ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຢາໂກໂບ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມຢາໂກໂບ

      • ຄຳ​ເຕືອນ​ສຳລັບ​ຄົນ​ຮັ່ງ (1-6)

      • ພະເຈົ້າ​ອວຍພອນ​ຄົນ​ທີ່​ອົດທົນ (7-11)

      • ໃຫ້​ຄຳເວົ້າ​ທີ່​ວ່າ “ແມ່ນ” ໝາຍ​ຄວາມ​ວ່າ​ແມ່ນ (12)

      • ການ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ​ໄດ້​ຕາມ​ທີ່​ຂໍ (13-18)

      • ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ໃຫ້​ກັບ​ມາ (19, 20)

ຢາໂກໂບ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:28; ລກ 6:24; 18:25

ຢາໂກໂບ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:19; ລກ 12:33

ຢາໂກໂບ 5:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 7:19

ຢາໂກໂບ 5:4

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:13; ພບຍ 24:14, 15; ຢຣມ 22:13; ມລກ 3:5

ຢາໂກໂບ 5:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 12:3

ຢາໂກໂບ 5:6

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພະເຈົ້າ”

ຢາໂກໂບ 5:7

ໄຂເງື່ອນ

  • *

    ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 24:3
  • +ພບຍ 11:14; ຢຣມ 5:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2023, ໜ້າ 22

    ຫໍສັງເກດການ (ສຶກສາ)

    8/2017, ໜ້າ 4

ຢາໂກໂບ 5:8

ໄຂເງື່ອນ

  • *

    ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 6:12
  • +1ທຊ 3:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2023, ໜ້າ 22

ຢາໂກໂບ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 4:5

ຢາໂກໂບ 5:10

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:16
  • +ມທ 5:12
  • +ຮຣ 6:12

ຢາໂກໂບ 5:11

ໄຂເງື່ອນ

  • *

    ຫຼື “ໄດ້​ຮັບ​ພອນ”

  • *

    ເບິ່ງ​ພາກ​ຜະໜວກ ກ5

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 1:2-4
  • +ໂຢບ 1:20, 21
  • +ໂຢບ 42:10
  • +ພສ 103:8; ລກ 6:36

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2024, ໜ້າ 27

    ຫໍສັງເກດການ (ສຶກສາ)

    1/2022, ໜ້າ 11

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 15

    2/2021, ໜ້າ 31

    1/2021, ໜ້າ 21

ຢາໂກໂບ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:34-37

ຢາໂກໂບ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 50:15
  • +ກລຊ 3:16

ຢາໂກໂບ 5:14

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ອ່ອນແອ

  • *

    ອາດ​ໝາຍເຖິງ​ການ​ໃຊ້​ຄຳເວົ້າ​ຂອງ​ພະເຈົ້າ​ເພື່ອ​ຊ່ວຍ​ລາວ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:28, 35; 1ປຕ 5:2
  • +ພສ 141:5; ມຣກ 6:13; ລກ 10:34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 57

ຢາໂກໂບ 5:15

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຮັດ​ໃຫ້​ຄົນ​ເມື່ອຍ​ມີ​ແຮງ​ຂຶ້ນ”

  • *

    ເບິ່ງ​ພາກ​ຜະໜວກ ກ5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 57

ຢາໂກໂບ 5:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:13; ພສ 32:5; ສພສ 28:13; 1ຢຮ 1:9
  • +1ຊມ 12:18; 1ກສ 13:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 57

ຢາໂກໂບ 5:17

ໄຂເງື່ອນ

  • *

    ຫຼື “ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້ສຶກ​ຄື​ກັບ​ພວກ​ເຮົາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:1

