ຂ່າວດີທີ່ຂຽນໂດຍໂຢຮັນ
8 12 ພະເຢຊູເວົ້າກັບພວກຢິວອີກວ່າ: “ຂ້ອຍເປັນຄວາມສະຫວ່າງໃຫ້ໂລກ.+ ຄົນທີ່ຕິດຕາມຂ້ອຍຈະບໍ່ຍ່າງຢູ່ໃນຄວາມມືດ ແຕ່ຈະໄດ້ຮັບຄວາມສະຫວ່າງ+ທີ່ພາໄປເຖິງຊີວິດ.” 13 ພວກຟາຣີຊາຍບອກເພິ່ນວ່າ: “ເຈົ້າເປັນພະຍານໃຫ້ໂຕເອງ. ຄຳເວົ້າຂອງເຈົ້າເຊື່ອຖືບໍ່ໄດ້ດອກ.” 14 ພະເຢຊູຈຶ່ງບອກເຂົາເຈົ້າວ່າ: “ເຖິງຂ້ອຍຈະເປັນພະຍານໃຫ້ໂຕເອງ ແຕ່ສິ່ງທີ່ຂ້ອຍເວົ້າເປັນຄວາມຈິງຍ້ອນຂ້ອຍຮູ້ວ່າຂ້ອຍມາແຕ່ໃສແລະກຳລັງຈະໄປໃສ+ ແຕ່ພວກເຈົ້າບໍ່ຮູ້ວ່າຂ້ອຍມາແຕ່ໃສແລະກຳລັງຈະໄປໃສ. 15 ພວກເຈົ້າຕັດສິນຕາມຄວາມຄິດຂອງມະນຸດ+ ສ່ວນຂ້ອຍບໍ່ຕັດສິນຜູ້ໃດເລີຍ. 16 ເຖິງຂ້ອຍຈະຕັດສິນ ຂ້ອຍກໍຕັດສິນຕາມຄວາມຈິງ ຍ້ອນຂ້ອຍບໍ່ໄດ້ຕັດສິນດ້ວຍໂຕເອງ ແຕ່ຕັດສິນນຳກັນກັບພໍ່ຂອງຂ້ອຍທີ່ໃຊ້ຂ້ອຍມາ.+ 17 ໃນກົດໝາຍຂອງພວກເຈົ້າກໍຂຽນໄວ້ວ່າ ‘ພະຍານ 2 ປາກກໍເຊື່ອຖືໄດ້.’+ 18 ຂ້ອຍເປັນພະຍານໃຫ້ໂຕເອງ ແລະພໍ່ທີ່ໃຊ້ຂ້ອຍມາກໍເປັນພະຍານໃຫ້ຂ້ອຍຄືກັນ.”+ 19 ເຂົາເຈົ້າຖາມເພິ່ນວ່າ: “ພໍ່ຂອງເຈົ້າຢູ່ໃສ?” ພະເຢຊູຕອບວ່າ: “ພວກເຈົ້າບໍ່ຮູ້ຈັກຂ້ອຍກັບພໍ່ຂອງຂ້ອຍດອກ.+ ຖ້າພວກເຈົ້າຮູ້ຈັກຂ້ອຍ ພວກເຈົ້າຄືຊິຮູ້ຈັກພໍ່ຂອງຂ້ອຍນຳ.”+ 20 ເພິ່ນເວົ້າເລື່ອງທັງໝົດຕອນທີ່ສອນຢູ່ວິຫານໃກ້ກັບກ່ອງບໍລິຈາກ+ ແຕ່ບໍ່ມີໃຜຈັບເພິ່ນຍ້ອນຍັງບໍ່ຮອດເວລາຂອງເພິ່ນ.+
21 ພະເຢຊູບອກເຂົາເຈົ້າອີກເທື່ອໜຶ່ງວ່າ: “ຂ້ອຍກຳລັງຈະໄປແລະພວກເຈົ້າຈະຊອກຫາຂ້ອຍ ແລະພວກເຈົ້າຈະຕາຍຕອນທີ່ຍັງມີບາບ.+ ບ່ອນທີ່ຂ້ອຍຈະໄປນັ້ນ ພວກເຈົ້າໄປບໍ່ໄດ້.”+ 22 ພວກຢິວຈຶ່ງພາກັນເວົ້າວ່າ: “ລາວຈະຂ້າໂຕຕາຍບໍ? ລາວຈຶ່ງເວົ້າວ່າ ‘ບ່ອນທີ່ຂ້ອຍຈະໄປນັ້ນ ພວກເຈົ້າໄປບໍ່ໄດ້.’” 23 ພະເຢຊູບອກເຂົາເຈົ້າອີກວ່າ: “ພວກເຈົ້າມາຈາກທາງລຸ່ມ ສ່ວນຂ້ອຍມາຈາກທາງເທິງ.+ ພວກເຈົ້າມາຈາກໂລກນີ້ ສ່ວນຂ້ອຍບໍ່ໄດ້ມາຈາກໂລກນີ້. 