ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສຸພາສິດ 25
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມສຸພາສິດ

    • ສຸພາສິດ​ຂອງ​ໂຊໂລໂມນ​ທີ່​ຄົນ​ຂອງ​ກະສັດ​ເຮເຊກີຢາ​ໄດ້​ລວບລວມ​ແລະ​ຄັດລອກ​ໄວ້ (25:1–29:27)

        • ຢ່າ​ເປີດເຜີຍ​ຄວາມລັບ (9)

        • ຄຳເວົ້າ​ທີ່​ດີ​ແລະ​ຖືກ​ຈັງຫວະ (11)

        • ໃຫ້​ນັບຖື​ຄວາມ​ເປັນ​ສ່ວນ​ໂຕ (17)

        • ກອງ​ຖ່ານ​ໄຟ​ຮ້ອນ​ໆ​ຢູ່​ເທິງ​ຫົວ​ຂອງ​ສັດຕູ (21, 22)

        • ຂ່າວ​ດີ​ເປັນ​ຄື​ກັບ​ນ້ຳ​ເຢັນ (25)

ສຸພາສິດ 25:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:29, 32; ປຍຈ 12:9
  • +2ຂຄ 29:1

ສຸພາສິດ 25:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:29; ຣມ 11:33

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 189

ສຸພາສິດ 25:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫົວໃຈ”

ສຸພາສິດ 25:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 17:3

ສຸພາສິດ 25:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:44, 46; ສພສ 20:28; 29:14

ສຸພາສິດ 25:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 27:2
  • +ພສ 131:1

ສຸພາສິດ 25:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 14:8-10; 1ປຕ 5:5

ສຸພາສິດ 25:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 18:17; ມທ 5:25

ສຸພາສິດ 25:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 18:15
  • +ສພສ 11:13

ສຸພາສິດ 25:10

ໄຂເງື່ອນ

  • *

    ຫຼື “ຂ່າວ​ລື​ທີ່​ມີ​ເຈຕະນາ​ຊົ່ວ”

ສຸພາສິດ 25:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:23; ອຊຢ 50:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2019, ໜ້າ 15

    ຫໍສັງເກດການ

    15/12/2015, ໜ້າ 18

ສຸພາສິດ 25:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 141:5; ສພສ 1:8, 9; 9:8

ສຸພາສິດ 25:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 13:17

ສຸພາສິດ 25:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:37

ສຸພາສິດ 25:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ກະດູກ​ຫັກ​ໄດ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 32:4, 5; ສພສ 15:1

ສຸພາສິດ 25:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 25:27

ສຸພາສິດ 25:18

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ໄມ້​ຄ້ອນ​ທີ່​ມີ​ປາຍ​ແຫຼມ​ເຊິ່ງ​ໃຊ້​ເປັນ​ອາວຸດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:16

ສຸພາສິດ 25:19

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຄົນ​ທໍລະຍົດ”

ສຸພາສິດ 25:20

ໄຂເງື່ອນ

  • *

    ສານ​ເຄມີ​ຊະນິດ​ໜຶ່ງ​ທີ່​ເປັນ​ດ່າງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 137:3, 4

ສຸພາສິດ 25:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:5; 2ກສ 6:21, 22; ສພສ 24:17; ມທ 5:44

ສຸພາສິດ 25:22

ໄຂເງື່ອນ

  • *

    ເພື່ອ​ເຮັດ​ໃຫ້​ຄວາມ​ແຂງ​ກະດ້າງ​ຂອງ​ລາວ​ອ່ອນ​ລົງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:20

ສຸພາສິດ 25:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 101:5

ສຸພາສິດ 25:24

ໄຂເງື່ອນ

  • *

    ຫຼື “ມັກ​ຈັບ​ຜິດ; ມັກ​ຈົ່ມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 21:9, 19; 27:15

ສຸພາສິດ 25:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:30; ອຊຢ 52:7

ສຸພາສິດ 25:26

ໄຂເງື່ອນ

  • *

    ຫຼື “ຍອມ​ໃຫ້”

ສຸພາສິດ 25:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 25:16
  • +ສພສ 27:2; ຢຮ 5:44; ຟລປ 2:3

