ຈົດໝາຍເຖິງຄລິດສະຕຽນໃນເມືອງຟີລິບປອຍ
3 ພີ່ນ້ອງເອີ້ຍ ຂໍໃຫ້ດີໃຈສະເໝີທີ່ໄດ້ຮັບໃຊ້ຜູ້ເປັນນາຍ.+ ສຳລັບຂ້ອຍແລ້ວບໍ່ຍາກເລີຍທີ່ຈະຂຽນເລື່ອງເກົ່າຫາພວກເຈົ້າອີກ ແລະເລື່ອງນີ້ຈະຊ່ວຍປົກປ້ອງພວກເຈົ້ານຳ.
2 ໃຫ້ລະວັງຄົນທີ່ເຮັດໂຕຄືກັບໝາ* ພວກຄົນເຮັດຊົ່ວ ແລະພວກທີ່ປາດຮ່າງກາຍໂຕເອງຕາມພິທີກຳ.*+ 3 ພວກເຮົາເປັນຄົນຮັບສິນຕັດ*ແທ້+ ຍ້ອນພວກເຮົາເຮັດວຽກຮັບໃຊ້ທີ່ສັກສິດໂດຍເພິ່ງພະລັງຂອງພະເຈົ້າ. ພວກເຮົາບໍ່ໄດ້ວາງໃຈໃນສິ່ງທີ່ມະນຸດວາງໃຈ ແຕ່ວາງໃຈໃນພະຄລິດເຢຊູ.+ 4 ແຕ່ຖ້າຜູ້ໃດມີເຫດຜົນທີ່ຈະວາງໃຈໃນສິ່ງທີ່ມະນຸດວາງໃຈ ຂ້ອຍກໍມີຄືກັນ.
ຖ້າມີຜູ້ໃດຄິດວ່າລາວມີເຫດຜົນທີ່ຈະວາງໃຈໃນສິ່ງທີ່ມະນຸດວາງໃຈ ຂ້ອຍກໍແຮ່ງມີຫຼາຍກວ່າອີກ. 5 ຂ້ອຍຮັບສິນຕັດຕອນອາຍຸໄດ້ 8 ມື້.+ ຂ້ອຍເປັນຄົນອິດສະຣາເອນໃນຕະກູນເບັນຢາມິນ. ຂ້ອຍເປັນຄົນເຮັບເຣີແທ້ທີ່ເກີດຈາກພໍ່ແມ່ຄົນເຮັບເຣີ.+ ຂ້ອຍເປັນຟາຣີຊາຍທີ່ເຮັດຕາມກົດໝາຍຂອງໂມເຊຢ່າງເຄັ່ງຄັດ.+ 6 ຍ້ອນຂ້ອຍເອົາຈິງເອົາຈັງຫຼາຍ ຂ້ອຍຈຶ່ງຂົ່ມເຫງປະຊາຄົມຄລິດສະຕຽນ.+ ຂ້ອຍເຮັດຕາມກົດໝາຍຂອງໂມເຊແບບບໍ່ມີບ່ອນຕິເລີຍ. 7 ແຕ່ສິ່ງທີ່ຂ້ອຍເຄີຍຄິດວ່າສຳຄັນ ຕອນນີ້ຂ້ອຍຖືວ່າມັນບໍ່ສຳຄັນເລີຍ*ເພື່ອຂ້ອຍຊິໄດ້ໃກ້ຊິດກັບພະຄລິດ.+ 8 ທີ່ຈິງແລ້ວ ຂ້ອຍຖືວ່າທຸກສິ່ງບໍ່ສຳຄັນເມື່ອທຽບກັບຄວາມຮູ້ທີ່ມີຄ່າຫຼາຍເລື່ອງພະຄລິດເຢຊູຜູ້ເປັນນາຍຂອງຂ້ອຍ. ຂ້ອຍຍອມສະລະທຸກສິ່ງແລະຖືວ່າສິ່ງເຫຼົ່ານັ້ນເປັນແຕ່ຂີ້ເຫຍື້ອເພື່ອຂ້ອຍຈະໄດ້ໃກ້ຊິດກັບພະຄລິດ 9 ແລະເປັນລູກສິດຂອງເພິ່ນ. ພະເຈົ້າຍອມຮັບຂ້ອຍ ບໍ່ແມ່ນຍ້ອນເຮັດຕາມກົດໝາຍຂອງໂມເຊ ແຕ່ຍ້ອນຄວາມເຊື່ອ+ໃນພະຄລິດ.+ ພະເຈົ້າຍອມຮັບພວກເຮົາຍ້ອນພວກເຮົາມີຄວາມເຊື່ອ.+ 10 ຂ້ອຍຢາກຮູ້ຈັກພະຄລິດແລະລິດເດດທີ່ເຮັດໃຫ້ເພິ່ນຄືນມາຈາກຕາຍ.+ ຂ້ອຍພ້ອມຈະຮ່ວມທຸກກັບເພິ່ນ+ແລະຕາຍຄືເພິ່ນ.+ 11 ຂ້ອຍພະຍາຍາມເຮັດແບບນີ້ເພື່ອຂ້ອຍຈະມີໂອກາດຢູ່ໃນກຸ່ມທຳອິດທີ່ໄດ້ຮັບການປຸກໃຫ້ຄືນມາຈາກຕາຍ.+
