ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • “ບາບີໂລນ​ໃຫຍ່” ຫຼົ້ມຈົມ (1-8)

        • “ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້” (4)

      • ຮ້ອງໄຫ້​ເສຍໃຈ​ຍ້ອນ​ບາບີໂລນ​ຫຼົ້ມຈົມ (9-19)

      • ສະຫວັນ​ດີໃຈ​ຍ້ອນ​ບາບີໂລນ​ຫຼົ້ມຈົມ (20)

      • ບາບີໂລນ​ຖືກ​ຖິ້ມ​ລົງ​ໃນ​ທະເລ​ຄື​ກັບ​ຫີນ​ໂມ້​ໜ່ວຍ​ໃຫຍ່ (21-24)

ພະນິມິດ 18:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ນ້ຳໃຈ; ຄຳເວົ້າ​ທີ່​ເກີດ​ຈາກ​ການ​ດົນໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 21:9; ຢຣມ 51:8; ພນມ 14:8
  • +ອຊຢ 13:21; ຢຣມ 50:39

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 58

ພະນິມິດ 18:3

ໄຂເງື່ອນ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

  • *

    ຫຼື “ພໍ່​ຄ້າ​ເດີນທາງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:7
  • +ພນມ 17:1, 2

ພະນິມິດ 18:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 48:20; 52:11; ຢຣມ 50:8
  • +ຢຣມ 51:6, 45; 2ກຣ 6:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 13

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 16-17

ພະນິມິດ 18:5

ໄຂເງື່ອນ

  • *

    ຫຼື “ການ​ຂ້າ​ຄົນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:9
  • +ພນມ 16:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 13

ພະນິມິດ 18:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:29; 2ທຊ 1:6
  • +ພສ 137:8; ຢຣມ 50:15
  • +ພສ 75:8
  • +ພນມ 16:19

ພະນິມິດ 18:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 47:7-9

ພະນິມິດ 18:8

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 21:9
  • +ຢຣມ 50:34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 13

ພະນິມິດ 18:9

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ພະນິມິດ 18:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 4:30

ພະນິມິດ 18:13

ໄຂເງື່ອນ

  • *

    ຕົ້ນໄມ້​ຊະນິດ​ໜຶ່ງ​ທີ່​ເປືອກ​ມີ​ກິ່ນ​ຫອມ​ແລະ​ໃຊ້​ແຕ່ງ​ກິນ​ໄດ້

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ພະນິມິດ 18:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 17:4

ພະນິມິດ 18:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 47:11

ພະນິມິດ 18:20

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:48
  • +ພນມ 14:12
  • +ພບຍ 32:43; ຣມ 12:19; ພນມ 6:9, 10; 19:1, 2

ພະນິມິດ 18:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:63, 64

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 13

ພະນິມິດ 18:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 47:9; ຄລຕ 5:19, 20

ພະນິມິດ 18:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 6:9, 10; 16:5, 6
  • +ປຖກ 9:6; ຢຣມ 51:49

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 18:2ອຊຢ 21:9; ຢຣມ 51:8; ພນມ 14:8
ພນມ. 18:2ອຊຢ 13:21; ຢຣມ 50:39
ພນມ. 18:3ຢຣມ 51:7
ພນມ. 18:3ພນມ 17:1, 2
ພນມ. 18:4ອຊຢ 48:20; 52:11; ຢຣມ 50:8
ພນມ. 18:4ຢຣມ 51:6, 45; 2ກຣ 6:17
ພນມ. 18:5ຢຣມ 51:9
ພນມ. 18:5ພນມ 16:19
ພນມ. 18:6ຢຣມ 50:29; 2ທຊ 1:6
ພນມ. 18:6ພສ 137:8; ຢຣມ 50:15
ພນມ. 18:6ພສ 75:8
ພນມ. 18:6ພນມ 16:19
ພນມ. 18:7ອຊຢ 47:7-9
ພນມ. 18:8ລລວ 21:9
ພນມ. 18:8ຢຣມ 50:34
ພນມ. 18:10ດນອ 4:30
ພນມ. 18:16ພນມ 17:4
ພນມ. 18:19ອຊຢ 47:11
ພນມ. 18:20ຢຣມ 51:48
ພນມ. 18:20ພນມ 14:12
ພນມ. 18:20ພບຍ 32:43; ຣມ 12:19; ພນມ 6:9, 10; 19:1, 2
ພນມ. 18:21ຢຣມ 51:63, 64
ພນມ. 18:23ອຊຢ 47:9; ຄລຕ 5:19, 20
ພນມ. 18:24ພນມ 6:9, 10; 16:5, 6
ພນມ. 18:24ປຖກ 9:6; ຢຣມ 51:49
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 18:1-24

