ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ໂກຣິນໂທ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ໂກຣິນໂທ

      • ການ​ລວບລວມ​ເງິນ​ເພື່ອ​ຊ່ວຍ​ຄລິດສະຕຽນ​ໃນ​ເມືອງ​ເຢຣູຊາເລັມ (1-4)

      • ແຜນການ​ເດີນ​ທາງ​ຂອງ​ໂປໂລ (5-9)

      • ແຜນການ​ໄປ​ຢາມ​ຂອງ​ຕີໂມທຽວ​ກັບ​ອາໂປໂລ (10-12)

      • ຄຳ​ແນະນຳ​ແລະ​ການ​ຝາກ​ຄວາມ​ຄິດຮອດ (13-24)

1 ໂກຣິນໂທ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:17; ຣມ 15:26; 2ກຣ 8:3, 4

1 ໂກຣິນໂທ 16:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ

    11/2023, ໜ້າ 3

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 55

1 ໂກຣິນໂທ 16:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 8:19

1 ໂກຣິນໂທ 16:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:21; 2ກຣ 1:15, 16

1 ໂກຣິນໂທ 16:7

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:2

1 ໂກຣິນໂທ 16:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:1

1 ໂກຣິນໂທ 16:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປະຕູ​ໃຫຍ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:10, 11

1 ໂກຣິນໂທ 16:10

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:1, 2
  • +ຟລປ 2:19, 20

1 ໂກຣິນໂທ 16:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:24, 25

1 ໂກຣິນໂທ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 5:6
  • +1ກຣ 15:58; ຟລປ 1:27
  • +ກຈກ 4:29
  • +ອຟຊ 6:10; ກລຊ 1:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/9/2015, ໜ້າ 15-20

1 ໂກຣິນໂທ 16:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 13:4; 1ປຕ 4:8

1 ໂກຣິນໂທ 16:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຮັບໃຊ້”

1 ໂກຣິນໂທ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 2:29, 30; 1ທຊ 5:12; 1ຕມ 5:17

1 ໂກຣິນໂທ 16:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 1:16

1 ໂກຣິນໂທ 16:19

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 16:3, 5; ຟລມ 2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກຣ. 16:1ກຈກ 24:17; ຣມ 15:26; 2ກຣ 8:3, 4
1ກຣ. 16:32ກຣ 8:19
1ກຣ. 16:5ກຈກ 19:21; 2ກຣ 1:15, 16
1ກຣ. 16:7ກຈກ 20:2
1ກຣ. 16:8ກຈກ 19:1
1ກຣ. 16:9ກຈກ 19:10, 11
1ກຣ. 16:10ກຈກ 16:1, 2
1ກຣ. 16:10ຟລປ 2:19, 20
1ກຣ. 16:12ກຈກ 18:24, 25
1ກຣ. 16:131ທຊ 5:6
1ກຣ. 16:131ກຣ 15:58; ຟລປ 1:27
1ກຣ. 16:13ກຈກ 4:29
1ກຣ. 16:13ອຟຊ 6:10; ກລຊ 1:11
1ກຣ. 16:141ກຣ 13:4; 1ປຕ 4:8
1ກຣ. 16:16ຟລປ 2:29, 30; 1ທຊ 5:12; 1ຕມ 5:17
1ກຣ. 16:171ກຣ 1:16
1ກຣ. 16:19ຣມ 16:3, 5; ຟລມ 2
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
1 ໂກຣິນໂທ 16:1-24

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ

16 ໃນ​ເລື່ອງ​ການ​ລວບລວມ​ເງິນ​ເພື່ອ​ຊ່ວຍ​ພວກ​ຜູ້​ບໍລິສຸດ​ນັ້ນ+ ຂໍ​ໃຫ້​ພວກເຈົ້າ​ເຮັດ​ຄື​ກັບ​ທີ່​ຂ້ອຍ​ໄດ້​ສັ່ງ​ປະຊາຄົມ​ຕ່າງ​ໆ​ໃນ​ແຂວງ​ຄາລາເຕຍ. 2 ໃນ​ມື້​ທຳອິດ​ຂອງ​ທຸກ​ໆ​ອາທິດ ໃຫ້​ແຕ່​ລະ​ຄົນ​ແບ່ງ​ເງິນ​ໄວ້​ຕາມ​ຄວາມ​ສາມາດ​ຂອງ​ໂຕເອງ ເພື່ອ​ຈະ​ບໍ່​ຕ້ອງ​ລວບລວມ​ເງິນ​ຕອນ​ທີ່​ຂ້ອຍ​ມາ. 3 ເມື່ອ​ໄປ​ຮອດ ຂ້ອຍ​ຈະ​ໃຫ້​ຄົນ​ທີ່​ມີ​ໜັງສື​ຮັບຮອງ​ຈາກ​ພວກເຈົ້າ+​ເອົາ​ເງິນ​ທີ່​ພວກ​ເຈົ້າ​ມີ​ນ້ຳໃຈ​ບໍລິຈາກ​ໄປ​ສົ່ງ​ຢູ່​ເມືອງ​ເຢຣູຊາເລັມ. 4 ແຕ່​ຖ້າ​ເຫັນ​ວ່າ​ຂ້ອຍ​ຄວນ​ໄປ​ນຳ ຂ້ອຍ​ກໍ​ຈະ​ໄປ​ກັບ​ເຂົາເຈົ້າ.