ຢາໂກໂບ 5:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:42, 45

ຢາໂກໂບ 5:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 6:1
  • +1ຕມ 4:16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢກບ. 5:1ສພສ 11:28; ລກ 6:24; 18:25
ຢກບ. 5:2ມທ 6:19; ລກ 12:33
ຢກບ. 5:3ອຊກ 7:19
ຢກບ. 5:4ລລວ 19:13; ພບຍ 24:14, 15; ຢຣມ 22:13; ມລກ 3:5
ຢກບ. 5:5ຢຣມ 12:3
ຢກບ. 5:7ມທ 24:3
ຢກບ. 5:7ພບຍ 11:14; ຢຣມ 5:24
ຢກບ. 5:8ຮຣ 6:12
ຢກບ. 5:81ທຊ 3:13
ຢກບ. 5:91ກຣ 4:5
ຢກບ. 5:102ຂຄ 36:16
ຢກບ. 5:10ມທ 5:12
ຢກບ. 5:10ຮຣ 6:12
ຢກບ. 5:11ຢກບ 1:2-4
ຢກບ. 5:11ໂຢບ 1:20, 21
ຢກບ. 5:11ໂຢບ 42:10
ຢກບ. 5:11ພສ 103:8; ລກ 6:36
ຢກບ. 5:12ມທ 5:34-37
ຢກບ. 5:13ພສ 50:15
ຢກບ. 5:13ກລຊ 3:16
ຢກບ. 5:14ກຈກ 20:28, 35; 1ປຕ 5:2
ຢກບ. 5:14ພສ 141:5; ມຣກ 6:13; ລກ 10:34
ຢກບ. 5:162ຊມ 12:13; ພສ 32:5; ສພສ 28:13; 1ຢຮ 1:9
ຢກບ. 5:161ຊມ 12:18; 1ກສ 13:6
ຢກບ. 5:171ກສ 17:1
ຢກບ. 5:181ກສ 18:42, 45
ຢກບ. 5:20ຄລຕ 6:1
ຢກບ. 5:201ຕມ 4:16
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ຢາໂກໂບ 5:1-20

ຈົດໝາຍຂອງຢາໂກໂບ

5 ຟັງ​ເດີ້! ພວກ​ເຈົ້າ​ທີ່​ເປັນ​ຄົນ​ຮັ່ງ ໃຫ້ຮ້ອງໄຫ້​ເສຍໃຈໄວ້​ຖ້າ​ໂລດ ຍ້ອນ​ພວກ​ເຈົ້າ​ກຳລັງ​ຈະ​ເຈິ​ກັບ​ຄວາມ​ທຸກ​ລຳບາກ.+ 2 ຊັບ​ສົມບັດ​ຂອງ​ພວກ​ເຈົ້າ​ຄ່ອຍ​ໆ​ສູນຫາຍ​ໄປ ແລະ​ເຄື່ອງນຸ່ງ​ຂອງ​ພວກ​ເຈົ້າ​ກໍ​ຖືກ​ໂຕ​ແມງ​ກິນ​ໝົດ​ແລ້ວ.+ 3 ເງິນ​ກັບ​ຄຳ​ທີ່​ພວກ​ເຈົ້າ​ສະສົມ​ໄວ້​ຖືກ​ຂີ້ໝ້ຽງ​ກິນ​ໝົດ​ແລ້ວ ແລະ​ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ສິ່ງ​ທີ່​ຢືນຢັນ​ວ່າ​ພວກ​ເຈົ້າ​ເຮັດ​ຜິດ ແລະ​ມັນ​ຈະ​ກັດ​ກິນ​ພວກ​ເຈົ້າ. ສິ່ງ​ທີ່​ພວກ​ເຈົ້າ​ສະສົມ​ໄວ້​ຈະ​ເປັນ​ຄື​ກັບ​ໄຟ​ໃນ​ສະໄໝ​ສຸດທ້າຍ.+ 4 ຟັງ​ເດີ້! ຄົນ​ຮັບຈ້າງ​ກ່ຽວ​ເຂົ້າ​ໃນ​ນາ​ຂອງ​ພວກ​ເຈົ້າ​ກຳລັງ​ຮ້ອງ​ຂໍ​ຄວາມ​ຍຸຕິທຳ​ຍ້ອນ​ພວກ​ເຈົ້າ​ບໍ່​ຈ່າຍ​ຄ່າ​ຈ້າງ​ເຂົາເຈົ້າ ແລະ​ພະ​ເຢໂຫວາ*​ຜູ້ ບັນຊາການ​ກອງທັບ​ກໍ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ເຂົາເຈົ້າ.+ 5 ພວກ​ເຈົ້າ​ໃຊ້​ຊີວິດ​ແບບ​ຫຼູຫຼາ​ຟຸມເຟືອຍ​ຄື​ຄົນ​ໃນ​ໂລກ​ແລະ​ມີ​ແຕ່​ຫາ​ຄວາມ​ສຸກ​ໃສ່​ໂຕເອງ. ພວກ​ເຈົ້າ​ກິນ​ຈົນ​ຕຸ້ຍ​ຈົນ​ພີ​ຄື​ກັບ​ງົວ​ທີ່​ຕຸ້ຍ​ໆ​ໃນ​ມື້​ທີ່​ມັນ​ຈະ​ຖືກ​ຂ້າ.+ 6 ພວກ​ເຈົ້າ​ຕັດສິນ​ຄົນ​ທີ່​ເຊື່ອຟັງ​ພະເຈົ້າ​ວ່າ​ມີ​ຄວາມ​ຜິດ​ແລະ​ຂ້າ​ລາວ. ແລ້ວ​ຜູ້​ນັ້ນ*​ຈະ​ບໍ່​ຕໍ່ສູ້​ພວກ​ເຈົ້າ​ບໍ?

