ໂຢບ
22 ເອລີຟັດ+ຄົນເຕມານເວົ້າວ່າ:
2 “ມະນຸດມີຄ່າສຳລັບພະເຈົ້າບໍ?
ຄົນສະຫຼາດຈະຊ່ວຍເພິ່ນໄດ້ບໍ?+
3 ເມື່ອເຈົ້າເຮັດສິ່ງທີ່ຖືກຕ້ອງ ຜູ້ມີລິດເດດສູງສຸດຈະສົນໃຈ*ບໍ?
ເມື່ອເຈົ້າເປັນຄົນສັດຊື່ ເພິ່ນຈະໄດ້ປະໂຫຍດຫຍັງ?+
4 ຄັນເຈົ້ານັບຖືເພິ່ນ
ເພິ່ນກໍຈະບໍ່ຕັດສິນແລະບໍ່ລົງໂທດເຈົ້າດອກ!
5 ແຕ່ທີ່ເຈົ້າເປັນແບບນີ້ ແທ້ໆແລ້ວກໍເປັນຍ້ອນເຈົ້າເຮັດຊົ່ວຫຼາຍ
ແລະຍ້ອນເຈົ້າເຮັດຜິດບໍ່ເຊົາບໍ່ແມ່ນບໍ?+
6 ເຈົ້າຍຶດເອົາເຄື່ອງຄ້ຳປະກັນຈາກພີ່ນ້ອງຂອງເຈົ້າໂດຍບໍ່ມີເຫດຜົນ.
ເຈົ້າເອົາເຄື່ອງນຸ່ງຂອງເຂົາເຈົ້າໄປ ແລະປະໃຫ້ເຂົາເຈົ້າບໍ່ມີຫຍັງໃສ່.+
7 ເຈົ້າບໍ່ໄດ້ເອົາເຂົ້າໃຫ້ຄົນທີ່ຫິວກິນ
ແລະບໍ່ໄດ້ເອົານ້ຳໃຫ້ຄົນທີ່ເມື່ອຍກິນ.+
8 ເຈົ້າເປັນຄົນມີອຳນາດຈຶ່ງໄດ້ດິນໄດ້ດອນບັກຫຼາຍໆ.+
ມີແຕ່ຄົນພິເສດຄືເຈົ້າທີ່ໄດ້ແບບນີ້.
9 ແຕ່ເຈົ້າພັດໄລ່ແມ່ໝ້າຍໃຫ້ກັບໄປໂດຍບໍ່ໄດ້ຊ່ວຍຫຍັງ
ແລະເຮັດໃຫ້ລູກກຳພ້າໄດ້ຮັບອັນຕະລາຍ.
10 ຍ້ອນແນວນີ້ຈຶ່ງມີເລື່ອງບໍ່ດີເກີດຂຶ້ນກັບເຈົ້າ*+
ເຊິ່ງເຮັດໃຫ້ເຈົ້າຢ້ານຫຼາຍ
11 ແລະຍ້ອນແນວນີ້ເຈົ້າຈຶ່ງຢູ່ໃນຄວາມມືດແລະແນມບໍ່ເຫັນຫຍັງ
ແລ້ວນ້ຳກໍມາຖ້ວມເຈົ້າ.
12 ພະເຈົ້າຢູ່ບ່ອນສູງສຸດຂອງສະຫວັນບໍ່ແມ່ນບໍ?
ເບິ່ງແມ້ ດາວກໍຢູ່ບັກສູງໆຄືກັນ.
13 ແຕ່ເຈົ້າພັດເວົ້າວ່າ ‘ພະເຈົ້າຈະຮູ້ແທ້ໆບໍວ່າມະນຸດເຮັດຫຍັງ?
ເພິ່ນຈະເບິ່ງຜ່ານຄວາມມືດເພື່ອຕັດສິນໄດ້ບໍ?
14 ຕອນທີ່ເພິ່ນຍ່າງໄປຍ່າງມາຢູ່ຂອບສະຫວັນ
ເພິ່ນກໍບໍ່ເຫັນຫຍັງຍ້ອນຂີ້ເຝື້ອບັງຢູ່.’
15 ເຈົ້າຈະເຮັດຄືກັບຄົນຊົ່ວ
ທີ່ມີມາຕັ້ງແຕ່ອະດີດຈົນຮອດຕອນນີ້ບໍ?