ສຸພາສິດ 25:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 20:33; ສພສ 16:32; 22:24, 25; 29:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ສພສ. 25:11ກສ 4:29, 32; ປຍຈ 12:9
ສພສ. 25:12ຂຄ 29:1
ສພສ. 25:2ພບຍ 29:29; ຣມ 11:33
ສພສ. 25:4ສພສ 17:3
ສພສ. 25:51ກສ 2:44, 46; ສພສ 20:28; 29:14
ສພສ. 25:6ສພສ 27:2
ສພສ. 25:6ພສ 131:1
ສພສ. 25:7ລກ 14:8-10; 1ປຕ 5:5
ສພສ. 25:8ສພສ 18:17; ມທ 5:25
ສພສ. 25:9ມທ 18:15
ສພສ. 25:9ສພສ 11:13
ສພສ. 25:11ສພສ 15:23; ອຊຢ 50:4
ສພສ. 25:12ພສ 141:5; ສພສ 1:8, 9; 9:8
ສພສ. 25:13ສພສ 13:17
ສພສ. 25:14ມທ 5:37
ສພສ. 25:15ປຖກ 32:4, 5; ສພສ 15:1
ສພສ. 25:16ສພສ 25:27
ສພສ. 25:18ອພຍ 20:16
ສພສ. 25:20ພສ 137:3, 4
ສພສ. 25:21ອພຍ 23:5; 2ກສ 6:21, 22; ສພສ 24:17; ມທ 5:44
ສພສ. 25:22ຣມ 12:20
ສພສ. 25:23ພສ 101:5
ສພສ. 25:24ສພສ 21:9, 19; 27:15
ສພສ. 25:25ສພສ 15:30; ອຊຢ 52:7
ສພສ. 25:27ສພສ 25:16
ສພສ. 25:27ສພສ 27:2; ຢຮ 5:44; ຟລປ 2:3
ສພສ. 25:281ຊມ 20:33; ສພສ 16:32; 22:24, 25; 29:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ສຸພາສິດ 25:1-28

ສຸພາສິດ

25 ນີ້​ແມ່ນ​ສຸພາສິດ​ຂອງ​ໂຊໂລໂມນ+​ທີ່​ຄົນ​ຂອງ​ເຮເຊກີຢາ+​ກະສັດ​ຂອງ​ຢູດາ​ໄດ້​ລວບລວມ​ແລະ​ຄັດລອກ​ໄວ້.

 2 ພະເຈົ້າ​ໄດ້​ຮັບ​ກຽດ​ເມື່ອ​ເພິ່ນ​ເກັບ​ເລື່ອງ​ຕ່າງ​ໆ​ໄວ້​ເປັນ​ຄວາມລັບ+

ແລະ​ກະສັດ​ກໍ​ໄດ້​ຮັບ​ກຽດ​ເມື່ອ​ເຂົາເຈົ້າ​ພະຍາຍາມ​ຊອກຫາ​ຄວາມ​ຮູ້​ທີ່​ເຊື່ອຖື​ໄດ້.

 3 ຄືກັບ​ທີ່​ພວກເຮົາ​ບໍ່​ເຂົ້າໃຈ​ສະຫວັນ​ທີ່​ສູງ​ໆ​ແລະ​ທະເລ​ທີ່​ເລິກ​ໆ​

ພວກເຮົາ​ກໍ​ບໍ່​ສາມາດ​ເຂົ້າໃຈ​ຄວາມຄິດ*​ທັງໝົດ​ຂອງ​ກະສັດ​ໄດ້.

 4 ໃຫ້​ຫຼອມ​ເອົາ​ຂີ້ແຮ່​ອອກ​ຈາກ​ເງິນ

ແລ້ວ​ກໍ​ຈະ​ໄດ້​ເງິນ​ຢ່າງ​ດີ.+

 5 ໃຫ້​ກຳຈັດ​ຄົນ​ຊົ່ວ​ອອກ​ໄປ​ຈາກ​ຕໍ່​ໜ້າ​ກະສັດ

ແລ້ວ​ບັນລັງ​ຂອງ​ກະສັດ​ຈະ​ໝັ້ນຄົງ​ແລະ​ລາວ​ຈະ​ປົກຄອງ​ດ້ວຍ​ຄວາມ​ຍຸຕິທຳ​ຕໍ່ໄປ.+

 6 ຢ່າ​ຍົກຍ້ອງ​ໂຕເອງ​ຕໍ່​ໜ້າ​ກະສັດ+

ແລະ​ຢ່າ​ໄປ​ຢູ່​ໃນ​ກຸ່ມ​ຂອງ​ຄົນ​ສຳຄັນ+

 7 ຍ້ອນ​ມັນ​ດີກວ່າ​ທີ່​ໃຫ້​ກະສັດ​ເວົ້າ​ກັບ​ລູກ​ວ່າ: “ຂຶ້ນ​ມາ​ນີ້ແມ້”

