ພະບັນຍັດ
3 “ຈາກນັ້ນ ພວກເຮົາກໍອອກເດີນທາງໄປຕາມເສັ້ນທາງບາຊານ ແຕ່ໂອກກະສັດຂອງບາຊານກັບຄົນຂອງລາວໄດ້ອອກມາຕໍ່ສູ້ກັບພວກເຮົາຢູ່ເອັດເຣອີ.+ 2 ພະເຢໂຫວາບອກຂ້ອຍວ່າ ‘ຢ່າຊູ່ຢ້ານລາວ. ເຮົາຈະມອບລາວ ຄົນຂອງລາວ ແລະແຜ່ນດິນຂອງລາວໃຫ້ພວກເຈົ້າ. ພວກເຈົ້າຈະຈັດການລາວຄືກັບທີ່ຈັດການສີໂຮນກະສັດຂອງຄົນອາໂມທີ່ຢູ່ເມືອງເຮັດຊະໂບນ.’ 3 ແລ້ວພະເຢໂຫວາພະເຈົ້າຂອງພວກເຮົາກໍຊ່ວຍພວກເຮົາໃຫ້ເອົາຊະນະໂອກກະສັດຂອງບາຊານກັບຄົນຂອງລາວ. ພວກເຮົາໄດ້ຂ້າລາວກັບຄົນຂອງລາວຈົນບໍ່ເຫຼືອຈັກຄົນ 4 ແລ້ວກໍໄດ້ຍຶດເອົາເມືອງທັງໝົດ ບໍ່ມີເມືອງໃດທີ່ພວກເຮົາຍຶດບໍ່ໄດ້. ລວມແລ້ວພວກເຮົາຍຶດເມືອງໄດ້ 60 ເມືອງທີ່ຢູ່ເຂດອາໂກບ ເຊິ່ງເປັນແຜ່ນດິນຂອງໂອກກະສັດຂອງບາຊານ.+ 5 ເມືອງເຫຼົ່ານັ້ນມີກຳແພງສູງໆອ້ອມເມືອງ ມີປະຕູແລະກອນ.* ພວກເຮົາຍັງຍຶດເອົາເມືອງນ້ອຍໆໄດ້ອີກຫຼາຍເມືອງ. 6 ແຕ່ພວກເຮົາໄດ້ທຳລາຍ+ເມືອງເຫຼົ່ານັ້ນຄືກັບທຳລາຍເມືອງຕ່າງໆຂອງກະສັດສີໂຮນທີ່ຢູ່ເມືອງເຮັດຊະໂບນ. ພວກເຮົາໄດ້ຂ້າຜູ້ຊາຍ ຜູ້ຍິງ ແລະເດັກນ້ອຍຈົນໝົດ.+ 7 ພວກເຮົາຍັງໄດ້ເອົາຝູງສັດແລະເຄື່ອງຂອງຈາກເມືອງຕ່າງໆມາເປັນຂອງພວກເຮົານຳ.
8 ຕອນນັ້ນ ພວກເຮົາໄດ້ຍຶດເອົາແຜ່ນດິນຂອງກະສັດ 2 ອົງຂອງຄົນອາໂມ+ທີ່ຢູ່ເຂດແມ່ນ້ຳຈໍແດນ ຕັ້ງແຕ່ຮ່ອມພູ*ອາໂນນໄປຈົນຮອດພູເຮີໂມນ.+ 9 (ພວກຊີໂດນເອີ້ນພູເຮີໂມນວ່າສີຣີໂອນ ສ່ວນພວກອາໂມເອີ້ນວ່າເສນີ.) 10 ພວກເຮົາຍຶດທຸກເມືອງທີ່ຢູ່ພູພຽງ ເຂດກິລຽດທັງໝົດ ແລະເຂດບາຊານທັງໝົດໄປຈົນຮອດເມືອງສາເລກາກັບເມືອງເອັດເຣອີ+ ເຊິ່ງເປັນເມືອງທີ່ຢູ່ໃນເຂດການປົກຄອງຂອງໂອກກະສັດຂອງບາຊານ. 11 ໂອກກະສັດຂອງບາຊານເປັນຄົນສຸດທ້າຍຂອງພວກເຣຟາຢິມ. ຂາຕັ້ງໂລງສົບຂອງລາວເຮັດດ້ວຍເຫຼັກ*ຍາວ 9 ສອກ* ແລະກວ້າງ 4 ສອກ* ຕາມສອກມາດຕະຖານທີ່ເຂົາເຈົ້າໃຊ້ກັນ. ຂາຕັ້ງໂລງສົບນີ້ຍັງຢູ່ເມືອງຣັບບາຂອງຄົນອຳໂມນ. 