ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
9 ຂ້ອຍເປັນລູກສິດຂອງພະຄລິດແລະພະລັງບໍລິສຸດຊີ້ນຳໃຈຮູ້ຜິດຮູ້ຖືກຂອງຂ້ອຍ. ຂ້ອຍເວົ້າຄວາມຈິງ ຂ້ອຍບໍ່ໄດ້ຕົວະເດີ້ ເມື່ອເວົ້າວ່າ 2 ຂ້ອຍໂສກເສົ້າຫຼາຍແລະເຈັບປວດໃຈບໍ່ເຊົາ. 3 ຂ້ອຍຢາກໃຫ້ໂຕເອງຖືກຕັດຂາດຈາກພະຄລິດຄືກັບຄົນທີ່ຖືກສາບແຊ່ງ ຖ້າການເຮັດແບບນັ້ນຈະຊ່ວຍພີ່ນ້ອງຂອງຂ້ອຍທີ່ເປັນຄົນຊາດດຽວກັນກັບຂ້ອຍ. 4 ເຂົາເຈົ້າແມ່ນຄົນອິດສະຣາເອນທີ່ພະເຈົ້າຮັບເປັນລູກ+ແລະເປັນພວກທີ່ໄດ້ຮັບການຍົກຍ້ອງ. ເພິ່ນເຮັດສັນຍາກັບເຂົາເຈົ້າ+ ໃຫ້ກົດໝາຍຂອງໂມເຊ+ ມອບໝາຍວຽກຮັບໃຊ້ທີ່ສັກສິດໃຫ້+ ແລະໃຫ້ຄຳສັນຍາຕ່າງໆກັບເຂົາເຈົ້າ.+ 5 ເຂົາເຈົ້າມາຈາກປູ່ຍ່າຕານາຍຂອງພວກເຮົາ+ ແລະພະຄລິດກໍມາຈາກເຂົາເຈົ້າຄືກັນ.+ ຂໍໃຫ້ພະເຈົ້າທີ່ຢູ່ເໜືອທຸກສິ່ງໄດ້ຮັບການຍົກຍ້ອງຕະຫຼອດໄປ. ອາແມນ.*
6 ແຕ່ທີ່ເວົ້າມານີ້ບໍ່ໄດ້ໝາຍຄວາມວ່າຄຳສັນຍາຂອງພະເຈົ້າລົ້ມເຫຼວ ຍ້ອນບໍ່ແມ່ນທຸກຄົນທີ່ເປັນລູກຫຼານຂອງອິດສະຣາເອນເປັນ “ຄົນອິດສະຣາເອນ” ແທ້ໆ.+ 7 ເຖິງວ່າເຂົາເຈົ້າເກີດຈາກອັບຣາຮາມ ແຕ່ບໍ່ແມ່ນທຸກຄົນເປັນລູກຫຼານຂອງລາວແທ້ໆ+ ຍ້ອນພະເຈົ້າບອກອັບຣາຮາມໄວ້ວ່າ: “ຄົນທີ່ຈະຖືກເອີ້ນວ່າເປັນເຊື້ອສາຍຂອງເຈົ້າຈະມາທາງອີຊາກ.”+ 8 ດັ່ງນັ້ນ ບໍ່ແມ່ນທຸກຄົນທີ່ເປັນລູກຫຼານຂອງອັບຣາຮາມຕາມສາຍເລືອດຈະເປັນລູກຂອງພະເຈົ້າແທ້ໆ+ ແຕ່ຄົນທີ່ເປັນລູກຫຼານຂອງອັບຣາຮາມແທ້ໆແມ່ນຄົນທີ່ເກີດຕາມຄຳສັນຍາຂອງພະເຈົ້າ.+ 9 ພະເຈົ້າໄດ້ສັນຍາວ່າ: “ເຮົາຈະກັບມາຫາເຈົ້າໃນຍາມນີ້ປີໜ້າແລະຊາຣາຈະໄດ້ລູກຊາຍແລ້ວ.”+ 10 ເລື່ອງທີ່ຄ້າຍຄືກັນນີ້ເກີດຂຶ້ນກັບເຣເບກາຕອນທີ່ລາວຖືພາລູກຝາແຝດທີ່ໄດ້ກັບອີຊາກປູ່ຍ່າຕານາຍຂອງພວກເຮົາ.