ໂຢເອນ
2 “ໃຫ້ເປົ່າແກເຂົາສັດໃນເມືອງຊີໂອນ+
ແລະໃຫ້ປະກາດຢູ່ເທິງພູທີ່ບໍລິສຸດຂອງພະອົງວ່າຈະມີສົງຄາມ.
ໃຫ້ທຸກຄົນທີ່ຢູ່ແຜ່ນດິນນີ້ຢ້ານຈົນໂຕສັ່ນ
ຍ້ອນວັນຂອງພະເຢໂຫວາໃກ້ເຂົ້າມາແລ້ວ.+
2 ມື້ນັ້ນຈະເປັນມື້ທີ່ມືດ+
ເປັນມື້ທີ່ມີຂີ້ເຝື້ອຕຶບໜາ+
ຄືກັບແສງມົວໆຕອນໃກ້ຊິແຈ້ງທີ່ສ່ອງໃສ່ພູ.
ມີຄົນເປັນກອງທັບໃຫຍ່ແລະແຂງແຮງ.+
ຄົນທີ່ເປັນກອງທັບໃຫຍ່ແບບນີ້ບໍ່ເຄີຍມີມາກ່ອນ
ແລະຈະບໍ່ມີອີກເລີຍຕະຫຼອດທຸກຍຸກທຸກສະໄໝ.
3 ຢູ່ທາງໜ້າຂອງເຂົາເຈົ້າມີໄຟທີ່ລຸກໄໝ້
ແລະຢູ່ທາງຫຼັງຂອງເຂົາເຈົ້າມີໄຟທີ່ເຜົາຜານ.+
ແຜ່ນດິນທີ່ຢູ່ຕໍ່ໜ້າເຂົາເຈົ້າເປັນຄືກັບສວນເອເດັນ.+
ແຕ່ຫຼັງຈາກເຂົາເຈົ້າກາຍໄປແລ້ວ ແຜ່ນດິນນັ້ນກໍເປັນບ່ອນກັນດານທີ່ຮ້າງເປົ່າ
ແລະບໍ່ມີຫຍັງຢູ່ລອດໄດ້.
4 ຮູບຮ່າງໜ້າຕາຂອງເຂົາເຈົ້າຄືກັບມ້າ.
ເຂົາເຈົ້າແລ່ນຄືກັບມ້າທີ່ອອກໄປສູ້ຮົບ.+
5 ສຽງຂອງເຂົາເຈົ້າຄືກັບສຽງລົດຮົບທີ່ແລ່ນຢູ່ເທິງຈອມພູ+
ຄືກັບສຽງໄຟໄໝ້ຕໍເຟຶອງຢູ່ທົ່ງນາ.
ເຂົາເຈົ້າເປັນຄືກັບພວກທະຫານທີ່ລຽນແຖວເປັນລະບຽບເພື່ອກຽມໄປສູ້ຮົບ.+
6 ຄົນໃນຊາດຕ່າງໆເບິ່ງໜ້າກັນກໍຮູ້ວ່າ
ທຸກຄົນຢ້ານເຂົາເຈົ້າຈົນໂຕສັ່ນ.
7 ເຂົາເຈົ້າບຸກໂຈມຕີຄືກັບທະຫານທີ່ເກັ່ງໆ.
ເຂົາເຈົ້າປີນກຳແພງຄືກັບທະຫານ.
ແຕ່ລະຄົນໄປຊື່ໆ
ແລະບໍ່ເຈີດຊ້າຍເຈີດຂວາ.
8 ເຂົາເຈົ້າບໍ່ຊຸກກັນ
ແຕ່ລະຄົນຈະຍ່າງໄປທາງໜ້າຊື່ໆ.
ຖ້າມີຄົນໃນແຖວຖືກຍິງແລ້ວລົ້ມລົງ
ຜູ້ອື່ນກໍຈະບໍ່ແຕກແຖວ.
9 ເຂົາເຈົ້າແລ່ນເຂົ້າໄປໃນເມືອງແລະແລ່ນຢູ່ເທິງກຳແພງ.
ເຂົາເຈົ້າປີນເຂົ້າເຮືອນຄົນທາງປ່ອງຢ້ຽມຄືກັບຂີ້ລັກ.
10 ຕອນທີ່ເຂົາເຈົ້າບຸກໂຈມຕີ ທ້ອງຟ້າກໍສັ່ນແລະດິນກໍສະເທືອນ.
ຕາເວັນກັບເດືອນກໍມືດ+
ແລະດາວກໍບໍ່ສ່ອງແສງ.
11 ພະເຢໂຫວາຈະຮ້ອງຢູ່ຕໍ່ໜ້າກອງທັບຂອງເພິ່ນ+ທີ່ມີຫຼາຍແທ້ຫຼາຍວ່າ.+
ຜູ້ທີ່ເຮັດຕາມຄຳສັ່ງຂອງເພິ່ນຈະເຂັ້ມແຂງ.