16 ເຂົາເຈົ້າຕາຍກ່ອນໄວ
17 ເຂົາເຈົ້າເວົ້າກັບພະເຈົ້າທ່ຽງແທ້ວ່າ ‘ຢ່າມາຫຍຸ້ງກັບພວກເຮົາ!’
ແລະເຂົາເຈົ້າຍັງເວົ້າອີກວ່າ ‘ຜູ້ມີລິດເດດສູງສຸດຈະເຮັດຫຍັງໃຫ້ພວກເຮົາໄດ້?’
18 ແທ້ໆແລ້ວ ເພິ່ນເຮັດໃຫ້ເຮືອນຂອງເຂົາເຈົ້າມີແຕ່ສິ່ງດີໆ.
(ຂ້ອຍບໍ່ເຄີຍຄິດຊົ່ວແບບນັ້ນເລີຍ.)
19 ຄົນດີຈະດີໃຈເມື່ອເຫັນຄົນຊົ່ວຈິບຫາຍ
ແລະຄົນທີ່ບໍ່ໄດ້ເຮັດຜິດກໍຈະເຍາະເຍີ້ຍເຂົາເຈົ້າວ່າ
20 ‘ສັດຕູຂອງພວກເຮົາຖືກທຳລາຍແລ້ວ
ແລະໄຟກໍຈະໄໝ້ສິ່ງຂອງຂອງເຂົາເຈົ້າຈົນບໍ່ເຫຼືອຫຍັງ.’
21 ໃຫ້ເຈົ້າຮູ້ຈັກເພິ່ນໃຫ້ດີໆ ແລ້ວເຈົ້າກໍຈະມີຄວາມສະຫງົບສຸກ
ແລະຊີວິດຂອງເຈົ້າກໍຈະມີແຕ່ສິ່ງດີໆ.
22 ໃຫ້ເຈົ້າຍອມຮັບກົດໝາຍຂອງເພິ່ນ
ແລະຈື່ຄຳເວົ້າຂອງເພິ່ນໄວ້ໃນໃຈ.+
23 ຖ້າເຈົ້າກັບມາຫາຜູ້ມີລິດເດດສູງສຸດ ເຈົ້າກໍຈະຟື້ນໂຕໄດ້.+
ຖ້າເຈົ້າກຳຈັດສິ່ງຊົ່ວອອກຈາກເຕັ້ນຂອງເຈົ້າ
24 ແລະຖ້າເຈົ້າຖິ້ມຄຳ*ຂອງເຈົ້າລົງດິນ
ກັບໂຍນຄຳຈາກໂອຟີ*+ລົງຮ່ອມພູ*
25 ຜູ້ມີລິດເດດສູງສຸດກໍຈະເປັນຄຳຂອງເຈົ້າ
ແລະຈະເປັນເງິນແທ້ຂອງເຈົ້າແທນ.
26 ຜູ້ມີລິດເດດສູງສຸດຈະເຮັດໃຫ້ເຈົ້າມີຄວາມສຸກ
ແລະເຈົ້າຈະເງີຍໜ້າຂຶ້ນເບິ່ງພະເຈົ້າ.
27 ເຈົ້າຈະອະທິດຖານເຖິງເພິ່ນແລະເພິ່ນຈະຟັງເຈົ້າ
ແລະເຈົ້າຈະໄດ້ເຮັດຕາມທີ່ສາບານໄວ້.
28 ບໍ່ວ່າເຈົ້າຈະຕັດສິນໃຈເຮັດຫຍັງ ເຈົ້າຈະເຮັດສຳເລັດ
ແລະຈະມີແສງສະຫວ່າງສ່ອງທາງໃຫ້ເຈົ້າ.
29 ຖ້າເຈົ້າເວົ້າໂອ້ອວດ ເຈົ້າກໍຈະຖືກເຮັດໃຫ້ອັບອາຍ
ແຕ່ເພິ່ນຈະປົກປ້ອງຄົນທີ່ຖ່ອມໂຕ.
30 ເພິ່ນຈະຊ່ວຍຄົນທີ່ບໍ່ໄດ້ເຮັດຫຍັງຜິດໃຫ້ລອດ.
ດັ່ງນັ້ນ ຖ້າເຈົ້າບໍ່ໄດ້ເຮັດຫຍັງຜິດ ເຈົ້າກໍຈະລອດຄືກັນ.”