+ 11 ພະເຈົ້າຕັ້ງໃຈໄວ້ແລ້ວວ່າຈະເລືອກໃຜຕັ້ງແຕ່ 2 ຄົນນັ້ນຍັງບໍ່ເກີດແລະຍັງບໍ່ໄດ້ເຮັດດີຫຼືເຮັດຊົ່ວ. ເພິ່ນບໍ່ໄດ້ເລືອກຈາກການກະທຳ ແຕ່ເລືອກຄົນທີ່ເພິ່ນຕ້ອງການ. 12 ພະເຈົ້າບອກເຣເບກາວ່າ: “ຜູ້ເປັນອ້າຍຈະຮັບໃຊ້ນ້ອງ.”+ 13 ຄຳເວົ້ານີ້ເປັນຄືກັບທີ່ພະຄຳພີບອກໄວ້ວ່າ: “ເຮົາຮັກຢາໂຄບ ແຕ່ຊັງເອຊາວ.”+
14 ຄັນຊັ້ນ ໝາຍຄວາມວ່າພະເຈົ້າບໍ່ຍຸຕິທຳບໍ? ບໍ່ແມ່ນ!+ 15 ຍ້ອນເພິ່ນບອກໂມເຊວ່າ: “ເຮົາຈະສະແດງຄວາມເມດຕາກັບຄົນທີ່ເຮົາເມດຕາ ແລະເຮົາຈະສະແດງຄວາມອີ່ຕົນກັບຄົນທີ່ເຮົາອີ່ຕົນ.”+ 16 ເມື່ອພະເຈົ້າເລືອກຜູ້ໃດກໍບໍ່ໄດ້ຂຶ້ນກັບຄວາມຕ້ອງການຫຼືຄວາມພະຍາຍາມຂອງຜູ້ນັ້ນ ແຕ່ຂຶ້ນກັບພະເຈົ້າຜູ້ທີ່ມີຄວາມເມດຕາ.+ 17 ພະເຈົ້າບອກຟາໂຣ*ຕາມທີ່ຂຽນໄວ້ໃນພະຄຳພີວ່າ: “ເຮົາຍັງບໍ່ທັນຂ້າເຈົ້າເທື່ອກໍຍ້ອນວ່າ ເຮົາຢາກໃຫ້ເຈົ້າເຫັນລິດເດດຂອງເຮົາແລະຢາກໃຫ້ຄົນທົ່ວໂລກຮູ້ຈັກຊື່ຂອງເຮົາ.”+ 18 ດັ່ງນັ້ນ ພະເຈົ້າເມດຕາຄົນທີ່ເພິ່ນເລືອກ ແຕ່ເພິ່ນປ່ອຍໃຫ້ຄົນທີ່ຫົວແຂງເປັນຄົນຫົວແຂງຕໍ່ໄປ.+
19 ຄັນເປັນແນວນັ້ນ ເຈົ້າຄືຊິຖາມຂ້ອຍວ່າ: “ເປັນຫຍັງພະເຈົ້າຍັງຕຳໜິຄົນເຮົາຢູ່? ຖ້າເພິ່ນຕັ້ງໃຈຊິເຮັດຫຍັງກໍບໍ່ມີຜູ້ໃດຂັດຂວາງເພິ່ນໄດ້ແມ່ນບໍ?” 20 ແຕ່ພີ່ນ້ອງເອີ້ຍ ເຈົ້າແມ່ນໃຜຈຶ່ງຊິຖຽງກັບພະເຈົ້າ?+ ສິ່ງທີ່ຖືກປັ້ນຈະຖາມຄົນປັ້ນບໍວ່າ: “ເປັນຫຍັງເຈົ້າປັ້ນຂ້ອຍແບບນີ້?”+ 21 ເຈົ້າກໍຮູ້ຕົ໋ວ ຊ່າງປັ້ນໝໍ້ມີສິດເອົາດິນດາກ+ກ້ອນໜຶ່ງມາແບ່ງ ແລ້ວເອົາສ່ວນໜຶ່ງປັ້ນເປັນເຄື່ອງໃຊ້ໃນໂອກາດພິເສດ ແລະເອົາອີກສ່ວນໜຶ່ງປັ້ນເປັນເຄື່ອງໃຊ້ທົ່ວໄປ. 22 ຄ້າຍຄືກັນ ພະເຈົ້າຢາກລະບາຍຄວາມໃຈຮ້າຍຕໍ່ຄົນຊົ່ວເພື່ອສະແດງໃຫ້ເຫັນລິດເດດຂອງເພິ່ນ ແຕ່ເພິ່ນຍອມອົດທົນກັບຄົນທີ່ສົມຄວນຖືກລົງໂທດເຊິ່ງເປັນຄືກັບເຄື່ອງໃຊ້ທີ່ຈະຖືກທຳລາຍ. 