ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ອັບຊາໂລມ​ແພ້​ແລະ​ຕາຍ (1-​18)

      • ມີ​ຄົນ​ບອກ​ດາວິດ​ວ່າ​ອັບຊາໂລມ​ຕາຍ (19-​33)

2 ຊາມູເອນ 18:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 20:18

2 ຊາມູເອນ 18:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16; 10:7
  • +2ຊມ 23:18, 19
  • +1ຂຄ 2:15, 16
  • +2ຊມ 15:19, 21

2 ຊາມູເອນ 18:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 21:17
  • +2ຊມ 17:1-3; ສສ 4:20

2 ຊາມູເອນ 18:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:12

2 ຊາມູເອນ 18:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:26

2 ຊາມູເອນ 18:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 3:7; ສພສ 24:21, 22
  • +2ຊມ 16:15

2 ຊາມູເອນ 18:9

ໄຂເງື່ອນ

  • *

    ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ

2 ຊາມູເອນ 18:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16; 18:2

2 ຊາມູເອນ 18:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:5

2 ຊາມູເອນ 18:14

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລູກ​ດອກ; ຫອກ”

2 ຊາມູເອນ 18:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:10; ສພສ 2:22; 20:20; 30:17

2 ຊາມູເອນ 18:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 7:24, 26; 8:29; 10:23, 27

2 ຊາມູເອນ 18:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 14:17
  • +2ຊມ 14:27

2 ຊາມູເອນ 18:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:35, 36; 17:17
  • +ພສ 9:4

2 ຊາມູເອນ 18:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:5

2 ຊາມູເອນ 18:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:6

2 ຊາມູເອນ 18:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:4
  • +2ກສ 9:17

2 ຊາມູເອນ 18:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:19

2 ຊາມູເອນ 18:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 22:47; ພສ 144:1

2 ຊາມູເອນ 18:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:22

2 ຊາມູເອນ 18:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:21
  • +2ຊມ 22:49; ພສ 55:18; 94:1; 124:2, 3

2 ຊາມູເອນ 18:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:2

2 ຊາມູເອນ 18:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:10; 17:14; 19:1; ສພສ 19:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 18:1ສພສ 20:18
2ຊມ. 18:22ຊມ 8:16; 10:7
2ຊມ. 18:22ຊມ 23:18, 19
2ຊມ. 18:21ຂຄ 2:15, 16
2ຊມ. 18:22ຊມ 15:19, 21
2ຊມ. 18:32ຊມ 21:17
2ຊມ. 18:32ຊມ 17:1-3; ສສ 4:20
2ຊມ. 18:52ຊມ 18:12
2ຊມ. 18:62ຊມ 17:26
2ຊມ. 18:7ພສ 3:7; ສພສ 24:21, 22
2ຊມ. 18:72ຊມ 16:15
2ຊມ. 18:102ຊມ 8:16; 18:2
2ຊມ. 18:122ຊມ 18:5
2ຊມ. 18:152ຊມ 12:10; ສພສ 2:22; 20:20; 30:17
2ຊມ. 18:17ຢຊ 7:24, 26; 8:29; 10:23, 27
2ຊມ. 18:18ປຖກ 14:17
2ຊມ. 18:182ຊມ 14:27
2ຊມ. 18:192ຊມ 15:35, 36; 17:17
2ຊມ. 18:19ພສ 9:4
2ຊມ. 18:202ຊມ 18:5
2ຊມ. 18:21ປຖກ 10:6
2ຊມ. 18:242ຊມ 18:4
2ຊມ. 18:242ກສ 9:17
2ຊມ. 18:272ຊມ 18:19
2ຊມ. 18:282ຊມ 22:47; ພສ 144:1
2ຊມ. 18:292ຊມ 18:22
2ຊມ. 18:312ຊມ 18:21
2ຊມ. 18:312ຊມ 22:49; ພສ 55:18; 94:1; 124:2, 3
2ຊມ. 18:32ພສ 27:2
2ຊມ. 18:332ຊມ 12:10; 17:14; 19:1; ສພສ 19:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 18:1-33

