ເອັດສະເທີ
10 ກະສັດອາຫະສຸເອຣັດໄດ້ເກນຄົນຈາກທຸກແຂວງທີ່ລາວປົກຄອງໃຫ້ມາເຮັດວຽກ ທັງຄົນທີ່ຢູ່ໃນແຜ່ນດິນແລະຢູ່ຕາມເກາະຕ່າງໆໃນທະເລ.
2 ອຳນາດແລະຄວາມສຳເລັດຕ່າງໆຂອງລາວ ລວມທັງລາຍລະອຽດກ່ຽວກັບເລື່ອງທີ່ກະສັດໃຫ້ມໍເດກາຍ+ມີຕຳແໜ່ງສູງ+ກໍຂຽນໄວ້ໃນປຶ້ມປະຫວັດ+ຂອງພວກກະສັດເມເດຍແລະເປີເຊຍ.+ 3 ມໍເດກາຍຄົນຢິວເປັນຮອງແຕ່ຈາກກະສັດອາຫະສຸເອຣັດເທົ່ານັ້ນ. ລາວເປັນຄົນສຳຄັນຫຼາຍສຳລັບຄົນຢິວແລະເຂົາເຈົ້າທຸກຄົນກໍນັບຖືລາວ. ລາວເຮັດສິ່ງທີ່ດີເພື່ອຄົນຢິວແລະຊ່ວຍໃຫ້ລູກຫຼານຂອງເຂົາເຈົ້າໄດ້ຢູ່ດີມີສຸກ.