ສຸພາສິດ
23 ຕອນທີ່ລູກນັ່ງກິນເຂົ້າກັບກະສັດ
ໃຫ້ລູກລະວັງການປະພຶດຂອງໂຕເອງ.
2 ຖ້າລູກເປັນຄົນໂລບມັກກິນຫຼາຍ
ກໍໃຫ້ລູກຄວບຄຸມໂຕເອງ.*
3 ຢ່າໄປຢາກກິນອາຫານແຊບໆຂອງລາວ
ເພື່ອລູກຈະບໍ່ໄດ້ຖືກຫຼອກ.
4 ຢ່າເຮັດວຽກຈົນເມື່ອຍຫຼາຍໂພດເພື່ອຈະລວຍຂຶ້ນ+
ໃຫ້ເຊົາເຮັດແນວນັ້ນແລະເຮັດໃຫ້ເຫັນວ່າເປັນຄົນສະຫຼາດຂຶ້ນ.*
5 ຢ່າໄປໝົກມຸ້ນຢູ່ແຕ່ກັບເງິນ+
ເພາະເງິນຫາຍໄປໄດ້ທັນທີ. ມັນຈະມີປີກຄືກັບນົກອິນຊີແລະບິນໜີໄປ.+
6 ຢ່າໄປກິນອາຫານຂອງຄົນຂີ້ຖີ່.*
ຢ່າໄປຢາກກິນອາຫານແຊບໆຂອງລາວ
7 ຍ້ອນລາວຢາກໄດ້ບາງຢ່າງຕອບແທນ.
ລາວເວົ້າກັບລູກວ່າ “ກິນໂລດເດີ້” ແຕ່ລາວບໍ່ໄດ້ໝາຍຄວາມວ່າແນວນັ້ນແທ້ໆ.
8 ລູກກິນຫຍັງເຂົ້າໄປ ລູກກໍຈະຮາກອອກມາຈົນໝົດ
ແລະຄຳເວົ້າທີ່ລູກຍ້ອງຍໍລາວກໍຈະບໍ່ມີປະໂຫຍດຫຍັງ.
10 ຫ້າມລູກຍ້າຍຫຼັກແດນທີ່ມີແຕ່ສະໄໝບູຮານ+
ແລະຫ້າມລູກໄປບຸກລຸກທົ່ງນາຂອງລູກກຳພ້າ
11 ຍ້ອນຜູ້ທີ່ປົກປ້ອງ*ເຂົາເຈົ້າມີອຳນາດຫຼາຍ.
ເພິ່ນຈະຢູ່ຂ້າງເຂົາເຈົ້າແລະມາສູ້ຄະດີກັບລູກ.+
12 ໃຫ້ລູກຕັ້ງໃຈຟັງແລະພະຍາຍາມເຮັດຕາມຄຳສອນ
ແລະໃຫ້ສົນໃຈຟັງຄຳເວົ້າທີ່ສະຫຼາດ.
13 ຢ່າລືມສັ່ງສອນລູກຂອງລູກ+
ເຖິງວ່າລູກຕີລາວດ້ວຍໄມ້ແສ້ ລາວກໍຈະບໍ່ຕາຍດອກ.
14 ລູກຄວນຕີລາວດ້ວຍໄມ້ແສ້
ເພື່ອຈະຊ່ວຍລາວໃຫ້ລອດຈາກຂຸມຝັງສົບ.*
17 ຢ່າໃຫ້ໃຈຂອງລູກອິດສາຄົນເຮັດຜິດ+
ແຕ່ໃຫ້ຢ້ານຢຳພະເຢໂຫວາສະເໝີ+
18 ແລ້ວລູກຈະມີອະນາຄົດທີ່ດີ+
ແລະມີຄວາມຫວັງຢູ່ສະເໝີ.
19 ລູກເອີ້ຍ ໃຫ້ຟັງຄວາມພໍ່ແລະເປັນຄົນສະຫຼາດຂຶ້ນ.
ໃຫ້ຊີ້ນຳໃຈຂອງລູກໄປໃນທາງທີ່ຖືກຕ້ອງ.
20 ຢ່າເປັນໜຶ່ງໃນຄົນທີ່ກິນເຫຼົ້າແວງຫຼາຍໂພດ+
ແລະຢ່າໄປຄົບກັບຄົນທີ່ມັກໂລບກິນແຕ່ຕ່ອນ.+
21 ຄົນຂີ້ເຫຼົ້າແລະຄົນກິນແບບໂລບມາກໂລພາຈະກາຍເປັນຄົນທຸກ.+
ເຂົາເຈົ້ານອນຫຼາຍໂພດ*ແລະຈະຕ້ອງນຸ່ງເຄື່ອງເກົ່າໆຂາດໆ.
22 ໃຫ້ຟັງຄວາມພໍ່ຜູ້ໃຫ້ຊີວິດລູກ
ແລະຢ່າດູຖູກແມ່ຍ້ອນວ່າລາວເຖົ້າແລ້ວ.+
24 ພໍ່ຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະມີຄວາມສຸກແນ່ນອນ.
ພໍ່ທີ່ມີລູກສະຫຼາດຈະດີໃຈຫຼາຍ.
25 ພໍ່ແລະແມ່ຂອງລູກຈະມີຄວາມຍິນດີ
ແລະແມ່ທີ່ເກີດລູກມາຈະມີຄວາມສຸກ.
26 ລູກເອີ້ຍ ໃຫ້ຕັ້ງໃຈຟັງພໍ່ດີໆ
ແລະຂໍໃຫ້ລູກມີຄວາມສຸກກັບການເຮັດຕາມຕົວຢ່າງຂອງພໍ່.+
29 ໃຜມີຄວາມທຸກລຳບາກ? ໃຜມີຄວາມອຸກໃຈ?
ໃຜຜິດຖຽງກັນ? ໃຜມີເລື່ອງຢາກຈົ່ມ?
ໃຜມີບາດໂດຍບໍ່ຮູ້ສາເຫດ? ໃຜມີຕາເສົ້າໝອງ?
31 ຢ່າໄປຫຼົງໄຫຼເຫຼົ້າແວງຍ້ອນມັນມີສີແດງ
ຍ້ອນມັນເຫຼື້ອມຍິບຍັບຢູ່ໃນຈອກແລະໄຫຼມ່ອນຄໍ
32 ເພາະໃນທີ່ສຸດມັນຈະຕອດຄືກັບງູ
ແລະພົ່ນພິດຄືກັບງູພິດ.
33 ຕາຂອງລູກຈະເຫັນພາບຫຼອນ
ແລະໃຈຂອງລູກຈະຄິດແຕ່ເລື່ອງຊົ່ວໆ.+
34 ລູກຈະເປັນຄືກັບຄົນທີ່ນອນຢູ່ກາງທະເລ
ຄືກັບຄົນທີ່ນອນຢູ່ເສົາກາງເຮືອ.
35 ລູກຈະເວົ້າວ່າ: “ເຂົາເຈົ້າຕີຂ້ອຍ ແຕ່ຂ້ອຍບໍ່ຮູ້ສຶກເຈັບ.
ເຂົາເຈົ້າຟາດຂ້ອຍ ແຕ່ຂ້ອຍບໍ່ຮູ້ຫຍັງເລີຍ.
ປານໃດຂ້ອຍຊິຕື່ນ?+
ຂ້ອຍຢາກກິນເຫຼົ້າອີກເດ້!”*