ຊາມູເອນ​ສະບັບ​ທີ​ສອງ

18 ຕໍ່ມາ ດາວິດ​ໄດ້​ນັບ​ຈຳນວນ​ທະຫານ​ທີ່​ຢູ່​ນຳລາວ ແລະ​ຕັ້ງ​ຫົວ​ໜ້າ​ກອງ​ພັນ​ແລະ​ກອງ​ຮ້ອຍ​ເພື່ອ​ຊີ້ນຳ​ເຂົາ​ເຈົ້າ.+ 2 ດາວິດ​ໃຫ້​ທະຫານ 1 ສ່ວນ 3 ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ໂຢອາບ+ 1 ສ່ວນ 3 ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ອາບີຊາຍ+ລູກຊາຍ​ຂອງ​ເຊຣູຢາ+ທີ່​ເປັນ​ອ້າຍ​ຂອງ​ໂຢອາບ ແລະ​ອີກ 1 ສ່ວນ 3 ໃຫ້​ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ອິດຕາຍ+ຄົນ​ເມືອງ​ກັດ. ແລ້ວ​ກະສັດ​ດາວິດ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ຈະ​ອອກ​ໄປ​ຕໍ່ສູ້​ນຳກັນ​ກັບ​ພວກ​ເຈົ້າ.” 3 ແຕ່​ເຂົາ​ເຈົ້າ​ເວົ້າ​ວ່າ: “ທ່ານ​ບໍ່​ຕ້ອງ​ໄປ.+ ຖ້າ​ພວກ​ເຮົາ​ບໍ່​ຊະນະ​ແລ້ວ​ໜີ​ໄປ ເຂົາ​ເຈົ້າ​ກໍ​ບໍ່​ສົນ​ໃຈ​ດອກ ເພາະ​ເຂົາ​ເຈົ້າ​ຕ້ອງການ​ແຕ່ທ່ານ​ເທົ່າ​ນັ້ນ ແລະ​ເຖິງວ່າ​ພວກ​ເຮົາ​ຕາຍ​ເຄິ່ງ​ໜຶ່ງ ເຂົາ​ເຈົ້າ​ກໍ​ບໍ່​ສົນ​ໃຈ​ຄື​ກັນ ຍ້ອນ​ວ່າ​ທ່ານ​ຜູ້​ດຽວ​ມີ​ຄ່າ​ສ່ຳ​ກັບ​ພວກ​ເຮົາ 10.000 ຄົນ.+ ໃຫ້​ທ່ານ​ຖ້າ​ຢູ່​ໃນ​ເມືອງ​ແລະ​ສົ່ງ​ຄົນ​ໄປ​ຊ່ວຍ​ພວກ​ເຮົາ​ດີ​ກວ່າ.” 4 ກະສັດ​ດາວິດ​ຈຶ່ງ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພວກ​ເຈົ້າ​ເຫັນ​ວ່າ​ດີ.” ແລ້ວ​ກະສັດ​ກໍ​ໄປ​ຢືນ​ຢູ່​ທາງ​ຂ້າງ​ປະຕູ​ເມືອງ. ທະຫານ​ທຸກ​ຄົນ​ໄດ້​ອອກ​ໄປ​ເປັນ​ກອງ​ຮ້ອຍ​ແລະ​ກອງ​ພັນ​ເພື່ອ​ໄປ​ຕໍ່ສູ້. 5 ກະສັດ​ສັ່ງ​ໂຢອາບ ອາບີຊາຍ ແລະ​ອິດຕາຍ​ວ່າ: “ເພື່ອ​ເຫັນ​ແກ່​ຂ້ອຍ ພວກ​ເຈົ້າ​ຢ່າ​ຂ້າ​ອັບຊາໂລມ​ເດີ້ ເພາະ​ລາວ​ເປັນ​ລູກ​ຊາຍ​ທີ່​ຂ້ອຍ​ຮັກ​ຫຼາຍ.”+ ພວກ​ທະຫານ​ທຸກ​ຄົນ​ກໍ​ໄດ້​ຍິນ​ຕອນ​ທີ່​ກະສັດ​ສັ່ງ​ພວກ​ຫົວ​ໜ້າ​ເລື່ອງ​ອັບຊາໂລມ.