ແທນທີ່​ຈະ​ເຮັດ​ໃຫ້​ໂຕເອງ​ອັບອາຍ​ຕໍ່​ໜ້າ​ພວກເຈົ້າ​ນາຍ.+

 8 ຢ່າ​ຟ້າວ​ໄປ​ຟ້ອງຮ້ອງ​ກັນ​ຢູ່​ສານ

ຍ້ອນ​ວ່າ​ຖ້າ​ມີ​ຄົນ​ພິສູດ​ໄດ້​ວ່າ​ເຈົ້າ​ຜິດ ເຈົ້າ​ຈະ​ເຮັດ​ແນວໃດ?+

 9 ໃຫ້​ເຈົ້າ​ໄປ​ລົມ​ກັບ​ຄູ່ກໍລະນີ​ຂອງ​ເຈົ້າ​ກ່ອນ+

ແຕ່​ຢ່າ​ເປີດເຜີຍ​ຄວາມລັບ​ຂອງ​ລາວ+

10 ເພາະ​ຖ້າ​ເຈົ້າ​ເປີດເຜີຍ ຄົນ​ທີ່​ໄດ້​ຍິນ​ເລື່ອງນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ອັບອາຍ

ແລະ​ສິ່ງ​ຊົ່ວ*​ທີ່​ເຈົ້າ​ແພ່​ອອກ​ໄປ​ກໍ​ຈະ​ເອົາ​ກັບຄືນມາ​ບໍ່​ໄດ້.

11 ຄຳເວົ້າ​ທີ່​ເວົ້າ​ອອກ​ມາ​ຖືກ​ຈັງຫວະ

ເປັນ​ຄື​ກັບ​ໝາກ​ແອັບເປິ້ນ​ຄຳ​ທີ່​ຢູ່​ໃນ​ກະຕ່າ​ເງິນ.+

12 ຄຳ​ຕັກເຕືອນ​ຈາກ​ຄົນ​ສະຫຼາດ​ເປັນ​ຄື​ກັບ​ຕຸ້ມຫູ​ຄຳ

ແລະ​ເຄື່ອງປະດັບ​ທີ່​ເປັນ​ຄຳ​ຢ່າງດີ​ສຳລັບ​ຄົນ​ທີ່​ຍອມ​ຟັງ.+

13 ຄື​ກັບ​ຫິມະ​ເຢັນ​ໆ​ໃນ​ລະດູ​ເກັບກ່ຽວ​ທີ່​ເຮັດ​ໃຫ້​ສົດຊື່ນ

ຄົນ​ສົ່ງ​ຂ່າວ​ທີ່​ສັດຊື່​ກໍ​ເຮັດ​ໃຫ້​ເຈົ້ານາຍ​ທີ່​ສົ່ງ​ລາວ​ໄປ​ສົດຊື່ນ.+

14 ຄົນ​ທີ່​ຂີ້ໂມ້​ວ່າ​ຈະ​ໃຫ້​ຂອງຂວັນ​ແຕ່​ກໍ​ບໍ່​ເຄີຍ​ໃຫ້​ຈັກເທື່ອ

ກໍ​ເປັນ​ຄືກັບ​ລົມ​ແລະ​ຂີ້ເຝື້ອ​ທີ່​ບໍ່​ມີ​ຝົນ.+

15 ຄວາມ​ອົດທົນ​ຊ່ວຍ​ໃຫ້​ຊະນະ​ໃຈ​ຫົວໜ້າ​ກອງທັບ​ໄດ້

ແລະ​ຄຳເວົ້າ​ທີ່​ອ່ອນໂຍນ​ຊ່ວຍ​ໃຫ້​ຊະນະ​ການ​ຕໍ່ຕ້ານ​ທີ່​ຮຸນແຮງ​ໄດ້.*+

16 ຖ້າ​ເຈົ້າ​ເຈິ​ນ້ຳເຜີ້ງ​ກໍ​ໃຫ້​ກິນ​ແບບ​ພໍດີ​ພໍງາມ

ເພາະ​ຖ້າ​ເຈົ້າ​ກິນ​ຫຼາຍໂພດ ເຈົ້າ​ອາດຈະ​ຮາກ​ອອກ​ມາ.+

17 ຢ່າ​ໄປ​ເຮືອນ​ເພື່ອນບ້ານ​ຫຼາຍໂພດ

ລາວ​ຈະ​ໄດ້​ບໍ່​ເບື່ອ​ແລະ​ຊັງ​ເຈົ້າ.

