ເພງສັນລະເສີນ
ເພງຂອງລູກຫຼານໂກຣາ.+ ເພງສັນລະເສີນ.
87 ພະເຈົ້າສ້າງເມືອງຂອງເພິ່ນຢູ່ພູບໍລິສຸດ.+
2 ພະເຢໂຫວາຮັກປະຕູເມືອງຊີໂອນ+
ຫຼາຍກວ່າໝົດທຸກເຕັ້ນຂອງຢາໂຄບ.
3 ເມືອງຂອງພະເຈົ້າທ່ຽງແທ້ເອີ້ຍ ມີຄົນເວົ້າເຖິງສິ່ງທີ່ພິເສດຕ່າງໆກ່ຽວກັບເຈົ້າ.+ (ເຊລາ)*
4 ເຮົາຈະຖືວ່າຣາຫັບ*+ແລະບາບີໂລນເປັນຜູ້ທີ່ຮູ້ຈັກເຮົາ.
ຄົນຟີລິດສະຕີນ ຄົນຕີເຣ ແລະຄົນກູເຊ*ກໍຮູ້ຈັກເຮົາຄືກັນ.
ເຮົາຈະຖືວ່າເຂົາເຈົ້າທຸກຄົນເກີດຢູ່ຊີໂອນ.
5 ຜູ້ຄົນຈະເວົ້າເຖິງຊີໂອນວ່າ:
“ທຸກຄົນເກີດຢູ່ຫັ້ນ”
ແລະພະເຈົ້າສູງສຸດຈະຕັ້ງເມືອງນັ້ນໃຫ້ໝັ້ນຄົງ.
6 ເມື່ອນັບຈຳນວນຄົນ ພະເຢໂຫວາຈະປະກາດວ່າ:
“ຄົນນີ້ເກີດຢູ່ຫັ້ນ.” (ເຊລາ)
7 ພວກນັກຮ້ອງ+ກັບຄົນທີ່ເຕັ້ນນຳກັນເປັນວົງ+ຈະເວົ້າວ່າ:
“ສຳລັບລູກ ສິ່ງດີໆທັງໝົດໃນຊີວິດຂອງລູກມາຈາກພະອົງ.”+