6 ພວກ​ທະຫານ​ຂອງ​ດາວິດ​ອອກ​ໄປ​ນອກ​ເມືອງ​ເພື່ອ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ທີ່​ຢູ່​ຝ່າຍ​ອັບຊາໂລມ. ເຂົາ​ເຈົ້າ​ຕໍ່ສູ້​ກັນ​ໃນ​ປ່າ​ເອຟຣາຢິມ.+ 7 ພວກ​ທະຫານ​ຂອງ​ດາວິດ+ຊະນະ​ພວກ​ທີ່​ຢູ່ຝ່າຍ​ອັບຊາໂລມ+ ແລະ​ໃນ​ມື້​ນັ້ນ​ທະຫານ​ທີ່​ຢູ່​ຝ່າຍ​ອັບຊາໂລມ​ຖືກ​ຂ້າ​ຕາຍ 20.000 ຄົນ. 8 ການ​ຕໍ່ສູ້​ໄດ້​ແພ່ລາມ​ໄປ​ທົ່ວ​ເຂດ​ນັ້ນ. ໃນ​ມື້​ນັ້ນ ຄົນ​ທີ່​ຕາຍ​ຍ້ອນ​ອັນຕະລາຍ​ໃນ​ປ່າ​ມີ​ຫຼາຍ​ກວ່າ​ຄົນ​ທີ່​ຕາຍ​ຍ້ອນ​ການ​ຕໍ່ສູ້.

9 ໃນ​ທີ່​ສຸດ ອັບຊາໂລມ​ກໍ​ເຈິ​ກັບ​ພວກ​ທະຫານ​ຂອງ​ດາວິດ. ແລ້ວ​ອັບຊາໂລມ​ກໍ​ຂີ່​ໂຕ​ລໍ*​ໜີ​ໄປ. ແຕ່​ໂຕ​ລໍ​ນັ້ນ​ແລ່ນ​ເຂົ້າ​ໄປ​ກ້ອງ​ຕົ້ນ​ໄມ້​ໃຫຍ່​ທີ່​ມີ​ງ່າ​ຫຼາຍ​ໆ​ ຜົມ​ຂອງ​ອັບຊາໂລມ​ຈຶ່ງ​ໄປ​ຄາ​ຢູ່ຕົ້ນ​ໄມ້​ແລະ​ໂຕ​ຂອງ​ລາວ​ກໍ​ຫ້ອຍ​ຢູ່​ເທິງ​ຕົ້ນ​ໄມ້​ນັ້ນ ສ່ວນ​ໂຕ​ລໍ​ຍັງ​ແລ່ນ​ໄປ​ຕໍ່. 10 ມີ​ຜູ້​ໜຶ່ງ​ເຫັນ​ແລະ​ໄປ​ບອກ​ໂຢອາບ​+ວ່າ: “ຂ້ອຍ​ເຫັນ​ອັບຊາໂລມ​ຫ້ອຍ​ຢູ່​ເທິງ​ຕົ້ນ​ໄມ້​ໃຫຍ່.” 11 ໂຢອາບ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ເຫັນ​ລາວ​ແລ້ວ​ເປັນ​ຫຍັງ​ຈຶ່ງ​ບໍ່​ຂ້າ​ລາວ​ໃຫ້​ຕາຍ​ຢູ່​ຫັ້ນ​ເລີຍ? ຂ້ອຍ​ຈະ​ເອົາ​ຫຼຽນ​ເງິນ 10 ຫຼຽນ​ກັບ​ສາຍ​ແອວ​ເສັ້ນ​ໜຶ່ງ​ໃຫ້​ເຈົ້າ.” 12 ແຕ່​ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ໂຢອາບ​ວ່າ: “ເຈົ້າ​ຈະ​ເອົາ​ຫຼຽນ​ເງິນ​ໃຫ້​ຂ້ອຍ 1.000 ຫຼຽນ ຂ້ອຍ​ກໍ​ບໍ່​ເອົາ. ຂ້ອຍ​ຈະ​ບໍ່​ຂ້າ​ລູກ​ຊາຍ​ຂອງ​ກະສັດ​ເດັດຂາດ ເພາະ​ພວກ​ເຮົາ​ໄດ້​ຍິນ​ກະສັດ​ສັ່ງ​ເຈົ້າ ອາບີຊາຍ ແລະ​ອິດຕາຍ​ວ່າ ‘ຢ່າ​ໃຫ້​ໃຜ​ຂ້າ​ອັບຊາໂລມ.’+ 13 ຖ້າ​ຂ້ອຍ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ກະສັດ​ແລະ​ຂ້າ​ລາວ ຈັ່ງ​ໃດ​ກະສັດ​ກໍ​ຕ້ອງ​ຮູ້ ແລະ​ເຈົ້າ​ຄື​ຊິ​ບໍ່​ປົກ​ປ້ອງ​ຂ້ອຍ​ດອກ.” 14 ໂຢອາບ​ເວົ້າ​ວ່າ: “ຂ້ອຍ​ຈະ​ບໍ່​ເສຍ​ເວລາ​ລົມ​ກັບ​ເຈົ້າ​ແລ້ວ!” ຈາກ​ນັ້ນ ໂຢອາບ​ກໍ​ເອົາ​ມີດ​ສັ້ນ* 3 ອັນໄປ​ແທງ​ຫົວໃຈ​ຂອງ​ອັບຊາໂລມ​ຈົນ​ຊອດ ເຊິ່ງ​ຕອນ​ນັ້ນ​ລາວ​ຍັງ​ບໍ່​ທັນ​ຕາຍ​ແລະ​ຫ້ອຍ​ຢູ່​ເທິງ​ຕົ້ນ​ໄມ້​ໃຫຍ່. 15 ແລ້ວ​ຜູ້​ຖື​ອາວຸດ​ຂອງ​ໂຢອາບ 10 ຄົນ​ກໍ​ເຂົ້າ​ມາ​ແທງ​ອັບຊາໂລມ​ຈົນ​ລາວ​ຕາຍ.+ 16 ຈາກ​ນັ້ນ ໂຢອາບ​ກໍ​ເປົ່າ​ແກ​ເຂົາ​ສັດ. ພວກ​ທະຫານ​ຈຶ່ງ​ເຊົາ​ໄລ່ລ່າ​ພວກ​ອິດສະຣາເອນ​ຕາມ​ທີ່​ໂຢອາບ​ສັ່ງ. 17 ເຂົາ​ເຈົ້າ​ເອົາ​ສົບ​ຂອງ​ອັບຊາໂລມ​ໂຍນ​ລົງ​ໃນ​ຂຸມ​ໃຫຍ່​ທີ່​ຢູ່​ໃນ​ປ່າ ແລ້ວ​ເອົາ​ກ້ອນ​ຫີນ​ໄປ​ຖົມ​ຈົນ​ເປັນ​ກອງ​ສູງ​ໆ​.+ ແລ້ວ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ໜີ​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ.