5 ຂ້ອຍ​ຈະ​ໄປ​ຫາ​ພວກ​ເຈົ້າ​ເມື່ອ​ເດີນທາງ​ຜ່ານ​ແຂວງ​ມາເກໂດເນຍ​ແລ້ວ ຍ້ອນ​ຂ້ອຍ​ຕັ້ງໃຈ​ຈະ​ຜ່ານ​ທາງ​ແຂວງ​ນັ້ນ​ຢູ່​ແລ້ວ.+ 6 ຂ້ອຍ​ອາດຈະ​ພັກ​ຢູ່​ກັບ​ພວກ​ເຈົ້າ​ໄລຍະ​ໜຶ່ງ. ຖ້າ​ເປັນ​ແນວ​ນັ້ນ ຂ້ອຍ​ອາດ​ຈະ​ພັກ​ຈົນ​ໝົດ​ຍາມ​ໜາວ ເພື່ອ​ວ່າ​ຕອນ​ທີ່​ຂ້ອຍ​ເດີນທາງ​ໄປ​ຕໍ່​ພວກ​ເຈົ້າ​ຈະ​ໄປ​ສົ່ງ​ຂ້ອຍ​ຈັກ​ໄລຍະ​ໜຶ່ງ. 7 ຂ້ອຍ​ຍັງ​ບໍ່​ຢາກ​ໄປ​ຫາ​ພວກ​ເຈົ້າ​ຕອນນີ້ ແລ້ວ​ຢູ່​ໄດ້​ບຶດດຽວ ແຕ່​ຂ້ອຍ​ຢາກ​ຢູ່​ກັບ​ພວກເຈົ້າ​ດົນ​ໆ​+ ຖ້າ​ນັ້ນ​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ*​ຕ້ອງການ. 8 ຕອນນີ້ ຂ້ອຍ​ຈະ​ຢູ່​ເມືອງ​ເອເຟໂຊ​ກ່ອນ+​ຈົນ​ກວ່າ​ຈະ​ຮອດ​ເທດສະການ​ເພັນເຕກອດ. 9 ຢູ່​ນີ້​ມີ​ໂອກາດ*​ເປີດ​ກວ້າງ​ໃຫ້​ຂ້ອຍ​ໄດ້​ເຮັດ​ວຽກ​ແລ້ວ+ ແຕ່​ກໍ​ມີ​ຜູ້​ຕໍ່ຕ້ານ​ຫຼາຍ​ຄື​ກັນ.

10 ຖ້າ​ຕີໂມທຽວ+​ໄປ​ຮອດ ຕອນ​ທີ່​ລາວ​ຢູ່​ກັບ​ພວກ​ເຈົ້າ ຢ່າ​ໃຫ້​ລາວ​ກັງວົນ​ຫຍັງ ຍ້ອນ​ລາວ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ*+​ຄື​ກັບ​ຂ້ອຍ. 11 ດັ່ງນັ້ນ ຢ່າ​ໃຫ້​ຜູ້​ໃດ​ດູຖູກ​ລາວ. ຕອນ​ທີ່​ລາວ​ກັບ ຂໍ​ໃຫ້​ໄປ​ສົ່ງ​ລາວ​ຈັກ​ໄລຍະ​ໜຶ່ງ​ເພື່ອ​ລາວ​ຈະ​ກັບມາ​ຫາ​ຂ້ອຍ​ຢ່າງ​ປອດໄພ ຍ້ອນ​ຂ້ອຍ​ກັບ​ພວກ​ພີ່ນ້ອງ​ລໍ​ຖ້າ​ລາວ​ຢູ່.

