ຈົດໝາຍສະບັບທຳອິດຂອງເປໂຕ
2 ໃຫ້ພວກເຈົ້າເຊົາເຮັດຊົ່ວທຸກແບບ+ ລວມທັງການຫຼອກລວງ ການທຳທ່າເຮັດດີ ການອິດສາກັນ ແລະການໃສ່ຮ້າຍ. 2 ແຕ່ໃຫ້ປູກຝັງຄວາມຮູ້ສຶກຢາກໄດ້ຖ້ອຍຄຳບໍລິສຸດ*ຂອງພະເຈົ້າຄືກັບແອນ້ອຍເກີດໃໝ່+ທີ່ຢາກກິນນົມ. ຖ້ອຍຄຳນັ້ນຈະເຮັດໃຫ້ພວກເຈົ້າໃຫຍ່ຂຶ້ນແລະໄດ້ຮັບຄວາມລອດ.+ 3 ພວກເຈົ້າໄດ້ຮຽນຮູ້*ແລ້ວວ່າຜູ້ເປັນນາຍໃຈດີຫຼາຍສ່ຳໃດ.
4 ເພິ່ນເປັນຫີນທີ່ມີຊີວິດຢູ່. ຄົນບໍ່ຍອມຮັບຫີນກ້ອນນີ້+ ແຕ່ພະເຈົ້າພັດເລືອກໄວ້ແລະຖືວ່າມີຄ່າຫຼາຍ.+ ເມື່ອພວກເຈົ້າມາຫາເພິ່ນ 5 ພວກເຈົ້າທີ່ເປັນຫີນທີ່ມີຊີວິດຢູ່ຄືກັນກໍກຳລັງຖືກສ້າງຂຶ້ນໃຫ້ເປັນວິຫານດ້ວຍພະລັງບໍລິສຸດຂອງພະເຈົ້າ.+ ພວກເຈົ້າຈະຮັບໃຊ້ເປັນປະໂລຫິດທີ່ບໍລິສຸດເພື່ອຈະເອົາເຄື່ອງບູຊາ+ທີ່ພະເຈົ້າຍອມຮັບມາໃຫ້ຜ່ານທາງພະເຢຊູຄລິດ.+ 6 ພະຄຳພີບອກວ່າ: “ເຮົາເປັນຜູ້ວາງຫີນກ້ອນໜຶ່ງໄວ້ຢູ່ຊີໂອນ ເປັນຫີນທີ່ມີຄ່າຫຼາຍເຊິ່ງເຮົາເລືອກໄວ້ໃຫ້ເປັນຫີນຫົວແຈ*ຂອງຮາກຖານ ແລະທຸກຄົນທີ່ສະແດງຄວາມເຊື່ອໃນຫີນກ້ອນນີ້ຈະບໍ່ຜິດຫວັງເລີຍ.”*+
7 ພະຄລິດຈຶ່ງມີຄ່າຫຼາຍສຳລັບພວກເຈົ້າຍ້ອນພວກເຈົ້າມີຄວາມເຊື່ອ. ແຕ່ສຳລັບຄົນທີ່ບໍ່ເຊື່ອ “ຫີນທີ່ຊ່າງກໍ່ສ້າງໄດ້ຖິ້ມໄປແລ້ວ+ໄດ້ກາຍມາເປັນຫີນຫົວແຈຫຼັກ”*+ 8 ແລະເປັນ “ຫີນທີ່ເຮັດໃຫ້ສະດຸດແລະລົ້ມລົງ.”+ ເຂົາເຈົ້າສະດຸດລົ້ມຍ້ອນບໍ່ເຊື່ອຟັງຖ້ອຍຄຳຂອງພະເຈົ້າ. ເຂົາເຈົ້າຈະຕ້ອງເຈິຈຸດຈົບແບບນີ້. 