ເພງສັນລະເສີນ
ເພງຂອງດາວິດຕອນທີ່ລາວໜີຈາກອັບຊາໂລມລູກຊາຍຂອງລາວ.+
3 ພະເຢໂຫວາເອີ້ຍ ເປັນຫຍັງສັດຕູຂອງລູກຄືມີຫຼາຍຂຶ້ນໆ?+
ເປັນຫຍັງຄົນທີ່ຕໍ່ຕ້ານລູກຄືມີຫຼາຍແທ້?+
2 ຫຼາຍຄົນເວົ້າເຖິງລູກວ່າ:
“ພະເຈົ້າຈະບໍ່ຊ່ວຍລາວດອກ.”+ (ເຊລາ)*
4 ລູກຈະຮ້ອງຫາພະເຢໂຫວາດ້ວຍສຽງດັງໆ
ແລະພະອົງຈະຕອບລູກຈາກພູບໍລິສຸດຂອງພະອົງ.+ (ເຊລາ)
5 ລູກຈະນອນຫຼັບໄດ້
ແລະຕອນທີ່ລູກຕື່ນຂຶ້ນ ລູກກໍຈະຮູ້ສຶກປອດໄພ
ຍ້ອນພະເຢໂຫວາຊ່ວຍເຫຼືອລູກຕະຫຼອດ.+
6 ເຖິງວ່າຈະມີຫຼາຍສິບພັນຄົນມາຕໍ່ສູ້ລູກຈາກທຸກທິດທຸກທາງ
ແຕ່ລູກກໍບໍ່ຢ້ານ.+
7 ພະເຢໂຫວາພະເຈົ້າຂອງລູກເອີ້ຍ ຂໍພະອົງລຸກຂຶ້ນມາຊ່ວຍລູກແດ່.+
ພະອົງຈະຕີຄາງກະໄຕຂອງສັດຕູທັງໝົດຂອງລູກ
ແລະຈະເຮັດໃຫ້ແຂ້ວຂອງພວກຄົນຊົ່ວຫຼ່ອນອອກ.+
8 ພະເຢໂຫວາເອີ້ຍ ພະອົງເປັນຜູ້ຊ່ວຍໃຫ້ລອດ.+
ຄົນຂອງພະອົງກໍໄດ້ຮັບພອນຈາກພະອົງ. (ເຊລາ)