12 ສ່ວນ​ອາໂປໂລ+​ພີ່ນ້ອງ​ຂອງ​ພວກ​ເຮົາ ຂ້ອຍ​ຂໍຮ້ອງ​ລາວ​ໃຫ້​ໄປ​ຫາ​ພວກ​ເຈົ້າ​ພ້ອມ​ກັບ​ພວກ​ພີ່ນ້ອງ​ແລ້ວ ແຕ່​ລາວ​ຍັງ​ບໍ່​ຢາກ​ໄປ​ຕອນນີ້. ລາວ​ຈະ​ໄປ​ຕອນ​ທີ່​ມີ​ໂອກາດ.

13 ໃຫ້​ພວກເຈົ້າ​ຕື່ນ​ໂຕ​ສະເໝີ+ ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ+ ມີ​ໃຈ​ກ້າ+ ແລະ​ເຂັ້ມແຂງ.+ 14 ໃຫ້​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ຮັກ.+

15 ພວກ​ເຈົ້າ​ກໍ​ຮູ້​ວ່າ​ຊະເຕຟານາ​ກັບ​ຄົນ​ໃນ​ເຮືອນ​ຂອງ​ລາວ​ເປັນ​ລູກສິດ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ​ເຂົາເຈົ້າ​ທຸ່ມເທ​ໂຕ​ເພື່ອ​ຊ່ວຍເຫຼືອ*​ພວກ​ຜູ້​ບໍລິສຸດ. ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ຂ້ອຍ​ຂໍຮ້ອງ​ວ່າ 16 ໃຫ້​ພວກ​ເຈົ້າ​ຍອມ​ເຊື່ອຟັງ​ຄົນ​ແບບ​ນັ້ນ ລວມ​ທັງ​ໝູ່​ທຸກ​ຄົນ​ທີ່​ເຮັດ​ວຽກ​ໜັກ​ນຳ​ກັນ.+ 17 ຂ້ອຍ​ດີໃຈ​ທີ່​ຊະເຕຟານາ+ ຟໍຕູນາໂຕ ແລະ​ອະຂາອີໂກ​ໄດ້​ມາ​ຫາ​ຂ້ອຍ. ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ພວກເຈົ້າ​ທຸກ​ຄົນ​ກໍ​ຢູ່​ນີ້​ຄື​ກັນ. 18 ເຂົາເຈົ້າ​ເຮັດ​ໃຫ້​ຂ້ອຍ​ແລະ​ພວກ​ເຈົ້າ​ໄດ້​ກຳລັງໃຈ. ຂໍ​ໃຫ້​ນັບຖື​ແລະ​ຂອບໃຈ​ຄົນ​ແບບ​ນັ້ນ.

19 ປະຊາຄົມ​ຕ່າງ​ໆ​ໃນ​ແຂວງ​ອາຊີ*​ຝາກ​ຄວາມຄິດ​ຮອດ​ໄປ​ເຖິງ​ພວກ​ເຈົ້າ. ອາກີລາ​ແລະ​ປີຊະກາ​ກັບ​ປະຊາຄົມ​ທີ່​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ເຂົາເຈົ້າ+​ກໍ​ຝາກ​ຄວາມ​ຮັກ​ທີ່​ອົບອຸ່ນ​ແບບ​ຄລິດສະຕຽນ​ມາ​ໃຫ້​ຄື​ກັນ. 20 ພີ່ນ້ອງ​ທຸກ​ຄົນ​ກໍ​ຝາກ​ຄວາມຄິດ​ຮອດ​ໄປ​ເຖິງ​ພວກເຈົ້າ. ຂໍ​ໃຫ້​ຈູບ​ທັກທາຍ​ກັນ​ແບບ​ພີ່ນ້ອງ.

21 ຂ້ອຍ​ໂປໂລ​ຂຽນ​ຄຳ​ທັກທາຍ​ສ່ວນ​ນີ້​ດ້ວຍ​ໂຕເອງ.

22 ຖ້າ​ຜູ້​ໃດ​ບໍ່​ຮັກ​ຜູ້​ເປັນ​ນາຍ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ. ຂໍ​ໃຫ້​ຜູ້​ເປັນ​ນາຍ​ຂອງ​ພວກເຮົາ​ມາ​ໄວ​ໆ​! 23 ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະ​ເຢຊູ​ຜູ້​ເປັນ​ນາຍ. 24 ຂ້ອຍ​ຂໍ​ຝາກ​ຄວາມ​ຮັກ​ໃຫ້​ທຸກ​ຄົນ​ທີ່​ເປັນ​ລູກສິດ​ຂອງ​ພະຄລິດ​ເຢຊູ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