7 ພີ່ນ້ອງ​ເອີ້ຍ ຂໍ​ໃຫ້​ອົດທົນ​ລໍ​ຖ້າ​ຈົນ​ຮອດ​ເວລາ​ທີ່​ຜູ້​ເປັນ​ນາຍ​ກັບ​ມາ*+ ຄື​ກັບ​ທີ່​ຊາວໄຮ່​ຊາວນາ​ລໍ​ຖ້າ​ຜົນລະປູກ​ທີ່​ມີ​ຄ່າ. ເຂົາເຈົ້າ​ອົດທົນ​ລໍ​ຖ້າ​ຈົນ​ກວ່າ​ຈະ​ຮອດ​ຕອນ​ທີ່​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ທ້າຍ​ລະດູ​ຈະ​ມາ.+ 8 ພວກ​ເຈົ້າ​ກໍ​ຄື​ກັນ ຂໍ​ໃຫ້​ອົດທົນ​ລໍ​ຖ້າ+ ແລະ​ເຮັດ​ໃຫ້​ໃຈ​ໝັ້ນຄົງ ຍ້ອນ​ການ​ກັບ​ມາ*​ຂອງ​ຜູ້​ເປັນ​ນາຍ​ໃກ້​ເຂົ້າ​ມາ​ແລ້ວ.+

9 ພີ່ນ້ອງ​ເອີ້ຍ ຢ່າ​ຈົ່ມ​ໃຫ້​ກັນ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ.+ ລະວັງ​ໃຫ້​ດີ! ຜູ້​ຕັດສິນ​ຢືນ​ຢູ່​ໜ້າ​ປະຕູ​ແລ້ວ. 10 ພີ່ນ້ອງ​ເອີ້ຍ ໃຫ້​ພວກ​ເຈົ້າ​ຮຽນ​ແບບ​ພວກ​ຜູ້​ພະຍາກອນ​ທີ່​ເວົ້າ​ໃນ​ນາມ​ຂອງ​ພະ​ເຢໂຫວາ*+ ເຂົາເຈົ້າ​ເຈິ​ຄວາມ​ລຳບາກ​ຫຼາຍ​ຢ່າງ+​ແຕ່​ກໍ​ອົດທົນ​ໄດ້.+ 11 ພວກ​ເຮົາ​ຖື​ວ່າ​ຄົນ​ທີ່​ອົດທົນ​ກໍ​ມີ​ຄວາມ​ສຸກ.*+ ພວກ​ເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ວ່າ​ໂຢບ​ອົດທົນ​ຫຼາຍ​ສ່ຳ​ໃດ+​ແລະ​ຮູ້​ວ່າ​ໃນ​ທີ່​ສຸດ​ພະ​ເຢໂຫວາ*​ໄດ້​ອວຍພອນ​ລາວ​ແນວ​ໃດ.+ ເລື່ອງ​ນີ້​ສະແດງ​ວ່າ​ພະ​ເຢໂຫວາ*​ມີ​ຄວາມ​ອີ່ຕົນ​ແລະ​ເຫັນອົກ​ເຫັນໃຈ​ຫຼາຍ​ແທ້​ໆ​.+

12 ພີ່ນ້ອງ​ເອີ້ຍ ສຳຄັນ​ຫຼາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຊົາ​ສາບານ​ໂດຍ​ອ້າງ​ສະຫວັນ ຫຼື​ອ້າງ​ໂລກ ຫຼື​ອ້າງ​ສິ່ງ​ໃດ​ໆ​ກໍ​ຕາມ. ໃຫ້​ຄຳເວົ້າ​ຂອງ​ພວກ​ເຈົ້າ​ທີ່​ວ່າ “ແມ່ນ” ໝາຍ​ຄວາມ​ວ່າ​ແມ່ນ ແລະ​ທີ່​ວ່າ “ບໍ່” ໝາຍ​ຄວາມ​ວ່າ​ບໍ່+ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ.

