ຂ່າວຄາວສະບັບທີສອງ
34 ໂຢສີຢາ+ເປັນກະສັດຕອນອາຍຸ 8 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 31 ປີ.+ 2 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງແລະໃຊ້ຊີວິດຄືກັບດາວິດປູ່ຍ່າຕານາຍຂອງລາວທຸກຢ່າງ. ລາວຢູ່ໃນແນວທາງທີ່ຖືກຕ້ອງສະເໝີ.
3 ໃນປີທີ 8 ທີ່ໂຢສີຢາປົກຄອງ ເຖິງວ່າລາວຈະຍັງໜຸ່ມ ແຕ່ລາວໄດ້ເລີ່ມຮັບໃຊ້ພະເຈົ້າຂອງດາວິດປູ່ຍ່າຕານາຍຂອງລາວ.+ ໃນປີທີ 12 ທີ່ລາວປົກຄອງ ລາວໄດ້ເລີ່ມທຳລາຍບ່ອນນະມັດສະການພະເຈົ້າປອມ+ ເສົາໄມ້ສັກສິດ* ຮູບພະຕ່າງໆ+ ແລະຮູບຫຼໍ່ທີ່ເປັນເຫຼັກໃຫ້ໝົດໄປຈາກຢູດາແລະເຢຣູຊາເລັມ.+ 4 ລາວໄດ້ສັ່ງໃຫ້ທຳລາຍແທ່ນບູຊາແລະແທ່ນເຜົາເຄື່ອງຫອມຂອງພະບາອານ. ລາວຍັງໄດ້ທຸບເສົາໄມ້ສັກສິດ ຮູບພະຕ່າງໆ ແລະຮູບຫຼໍ່ທີ່ເປັນເຫຼັກຈົນມຸ່ນ ແລ້ວເອົາໄປຫວ່ານໃສ່ບ່ອນຝັງສົບຂອງພວກທີ່ນະມັດສະການສິ່ງເຫຼົ່ານີ້. + 5 ລາວເອົາກະດູກຂອງພວກປະໂລຫິດໄປເຜົາຢູ່ເທິງແທ່ນບູຊາທີ່ເຂົາເຈົ້າໃຊ້ນະມັດສະການ.+ ສິ່ງທີ່ລາວເຮັດນີ້ໄດ້ເຮັດໃຫ້ຢູດາແລະເຢຣູຊາເລັມສະອາດ.
6 ຈາກນັ້ນ ໂຢສີຢາໄດ້ໄປຕາມເມືອງຕ່າງໆໃນເຂດຂອງຕະກູນມານາເຊ ເອຟຣາຢິມ+ ຊີເມໂອນຈົນຮອດນັບທາລີ ແລະໄປຕາມເມືອງຕ່າງໆທີ່ຮ້າງແລ້ວເພື່ອເຮັດແບບດຽວກັນນີ້. 7 ລາວໄດ້ທຳລາຍແທ່ນບູຊາ ທຸບເສົາໄມ້ສັກສິດກັບຮູບພະຕ່າງໆຈົນມຸ່ນ+ ແລະທຳລາຍແທ່ນເຜົາເຄື່ອງຫອມຢູ່ທົ່ວອິດສະຣາເອນ.+ ຫຼັງຈາກນັ້ນ ລາວກໍກັບເມືອເມືອງເຢຣູຊາເລັມ.
