ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ສຳລັບຮ້ອງກັບເຄື່ອງດົນຕີທີ່ມີສາຍ. ມັດຄິວ*ຂອງດາວິດ.
ຕອນທີ່ຄົນເມືອງຊິເຟໄປບອກຊາອູນວ່າ: “ດາວິດລີ້ຢູ່ໃກ້ໆພວກເຮົາ.”+
54 ພະເຈົ້າເອີ້ຍ ຂໍພະອົງເຮັດຫຍັງບາງຢ່າງໃຫ້ສົມກັບຊື່ຂອງພະອົງເພື່ອຊ່ວຍລູກໃຫ້ລອດ.+
2 ພະເຈົ້າເອີ້ຍ ຂໍພະອົງຟັງຄຳອະທິດຖານຂອງລູກ.+
ຂໍພະອົງສົນໃຈສິ່ງທີ່ລູກເວົ້າ
3 ຍ້ອນພວກສັດຕູພາກັນມາຕໍ່ສູ້ລູກ
ແລະຄົນໃຈໂຫດກໍຊອກຂ້າລູກ.+
ເຂົາເຈົ້າບໍ່ສົນໃຈພະເຈົ້າເລີຍ.+ (ເຊລາ)*
4 ພະເຈົ້າເປັນຜູ້ຊ່ວຍຂອງລູກ.+
ພະເຢໂຫວາຢູ່ນຳຄົນທີ່ຊ່ວຍເຫຼືອລູກ.
5 ສິ່ງບໍ່ດີທີ່ສັດຕູເຮັດໃສ່ລູກ ຂໍໃຫ້ພະອົງເຮັດໃຫ້ເຂົາເຈົ້າຖືກແບບນັ້ນຄືກັນ.+
ຂໍໃຫ້ພະອົງທຳລາຍເຂົາເຈົ້າ* ຍ້ອນພະອົງເປັນພະເຈົ້າທີ່ສັດຊື່.+
6 ລູກຈະເອົາເຄື່ອງບູຊາມາໃຫ້ພະອົງ+ດ້ວຍຄວາມເຕັມໃຈ.
ພະເຢໂຫວາເອີ້ຍ ລູກຈະສັນລະເສີນຊື່ຂອງພະອົງຍ້ອນວ່າຊື່ຂອງພະອົງດີແທ້ໆ.+