ວັນຂອງພະເຢໂຫວາຍິ່ງໃຫຍ່ແລະເປັນຕາຢ້ານຫຼາຍ.+
ຜູ້ໃດຈະທົນໄດ້?+
12 ພະເຢໂຫວາບອກວ່າ: “ຕອນນີ້ໃຫ້ພວກເຈົ້າກັບມາຫາເຮົາດ້ວຍສຸດຫົວໃຈ.+
ໃຫ້ອົດເຂົ້າ+ແລະຮ້ອງໄຫ້ເສຍໃຈ.
13 ຢ່າຈີກແຕ່ເຄື່ອງນຸ່ງຂອງພວກເຈົ້າ+ ແຕ່ໃຫ້ສຳນຶກຜິດຈາກໃຈ*ນຳ+
ແລະໃຫ້ກັບມາຫາພະເຢໂຫວາພະເຈົ້າຂອງພວກເຈົ້າ.
ເພິ່ນຈະປ່ຽນໃຈບໍ່ທຳລາຍພວກເຈົ້າ
ຍ້ອນເພິ່ນເປັນພະເຈົ້າທີ່ມີຄວາມເມດຕາ ໃຈດີ* ບໍ່ໃຈຮ້າຍງ່າຍ+ ແລະມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ.+
14 ເພິ່ນອາດຈະປ່ຽນໃຈ ແລ້ວບໍ່ເຮັດຄືກັບທີ່ຕັ້ງໃຈໄວ້+
ແລະອວຍພອນພວກເຈົ້າ
ເພື່ອພວກເຈົ້າຈະເອົາເຄື່ອງບູຊາທີ່ເຮັດຈາກເມັດເຂົ້າກັບເຄື່ອງບູຊາດື່ມມາໃຫ້ພະເຢໂຫວາພະເຈົ້າຂອງພວກເຈົ້າ.
15 ໃຫ້ເປົ່າແກເຂົາສັດໃນເມືອງຊີໂອນ.
ປະກາດໃຫ້ມີການອົດເຂົ້າ ແລະເອີ້ນຄົນໃຫ້ມາປະຊຸມພິເສດ.+
16 ໃຫ້ເອີ້ນຄົນມາລວມກັນແລະເຮັດໃຫ້ເຂົາເຈົ້າສະອາດ.*+
ໃຫ້ພາຜູ້ເຖົ້າ* ເດັກນ້ອຍ ແລະແອນ້ອຍມານຳ.+
ໃຫ້ເຈົ້າບ່າວກັບເຈົ້າສາວອອກມາຈາກຫ້ອງຂອງເຂົາເຈົ້າ.
17 ໃຫ້ພວກປະໂລຫິດທີ່ເປັນຜູ້ຮັບໃຊ້ຂອງພະເຢໂຫວາມາຢູ່ລະຫວ່າງຫ້ອງທາງເຂົ້າກັບແທ່ນບູຊາ.+
ໃຫ້ເຂົາເຈົ້າຮ້ອງໄຫ້ແລະເວົ້າວ່າ
‘ພະເຢໂຫວາເອີ້ຍ ຂໍອີ່ຕົນປະຊາຊົນ*ຂອງພະອົງແດ່.
ຂໍພະອົງຢ່າໃຫ້ປະຊາຊົນຂອງພະອົງຖືກດູຖູກ.
ຂໍຢ່າໃຫ້ຊາດຕ່າງໆປົກຄອງພວກລູກ.
ເປັນຫຍັງພະອົງຈຶ່ງຍອມໃຫ້ຊາດຕ່າງໆເວົ້າວ່າ “ພະເຈົ້າຂອງເຂົາເຈົ້າໄປໃສແລ້ວ?”’+
19 ພະເຢໂຫວາຈະຕອບປະຊາຊົນຂອງເພິ່ນວ່າ
‘ເຮົາຈະໃຫ້ພວກເຈົ້າມີເຂົ້າ ເຫຼົ້າແວງໃໝ່ ແລະນ້ຳມັນໝາກກອກ
ແລະພວກເຈົ້າຈະໄດ້ກິນຈົນອີ່ມ.+
ເຮົາຈະບໍ່ໃຫ້ຊາດຕ່າງໆເຍາະເຍີ້ຍພວກເຈົ້າອີກຕໍ່ໄປ.+
20 ເຮົາຈະໄລ່ພວກທີ່ມາໂຈມຕີຈາກທາງທິດເໜືອໃຫ້ໜີໄປໄກໆຈາກພວກເຈົ້າ.
ເຮົາຈະໄລ່ເຂົາເຈົ້າໄປຢູ່ບ່ອນທີ່ແຫ້ງແລ້ງແລະຮ້າງເປົ່າ.
ເຮົາຈະໄລ່ທະຫານກອງໜ້າຂອງເຂົາເຈົ້າໄປທະເລຕາເວັນອອກ*
ແລະໄລ່ທະຫານກອງຫຼັງຂອງເຂົາເຈົ້າໄປທະເລຕາເວັນຕົກ.*
ສົບຂອງເຂົາເຈົ້າຈະເໝັນ.