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

18 ຫຼັງ​ຈາກ​ນັ້ນ ຂ້ອຍ​ເຫັນ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ແລະ​ແສງ​ລັດສະໝີ​ຂອງ​ເພິ່ນ​ເຮັດ​ໃຫ້​ໂລກ​ແຈ້ງ​ສະຫວ່າງ. 2 ເພິ່ນ​ປະກາດ​ສຽງ​ດັງ​ວ່າ: “ເມືອງ​ນີ້​ຫຼົ້ມຈົມ​ແລ້ວ! ບາບີໂລນ​ໃຫຍ່​ຫຼົ້ມຈົມ​ແລ້ວ!+ ເມືອງ​ນີ້​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ພວກ​ປີສາດ​ແລະ​ມີ​ອາກາດ*​ທີ່​ເປັນ​ພິດ​ທຸກ​ຢ່າງ. ເມືອງ​ນີ້​ເປັນ​ບ່ອນ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ຖື​ວ່າ​ບໍ່​ສະອາດ​ແລະ​ເປັນ​ຕາ​ຂີ້​ດຽດ.+ 3 ເຫຼົ້າແວງ​ຂອງ​ລາວ​ເຊິ່ງ​ແມ່ນ​ຄວາມ​ຕ້ອງການ​ຢາກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ເຮັດ​ໃຫ້​ທຸກ​ປະເທດ​ຕົກ​ເປັນ​ເຫຍື່ອ.+ ພວກ​ກະສັດ​ໃນ​ໂລກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ລາວ+ ແລະ​ພວກ​ພໍ່ຄ້າ*​ໃນ​ໂລກ​ກໍ​ຮັ່ງ​ຍ້ອນ​ຄວາມ​ຫຼູຫຼາ​ຟຸມເຟືອຍ​ຂອງ​ລາວ.”

