເຢດາຢາ​ເປັນ​ລູກ​ຊາຍ​ຂອງ​ຊິມລີ ແລະ​ຊິມລີ​ເປັນ​ລູກ​ຊາຍ​ຂອງ​ເຊມາຢາ. 38 ທັງ​ໝົດ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຫົວ​ໜ້າໃນ​ຈຸ້ມເຈື້ອ​ຕ່າງ​ໆ​ແລະຈຸ້ມເຈື້ອ​ເຫຼົ່ານີ້ກໍ​ມີ​ຄົນ​ເພີ່ມ​ຂຶ້ນ​ຫຼາຍ. 39 ເຂົາ​ເຈົ້າ​ໄປໃກ້​ໆ​ເມືອງ​ເກໂດເຣ​ທີ່​ຢູ່​ທາງ​ທິດຕາເວັນອອກ​ຂອງ​ຮ່ອມ​ພູ​ເພື່ອ​ຊອກ​ທົ່ງ​ຫຍ້າ​ໃຫ້​ຝູງ​ສັດ. 40 ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ເຫັນ​ທົ່ງ​ຫຍ້າ​ທີ່​ກວ້າງ​ໆ​ແລະ​ຂຽວ​ງາມ ທັງ​ມິດ​ງຽບ​ແລະ​ບໍ່​ມີ​ສັດຕູ​ມາ​ໂຈມຕີ. ພວກ​ຮາມ+​ເຄີຍ​ຢູ່​ຫັ້ນ​ມາ​ກ່ອນ. 41 ໃນ​ສະໄໝ​ຂອງ​ເຮເຊກີຢາ+​ກະສັດ​ຂອງ​ຢູດາ ຄົນ​ທີ່​ມີ​ລາຍ​ຊື່​ທາງ​ເທິງ​ນີ້​ໄດ້​ທຳລາຍ​ເຕັ້ນ​ຂອງ​ພວກ​ຮາມ​ແລະ​ພວກ​ເມອູນີມ​ທີ່​ຢູ່​ຫັ້ນ. ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ນີ້​ແລ້ວ​ກໍ​ເຂົ້າ​ມາ​ຢູ່​ແທນ ຍ້ອນ​ວ່າ​ມີ​ທົ່ງ​ຫຍ້າ​ສຳລັບ​ລ້ຽງ​ສັດ.

42 ເປລາຕີຢາ ນາອາຣີຢາ ເຣຟາຢາ ແລະ​ອຸດຊີເອນ​ລູກ​ຊາຍ​ຂອງ​ອີຊີ​ເປັນ​ຫົວ​ໜ້າ​ພາ​ພວກ​ຊີເມໂອນ 500 ຄົນ​ໄປ​ພູ​ເສອີ.+ 43 ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ອາມາເລັກ+​ທີ່​ຍັງ​ເຫຼືອເຊິ່ງ​ໜີ​ມາ​ຢູ່​ຫັ້ນ ແລ້ວ​ເຂົາ​ເຈົ້າ​ກໍ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