ກິ່ນນັ້ນຈະເໝັນກຸ້ມໄປທົ່ວທຸກບ່ອນ.+
ເຮົາຈະເຮັດສິ່ງຕ່າງໆທີ່ຍິ່ງໃຫຍ່.’
21 ແຜ່ນດິນເອີ້ຍ ບໍ່ຕ້ອງຢ້ານ.
ໃຫ້ມີຄວາມສຸກຄວາມຍິນດີ ຍ້ອນພະເຢໂຫວາຈະເຮັດສິ່ງຕ່າງໆທີ່ຍິ່ງໃຫຍ່.
22 ສັດທີ່ຢູ່ທົ່ງຫຍ້າເອີ້ຍ ບໍ່ຕ້ອງຢ້ານ
ຍ້ອນວ່າຫຍ້າຢູ່ບ່ອນກັນດານຈະຂຽວອຸ່ມທຸ່ມ.+
ຕົ້ນໄມ້ຕ່າງໆຈະເປັນໝາກ.+
ຕົ້ນໝາກເດື່ອກັບຕົ້ນໝາກລະແຊັງຈະມີໝາກເຕັມຕົ້ນ.+
23 ຄົນເມືອງຊີໂອນເອີ້ຍ ໃຫ້ພວກເຈົ້າມີຄວາມສຸກຄວາມຍິນດີໃນສິ່ງທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າຈະເຮັດ.+
ເພິ່ນຈະໃຫ້ຝົນຕົກພໍດີໃນຍາມຫວ່ານເມັດພືດ.
ເພິ່ນຈະໃຫ້ມີຝົນຕົກລົງມາ
ຝົນຈະຕົກໃນລະດູໃບໄມ້ຫຼົ່ນ*ແລະລະດູໃບໄມ້ປົ່ງ*ຄືກັບແຕ່ກ່ອນ.+
24 ຢູ່ລານຟາດເຂົ້າຈະມີເຂົ້າເຕັມ.
ອ່າງຢຽບໝາກລະແຊັງຈະມີນ້ຳໝາກລະແຊັງ*ລົ້ນອອກມາ ແລະຢູ່ແນວບີບນ້ຳມັນໝາກກອກກໍຈະມີນ້ຳມັນໝາກກອກລົ້ນອອກມາຄືກັນ.+
25 ເປັນເວລາຫຼາຍປີທີ່ເຮົາໄດ້ໃຫ້ກອງທັບໃຫຍ່ຂອງເຮົາ
ເຊິ່ງແມ່ນຕັກກະແຕນຝູງທຳອິດ ຕັກກະແຕນຝູງທີສອງ ຝູງຕັກກະແຕນທີ່ຍັງບໍ່ມີປີກ ແລະຕັກກະແຕນອີກຝູງໜຶ່ງໄປກິນຜົນລະປູກຂອງພວກເຈົ້າ.
ເຮົາຈະໄຊ້ຄືນໃຫ້ພວກເຈົ້າໃນສິ່ງທີ່ພວກມັນໄດ້ທຳລາຍ.+
26 ພວກເຈົ້າຈະໄດ້ກິນຈົນອີ່ມ+
ແລະພວກເຈົ້າຈະສັນລະເສີນຊື່ຂອງພະເຢໂຫວາພະເຈົ້າຂອງພວກເຈົ້າ+
ຜູ້ທີ່ເຮັດການອັດສະຈັນເພື່ອພວກເຈົ້າ.
ປະຊາຊົນຂອງເຮົາຈະບໍ່ຕ້ອງອັບອາຍອີກແລ້ວ.+
27 ພວກເຈົ້າຈະຮູ້ວ່າເຮົາຢູ່ກັບຊາດອິດສະຣາເອນ.+
ເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ+ ແລະບໍ່ມີພະເຈົ້າອື່ນນອກຈາກເຮົາ.
ປະຊາຊົນຂອງເຮົາຈະບໍ່ຕ້ອງອັບອາຍອີກແລ້ວ.
28 ຫຼັງຈາກນັ້ນ ເຮົາຈະເອົາພະລັງຂອງເຮົາ+ໃຫ້ຄົນທຸກປະເພດ.
ພວກລູກຊາຍແລະລູກສາວຂອງເຈົ້າຈະພະຍາກອນ.
ຜູ້ເຖົ້າຈະຝັນເລື່ອງພິເສດ
ແລະຄົນໜຸ່ມຈະເຫັນນິມິດ.+
29 ແມ່ນແຕ່ທາດຜູ້ຊາຍແລະທາດຜູ້ຍິງຂອງເຮົາ
ເຮົາກໍຈະເອົາພະລັງຂອງເຮົາໃຫ້ເຂົາເຈົ້າ.
30 ເຮົາຈະເຮັດໃຫ້ມີສິ່ງທີ່ອັດສະຈັນຢູ່ເທິງຟ້າແລະຢູ່ໃນໂລກ
ມີເລືອດ ມີໄຟ ແລະມີຄວັນຫຼາຍໆລອຍຂຶ້ນໄປ.+