24 ຂ້ອຍຈຶ່ງບອກພວກເຈົ້າໄດ້ວ່າ ພວກເຈົ້າຈະຕາຍຕອນທີ່ຍັງມີບາບ ເພາະຖ້າພວກເຈົ້າບໍ່ເຊື່ອວ່າຂ້ອຍແມ່ນຜູ້ນັ້ນ ພວກເຈົ້າຈະຕາຍຕອນທີ່ຍັງມີບາບ.” 25 ເຂົາເຈົ້າຈຶ່ງຖາມເພິ່ນວ່າ: “ແລ້ວເຈົ້າແມ່ນໃຜ?” ພະເຢຊູເວົ້າວ່າ: “ເປັນຫຍັງຂ້ອຍຕ້ອງພະຍາຍາມອະທິບາຍ ທັງໆທີ່ພວກເຈົ້າບໍ່ຍອມເຂົ້າໃຈ? 26 ຂ້ອຍມີຫຼາຍເລື່ອງທີ່ຈະຕ້ອງເວົ້າກັບພວກເຈົ້າແລະຈະຕ້ອງຕັດສິນ. ທີ່ຈິງ ຜູ້ທີ່ໃຊ້ຂ້ອຍມາກໍເວົ້າຄວາມຈິງສະເໝີ ແລະຂ້ອຍບອກໃຫ້ໂລກຮູ້ທຸກສິ່ງຕາມທີ່ຂ້ອຍໄດ້ຍິນຈາກເພິ່ນ.”+ 27 ແຕ່ເຂົາເຈົ້າບໍ່ເຂົ້າໃຈວ່າພະເຢຊູກຳລັງເວົ້າກັບເຂົາເຈົ້າເລື່ອງພະເຈົ້າຜູ້ເປັນພໍ່. 28 ພະເຢຊູຈຶ່ງເວົ້າວ່າ: “ເມື່ອພວກເຈົ້າຍົກລູກມະນຸດຂຶ້ນແຂວນໄວ້+ ພວກເຈົ້າຈະຮູ້ວ່າຂ້ອຍແມ່ນຜູ້ນັ້ນ+ ແລະຮູ້ອີກວ່າຂ້ອຍບໍ່ໄດ້ເຮັດຫຍັງຕາມໃຈໂຕເອງ+ ແຕ່ຂ້ອຍເວົ້າຕາມທີ່ພໍ່ໄດ້ສອນຂ້ອຍ. 29 ຜູ້ທີ່ໃຊ້ຂ້ອຍມານັ້ນຢູ່ນຳຂ້ອຍ. ເພິ່ນບໍ່ປະຂ້ອຍໄວ້ໃຫ້ຢູ່ຄົນດຽວ ຍ້ອນຂ້ອຍເຮັດສິ່ງທີ່ເພິ່ນພໍໃຈສະເໝີ.”+ 30 ເມື່ອພະເຢຊູເວົ້າແບບນີ້ ກໍມີຫຼາຍຄົນເຊື່ອໃນເພິ່ນ.
31 ແລ້ວພະເຢຊູກໍເວົ້າກັບຄົນຢິວທີ່ເຊື່ອໃນເພິ່ນວ່າ: “ຖ້າພວກເຈົ້າເຮັດຕາມທີ່ຂ້ອຍສອນສະເໝີ ພວກເຈົ້າກໍເປັນລູກສິດຂອງຂ້ອຍແທ້ໆ 32 ແລ້ວພວກເຈົ້າຈະຮູ້ຈັກຄວາມຈິງ+ ແລະຄວາມຈິງຈະເຮັດໃຫ້ພວກເຈົ້າເປັນອິດສະຫຼະ.”+ 33 ແຕ່ບາງຄົນຖາມເພິ່ນວ່າ: “ພວກເຮົາເປັນລູກຫຼານຂອງອັບຣາຮາມແລະບໍ່ເຄີຍເປັນທາດຜູ້ໃດ. ເປັນຫຍັງເຈົ້າຈຶ່ງເວົ້າວ່າພວກເຮົາຈະຖືກປົດປ່ອຍໃຫ້ເປັນອິດສະຫຼະ?” 34 ພະເຢຊູຕອບເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າທຸກຄົນທີ່ເຮັດຜິດກໍເປັນທາດຂອງບາບ.