9 ແຕ່ພວກເຈົ້າເປັນ “ຊົນຊາດທີ່ຖືກເລືອກ ເປັນປະໂລຫິດແລະເປັນກະສັດ ເປັນຊາດທີ່ບໍລິສຸດ+ ເປັນຊົນຊາດທີ່ເປັນຊັບສົມບັດພິເສດຂອງພະເຈົ້າ+ ເພື່ອພວກເຈົ້າຈະປະກາດຄວາມດີ”+ ຂອງເພິ່ນທີ່ເອີ້ນພວກເຈົ້າອອກຈາກຄວາມມືດມາຫາຄວາມສະຫວ່າງທີ່ມະຫັດສະຈັນຂອງເພິ່ນ.+ 10 ແຕ່ກີ້ພວກເຈົ້າບໍ່ໄດ້ເປັນຊົນຊາດ ແຕ່ດຽວນີ້ພວກເຈົ້າເປັນຊົນຊາດຂອງພະເຈົ້າແລ້ວ.+ ແຕ່ກີ້ພະເຈົ້າບໍ່ໄດ້ອີ່ຕົນພວກເຈົ້າ ແຕ່ດຽວນີ້ເພິ່ນອີ່ຕົນພວກເຈົ້າແລ້ວ.+
11 ພີ່ນ້ອງທີ່ຮັກ ຂ້ອຍຂໍເຕືອນພວກເຈົ້າທີ່ເປັນຄົນຕ່າງຊາດແລະຄົນທີ່ອາໄສຢູ່ຊົ່ວຄາວໃນໂລກນີ້+ ໃຫ້ຕ້ານທານຄວາມຕ້ອງການຂອງຮ່າງກາຍທີ່ມີບາບ+ທີ່ກຳລັງຕໍ່ສູ້ກັບພວກເຈົ້າຢູ່.+ 12 ໃຫ້ປະພຶດໂຕດີຢູ່ສະເໝີເມື່ອຢູ່ກັບຄົນໃນໂລກ+ ເພາະຖ້າເຂົາເຈົ້າເວົ້າໃຫ້ພວກເຈົ້າວ່າເຮັດຊົ່ວ ແຕ່ເຫັນການກະທຳທີ່ດີຂອງພວກເຈົ້າ+ ເຂົາເຈົ້າກໍຈະຍ້ອງຍໍສັນລະເສີນພະເຈົ້າໃນມື້ທີ່ເພິ່ນມາກວດເບິ່ງ.
13 ເພື່ອເຫັນແກ່ຜູ້ເປັນນາຍ ໃຫ້ພວກເຈົ້າເຊື່ອຟັງທຸກຢ່າງທີ່ມະນຸດຕັ້ງຂຶ້ນ+ໃຫ້ມີອຳນາດ. ບໍ່ວ່າຈະເປັນກະສັດ+ທີ່ມີອຳນາດຫຼາຍກວ່າພວກເຈົ້າ 14 ຫຼືເຈົ້າແຂວງທີ່ກະສັດສົ່ງມາລົງໂທດຄົນເຮັດຜິດແລະຍົກຍ້ອງຄົນເຮັດດີ ກໍໃຫ້ພວກເຈົ້າເຊື່ອຟັງເຂົາເຈົ້າ.+ 15 ພະເຈົ້າຢາກໃຫ້ພວກເຈົ້າເຮັດດີເພື່ອເຮັດໃຫ້ຄົນທີ່ບໍ່ມີເຫດຜົນເຊົາເວົ້າເລື່ອງທີ່ໂຕເອງບໍ່ຮູ້.+ 16 ໃຫ້ໃຊ້ຊີວິດແບບຄົນທີ່ມີອິດສະຫຼະ+ ແຕ່ໃຊ້ອິດສະຫຼະນັ້ນເພື່ອຮັບໃຊ້ພະເຈົ້າຄືກັບທາດ+ ບໍ່ແມ່ນໃຊ້ອິດສະຫຼະນັ້ນເປັນຂໍ້ອ້າງໃນການເຮັດຊົ່ວ.+ 17 ໃຫ້ກຽດຄົນທຸກປະເພດ+ ໃຫ້ຮັກພີ່ນ້ອງຄລິດສະຕຽນທຸກຄົນ+ ໃຫ້ຢ້ານຢຳພະເຈົ້າ+ ແລະນັບຖືກະສັດ.+