13 ໃນ​ພວກ​ເຈົ້າ​ມີ​ຜູ້​ໃດ​ທີ່ເຈິ​ຄວາມລຳບາກ​ຢູ່​ບໍ? ຖ້າ​ມີ ໃຫ້​ລາວ​ອະທິດຖານ​ເລື້ອຍ​ໆ​.+ ໃນ​ພວກ​ເຈົ້າ​ມີ​ຜູ້​ໃດ​ທີ່​ອາລົມ​ດີ​ມີ​ຄວາມ​ສຸກ​ບໍ? ຖ້າ​ມີ​ກໍ​ໃຫ້​ລາວ​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ.+ 14 ໃນ​ພວກ​ເຈົ້າ​ມີ​ຜູ້​ໃດ​ບໍ່​ສະບາຍ*​ບໍ? ຖ້າ​ມີ ໃຫ້​ລາວ​ເອີ້ນ​ພວກ​ຜູ້​ເບິ່ງແຍງ+​ປະຊາຄົມ​ໃຫ້​ມາ​ຫາ ແລ້ວ​ຂໍ​ໃຫ້​ເຂົາເຈົ້າ​ອະທິດຖານ​ເພື່ອ​ລາວ​ແລະ​ເອົາ​ນ້ຳມັນ​ທາ​ໃຫ້​ລາວ*+​ໃນ​ນາມ​ຂອງ​ພະ​ເຢໂຫວາ.* 15 ການ​ອະທິດຖານ​ດ້ວຍ​ຄວາມ​ເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ທີ່​ບໍ່​ສະບາຍ​ນັ້ນ​ດີ​ເປັນ​ປົກກະຕິ* ແລະ​ພະ​ເຢໂຫວາ*​ຈະ​ເຮັດ​ໃຫ້​ລາວ​ຟື້ນ​ໂຕ​ໄດ້. ຖ້າ​ລາວ​ໄດ້​ເຮັດ​ຜິດ ເພິ່ນ​ກໍ​ຈະ​ຍົກໂທດ​ໃຫ້​ລາວ.

16 ໃຫ້​ສາລະພາບ​ຜິດ+​ຕໍ່​ກັນ​ແລະ​ອະທິດຖານ​ເພື່ອ​ກັນ​ແລະ​ກັນ ເພື່ອ​ພວກ​ເຈົ້າ​ຈະ​ເຊົາ​ເຈັບ​ປ່ວຍ. ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ມີ​ພະລັງ​ຫຼາຍ​ແລະ​ຊ່ວຍ​ຄົນ​ອື່ນ​ໄດ້​ແທ້​ໆ​.+ 17 ເອລີຢາ​ເປັນ​ຄົນ​ທຳມະດາ​ຄື​ກັບ​ພວກ​ເຮົາ* ແຕ່​ເມື່ອ​ລາວ​ອະທິດຖານ​ຢ່າງ​ຈິງ​ຈັງ​ຂໍ​ບໍ່​ໃຫ້​ຝົນ​ຕົກ ຝົນ​ກໍ​ບໍ່​ຕົກ​ຮອດ 3 ປີ​ກັບ 6 ເດືອນ.+ 18 ເມື່ອ​ລາວ​ອະທິດຖານ​ອີກ​ເທື່ອ​ໜຶ່ງ ຝົນ​ກໍ​ຕົກ ແລະ​ແຜ່ນດິນ​ກໍ​ເກີດ​ຜົນລະປູກ.+

19 ພີ່ນ້ອງ​ເອີ້ຍ ໃນ​ພວກ​ເຈົ້າ​ມີ​ຜູ້​ໃດ​ຖືກ​ຊັກຈູງ​ໃຫ້​ຫຼົງ​ອອກ​ໄປ​ຈາກ​ທາງ​ຂອງ​ຄວາມ​ຈິງ ແລ້ວ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ກັບ​ມາ​ບໍ? 20 ຜູ້​ທີ່​ຊ່ວຍ​ລາວ​ໃຫ້​ເຊົາ​ເຮັດ​ຜິດ+ ກໍ​ໄດ້​ຊ່ວຍ​ລາວ​ໃຫ້​ລອດ​ຈາກ​ຄວາມ​ຕາຍ ແລະ​ພະເຈົ້າ​ຈະ​ຍົກໂທດ​ຄວາມ​ຜິດ​ຫຼາຍ​ຢ່າງ​ທີ່​ລາວ​ໄດ້​ເຮັດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