+ 35 ນອກຈາກນັ້ນ ທາດບໍ່ໄດ້ຢູ່ໃນເຮືອນຕະຫຼອດໄປ ແຕ່ລູກໄດ້ຢູ່ຕະຫຼອດໄປ. 36 ດັ່ງນັ້ນ ຖ້າລູກຂອງພະເຈົ້າປົດປ່ອຍພວກເຈົ້າໃຫ້ເປັນອິດສະຫຼະ ພວກເຈົ້າກໍຈະເປັນອິດສະຫຼະແທ້ໆ. 37 ຂ້ອຍຮູ້ວ່າພວກເຈົ້າເປັນລູກຫຼານຂອງອັບຣາຮາມ ແຕ່ພວກເຈົ້າຫາທາງຂ້າຂ້ອຍ ຍ້ອນພວກເຈົ້າບໍ່ຍອມຮັບຄຳສອນຂອງຂ້ອຍ. 38 ຂ້ອຍເວົ້າຕາມສິ່ງທີ່ຂ້ອຍເຫັນຕອນທີ່ຢູ່ກັບພໍ່ຂອງຂ້ອຍ+ ແຕ່ພວກເຈົ້າເຮັດຕາມສິ່ງທີ່ໄດ້ຍິນຈາກພໍ່ຂອງພວກເຈົ້າ.” 39 ເຂົາເຈົ້າເວົ້າວ່າ: “ອັບຣາຮາມເປັນພໍ່ຂອງພວກເຮົາໄດ໋.” ພະເຢຊູບອກເຂົາເຈົ້າວ່າ: “ຖ້າພວກເຈົ້າເປັນລູກຂອງອັບຣາຮາມແທ້ໆ+ ພວກເຈົ້າຄືຊິເຮັດຕາມທີ່ອັບຣາຮາມເຮັດ. 40 ແຕ່ພວກເຈົ້າພັດພະຍາຍາມຈະຂ້າຂ້ອຍ ທັງໆທີ່ຂ້ອຍເອົາຄວາມຈິງທີ່ໄດ້ຍິນຈາກພະເຈົ້າມາບອກພວກເຈົ້າ.+ ອັບຣາຮາມບໍ່ເຮັດແບບນີ້ດອກ. 41 ພວກເຈົ້າເຮັດຕາມທີ່ພໍ່ຂອງພວກເຈົ້າເຮັດ.” ເຂົາເຈົ້າເວົ້າກັບພະເຢຊູວ່າ: “ພວກເຮົາບໍ່ແມ່ນລູກນອກກົດໝາຍ* ພວກເຮົາມີພໍ່ແຕ່ຜູ້ດຽວຄືພະເຈົ້າ.”
42 ພະເຢຊູບອກເຂົາເຈົ້າວ່າ: “ຖ້າພະເຈົ້າເປັນພໍ່ຂອງພວກເຈົ້າແທ້ໆ ພວກເຈົ້າຄືຊິຮັກຂ້ອຍ+ຍ້ອນຂ້ອຍມາຈາກພະເຈົ້າແລະມາຢູ່ນີ້ແລ້ວ. ຂ້ອຍບໍ່ໄດ້ມາເອງ ແຕ່ເພິ່ນໃຊ້ຂ້ອຍມາ.+ 43 ເປັນຫຍັງພວກເຈົ້າບໍ່ເຂົ້າໃຈສິ່ງທີ່ຂ້ອຍເວົ້າ? ກໍຍ້ອນພວກເຈົ້າບໍ່ຍອມຟັງຂ້ອຍ. 44 ພວກເຈົ້າມາຈາກມານຮ້າຍທີ່ເປັນພໍ່ຂອງພວກເຈົ້າ ແລະພວກເຈົ້າຢາກເຮັດຕາມທີ່ພໍ່ຂອງພວກເຈົ້າຕ້ອງການ.+ ມັນເປັນຜູ້ຂ້າຄົນຕັ້ງແຕ່ຕອນເລີ່ມຕົ້ນ+ ແລະມັນບໍ່ໄດ້ຍຶດໝັ້ນໃນຄວາມຈິງ ຍ້ອນມັນບໍ່ມີຄວາມຈິງ. ມັນຂີ້ຕົວະຕາມສັນດານຂອງມັນ ຍ້ອນມັນເປັນຈອມຂີ້ຕົວະແລະເປັນພໍ່ຂອງການຕົວະ.+ 45 ແຕ່ເມື່ອຂ້ອຍເວົ້າຄວາມຈິງ ພວກເຈົ້າພັດບໍ່ເຊື່ອຂ້ອຍ. 46 ໃນພວກເຈົ້າມີຜູ້ໃດບໍທີ່ພິສູດໄດ້ວ່າຂ້ອຍເຮັດຜິດ? ໃນເມື່ອຂ້ອຍເວົ້າຄວາມຈິງ ເປັນຫຍັງພວກເຈົ້າບໍ່ເຊື່ອຂ້ອຍ? 47 ຜູ້ທີ່ມາຈາກພະເຈົ້າກໍຟັງຄຳສອນຂອງເພິ່ນ.+ ພວກເຈົ້າບໍ່ຍອມຟັງກໍຍ້ອນພວກເຈົ້າບໍ່ໄດ້ມາຈາກພະເຈົ້າ.”+