18 ຕອນ​ທີ່​ອັບຊາໂລມ​ຍັງ​ມີ​ຊີວິດ​ຢູ່ ລາວ​ໄດ້​ຕັ້ງ​ເສົາ​ອັນ​ໜຶ່ງ​ໃຫ້​ໂຕ​ເອງ​ຢູ່​ຮ່ອມພູ​ຂອງ​ກະສັດ.+ ລາວ​ເວົ້າ​ວ່າ: “ເພາະ​ຂ້ອຍ​ບໍ່​ມີ​ລູກ​ຊາຍ​ທີ່​ຈະ​ໃຫ້​ລະນຶກ​ເຖິງ​ຊື່​ຂອງ​ຂ້ອຍ​ອີກ​ຕໍ່​ໄປ.”+ ລາວ​ຕັ້ງ​ຊື່​ເສົາ​ນັ້ນ​ຕາມ​ຊື່​ຂອງ​ລາວ. ເສົາ​ນັ້ນ​ຊື່​ວ່າ​ອະນຸສາວະລີ​ຂອງ​ອັບຊາໂລມ​ຈົນ​ຮອດ​ທຸກ​ມື້​ນີ້.

19 ອາຮີມາອາດ+ລູກ​ຊາຍ​ຂອງ​ຊາໂດກ​ເວົ້າ​ວ່າ: “ຂໍ​ໃຫ້​ຂ້ອຍ​ແລ່ນ​ໄປ​ບອກ​ກະສັດ​ໃຫ້​ຮູ້​ເລື່ອງ​ນີ້ ຍ້ອນ​ພະ​ເຢໂຫວາ​ໄດ້​ໃຫ້​ຄວາມ​ຍຸຕິທຳ​ກັບ​ກະສັດ​ໂດຍ​ຊ່ວຍ​ລາວ​ໃຫ້​ລອດ​ຈາກ​ພວກ​ສັດຕູ.”+ 20 ແຕ່​ໂຢອາບ​ບອກ​ລາວ​ວ່າ: “ມື້​ນີ້​ເຈົ້າ​ບໍ່​ຕ້ອງ​ໄປ​ບອກ​ກະສັດ ມື້​ໜ້າ​ຈຶ່ງ​ໄປ​ບອກ ເພາະ​ລູກ​ຊາຍ​ຂອງ​ກະສັດ​ຫາ​ກໍ​ຕາຍ.”+ 21 ແລ້ວ​ໂຢອາບ​ບອກ​ຄົນ​ກູເຊ+ຜູ້​ໜຶ່ງ​ວ່າ: “ໃຫ້​ໄປ​ບອກ​ກະສັດ​ຕາມ​ທີ່​ເຈົ້າ​ເຫັນ.” ຄົນ​ກູເຊ​ຜູ້​ນັ້ນ​ກົ້ມ​ຫົວ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຕໍ່​ໂຢອາບ ແລ້ວ​ລາວ​ກໍ​ແລ່ນ​ໄປ. 22 ອາຮີມາອາດ​ລູກ​ຊາຍ​ຂອງ​ຊາໂດກ​ຈຶ່ງ​ເວົ້າ​ກັບ​ໂຢອາບ​ອີກ​ເທື່ອ​ໜຶ່ງ​ວ່າ: “ຈັ່ງ​ໃດ​ກະ​ຢ່າ ຂ້ອຍ​ຂໍ​ແລ່ນ​ໄປ​ນຳ​ຫຼັງ​ຄົນ​ກູເຊ​ເດີ້.” ແຕ່​ໂຢອາບ​ບອກ​ວ່າ: “ເຈົ້າ​ຊິ​ແລ່ນ​ໄປ​ເຮັດ​ຫຍັງ? ເພາະ​ເຈົ້າ​ບໍ່​ມີ​ຂ່າວ​ຫຍັງ​ຊິ​ໄປ​ບອກ.” 23 ແຕ່​ອາຮີມາອາດ​ກໍ​ຍັງ​ເວົ້າ​ວ່າ: “ຈັ່ງ​ໃດ​ກະ​ຢ່າ ຂ້ອຍ​ຂໍ​ແລ່ນ​ໄປ​ເດີ້.” ໂຢອາບ​ຈຶ່ງ​ບອກ​ລາວ​ວ່າ: “ກະ​ໄດ້.” ອາຮີມາອາດ​ຈຶ່ງ​ແລ່ນ​ໄປ​ຕາມ​ທາງ​ທີ່​ຜ່ານ​ເຂດ​ແມ່​ນ້ຳ​ຈໍແດນ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ແລ່ນ​ແຊງ​ໜ້າ​ຄົນ​ກູເຊ.