18 ຄົນ​ທີ່​ເປັນ​ພະຍານ​ຕົວະ​ໃສ່ຮ້າຍ​ເພື່ອນບ້ານ

ກໍ​ເປັນ​ຄື​ກັບ​ໄມ້ຄ້ອນ* ດາບ ແລະ​ລູກທະນູ​ທີ່​ແຫຼມ​ໆ​.+

19 ການ​ໄວ້ໃຈ​ຄົນ​ທີ່​ເຊື່ອຖື​ບໍ່​ໄດ້*​ຕອນ​ທີ່​ມີ​ບັນຫາ

ກໍ​ເປັນ​ຄືກັບ​ການ​ຫຍ້ຳ​ໂດຍ​ໃຊ້​ແຂ້ວ​ທີ່​ຫັກ​ແລ້ວ​ແລະ​ການ​ຍ່າງ​ໂດຍ​ໃຊ້​ຕີນ​ທີ່​ພິການ.

20 ຄົນ​ທີ່​ຮ້ອງ​ເພງ​ໃສ່​ຄົນ​ທີ່​ໂສກເສົ້າ+

ກໍ​ເປັນ​ຄືກັບ​ຄົນ​ທີ່​ແກ້​ເຄື່ອງນຸ່ງ​ໃນ​ມື້​ທີ່​ໜາວ​ໆ​

ແລະ​ເປັນ​ຄືກັບ​ນ້ຳສົ້ມ​ສາຍຊູ​ທີ່​ຖືກ​ເທ​ໃສ່​ຜົງ​ໂຊດາ.*

21 ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວ​ກໍ​ເອົາ​ເຂົ້າ​ໃຫ້​ລາວ​ກິນ

ແລະ​ຖ້າ​ລາວ​ຫິວນ້ຳ​ກໍ​ເອົາ​ນ້ຳ​ໃຫ້​ລາວ​ກິນ.+

22 ຖ້າ​ເຈົ້າ​ເຮັດ​ແນວນັ້ນ​ກໍ​ຈະ​ເປັນ​ຄື​ກັບ​ການ​ກອງ​ຖ່ານໄຟ​ຮ້ອນ​ໆ​ຢູ່​ເທິງ​ຫົວ​ຂອງ​ລາວ*+

ແລະ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ເຈົ້າ.

23 ລົມ​ຈາກ​ທິດເໜືອ​ເຮັດ​ໃຫ້​ຝົນຕົກ​ແຮງ

ແລະ​ຄົນ​ທີ່​ມັກ​ເວົ້າ​ຂວັນ​ເຮັດ​ໃຫ້​ຄົນອື່ນ​ຊັງ​ໜ້າ​ລາວ.+

24 ຢູ່​ເທິງ​ແຈ​ດາດຟ້າ​ຄົນ​ດຽວ

ກໍ​ດີ​ກວ່າ​ຢູ່​ເຮືອນ​ດຽວ​ກັນ​ກັບ​ເມຍ​ທີ່​ມັກ​ຫາ​ເລື່ອງ​ຜິດ​ຖຽງກັນ.*+

25 ຂ່າວດີ​ຈາກ​ບ່ອນ​ທີ່​ຫ່າງ​ໄກ

ເປັນ​ຄືກັບ​ນ້ຳ​ເຢັນ​ໆ​ສຳລັບ​ຄົນ​ທີ່​ເມື່ອຍ​ຫຼາຍ.+

26 ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຍອມແພ້*​ຄົນຊົ່ວ

ເປັນ​ຄືກັບ​ນ້ຳ​ອອກບໍ່​ທີ່​ມີ​ແຕ່​ຂີ້ຕົມ​ແລະ​ນ້ຳ​ສ້າງ​ທີ່​ເປື້ອນ​ໆ​.

27 ການ​ກິນ​ນ້ຳເຜີ້ງ​ຫຼາຍ​ໂພດ​ບໍ່​ດີ+

ແລະ​ການ​ຊອກຫາ​ກຽດ​ໃຫ້​ໂຕເອງ​ກໍ​ບໍ່​ດີ​ຄື​ກັນ.+

28 ຄົນ​ທີ່​ຄວບຄຸມ​ອາລົມ​ຂອງ​ໂຕເອງ​ບໍ່​ໄດ້

ກໍ​ເປັນ​ຄື​ກັບ​ເມືອງ​ທີ່​ກຳແພງ​ຖືກ​ທຳລາຍ​ແລ້ວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