18 ໃຫ້ຄົນຮັບໃຊ້ຍອມເຊື່ອຟັງເຈົ້ານາຍດ້ວຍຄວາມນັບຖືທີ່ເໝາະສົມ+ ບໍ່ແມ່ນແຕ່ນາຍທີ່ດີແລະມີເຫດຜົນເທົ່ານັ້ນ ແຕ່ລວມເຖິງນາຍທີ່ເອົາໃຈຍາກນຳ. 19 ຖ້າຜູ້ໃດຍອມອົດທົນກັບຄວາມລຳບາກແລະຍອມທົນທຸກເພາະຄວາມບໍ່ຍຸຕິທຳຍ້ອນຢາກເຊື່ອຟັງພະເຈົ້າ* ລາວກໍເຮັດໃຫ້ເພິ່ນພໍໃຈ.+ 20 ຖ້າພວກເຈົ້າຖືກລົງໂທດຍ້ອນເຮັດຜິດ ມັນຈະເປັນຕາຍົກຍ້ອງຢູ່ບ່ອນໃດ?+ ແຕ່ຖ້າທົນທຸກຍ້ອນເຮັດດີ ພວກເຈົ້າກໍເຮັດໃຫ້ພະເຈົ້າພໍໃຈ.+
21 ທີ່ຈິງ ພະເຈົ້າເລືອກພວກເຈົ້າໃຫ້ໃຊ້ຊີວິດໃນທາງນີ້ທີ່ຕ້ອງເຈິກັບຄວາມທຸກ ແມ່ນແຕ່ພະຄລິດກໍຍັງທົນທຸກເພື່ອພວກເຈົ້າ.+ ເພິ່ນເຮັດເປັນຕົວຢ່າງເພື່ອໃຫ້ພວກເຈົ້າຍ່າງຕາມຮອຍຕີນເພິ່ນຢ່າງໃກ້ຊິດ.+ 22 ເພິ່ນບໍ່ເຄີຍເຮັດຫຍັງຜິດ+ແລະບໍ່ເຄີຍເວົ້າຕົວະຜູ້ໃດເລີຍ.+ 23 ເມື່ອຖືກດ່າ+ ເພິ່ນກໍບໍ່ໄດ້ດ່າຄືນ.+ ເມື່ອທົນທຸກທໍລະມານ+ ເພິ່ນກໍບໍ່ໄດ້ຂູ່ຜູ້ໃດ ແຕ່ຝາກໂຕເອງໄວ້ກັບພະເຈົ້າທີ່ຕັດສິນ+ຢ່າງຍຸຕິທຳ. 24 ເພິ່ນແບກຄວາມຜິດຂອງພວກເຮົາໄວ້+ດ້ວຍຮ່າງກາຍຂອງເພິ່ນເມື່ອຖືກຄຶງເທິງເສົາ*+ ເພື່ອພວກເຮົາຈະພົ້ນຈາກບາບແລະໃຊ້ຊີວິດເພື່ອເຮັດສິ່ງທີ່ຖືກຕ້ອງ. “ເພິ່ນຍອມທົນທຸກກັບບາດແຜເພື່ອພວກເຈົ້າຈະໄດ້ຮັບການປິ່ນປົວໃຫ້ເຊົາ.”+ 25 ແຕ່ກີ້ພວກເຈົ້າເຄີຍເປັນຄືກັບແກະທີ່ຫຼົງທາງ+ ແຕ່ດຽວນີ້ພວກເຈົ້າໄດ້ກັບມາຫາຜູ້ລ້ຽງ+ແລະຜູ້ເບິ່ງແຍງທີ່ຮັກສາຊີວິດຂອງພວກເຈົ້າແລ້ວ.