48 ພວກຢິວຕອບພະເຢຊູວ່າ: “ພວກເຮົາເວົ້າຖືກແລ້ວແມ່ນບໍວ່າເຈົ້າເປັນຄົນຊາມາເຣຍ+ແລະຖືກປີສາດສິງແທ້ໆ?”+ 49 ພະເຢຊູບອກວ່າ: “ຂ້ອຍບໍ່ໄດ້ຖືກປີສາດສິງດອກ ແຕ່ຂ້ອຍຍົກຍ້ອງພໍ່ຂອງຂ້ອຍ ແລະພວກເຈົ້າດູຖູກຂ້ອຍ. 50 ຂ້ອຍບໍ່ໄດ້ຍົກຍ້ອງໂຕເອງ+ ແຕ່ມີຜູ້ໜຶ່ງທີ່ຍົກຍ້ອງຂ້ອຍແລະເພິ່ນເປັນຜູ້ຕັດສິນ. 51 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດເຮັດຕາມທີ່ຂ້ອຍສອນ ຜູ້ນັ້ນຈະບໍ່ຕ້ອງຕາຍເລີຍ.”+ 52 ພວກຢິວເວົ້າກັບພະເຢຊູວ່າ: “ຕອນນີ້ ພວກເຮົາຮູ້ແລ້ວວ່າເຈົ້າຖືກປີສາດສິງແທ້ໆ. ອັບຣາຮາມຕາຍແລ້ວ ແລະພວກຜູ້ພະຍາກອນກໍຕາຍໝົດແລ້ວ ແຕ່ເຈົ້າພັດເວົ້າວ່າ ‘ຖ້າຜູ້ໃດເຮັດຕາມທີ່ຂ້ອຍສອນ ຜູ້ນັ້ນຈະບໍ່ຕ້ອງຕາຍເລີຍ.’ 53 ເຈົ້າຍິ່ງໃຫຍ່ກວ່າອັບຣາຮາມບໍ? ອັບຣາຮາມກໍຕາຍແລ້ວ ແລະພວກຜູ້ພະຍາກອນກໍຕາຍຄືກັນ. ເຈົ້າຄິດວ່າໂຕເອງແມ່ນໃຜ?” 54 ພະເຢຊູຕອບວ່າ: “ຖ້າຂ້ອຍຍົກຍ້ອງໂຕເອງ ຄຳຍົກຍ້ອງນັ້ນກໍບໍ່ມີຄວາມໝາຍຫຍັງ ແຕ່ແມ່ນພໍ່ຂອງຂ້ອຍທີ່ຍົກຍ້ອງຂ້ອຍ.+ ເພິ່ນເປັນຜູ້ທີ່ພວກເຈົ້າອ້າງວ່າເປັນພະເຈົ້າຂອງພວກເຈົ້າ. 55 ທີ່ຈິງແລ້ວ ພວກເຈົ້າບໍ່ຮູ້ຈັກເພິ່ນ+ ແຕ່ຂ້ອຍຮູ້ຈັກ.+ ຖ້າຂ້ອຍບອກວ່າຂ້ອຍບໍ່ຮູ້ຈັກເພິ່ນ ຂ້ອຍກໍຈະເປັນຄົນຂີ້ຕົວະຄືກັບພວກເຈົ້າ ແຕ່ຂ້ອຍຮູ້ຈັກເພິ່ນແລະເຮັດຕາມທີ່ເພິ່ນບອກ. 56 ອັບຣາຮາມພໍ່ຂອງພວກເຈົ້າດີໃຈຫຼາຍທີ່ຮູ້ວ່າຈະໄດ້ເຫັນມື້ທີ່ຂ້ອຍຈະມາ ແລ້ວລາວກໍໄດ້ເຫັນມື້ນັ້ນແລະມີຄວາມສຸກ.”+ 57 ພວກຢິວເວົ້າກັບເພິ່ນວ່າ: “ເຈົ້າອາຍຸບໍ່ຮອດ 50 ປີຊ້ຳ ເຈົ້າຊິເຄີຍເຫັນອັບຣາຮາມໄດ້ແນວໃດ?” 58 ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຊິບອກໃຫ້ຮູ້ວ່າ ຂ້ອຍຢູ່ຕັ້ງແຕ່ອັບຣາຮາມຍັງບໍ່ເກີດຊ້ຳ.”+ 59 ພວກນັ້ນຈຶ່ງຈັບເອົາກ້ອນຫີນເພື່ອຈະດຶກໃສ່ພະເຢຊູ ແຕ່ເພິ່ນໄປລີ້ ແລ້ວກໍອອກໄປຈາກວິຫານ.