ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຮັບເຣີ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຮັບເຣີ

      • ພະ​ເຢຊູ​ຍິ່ງໃຫຍ່​ກວ່າ​ໂມເຊ (1-6)

        • ພະເຈົ້າ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ (4)

      • ເຕືອນ​ບໍ່​ໃຫ້​ຂາດ​ຄວາມ​ເຊື່ອ (7-19)

        • “ມື້​ນີ້​ຖ້າ​ພວກ​ເຈົ້າ​ຟັງ​ສຽງ​ຂອງ​ເພິ່ນ” (7, 15)

ເຮັບເຣີ 3:1

ໄຂເງື່ອນ

  • *

    ຫຼື “ເຊີນ”

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 3:14; 1ທຊ 2:12
  • +ຮຣ 8:1

ເຮັບເຣີ 3:2

ໄຂເງື່ອນ

  • *

    ໝາຍເຖິງ​ຊາດ​ອິດສະຣາເອນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 8:29
  • +ຈຊບ 12:7

ເຮັບເຣີ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:1, 2

ເຮັບເຣີ 3:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 115-116

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 6

    ທາງໄປສູ່ຄວາມສຸກ ໜ້າ 14

    ເບິ່ງແຍງ ໜ້າ 8

    ຊີວິດຕະຫຼອດໄປ ໜ້າ 35-36

ເຮັບເຣີ 3:5

ໄຂເງື່ອນ

  • *

    ຫຼື “ເປັນ​ພະຍານ​ຫຼັກຖານ”

ເຮັບເຣີ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:5
  • +1ປຕ 2:5

ເຮັບເຣີ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 23:2; ກຈກ 1:16

ເຮັບເຣີ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:7

ເຮັບເຣີ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:35; ຈຊບ 32:13; ພສ 95:9

ເຮັບເຣີ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:22, 23; ພສ 95:7-11

ເຮັບເຣີ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 2:1

ເຮັບເຣີ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 95:7

ເຮັບເຣີ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 2:10

ເຮັບເຣີ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 95:7, 8

ເຮັບເຣີ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:1-3; ຈຊບ 14:2, 4

ເຮັບເຣີ 3:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:11; ພບຍ 32:21
  • +ຈຊບ 14:22, 23, 28-30; ຢດ 5

ເຮັບເຣີ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 4:6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮຣ. 3:1ຟລປ 3:14; 1ທຊ 2:12
ຮຣ. 3:1ຮຣ 8:1
ຮຣ. 3:2ຢຮ 8:29
ຮຣ. 3:2ຈຊບ 12:7
ຮຣ. 3:3ມທ 17:1, 2
ຮຣ. 3:6ມທ 17:5
ຮຣ. 3:61ປຕ 2:5
ຮຣ. 3:72ຊມ 23:2; ກຈກ 1:16
ຮຣ. 3:8ອພຍ 17:7
ຮຣ. 3:9ອພຍ 16:35; ຈຊບ 32:13; ພສ 95:9
ຮຣ. 3:11ຈຊບ 14:22, 23; ພສ 95:7-11
ຮຣ. 3:12ຮຣ 2:1
ຮຣ. 3:13ພສ 95:7
ຮຣ. 3:14ພນມ 2:10
ຮຣ. 3:15ພສ 95:7, 8
ຮຣ. 3:16ອພຍ 17:1-3; ຈຊບ 14:2, 4
ຮຣ. 3:17ຈຊບ 14:11; ພບຍ 32:21
ຮຣ. 3:17ຈຊບ 14:22, 23, 28-30; ຢດ 5
ຮຣ. 3:19ຮຣ 4:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ເຮັບເຣີ 3:1-19

ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ

3 ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ພວກ​ເຈົ້າ​ເປັນ​ຜູ້​ບໍລິສຸດ​ທີ່​ພະເຈົ້າ​ເລືອກ*​ໃຫ້​ໄປ​ສະຫວັນ.+ ຂໍ​ໃຫ້​ຄິດ​ຕຶກຕອງ​ກ່ຽວກັບ​ພະ​ເຢຊູ​ຜູ້​ທີ່​ພວກ​ເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ*​ແລະ​ເປັນ​ປະໂລຫິດ​ໃຫຍ່.+ 2 ເພິ່ນ​ສັດຊື່​ຕໍ່​ພະເຈົ້າ​ຜູ້​ທີ່​ຕັ້ງ​ເພິ່ນ​ໄວ້​ໃນ​ຕຳແໜ່ງ​ນັ້ນ+ ຄື​ກັບ​ທີ່​ໂມເຊ​ສັດຊື່​ເມື່ອ​ຮັບໃຊ້​ໃນ​ເຮືອນ*​ຂອງ​ພະເຈົ້າ.+ 3 ເພິ່ນ​ສົມຄວນ​ໄດ້​ຮັບ​ກຽດ​ຫຼາຍ​ກວ່າ+​ໂມເຊ ຄື​ກັບ​ທີ່​ຄົນ​ປຸກ​ເຮືອນ​ໄດ້​ຮັບ​ກຽດ​ຫຼາຍ​ກວ່າ​ເຮືອນ. 4 ເຮືອນ​ທຸກ​ຫຼັງ​ຕ້ອງ​ມີ​ຄົນ​ສ້າງ ແຕ່​ຜູ້​ທີ່​ສ້າງ​ທຸກ​ສິ່ງ​ແມ່ນ​ພະເຈົ້າ. 5 ໂມເຊ​ເປັນ​ຄົນ​ຮັບໃຊ້​ທີ່​ສັດຊື່​ໃນ​ເຮືອນ​ຂອງ​ພະເຈົ້າ ແລະ​ການ​ຮັບໃຊ້​ຂອງ​ລາວ​ຊີ້*​ເຖິງ​ສິ່ງ​ທີ່​ພະເຈົ້າ​ຈະ​ເປີດເຜີຍ​ໃນ​ພາຍ​ຫຼັງ 6 ແຕ່​ພະຄລິດ​ເປັນ​ລູກ​ທີ່​ສັດຊື່+​ແລະ​ເປັນ​ນາຍ​ເໜືອ​ເຮືອນ​ຂອງ​ພະເຈົ້າ. ພວກ​ເຮົາ​ເປັນ​ເຮືອນ​ຂອງ​ພະເຈົ້າ+ ຖ້າ​ພວກ​ເຮົາ​ເວົ້າ​ຢ່າງ​ກ້າຫານ​ແລະ​ອວດ​ເລື່ອງ​ຄວາມ​ຫວັງ​ຂອງ​ພວກ​ເຮົາ​ຕໍ່​ໄປ​ຈົນ​ເຖິງ​ທີ່​ສຸ​ດ.

7 ຍ້ອນ​ແນວ​ນີ້ ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຈຶ່ງ​ບອກ​ວ່າ:+ “ມື້​ນີ້​ຖ້າ​ພວກ​ເຈົ້າ​ຟັງ​ສຽງ​ຂອງ​ເພິ່ນ 8 ກໍ​ຂໍ​ໃຫ້​ພວກ​ເຈົ້າ​ຢ່າ​ເປັນ​ຄົນ​ຫົວ​ແຂງ​ຄື​ກັບ​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຫຼາຍ. ໃນ​ມື້​ນັ້ນ ເຂົາເຈົ້າ​ທົດລອງ​ເຮົາ​ໃນບ່ອນ​ກັນດານ.+ 9 ເຂົາເຈົ້າ​ທົດລອງ​ເຮົາ​ທັງ​ໆ​ທີ່​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ຕະຫຼອດ 40 ປີ.+ 10 ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ຂີ້ດຽດ​ຄົນ​ລຸ້ນ​ນັ້ນ​ແລະ​ເວົ້າ​ວ່າ ‘ເຂົາເຈົ້າ​ເປັນ​ຄົນ​ດື້​ດ້ານ​ແລະ​ເຮັດ​ຕາມ​ໃຈ​ໂຕເອງ. ເຂົາເຈົ້າ​ບໍ່​ຮູ້​ຈັກ​ທາງ​ຂອງ​ເຮົາ​ເລີຍ.’ 11 ເຮົາ​ສາບານ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ ‘ເຂົາເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເຮົາ.’”+

