ຂ່າວຄາວສະບັບທີສອງ
21 ຕໍ່ມາ ເຢໂຮຊາຟັດກໍຕາຍແລະເຂົາເຈົ້າຝັງລາວໄວ້ກັບປູ່ຍ່າຕານາຍຂອງລາວຢູ່ເມືອງຂອງດາວິດ. ເຢໂຮຣາມລູກຊາຍຂອງລາວກໍເປັນກະສັດແທນ.+ 2 ເຢໂຮຣາມມີນ້ອງຊາຍຊື່ອາຊາຣີຢາ ເຢຮີເອນ ເຊຄາຣີຢາ ອາຊາຣີຢາ ມີກາເອນ ແລະເຊຟາຕີຢາ. ທັງໝົດນີ້ແມ່ນລູກຊາຍຂອງເຢໂຮຊາຟັດກະສັດຂອງອິດສະຣາເອນ. 3 ເຢໂຮຊາຟັດພໍ່ຂອງເຂົາເຈົ້າໄດ້ເອົາເງິນເອົາຄຳຫຼາຍແທ້ຫຼາຍວ່າກັບສິ່ງທີ່ມີຄ່າອື່ນໆແລະເມືອງຕ່າງໆໃນຢູດາທີ່ມີກຳແພງອ້ອມ+ໃຫ້ເຂົາເຈົ້າ. ແຕ່ເຢໂຮຊາຟັດໃຫ້ເຢໂຮຣາມເປັນກະສັດປົກຄອງຢູດາ+ ຍ້ອນເຢໂຮຣາມເປັນລູກກົກ.
4 ເມື່ອເຢໂຮຣາມໄດ້ເປັນກະສັດແລ້ວ ລາວກໍຂ້ານ້ອງຊາຍທຸກຄົນຂອງລາວ+ເພື່ອເຮັດໃຫ້ຕຳແໜ່ງຂອງໂຕເອງໝັ້ນຄົງ ແລະຂ້າພວກເຈົ້ານາຍບາງຄົນຂອງອິດສະຣາເອນ. 5 ເຢໂຮຣາມເປັນກະສັດຕອນອາຍຸ 32 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 8 ປີ.+ 6 ລາວເຮັດຊົ່ວຄືກັບຄອບຄົວຂອງອາຮາບແລະກະສັດອົງອື່ນໆຂອງອິດສະຣາເອນ+ ຍ້ອນລາວແຕ່ງດອງກັບລູກສາວຂອງອາຮາບ.+ ລາວບໍ່ເຊົາເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວ. 7 ແຕ່ພະເຢໂຫວາບໍ່ຢາກທຳລາຍລູກຫຼານຂອງດາວິດຍ້ອນເຫັນແກ່ດາວິດຜູ້ຮັບໃຊ້ຂອງເພິ່ນ+ ເພາະເພິ່ນໄດ້ສັນຍາວ່າດາວິດກັບລູກຫຼານຂອງລາວຈະປົກຄອງ*ຕໍ່ໆໄປ.+
8 ໃນສະໄໝຂອງກະສັດເຢໂຮຣາມ ພວກເອໂດມໄດ້ກະບົດຕໍ່ຢູດາ+ແລະຕັ້ງກະສັດຂຶ້ນມາເອງ.+ 9 ເຢໂຮຣາມກັບພວກຫົວໜ້າກອງທັບຈຶ່ງພາກອງທັບລົດມ້າທັງໝົດຂ້າມໄປເອໂດມ. ເມື່ອຂ້າມໄປແລ້ວ ພວກເອໂດມກໍມາລ້ອມເຢໂຮຣາມກັບພວກຫົວໜ້າກອງທັບລົດມ້າ. ເຢໂຮຣາມໄດ້ໂຈມຕີພວກນັ້ນໃນຕອນກາງຄືນແລະເອົາຊະນະເຂົາເຈົ້າໄດ້. 10 ເອໂດມໄດ້ກະບົດຕໍ່ຢູດາຈົນຮອດທຸກມື້ນີ້. ໃນສະໄໝຂອງກະສັດເຢໂຮຣາມ ເມືອງລິບນາ+ກໍກະບົດຕໍ່ຢູດາຄືກັນ ຍ້ອນເຢໂຮຣາມປະຖິ້ມພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງລາວ.+ 11 ລາວຍັງໄດ້ສ້າງບ່ອນນະມັດສະການຕ່າງໆ+ໄວ້ຢູ່ເທິງພູຂອງຢູດາ ເຊິ່ງເປັນຕົ້ນເຫດເຮັດໃຫ້ຄົນໃນເມືອງເຢຣູຊາເລັມບໍ່ສັດຊື່ຕໍ່ພະເຈົ້າ*ແລະລາວພາຄົນຢູດາເຮັດຜິດ.