8 ຫຼັງຈາກໂຢສີຢາກຳຈັດສິ່ງເຫຼົ່ານີ້ໃຫ້ໝົດໄປຈາກແຜ່ນດິນອິດສະຣາເອນແລະວິຫານແລ້ວ ໃນປີທີ 18 ທີ່ລາວປົກຄອງ ລາວໄດ້ໃຫ້ຊາຟານ+ລູກຊາຍຂອງອາຊາລີຢາ ມາອາເສຢາທີ່ເປັນເຈົ້າເມືອງ ແລະໂຢອາລູກຊາຍຂອງໂຢອາຮັດທີ່ເປັນຜູ້ຈົດບັນທຶກໃຫ້ກະສັດໄປແປງວິຫານຂອງພະເຢໂຫວາພະເຈົ້າຂອງລາວ.+ 9 ເຂົາເຈົ້າໄປຫາປະໂລຫິດໃຫຍ່ຮິນກີຢາເພື່ອເອົາເງິນບໍລິຈາກທີ່ຢູ່ວິຫານຂອງພະເຈົ້າໄປໃຫ້ລາວ. ພວກເລວີທີ່ເຮັດວຽກຍາມປະຕູໄດ້ລວບລວມເງິນເຫຼົ່ານີ້ຈາກພວກມານາເຊ ພວກເອຟຣາຢິມ ແລະພວກອິດສະຣາເອນທຸກຄົນ+ ລວມທັງຈາກພວກຢູດາ ພວກເບັນຢາມິນ ແລະຄົນໃນເມືອງເຢຣູຊາເລັມ. 10 ເຂົາເຈົ້າເອົາເງິນນັ້ນໄປໃຫ້ພວກທີ່ຮັບຜິດຊອບເບິ່ງແຍງວຽກແປງວິຫານຂອງພະເຢໂຫວາ. ພວກທີ່ເບິ່ງແຍງວຽກກໍເອົາເງິນໄປຈ່າຍໃຫ້ພວກຊ່າງທີ່ແປງວິຫານຂອງພະເຢໂຫວາບ່ອນທີ່ເພ. 11 ພວກທີ່ຮັບຜິດຊອບວຽກໄດ້ເອົາເງິນໄປໃຫ້ພວກຊ່າງໄມ້ກັບຊ່າງກໍ່ເພື່ອໄປຊື້ຫີນທີ່ຕັດເປັນກ້ອນແລ້ວກັບໄມ້ຄ້ຳ ແລ້ວໃຫ້ພວກຊ່າງເອົາໄປແປງຄານຂອງຕຶກຕ່າງໆທີ່ພວກກະສັດຂອງຢູດາປ່ອຍໃຫ້ເປ່ເພ.+
12 ເຂົາເຈົ້າເຮັດວຽກຢ່າງສັດຊື່.+ ພວກເລວີທີ່ເບິ່ງແຍງເຂົາເຈົ້າແມ່ນຢາຮາດກັບໂອບາດີຢາທີ່ເປັນລູກຫຼານຂອງເມຣາຣີ+ ແລະເຊຄາຣີຢາກັບເມຊຸນລຳທີ່ເປັນລູກຫຼານຂອງໂກຮາດ.+ ພວກເລວີທີ່ຫຼິ້ນດົນຕີເກັ່ງ+ 13 ເບິ່ງແຍງພວກກຳມະກອນແລະເບິ່ງແຍງຜູ້ທີ່ເຮັດວຽກແນວອື່ນ. ພວກເລວີບາງຄົນເປັນເລຂາ ເປັນຄົນຍາມປະຕູ+ ແລະເປັນຜູ້ເບິ່ງແຍງວຽກອື່ນໆ.
14 ຕອນທີ່ເຂົາເຈົ້າເອົາເງິນບໍລິຈາກອອກມາຈາກວິຫານຂອງພະເຢໂຫວາ+ ປະໂລຫິດຮິນກີຢາໄດ້ເຫັນປຶ້ມກົດໝາຍຂອງພະເຢໂຫວາ+ທີ່ເພິ່ນໃຫ້ຜ່ານທາງໂມເຊ.+ 15 ຮິນກີຢາຈຶ່ງບອກຊາຟານທີ່ເປັນເລຂາວ່າ: “ຂ້ອຍເຫັນປຶ້ມກົດໝາຍນີ້ຢູ່ໃນວິຫານຂອງພະເຢໂຫວາ.” ແລ້ວຮິນກີຢາກໍເອົາປຶ້ມກົດໝາຍນັ້ນໃຫ້ຊາຟານ. 