4 ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ອີກ​ສຽງ​ໜຶ່ງ​ຈາກ​ສະຫວັນ​ເວົ້າ​ວ່າ: “ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຕ້ອງ​ອອກ​ຈາກ​ເມືອງ​ນີ້+ ຖ້າ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ຜິດ​ຂອງ​ເມືອງ​ນີ້​ແລະ​ຮັບ​ໄພພິບັດ​ພ້ອມ​ກັບ​ເມືອງ​ນີ້.+ 5 ຄວາມ​ຜິດ​ຂອງ​ເມືອງ​ນີ້​ກອງ​ສູງ​ຮອດ​ສະຫວັນ​ແລ້ວ+ ແລະ​ພະເຈົ້າ​ບໍ່​ລືມ​ຄວາມ​ຊົ່ວ*​ຂອງ​ເມືອງ​ນີ້.+ 6 ເມືອງ​ນີ້​ເຄີຍ​ເຮັດ​ຕໍ່​ຄົນ​ອື່ນ​ແນວ​ໃດ ກໍ​ໃຫ້​ເຮັດ​ຕໍ່​ເມືອງ​ນີ້​ແບບ​ນັ້ນ+ ແລະ​ໃຫ້​ເຮັດ​ຄືນ​ຕໍ່​ລາວ​ໜັກ​ເປັນ 2 ເທົ່າ.+ ເມືອງ​ນີ້​ເຄີຍ​ປະສົມ​ຫຍັງ​ໃສ່​ໃນ​ຈອກ+​ໃຫ້​ຄົນ​ອື່ນ​ກິນ ກໍ​ໃຫ້​ປະສົມ​ສິ່ງ​ນັ້ນ​ໃຫ້​ລາວ​ເປັນ 2 ເທົ່າ.+ 7 ລາວ​ເຄີຍ​ຍົກຍ້ອງ​ໃຫ້​ກຽດ​ໂຕເອງ​ແລະ​ໃຊ້​ຊີວິດ​ຫຼູຫຼາ​ຟຸມເຟືອຍ​ຫຼາຍ​ສ່ຳ​ໃດ ກໍ​ໃຫ້​ທໍລະມານ​ລາວ​ແລະ​ເຮັດ​ໃຫ້​ລາວ​ໂສກເສົ້າ​ຫຼາຍ​ສ່ຳ​ນັ້ນ ຍ້ອນ​ລາວ​ຄິດ​ໃນ​ໃຈ​ເລື້ອຍ​ໆ​ວ່າ ‘ຂ້ອຍ​ເປັນ​ຮອດ​ລາຊີນີ ບໍ່​ແມ່ນ​ແມ່ໝ້າຍ ບໍ່​ມີ​ທາງ​ດອກ​ທີ່​ຂ້ອຍ​ຈະ​ໂສກເສົ້າ​ເສຍໃຈ.’+ 8 ຍ້ອນ​ແນວ​ນັ້ນ ໄພພິບັດ​ຈະ​ເກີດຂຶ້ນ​ກັບ​ເມືອງ​ນີ້​ໃນ​ມື້​ດຽວ ເຊິ່ງ​ແມ່ນ​ຄວາມ​ຕາຍ ຄວາມ​ໂສກເສົ້າ ຄວາມ​ອຶດຢາກ. ເມືອງ​ນີ້​ຈະ​ຖືກ​ຈູດ​ຈົນ​ບໍ່​ເຫຼືອ​ຊາກ+ ຍ້ອນ​ພະ​ເຢໂຫວາ*​ພະເຈົ້າ​ຜູ້​ຕັດສິນ​ເມືອງ​ນີ້​ເປັນ​ຜູ້​ທີ່​ມີ​ພະລັງ​ອຳນາດ.+

9 ເມື່ອ​ເຫັນ​ຄວັນ​ໄຟ​ທີ່​ຈູດ​ລາວ ກະສັດ​ຂອງ​ໂລກ​ທີ່​ເຄີຍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*​ກັບ​ເມືອງ​ນີ້​ແລະ​ໃຊ້​ຊີວິດ​ແບບ​ຫຼູຫຼາ​ຟຸມເຟືອຍ​ນຳ​ກັນ​ກັບ​ລາວ​ກໍ​ຈະ​ຮ້ອງໄຫ້​ເສຍໃຈ​ຍ້ອນ​ລາວ. 10 ເຂົາເຈົ້າ​ຈະ​ຢືນ​ຢູ່​ໄກ​ໆ​ຍ້ອນ​ຢ້ານ​ຖືກ​ທໍລະມານ​ຄື​ກັບ​ລາວ ແລະ​ຈະ​ເວົ້າ​ວ່າ ‘ເສຍດາຍ​ເດ້ ເສຍດາຍ​ເດ້ ບາບີໂລນ​ເມືອງ​ທີ່​ໃຫຍ່+​ແລະ​ແຂງແຮງ​ເອີ້ຍ ເຈົ້າ​ຖືກ​ຕັດສິນ​ລົງໂທດ​ພາຍ​ໃນ​ຊົ່ວໂມງ​ດຽວ!’