12 ພີ່ນ້ອງ​ເອີ້ຍ ລະວັງ​ໃຫ້​ດີ. ຢ່າ​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ມີ​ໃຈ​ຊົ່ວ​ທີ່​ຂາດ​ຄວາມ​ເຊື່ອ​ໂດຍ​ອອກ​ຫ່າງ​ຈາກ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+ 13 ແຕ່​ໃຫ້​ພວກ​ເຈົ້າ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ​ທຸກ​ໆ​ມື້​ຕອນ​ທີ່​ພວກ​ເຮົາ​ຍັງ​ຢູ່​ໃນ​ໄລຍະ​ທີ່​ເອີ້ນ​ວ່າ “ມື້​ນີ້”+ ຢູ່ ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ​ຍ້ອນ​ແຮງ​ຊັກຈູງ​ຂອງ​ບາບ. 14 ພວກ​ເຮົາ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ພະຄລິດ​ໄດ້​ກໍ​ຕໍ່​ເມື່ອ​ພວກ​ເຮົາ​ຮັກສາ​ຄວາມ​ໝັ້ນໃຈ​ທີ່​ມີ​ໃນ​ຕອນ​ທຳອິດ​ໄວ້​ຈົນ​ເຖິງ​ທີ່​ສຸດ.+ 15 ຄື​ກັບ​ທີ່​ບອກ​ໄວ້​ວ່າ: “ມື້​ນີ້​ຖ້າ​ພວກ​ເຈົ້າ​ຟັງ​ສຽງ​ຂອງ​ເພິ່ນ ກໍ​ຂໍ​ໃຫ້​ພວກ​ເຈົ້າ​ຢ່າ​ເປັນ​ຄົນ​ຫົວ​ແຂງ​ຄື​ກັບ​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຫຼາຍ.”+

16 ແມ່ນ​ຜູ້​ໃດ​ທີ່​ໄດ້​ຍິນ​ສຽງ​ພະເຈົ້າ​ແລ້ວ ແຕ່​ຍັງ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ? ກໍ​ແມ່ນ​ພວກ​ນັ້ນ​ທີ່​ໂມເຊ​ພາ​ອອກ​ມາ​ຈາກ​ເອຢິບ​ບໍ່​ແມ່ນ​ບໍ?+ 17 ແມ່ນ​ຜູ້​ໃດ​ທີ່​ເຮັດ​ໃຫ້​ພະເຈົ້າ​ຂີ້ດຽດ​ຕະຫຼອດ 40 ປີ?+ ກໍ​ແມ່ນ​ພວກ​ນັ້ນ​ທີ່​ເຮັດ​ຜິດ​ແລ້ວ​ສົບ​ຂອງ​ເຂົາເຈົ້າ​ກໍ​ຖືກ​ຖິ້ມ​ຢູ່​ໃນ​ບ່ອນ​ກັນດານ​ບໍ່​ແມ່ນ​ບໍ?+ 18 ແລ້ວ​ແມ່ນ​ຜູ້​ໃດ​ທີ່​ເພິ່ນ​ສາບານ​ວ່າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ຂອງ​ເພິ່ນ? ກໍ​ແມ່ນ​ພວກ​ນັ້ນ​ທີ່​ບໍ່​ຍອມ​ເຊື່ອຟັງ​ບໍ່​ແມ່ນ​ບໍ? 19 ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ ເຂົາເຈົ້າ​ເຂົ້າ​ໄປ​ໃນ​ບ່ອນ​ຢຸດ​ພັກ​ບໍ່​ໄດ້​ກໍ​ຍ້ອນ​ຂາດ​ຄວາມ​ເຊື່ອ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