24 ຕອນ​ນັ້ນ ດາວິດ​ນັ່ງ​ຢູ່​ລະຫວ່າງ​ປະຕູ​ເມືອງ​ຊັ້ນ​ນອກ​ແລະ​ຊັ້ນ​ໃນ.+ ທະຫານ​ຍາມ​+ໄດ້​ຂຶ້ນ​ໄປ​ເທິງ​ຫຼັງຄາ​ປະຕູ​ເມືອງ​ທີ່​ຢູ່​ຕິດ​ກັບ​ກຳແພງ ແລ້ວ​ລາວ​ກໍ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ. 25 ທະຫານ​ຍາມ​ຈຶ່ງ​ຮ້ອງ​ບອກ​ກະສັດ​ດາວິດ. ກະສັດ​ເວົ້າ​ວ່າ: “ຖ້າ​ລາວ​ມາ​ຄົນ​ດຽວ ລາວ​ຕ້ອງ​ມີ​ຂ່າວ​ມາ​ບອກ.” 26 ເມື່ອ​ລາວ​ແລ່ນ​ມາ​ໃກ້​ໆ​ ທະຫານ​ຍາມ​ກໍ​ເຫັນ​ຜູ້​ຊາຍ​ອີກ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ. ທະຫານ​ຍາມ​ຈຶ່ງ​ຮ້ອງ​ບອກ​ຄົນ​ເຝົ້າ​ປະຕູ​ວ່າ: “ມີ​ຜູ້​ຊາຍ​ອີກ​ຄົນ​ໜຶ່ງ​ກຳລັງ​ແລ່ນ​ມາ.” ກະສັດ​ເວົ້າ​ວ່າ: “ຜູ້​ນີ້​ກໍ​ມີ​ຂ່າວ​ມາ​ບອກ​ຄື​ກັນ.” 27 ທະຫານ​ຍາມ​ເວົ້າ​ວ່າ: “ຜູ້​ທຳອິດ​ທີ່​ຂ້ອຍ​ເຫັນ​ແລ່ນ​ມາ ຄື​ກັບ​ອາຮີມາອາດ+ລູກ​ຊາຍ​ຂອງ​ຊາໂດກ.” ກະສັດ​ຈຶ່ງ​ເວົ້າ​ວ່າ: “ລາວ​ເປັນ​ຄົນ​ດີ ລາວ​ຕ້ອງ​ເອົາ​ຂ່າວ​ດີ​ມາ​ບອກ.” 28 ອາຮີມາອາດ​ຮ້ອງ​ບອກ​ກະສັດ​ວ່າ: “ຂ້ອຍ​ມີ​ຂ່າວ​ດີ​ມາ​ບອກ.” ແລ້ວ​ລາວ​ກໍ​ເຂົ້າ​ມາ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຕໍ່​ກະສັດ​ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ​ໄດ້​ຮັບ​ການ​ສັນລະເສີນ. ເພິ່ນ​ເຮັດ​ໃຫ້​ຜູ້​ທີ່​ຕໍ່ຕ້ານ​ທ່ານ​ຍອມ​ແພ້​ແລ້ວ!”+