11 ພວກ​ພໍ່ຄ້າ​ໃນ​ໂລກ​ກໍ​ຮ້ອງໄຫ້​ເສຍໃຈ​ຍ້ອນ​ເມືອງ​ນີ້ ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ມາ​ຊື້​ສິນຄ້າ​ຂອງ​ເຂົາເຈົ້າ​ອີກ​ແລ້ວ 12 ທັງ​ຄຳ ເງິນ ເພັດ​ພອຍ ໄຂ່​ມຸກ ຜ້າ​ລີນິນ​ເນື້ອ​ດີ ຜ້າສີ​ມ່ວງ ຜ້າ​ໄໝ ຜ້າ​ສີ​ແດງ​ສົດ ສິ່ງ​ຂອງ​ທຸກ​ຢ່າງ​ທີ່​ເຮັດ​ຈາກ​ໄມ້​ຫອມ ສິ່ງ​ຂອງ​ທຸກ​ຊະນິດ​ທີ່​ເຮັດ​ຈາກ​ງາຊ້າງ ຈາກ​ໄມ້​ລາຄາ​ແພງ ທອງແດງ ເຫຼັກ ແລະ​ຫີນ​ອ່ອນ 13 ແລະ​ຍັງ​ມີ​ອົບເຊີຍ* ເຄື່ອງ​ເທດ​ຈາກ​ອິນເດຍ ເຄື່ອງຫອມ ນ້ຳມັນ​ຫອມ ກຳຍານ* ເຫຼົ້າແວງ ນ້ຳມັນ​ໝາກກອກ ແປ້ງ​ລະອຽດ ເຂົ້າ​ວີດ* ງົວ ແກະ ມ້າ ລົດ​ມ້າ ທາດ ແລະ​ຄົນ​ນຳ​ອີກ. 14 ໝາກ​ໄມ້​ດີ​ໆ​ທີ່​ເມືອງ​ນີ້​ຫຼົງໄຫຼ​ສູນຫາຍ​ໄປ​ໝົດ​ແລ້ວ. ອາຫານ​ຊັ້ນ​ເລີດ​ກັບ​ສິ່ງ​ຂອງ​ຫຼູຫຼາ​ທັງໝົດ​ກໍສູນຫາຍ​ໄປ ແລະ​ເມືອງ​ນີ້​ຈະ​ບໍ່​ໄດ້​ເຫັນ​ສິ່ງ​ເຫຼົ່າ​ນັ້ນ​ອີກ​ເລີຍ.

15 ພວກ​ພໍ່ຄ້າ​ທີ່​ຂາຍ​ສິ່ງ​ຂອງ​ເຫຼົ່າ​ນັ້ນ​ແລະ​ກາຍ​ເປັນ​ຄົນ​ຮັ່ງ​ຍ້ອນ​ເມືອງ​ນີ້ ເຂົາເຈົ້າ​ຈະ​ຢືນ​ຢູ່​ໄກ​ໆ​ຍ້ອນ​ຢ້ານ​ຈະ​ຖືກ​ທໍລະມານ​ຄື​ກັບ​ເມືອງ​ນີ້. ເຂົາເຈົ້າ​ຈະ​ຮ້ອງໄຫ້​ເສຍໃຈ 16 ແລະ​ເວົ້າ​ວ່າ ‘ເສຍດາຍ​ເດ້ ເສຍດາຍ​ເດ້ ເມືອງ​ໃຫຍ່​ທີ່​ປະດັບ​ດ້ວຍ​ຜ້າ​ລີນິນ​ເນື້ອ​ດີ ຜ້າສີ​ມ່ວງ ຜ້າ​ສີ​ແດງ​ສົດ ແລະ​ຕົກແຕ່ງ​ຫຼູຫຼາ​ດ້ວຍ​ຄຳ ເພັດ​ພອຍ ແລະ​ໄຂ່​ມຸກ.+ 17 ພາຍ​ໃນ​ຊົ່ວໂມງ​ດຽວ ຊັບ​ສົມບັດ​ບັກ​ຫຼາຍ​ໆ​ນັ້ນ​ກໍ​ຖືກ​ທຳລາຍ​ຈົນ​ໝົດ!’

ກັບຕັນ​ເຮືອ​ທຸກ​ຄົນ ຄົນ​ທີ່​ມີ​ອາຊີບ​ແລ່ນ​ເຮືອ​ທຸກ​ຄົນ ພວກ​ລູກ​ເຮືອ ແລະ​ຄົນ​ທີ່​ຫາ​ກິນ​ກັບ​ທະເລ​ທຸກ​ຄົນ​ກໍ​ຢືນ​ຢູ່​ໄກ​ໆ​. 18 ເຂົາເຈົ້າ​ແນມ​ເບິ່ງ​ຄວັນ​ໄຟ​ທີ່​ຈູດ​ເມືອງ​ນີ້​ແລະ​ຮ້ອງ​ວ່າ ‘ຊິ​ມີ​ເມືອງ​ໃດ​ເປັນ​ຄື​ກັບ​ເມືອງ​ໃຫຍ່​ນີ້?’ 19 ເຂົາເຈົ້າ​ເອົາ​ຂີ້ຝຸ່ນ​ໂພະ​ໃສ່​ຫົວ​ໂຕເອງ​ພ້ອມ​ທັງ​ຮ້ອງໄຫ້​ເສຍໃຈ​ແລະ​ເວົ້າ​ວ່າ ‘ເສຍດາຍ​ເດ້ ເສຍດາຍ​ເດ້ ເມືອງ​ທີ່​ໃຫຍ່​ແລະ​ຮັ່ງ! ເມືອງ​ນີ້​ເຮັດ​ໃຫ້​ເຈົ້າ​ຂອງ​ເຮືອ​ເດີນ​ທະເລ​ຮັ່ງ ແຕ່​ພາຍ​ໃນ​ຊົ່ວໂມງ​ດຽວ ເມືອງ​ນີ້​ກໍ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຊາກ.’+