16 ຈາກນັ້ນ ຊາຟານກໍເອົາປຶ້ມກົດໝາຍນັ້ນໄປໃຫ້ກະສັດແລະບອກວ່າ: “ພວກຄົນຮັບໃຊ້ຂອງທ່ານໄດ້ເຮັດທຸກຢ່າງຕາມທີ່ທ່ານບອກແລ້ວ. 17 ເຂົາເຈົ້າໄດ້ຖອກເງິນອອກຈາກກ່ອງທີ່ຢູ່ວິຫານຂອງພະເຢໂຫວາແລະເອົາໄປໃຫ້ພວກທີ່ຮັບຜິດຊອບເບິ່ງແຍງວຽກກັບພວກທີ່ແປງວິຫານແລ້ວ.” 18 ຊາຟານທີ່ເປັນເລຂາຍັງບອກກະສັດອີກວ່າ: “ປະໂລຫິດຮິນກີຢາໄດ້ເອົາປຶ້ມນີ້ໃຫ້ຂ້ອຍ.”+ ແລ້ວຊາຟານກໍອ່ານໃຫ້ກະສັດຟັງ.+
19 ເມື່ອກະສັດໄດ້ຍິນສິ່ງທີ່ຂຽນຢູ່ໃນປຶ້ມກົດໝາຍນັ້ນ ລາວກໍຈີກເສື້ອຂອງໂຕເອງ.+ 20 ຈາກນັ້ນ ກະສັດສັ່ງຮິນກີຢາ ອາຮີກາມ+ລູກຊາຍຂອງຊາຟານ ອັບໂດນ*ລູກຊາຍຂອງມີກາ* ຊາຟານທີ່ເປັນເລຂາ ແລະອາສາຢາທີ່ເປັນຄົນຮັບໃຊ້ຂອງກະສັດວ່າ: 21 “ໃຫ້ພວກເຈົ້າໄປຖາມພະເຢໂຫວາແທນຂ້ອຍ ແລະແທນປະຊາຊົນທີ່ຍັງເຫຼືອຢູ່ໃນອິດສະຣາເອນກັບຢູດາກ່ຽວກັບສິ່ງທີ່ຂຽນໄວ້ໃນປຶ້ມນີ້. ພະເຢໂຫວາໃຈຮ້າຍໃຫ້ພວກເຮົາຫຼາຍ ຍ້ອນປູ່ຍ່າຕານາຍຂອງພວກເຮົາບໍ່ເຊື່ອຟັງພະເຢໂຫວາແລະບໍ່ໄດ້ເຮັດຕາມທຸກຢ່າງທີ່ຂຽນໄວ້ໃນປຶ້ມນີ້.”+
22 ຮິນກີຢາກັບຄົນອື່ນໆທີ່ກະສັດສົ່ງໄປຈຶ່ງໄປຫາຜູ້ພະຍາກອນຍິງທີ່ຊື່ຮຸນດາ.+ ຮຸນດາເປັນເມຍຂອງຊາລຶມທີ່ເປັນຄົນເບິ່ງແຍງເຄື່ອງນຸ່ງ. ຊາລຶມເປັນລູກຊາຍຂອງຕິກວາແລະເປັນຫຼານຂອງຮາຮັດ. ຮຸນດາຢູ່ເຂດເມືອງໃໝ່ຂອງເຢຣູຊາເລັມ ເຂົາເຈົ້າຈຶ່ງໄປຫາລາວຢູ່ຫັ້ນ.+ 23 ຮຸນດາບອກເຂົາເຈົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າຈັ່ງຊີ້ ‘ໄປບອກຜູ້ທີ່ສົ່ງພວກເຈົ້າມາຫາເຮົາວ່າ 24 “ພະເຢໂຫວາບອກວ່າ ‘ເຮົາຈະເຮັດໃຫ້ປະເທດນີ້ເຈິຄວາມຈິບຫາຍແລະຈະລົງໂທດປະຊາຊົນ.+ ຄຳສາບແຊ່ງທຸກຢ່າງທີ່ຂຽນໄວ້ໃນປຶ້ມ+ທີ່ກະສັດຢູດາອ່ານຈະເກີດຂຶ້ນແທ້. 25 ເຂົາເຈົ້າໄດ້ປະຖິ້ມເຮົາ+ ໄປເຜົາເຄື່ອງບູຊາໃຫ້ພະເຈົ້າອື່ນ ແລະເຮັດທຸກສິ່ງທຸກຢ່າງເພື່ອໃຫ້ເຮົາໃຈຮ້າຍ.+ ຍ້ອນແນວນີ້ ເຮົາຈະລົງໂທດປະເທດນີ້ແລະຈະບໍ່ມີຫຍັງທີ່ເຮັດໃຫ້ເຮົາເຊົາໃຈຮ້າຍໄດ້.’”