12 ດິນທັງໝົດທີ່ພວກເຮົາຍຶດໄດ້ແລະແບ່ງກັນມີດັ່ງນີ້: ດິນທາງທິດເໜືອຂອງເມືອງອາໂຣເອ+ທີ່ຢູ່ໃກ້ໆຮ່ອມພູ*ອາໂນນ ເຊິ່ງລວມເຖິງເຄິ່ງໜຶ່ງຂອງເຂດທີ່ມີພູຫຼາຍໆໜ່ວຍໃນກິລຽດ. ຂ້ອຍເອົາເມືອງຕ່າງໆທີ່ຢູ່ບ່ອນນັ້ນໃຫ້ຕະກູນຣູເບັນກັບຕະກູນຄາດ.+ 13 ສ່ວນທີ່ເຫຼືອຂອງເຂດກິລຽດແລະເຂດບາຊານທັງໝົດຂອງກະສັດໂອກ ຂ້ອຍໄດ້ຍົກໃຫ້ເຄິ່ງໜຶ່ງຂອງຕະກູນມານາເຊ.+ ດິນທີ່ຢູ່ອາໂກບທີ່ເປັນຂອງບາຊານເຄີຍເປັນຂອງພວກເຣຟາຢິມ.
14 ຂ້ອຍເອົາເຂດທັງໝົດຂອງອາໂກບ+ໄປຈົນຮອດເຂດແດນຂອງພວກເກຊູກັບພວກມາອາກາ+ໃຫ້ຢາອີ+ຄົນໃນຕະກູນມານາເຊ. ຢາອີໄດ້ຕັ້ງຊື່ບ້ານຕ່າງໆທີ່ຢູ່ໃນບາຊານຕາມຊື່ຂອງລາວວ່າຮາໂວດຢາອີ+ ແລະຊື່ນີ້ກໍໃຊ້ຈົນຮອດທຸກມື້ນີ້. 15 ຂ້ອຍໄດ້ຍົກເຂດກິລຽດໃຫ້ມາກີ.+ 16 ສຳລັບຕະກູນຣູເບັນກັບຕະກູນຄາດ+ ຂ້ອຍໄດ້ເອົາຕັ້ງແຕ່ກິລຽດຈົນຮອດຮ່ອມພູ*ອາໂນນໃຫ້ ໂດຍມີເຄິ່ງກາງຂອງຮ່ອມພູເປັນເຂດແດນ ແລະໄປຈົນຮອດຮ່ອມພູຢັບໂບກທີ່ຕິດກັບເຂດແດນຂອງຄົນອຳໂມນ 17 ລວມທັງເຂດອາຣາບາ ເຂດແມ່ນ້ຳຈໍແດນ ແລະແຄມຝັ່ງຂອງແມ່ນ້ຳນັ້ນ ຕັ້ງແຕ່ກິນເນເຣດໄປຈົນຮອດທະເລຂອງເຂດອາຣາບາທີ່ມີອີກຊື່ໜຶ່ງວ່າທະເລເກືອ.* ທະເລນີ້ຢູ່ທາງທິດຕາເວັນອອກຂອງເນີນພູປິຊະກາ.+
18 ແລ້ວຂ້ອຍກໍສັ່ງພວກເຈົ້າວ່າ ‘ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເອົາດິນໃຫ້ພວກເຈົ້າແລ້ວ. ຜູ້ຊາຍທີ່ເປັນທະຫານຕ້ອງຈັບອາວຸດຂ້າມແມ່ນ້ຳໄປຕໍ່ສູ້ເພື່ອຄົນອິດສະຣາເອນພີ່ນ້ອງຂອງພວກເຈົ້າ.+ 19 ມີແຕ່ລູກກັບເມຍ ແລະຝູງສັດຂອງພວກເຈົ້າທີ່ຈະຍັງຢູ່ໃນເມືອງທີ່ຂ້ອຍເອົາໃຫ້ພວກເຈົ້າ (ຂ້ອຍຮູ້ວ່າພວກເຈົ້າມີຝູງສັດຫຼາຍ.) 20 ຈົນກວ່າພະເຢໂຫວາຈະຊ່ວຍພີ່ນ້ອງຂອງພວກເຈົ້າໃຫ້ໄດ້ພັກຜ່ອນ ຄືກັບທີ່ເພິ່ນຊ່ວຍພວກເຈົ້າ. ເມື່ອພະເຢໂຫວາພະເຈົ້າຂອງພວກເຈົ້າຊ່ວຍເຂົາເຈົ້າໃຫ້ຍຶດເອົາແຜ່ນດິນທີ່ຢູ່ຟາກນັ້ນຂອງແມ່ນ້ຳຈໍແດນໄດ້ແລ້ວ ພວກເຈົ້າຈຶ່ງຈະກັບມາຢູ່ດິນຂອງໂຕເອງທີ່ຂ້ອຍເອົາໃຫ້ໄດ້.’+