20 ສະຫວັນ+ ລວມ​ທັງ​ພວກ​ຜູ້​ບໍລິສຸດ+ ພວກ​ອັກຄະ​ສາວົກ* ແລະ​ພວກ​ຜູ້​ພະຍາກອນ ຂໍ​ໃຫ້​ດີໃຈ​ທີ່​ເມືອງ​ນີ້​ຖືກ​ທຳລາຍ ຍ້ອນ​ພະເຈົ້າ​ຕັດສິນ​ລົງໂທດ​ເມືອງ​ນີ້​ເພື່ອ​ພວກ​ເຈົ້າ​ແລ້ວ!”+

21 ແລ້ວ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ມີ​ພະລັງ​ອຳນາດ​ກໍ​ຍົກ​ຫີນ​ກ້ອນ​ໜຶ່ງ​ທີ່​ຄື​ກັບ​ຫີນ​ໂມ້​ໜ່ວຍ​ໃຫຍ່​ຖິ້ມ​ລົງ​ທະເລ​ແລະ​ເວົ້າ​ວ່າ: “ບາບີໂລນ​ເມືອງ​ໃຫຍ່​ຈະ​ຖືກ​ຖິ້ມ​ລົງ​ໄວ​ໆ​ແບບ​ນີ້​ແຫຼະ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ເຫັນ​ເມືອງ​ນີ້​ອີກ​ເລີຍ.+ 22 ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ຄົນ​ຮ້ອງ​ເພງ​ປະສານ​ກັບ​ສຽງ​ພິນ ຄົນ​ຫຼິ້ນ​ດົນຕີ ຄົນ​ເປົ່າ​ຂຸ່ຍ ແລະ​ຄົນ​ເປົ່າ​ແກ​ໃນ​ເມືອງ​ນີ້​ອີກ. ຈະ​ບໍ່​ມີ​ໃຜ​ໄດ້​ເຫັນ​ຊ່າງ​ທີ່​ເກັ່ງ​ເລື່ອງ​ສີ​ໄມ້​ລາຍ​ມື​ບໍ່​ວ່າ​ປະເພດ​ໃດ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ຫີນ​ໂມ້​ໃນ​ເມືອງ​ນີ້​ອີກ​ເລີຍ. 23 ຈະ​ບໍ່​ມີ​ແສງ​ຕະກຽງ​ສ່ອງ​ແສງ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ເຈົ້າບ່າວ​ເຈົ້າສາວ​ໃນ​ເມືອງ​ນີ້​ອີກ​ເລີຍ. ພວກ​ພໍ່ຄ້າ​ຂອງ​ເມືອງ​ນີ້​ເຄີຍ​ເປັນ​ຄົນ​ສຳຄັນ​ໃນ​ໂລກ ແລະ​ປະເທດ​ຕ່າງ​ໆ​ກໍ​ຖືກ​ຫຼອກລວງ​ຍ້ອນ​ການ​ຫຼິ້ນ​ໄສຍະສາດ+​ຂອງ​ເມືອງ​ນີ້. 24 ໃນ​ເມືອງ​ນີ້​ມີ​ເລືອດ​ຂອງ​ພວກ​ຜູ້​ພະຍາກອນ ເລືອດ​ຂອງ​ພວກ​ຜູ້​ບໍລິສຸດ+ ແລະ​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ໃນ​ໂລກ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