29 ແຕ່​ກະສັດ​ຖາມ​ວ່າ: “ອັບຊາໂລມ​ລູກ​ຂອງ​ຂ້ອຍ​ບໍ່​ເປັນ​ຫຍັງ​ແມ່ນ​ບໍ?” ອາຮີມາອາດ​ຕອບ​ວ່າ: “ຕອນ​ທີ່​ໂຢອາບ​ສົ່ງ​ຂ້ອຍ​ກັບ​ຄົນ​ຮັບ​ໃຊ້​ອີກ​ຜູ້​ໜຶ່ງ​ຂອງ​ທ່ານ​ມາ​ນີ້ ຂ້ອຍ​ເຫັນ​ມີ​ຄວາມ​ວຸ່ນວາຍ​ຫຼາຍ ແຕ່​ຂ້ອຍ​ບໍ່​ຮູ້​ວ່າ​ແມ່ນ​ເລື່ອງ​ຫຍັງ.”+ 30 ກະສັດ​ຈຶ່ງ​ບອກ​ວ່າ: “ຫຍັບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພີ້.” ອາຮີມາອາດ​ກໍ​ໄປ​ຢືນ​ຢູ່​ທາງ​ຂ້າງ.

31 ແລ້ວ​ຄົນ​ກູເຊ​ກໍ​ມາ​ຮອດ​+ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ຟັງ​ຂ່າວ​ນີ້. ມື້​ນີ້​ພະ​ເຢໂຫວາ​ໄດ້​ໃຫ້​ຄວາມຍຸຕິທຳ​ກັບ​ທ່ານ ໂດຍ​ຊ່ວຍ​ທ່ານ​ໃຫ້​ລອດ​ຈາກ​ພວກ​ທີ່​ຕໍ່ຕ້ານ​ທ່ານ.”+ 32 ແຕ່​ກະສັດ​ຖາມ​ຄົນ​ກູເຊ​ວ່າ: “ອັບຊາໂລມ​ລູກ​ຂອງ​ຂ້ອຍ​ບໍ່​ເປັນ​ຫຍັງ​ແມ່ນ​ບໍ?” ຄົນ​ກູເຊ​ຕອບ​ວ່າ: “ຂໍ​ໃຫ້​ສັດຕູ​ທັງ​ໝົດ​ຂອງ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ລວມ​ທັງ​ທຸກ​ຄົນ​ທີ່​ຕໍ່ຕ້ານ​ທ່ານ​ຕາຍ​ຄື​ກັບ​ອັບຊາໂລມ!”+

33 ກະສັດ​ດາວິດ​ໂສກເສົ້າ​ເສຍໃຈ​ຫຼາຍ. ລາວ​ຂຶ້ນ​ໄປ​ຫ້ອງ​ທີ່​ຢູ່​ເທິງ​ປະຕູ​ເມືອງ. ຕອນ​ທີ່​ຍ່າງ​ໄປ​ນັ້ນ ລາວ​ທັງ​ໄຫ້​ທັງ​ເວົ້າ​ວ່າ: “ອັບຊາໂລມ​ລູກ​ເອີ້ຍ ອັບຊາໂລມ​ລູກ​ຂອງ​ພໍ່! ຖ້າ​ເຮັດ​ໄດ້​ພໍ່​ຢາກຕາຍແທນ​ລູກ. ອັບຊາໂລມ​ເອີ້ຍ ລູກ​ຂອງ​ພໍ່!”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