23 ເພິ່ນເຮັດແບບນັ້ນກໍເພື່ອໃຫ້ຄົນທີ່ເພິ່ນເມດຕາ+ເຊິ່ງເປັນຄືກັບເຄື່ອງໃຊ້ທີ່ມີກຽດໄດ້ເຫັນກຽດທີ່ຍິ່ງໃຫຍ່ຂອງເພິ່ນ. 24 ເພິ່ນເລືອກເອົາພວກເຮົາບໍ່ແມ່ນແຕ່ຈາກຄົນຢິວເທົ່ານັ້ນ ແຕ່ເລືອກຈາກຄົນຕ່າງຊາດນຳ.+ 25 ເພິ່ນບອກໄວ້ໃນປຶ້ມຂອງໂຮເຊອານຳວ່າ: “ເຮົາຈະເອີ້ນຄົນທີ່ບໍ່ແມ່ນປະຊາຊົນຂອງເຮົາ+ວ່າ ‘ປະຊາຊົນຂອງເຮົາ’ ແລະເອີ້ນຜູ້ຍິງທີ່ແຕ່ກີ້ເຮົາບໍ່ຮັກວ່າ ‘ທີ່ຮັກ’+ 26 ແລະໃນບ່ອນທີ່ພະເຈົ້າເຄີຍບອກເຂົາເຈົ້າວ່າ ‘ພວກເຈົ້າບໍ່ແມ່ນຄົນຂອງເຮົາ’ ເຂົາເຈົ້າຈະຖືກເອີ້ນວ່າ ‘ລູກຂອງພະເຈົ້າຜູ້ມີຊີວິດຢູ່.’”+
27 ນອກຈາກນັ້ນຍັງມີເອຊາຢາທີ່ເວົ້າກ່ຽວກັບຄົນອິດສະຣາເອນວ່າ: “ເຖິງວ່າພວກລູກຫຼານອິດສະຣາເອນຈະມີຫຼາຍຄືກັບເມັດດິນຊາຍຢູ່ແຄມທະເລ ແຕ່ມີໜ້ອຍຄົນທີ່ລອດ.+ 28 ພະເຢໂຫວາ*ຈະຕັດສິນຄົນໃນໂລກແລະຈະຈັດການໃຫ້ແລ້ວໄວໆ.”+ 29 ຄຳເວົ້ານີ້ເປັນຄືກັບທີ່ເອຊາຢາບອກລ່ວງໜ້າວ່າ: “ຖ້າພະເຢໂຫວາ*ຜູ້ບັນຊາການກອງທັບບໍ່ໄດ້ຊ່ວຍລູກຫຼານຂອງພວກເຮົາບາງຄົນໃຫ້ລອດ ພວກເຮົາກໍຈະເປັນຄືກັບເມືອງໂຊໂດມແລະເມືອງໂກໂມຣາ.”+
30 ຄັນຊັ້ນ ພວກເຈົ້າຄິດແນວໃດ? ເຖິງວ່າແຕ່ກີ້ຄົນຕ່າງຊາດບໍ່ໄດ້ພະຍາຍາມເຮັດໃຫ້ພະເຈົ້າຍອມຮັບ+ ແຕ່ເພິ່ນກໍຍອມຮັບເຂົາເຈົ້າຍ້ອນເຂົາເຈົ້າມີຄວາມເຊື່ອ.+ 31 ສ່ວນພວກອິດສະຣາເອນ ເຖິງວ່າເຂົາເຈົ້າພະຍາຍາມເຮັດໃຫ້ພະເຈົ້າຍອມຮັບໂດຍເຮັດຕາມກົດໝາຍ ແຕ່ເຂົາເຈົ້າກໍເຮັດບໍ່ສຳເລັດ. 32 ຍ້ອນຫຍັງ? ຍ້ອນເຂົາເຈົ້າຄິດວ່າພະເຈົ້າຈະຍອມຮັບເຂົາເຈົ້າໂດຍທາງການກະທຳ ບໍ່ແມ່ນຍ້ອນຄວາມເຊື່ອ. ເຂົາເຈົ້າສະດຸດ “ກ້ອນຫີນທີ່ເຮັດໃຫ້ສະດຸດ.”+ 33 ມັນເປັນຄືກັບທີ່ຂຽນໄວ້ໃນພະຄຳພີວ່າ: “ເຮົາວາງຫີນກ້ອນໜຶ່ງໄວ້ຢູ່ຊີໂອນ+ ເປັນກ້ອນຫີນທີ່ເຮັດໃຫ້ສະດຸດແລະເຮັດໃຫ້ລົ້ມລົງ ແຕ່ຄົນທີ່ເຊື່ອແລະວາງໃຈໃນຜູ້ນັ້ນຈະບໍ່ຜິດຫວັງເລີຍ.”+