21 ຕອນນັ້ນ ຂ້ອຍສັ່ງໂຢຊວຍ+ວ່າ ‘ເຈົ້າກໍເຫັນກັບຕາຂອງໂຕເອງແລ້ວວ່າ ພະເຢໂຫວາພະເຈົ້າຂອງເຈົ້າໄດ້ເຮັດແນວໃດກັບກະສັດ 2 ອົງນັ້ນ ພະເຢໂຫວາກໍຈະເຮັດແບບນັ້ນກັບກະສັດອົງອື່ນໆທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳຄືກັນ.+ 22 ຢ່າຊູ່ຢ້ານພວກເຂົາ ເພາະພະເຢໂຫວາພະເຈົ້າຂອງເຈົ້າຈະຕໍ່ສູ້ເພື່ອເຈົ້າ.’+
23 ແລ້ວຂ້ອຍກໍຂໍກັບພະເຢໂຫວາວ່າ 24 ‘ພະເຢໂຫວາ ພະອົງເປັນພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ. ພະອົງຫາກໍສະແດງໃຫ້ຜູ້ຮັບໃຊ້ຂອງພະອົງເຫັນວ່າ ພະອົງຍິ່ງໃຫຍ່ແລະມີລິດເດດຫຼາຍສ່ຳໃດ.+ ບໍ່ມີພະເຈົ້າອົງໃດຍິ່ງໃຫຍ່ກວ່າພະອົງ ບໍ່ວ່າຈະຢູ່ເທິງສະຫວັນຫຼືຢູ່ເທິງແຜ່ນດິນໂລກ.+ 25 ຂໍໃຫ້ຂ້ອຍຂ້າມໄປເບິ່ງເຂດພູເລບານອນກັບພູງາມໆໃນແຜ່ນດິນດີໆທີ່ຢູ່ອີກຟາກໜຶ່ງຂອງແມ່ນ້ຳຈໍແດນໄດ້ບໍ?’+ 26 ແຕ່ພະເຢໂຫວາຍັງໃຈຮ້າຍໃຫ້ຂ້ອຍຢູ່ຍ້ອນພວກເຈົ້າ+ ເພິ່ນຈຶ່ງບໍ່ຢາກຟັງຂ້ອຍ ແລະພະເຢໂຫວາບອກຂ້ອຍວ່າ ‘ພໍແລ້ວ! ເຈົ້າບໍ່ຕ້ອງເວົ້າເລື່ອງນີ້ອີກ. 27 ໃຫ້ເຈົ້າຂຶ້ນໄປເທິງພູປິຊະກາ+ ແລ້ວແນມໄປທາງທິດເໜືອ ທິດໃຕ້ ທິດຕາເວັນອອກ ແລະທິດຕາເວັນຕົກ. ເຈົ້າຈະໄດ້ເຫັນແຜ່ນດິນນັ້ນ ແຕ່ເຈົ້າຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ.+ 28 ໃຫ້ແຕ່ງຕັ້ງໂຢຊວຍ+ຂຶ້ນມາແທນເຈົ້າ. ເຈົ້າຕ້ອງໃຫ້ກຳລັງໃຈລາວແລະຊ່ວຍລາວໃຫ້ເຂັ້ມແຂງ ເພາະລາວຈະເປັນຄົນນຳພາປະຊາຊົນຂ້າມແມ່ນ້ຳຈໍແດນໄປ.+ ລາວຈະຊ່ວຍປະຊາຊົນໃຫ້ເຂົ້າໄປໃນແຜ່ນດິນທີ່ເຈົ້າຈະໄດ້ເຫັນນັ້ນ.’ 29 ເລື່ອງທັງໝົດນີ້ເກີດຂຶ້ນຕອນທີ່ພວກເຮົາຢູ່ຮ່ອມພູໜຶ່ງທີ່ຢູ່ຕໍ່ໜ້າເບັດເປໂອ.”+