12 ຂ້ອຍຍັງບໍ່ໄດ້ຮັບລາງວັນນີ້ແລະຍັງບໍ່ທັນໄປຮອດເປົ້າໝາຍຂອງຂ້ອຍເທື່ອ.* ແຕ່ຂ້ອຍກຳລັງພະຍາຍາມເຕັມທີ+ເພື່ອຈະໄດ້ຮັບສິ່ງທີ່ພະຄລິດເຢຊູເລືອກຂ້ອຍໃຫ້ໄປຮັບ.+ 13 ພີ່ນ້ອງເອີ້ຍ ຂ້ອຍບໍ່ໄດ້ຄິດວ່າຂ້ອຍໄດ້ຮັບລາງວັນນັ້ນແລ້ວ. ແຕ່ສິ່ງທີ່ແນ່ນອນແມ່ນ ຂ້ອຍກຳລັງລືມສິ່ງຕ່າງໆທີ່ຢູ່ທາງຫຼັງ+ແລະເນີ້ງໂຕໄປຫາສິ່ງທີ່ຢູ່ທາງໜ້າ.+ 14 ຂ້ອຍກຳລັງມຸ່ງໜ້າໄປຫາເສັ້ນໄຊເພື່ອຈະໄດ້ລາງວັນ.+ ລາງວັນນັ້ນແມ່ນຊີວິດໃນສະຫວັນ+ຕາມທີ່ພະເຈົ້າເລືອກຂ້ອຍໂດຍທາງພະຄລິດເຢຊູ. 15 ໃຫ້ພວກເຮົາທີ່ເປັນຜູ້ໃຫຍ່ແລ້ວ+ມີຄວາມຄິດແບບທີ່ຂ້ອຍໄດ້ເວົ້າມາ ແຕ່ຖ້າພວກເຈົ້າຄິດແບບອື່ນ ພະເຈົ້າກໍຈະຊ່ວຍໃຫ້ພວກເຈົ້າມີຄວາມຄິດທີ່ຖືກຕ້ອງ. 16 ບໍ່ວ່າພວກເຮົາຈະກ້າວໜ້າຫຼາຍສ່ຳໃດ ກໍຂໍໃຫ້ພວກເຮົາກ້າວໜ້າແບບນັ້ນຕໍ່ໄປເລື້ອຍໆ.
17 ພີ່ນ້ອງເອີ້ຍ ຂໍໃຫ້ທຸກຄົນຮຽນແບບຂ້ອຍ+ແລະສັງເກດເບິ່ງຜູ້ທີ່ເຮັດຕາມຕົວຢ່າງຂອງພວກເຮົາ. 18 ມີຫຼາຍຄົນເຮັດໂຕເປັນສັດຕູກັບພະຄລິດແລະເສົາທໍລະມານ*ຂອງເພິ່ນ. ຂ້ອຍເຄີຍເວົ້າເຖິງເຂົາເຈົ້າເລື້ອຍໆ ແຕ່ຕອນນີ້ເມື່ອເວົ້າເຖິງເຂົາເຈົ້າຂ້ອຍກໍນ້ຳຕາໄຫຼ. 19 ເຂົາເຈົ້າຈະເຈິຄວາມຈິບຫາຍ. ພະເຈົ້າຂອງເຂົາເຈົ້າແມ່ນຄວາມຕ້ອງການ*ຂອງໂຕເອງ. ເຂົາເຈົ້າພູມໃຈໃນສິ່ງທີ່ເຂົາເຈົ້າເຮັດທີ່ເປັນຕາໜ້າອາຍແລະຄິດເຖິງແຕ່ເລື່ອງຂອງໂລກນີ້.+ 20 ສ່ວນພວກເຮົາເປັນພົນລະເມືອງ+ສະຫວັນ+ ພວກເຮົາຕັ້ງໃຈລໍຖ້າພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.+ ເພິ່ນເປັນຜູ້ຊ່ວຍໃຫ້ລອດທີ່ມາຈາກສະຫວັນ. 21 ເພິ່ນຈະປ່ຽນຮ່າງກາຍທີ່ຕ່ຳຕ້ອຍຂອງພວກເຮົາໃຫ້ເປັນຄືກັບຮ່າງກາຍທີ່ມີກຽດຂອງເພິ່ນ.+ ເພິ່ນຈະໃຊ້ລິດເດດທີ່ຍິ່ງໃຫຍ່ຂອງເພິ່ນເຮັດສິ່ງນີ້ ເຊິ່ງເປັນລິດເດດດຽວກັບທີ່ເພິ່ນໃຊ້ເພື່ອເຮັດໃຫ້ທຸກສິ່ງຢູ່ໃຕ້ອຳນາດຂອງເພິ່ນ.+