+ 26 ແຕ່ສຳລັບກະສັດຢູດາທີ່ສົ່ງພວກເຈົ້າມາຖາມພະເຢໂຫວາ ໃຫ້ໄປບອກລາວວ່າ “ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າກ່ຽວກັບສິ່ງທີ່ເຈົ້າໄດ້ຍິນນັ້ນ+ວ່າ 27 ‘ເມື່ອເຈົ້າຮູ້ວ່າເຮົາຈະເຮັດຫຍັງກັບປະເທດນີ້ແລະປະຊາຊົນທີ່ຢູ່ນີ້ ເຈົ້າໄດ້ຕັ້ງໃຈຟັງ ຈີກເສື້ອຂອງໂຕເອງ ຖ່ອມໂຕ ແລະຮ້ອງໄຫ້ຕໍ່ໜ້າເຮົາທີ່ເປັນພະເຈົ້າຂອງເຈົ້າ. ດັ່ງນັ້ນ ພະເຢໂຫວາຈຶ່ງບອກວ່າ ເຮົາໄດ້ຍິນຄຳອະທິດຖານຂອງເຈົ້າແລ້ວ.+ 28 ເຮົາຈະໃຫ້ເຈົ້າໄດ້ຢູ່ກັບປູ່ຍ່າຕານາຍຂອງເຈົ້າ*ແລະຖືກຝັງຢ່າງສະຫງົບສຸກ. ເຈົ້າຈະບໍ່ເຫັນຄວາມຈິບຫາຍທີ່ເຮົາຈະເຮັດກັບປະເທດນີ້ແລະປະຊາຊົນທີ່ຢູ່ນີ້.’”’”+
ເຂົາເຈົ້າຈຶ່ງໄປບອກກະສັດຕາມນັ້ນ. 29 ກະສັດໂຢສີຢາຈຶ່ງໃຫ້ຄົນໄປເອີ້ນພວກຜູ້ນຳທຸກຄົນໃນຢູດາແລະໃນເຢຣູຊາເລັມໃຫ້ມາລວມກັນ.+ 30 ແລ້ວກະສັດກໍໄປວິຫານຂອງພະເຢໂຫວາພ້ອມກັບປະຊາຊົນທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ໃຫຍ່ທີ່ມາຈາກຢູດາແລະເຢຣູຊາເລັມ ລວມທັງພວກປະໂລຫິດແລະພວກເລວີ. ລາວອ່ານທຸກສິ່ງທີ່ຢູ່ໃນປຶ້ມບັນທຶກຂໍ້ສັນຍາທີ່ເຫັນໃນວິຫານຂອງພະເຢໂຫວາໃຫ້ທຸກຄົນຟັງ.+ 31 ກະສັດໄປຢືນຢູ່ບ່ອນຂອງໂຕເອງແລະສັນຍາ*+ກັບພະເຢໂຫວາວ່າລາວຈະເຊື່ອຟັງພະເຢໂຫວາແລະເຮັດຕາມຄຳສັ່ງ ຂໍ້ເຕືອນໃຈ ແລະກົດໝາຍຂອງເພິ່ນດ້ວຍສຸດຫົວໃຈສຸດຊີວິດ+ໂດຍເຮັດຕາມທຸກສິ່ງທີ່ຂຽນໄວ້ໃນປຶ້ມບັນທຶກຂໍ້ສັນຍານັ້ນ.+ 32 ກະສັດຍັງໄດ້ໃຫ້ທຸກຄົນທີ່ຢູ່ເມືອງເຢຣູຊາເລັມແລະເຂດເບັນຢາມິນສັນຍາແບບດຽວກັນ. ແລ້ວທຸກຄົນທີ່ຢູ່ຫັ້ນກໍເຮັດຕາມທີ່ສັນຍາໄວ້ກັບພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ.+ 33 ໂຢສີຢາໄດ້ທຳລາຍຮູບບູຊາ*ທັງໝົດໃຫ້ໝົດໄປຈາກອິດສະຣາເອນ.+ ລາວໄດ້ຊ່ວຍພວກອິດສະຣາເອນທຸກຄົນໃຫ້ຮັບໃຊ້ພະເຢໂຫວາພະເຈົ້າຂອງເຂົາເຈົ້າ. ຕະຫຼອດໄລຍະທີ່ໂຢສີຢາມີຊີວິດຢູ່ ພວກອິດສະຣາເອນໄດ້ເຊື່ອຟັງພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າສະເໝີ.