12 ຜູ້ພະຍາກອນເອລີຢາ+ຈຶ່ງສົ່ງຈົດໝາຍໄປຫາເຢໂຮຣາມວ່າ: “ພະເຢໂຫວາພະເຈົ້າຂອງດາວິດປູ່ຍ່າຕານາຍຂອງເຈົ້າບອກວ່າ ‘ເຈົ້າບໍ່ໄດ້ເຮັດຄືກັບເຢໂຮຊາຟັດ+ພໍ່ຂອງເຈົ້າແລະບໍ່ໄດ້ເຮັດຄືກັບອາຊາ+ກະສັດຢູດາ. 13 ແຕ່ເຈົ້າເຮັດຄືກັບພວກກະສັດອິດສະຣາເອນ+ແລະເປັນຕົ້ນເຫດເຮັດໃຫ້ຄົນຢູດາກັບຄົນໃນເມືອງເຢຣູຊາເລັມບໍ່ສັດຊື່ຕໍ່ພະເຈົ້າ+ຄືກັບຄອບຄົວຂອງອາຮາບ+ ແລະເຈົ້າຍັງໄດ້ຂ້າພວກນ້ອງຊາຍຂອງໂຕເອງ+ທີ່ເປັນລູກຂອງພໍ່ເຈົ້າເຊິ່ງເຂົາເຈົ້າດີກວ່າເຈົ້າຊ້ຳ. 14 ຍ້ອນແນວນີ້ ພະເຢໂຫວາຈະລົງໂທດປະຊາຊົນຂອງເຈົ້າ ພວກລູກພວກເມຍຂອງເຈົ້າ ແລະເພິ່ນຈະທຳລາຍທຸກສິ່ງທຸກຢ່າງທີ່ເປັນຂອງເຈົ້າ. 15 ເຈົ້າຈະເປັນພະຍາດຫຼາຍຢ່າງແລະຈະເຈັບໜັກຂຶ້ນເລື້ອຍໆ. ເຈົ້າຈະເປັນພະຍາດລຳໄສ້ນຳແລະໄສ້ຂອງເຈົ້າຈະໂລ່ອອກມາ.’”
16 ພະເຢໂຫວາໄດ້ໃຫ້ພວກຟີລິດສະຕີນ+ກັບພວກອາຣັບ+ທີ່ຢູ່ໃກ້ກັບເອທິໂອເປຍມາໂຈມຕີ+ເຢໂຮຣາມ. 17 ເຂົາເຈົ້າໄດ້ບຸກເຂົ້າມາໃນຢູດາແລະເອົາທຸກສິ່ງທຸກຢ່າງທີ່ຢູ່ໃນວັງຂອງກະສັດໄປ.+ ເຂົາເຈົ້າໄດ້ຈັບເອົາພວກລູກພວກເມຍຂອງລາວໄປນຳແລະປະແຕ່ເຢໂຮອາຮາດ*+ທີ່ເປັນລູກຊາຍຫຼ້າໄວ້ກັບລາວ. 18 ຫຼັງຈາກນັ້ນ ພະເຢໂຫວາໄດ້ເຮັດໃຫ້ເຢໂຮຣາມເປັນພະຍາດລຳໄສ້ທີ່ປົວບໍ່ໄດ້.+ 19 ສອງປີຕໍ່ມາ ພະຍາດທີ່ລາວເປັນເຮັດໃຫ້ໄສ້ຂອງລາວໂລ່ອອກມາ ແລ້ວລາວກໍຕາຍຢ່າງທໍລະມານຍ້ອນພະຍາດນັ້ນ. ເຖິງວ່າປະຊາຊົນເຄີຍເຜົາເຄື່ອງຫອມໃນພິທີສົ່ງສະການຂອງປູ່ຍ່າຕານາຍຂອງເຢໂຮຣາມ ແຕ່ເຂົາເຈົ້າບໍ່ໄດ້ເຮັດແບບນັ້ນໃຫ້ລາວ.+ 20 ເຢໂຮຣາມເປັນກະສັດຕອນອາຍຸ 32 ປີແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 8 ປີ. ຕອນທີ່ລາວຕາຍບໍ່ມີໃຜເສຍໃຈເລີຍ. ເຂົາເຈົ້າຝັງລາວໄວ້ຢູ່ເມືອງຂອງດາວິດ+ ແຕ່ບໍ່ແມ່ນໃນບ່ອນຝັງສົບຂອງພວກກະສັດ.+