ຂ່າວຄາວສະບັບທີສອງ
17 ເຢໂຮຊາຟັດ+ໄດ້ເປັນກະສັດຕໍ່ຈາກອາຊາພໍ່ຂອງລາວ. ລາວຂະຫຍາຍອຳນາດໄປທົ່ວອິດສະຣາເອນ. 2 ເຢໂຮຊາຟັດສົ່ງທະຫານໄປຢູ່ທຸກເມືອງຂອງຢູດາທີ່ມີກຳແພງອ້ອມ. ລາວຕັ້ງກອງທະຫານປ້ອງກັນໃນຢູດາແລະຢູ່ເມືອງຕ່າງໆໃນເຂດເອຟຣາຢິມທີ່ອາຊາພໍ່ຂອງລາວຍຶດມາໄດ້.+ 3 ພະເຢໂຫວາຢູ່ກັບເຢໂຮຊາຟັດສະເໝີ ຍ້ອນລາວເຊື່ອຟັງເພິ່ນຄືກັບດາວິດ+ທີ່ເປັນປູ່ຍ່າຕານາຍຂອງລາວແລະບໍ່ໄດ້ຮັບໃຊ້ພະບາອານ. 4 ເຢໂຮຊາຟັດຮັບໃຊ້ພະເຈົ້າຂອງພໍ່ລາວ+ ເຊື່ອຟັງຄຳສັ່ງຂອງພະເຈົ້າ ແລະບໍ່ເຮັດຄືກັບທີ່ພວກອິດສະຣາເອນເຮັດ.+ 5 ພະເຢໂຫວາຊ່ວຍໃຫ້ການປົກຄອງຂອງລາວໝັ້ນຄົງ.+ ພວກຢູດາເອົາຂອງຂວັນມາໃຫ້ເຢໂຮຊາຟັດຕະຫຼອດ ລາວຈຶ່ງຮັ່ງແລະມີກຽດຫຼາຍຂຶ້ນເລື້ອຍໆ.+ 6 ລາວກ້າເຊື່ອຟັງພະເຢໂຫວາແລະເຖິງຂັ້ນທຳລາຍບ່ອນນະມັດສະການຕ່າງໆ+ແລະເສົາໄມ້ສັກສິດ*+ຕ່າງໆໃນຢູດາ.
7 ໃນປີທີ 3 ທີ່ເຢໂຮຊາຟັດປົກຄອງ ລາວໄດ້ເອີ້ນເບັນຮາຍ ໂອບາດີຢາ ເຊຄາຣີຢາ ເນທາເນນ ແລະມີກາຢາທີ່ເປັນພວກເຈົ້ານາຍໃຫ້ມາຫາ ແລ້ວໃຫ້ເຂົາເຈົ້າໄປສອນຢູ່ເມືອງຕ່າງໆໃນຢູດາ. 8 ພວກເລວີທີ່ເຢໂຮຊາຟັດໃຫ້ໄປນຳເຂົາເຈົ້າມີ: ເຊມາຢາ ເນທານີອາ ເຊບາດີຢາ ອາສາເຮນ ເຊມີຣາໂມດ ເຢໂຮນາທານ ອາໂດນີຢາ ໂຕບີຢາ ໂຕບອາໂດນີຢາ ແລະປະໂລຫິດເອລີຊາມາກັບປະໂລຫິດເຢໂຮຣາມ.+ 9 ເຂົາເຈົ້າໄປຕາມເມືອງຕ່າງໆໃນຢູດາແລະເອົາປຶ້ມກົດໝາຍຂອງພະເຢໂຫວາ+ໄປນຳເພື່ອສອນປະຊາຊົນ.
10 ປະເທດຕ່າງໆທີ່ຢູ່ອ້ອມຂ້າງຢູດາບໍ່ກ້າມາຕໍ່ສູ້ກັບເຢໂຮຊາຟັດ ຍ້ອນເຂົາເຈົ້າຢ້ານພະເຢໂຫວາ. 11 ພວກຟີລິດສະຕີນເອົາຂອງຂວັນກັບເງິນມາໃຫ້ເຢໂຮຊາຟັດເພື່ອເສຍສ່ວຍ ແລະພວກອາຣັບກໍເອົາແກະໂຕຜູ້ 7.700 ໂຕກັບແບ້ໂຕຜູ້ 7.700 ໂຕມາໃຫ້ລາວ.
12 ເຢໂຮຊາຟັດມີອຳນາດຫຼາຍຂຶ້ນເລື້ອຍໆ.+ ລາວໄດ້ສ້າງປ້ອມ+ແລະສ້າງເມືອງສຳລັບເອົາອາຫານ+ໄວ້ຕື່ມອີກຫຼາຍບ່ອນໃນຢູດາ. 13 ລາວມີໂຄງການກໍ່ສ້າງຫຼາຍຢ່າງຢູ່ຕາມເມືອງຕ່າງໆໃນຢູດາແລະມີທະຫານທີ່ເກັ່ງໆຢູ່ໃນເມືອງເຢຣູຊາເລັມ. 14 ທະຫານເຫຼົ່ານີ້ຖືກແບ່ງເປັນກຸ່ມຕາມຈຸ້ມເຈື້ອຂອງເຂົາເຈົ້າ. ຕະກູນຢູດາມີຫົວໜ້າກອງພັນຫຼາຍຄົນ. ຜູ້ທຳອິດແມ່ນອັດນາ. ລາວເປັນຫົວໜ້າຂອງທະຫານທີ່ເກັ່ງໆ 300.000 ຄົນ.+ 15 ຮອງຈາກອັດນາແມ່ນເຢໂຮຮານັນ. ລາວເປັນຫົວໜ້າຂອງທະຫານທີ່ເກັ່ງໆ 280.000 ຄົນ. 16 ອີກຜູ້ໜຶ່ງທີ່ຮອງຈາກອັດນາແມ່ນອາມາເຊຍລູກຊາຍຂອງຊິກຣີ. ລາວເຕັມໃຈຮັບໃຊ້ພະເຢໂຫວາ. ລາວເປັນຫົວໜ້າຂອງທະຫານທີ່ເກັ່ງໆ 200.000 ຄົນ. 17 ໃນຕະກູນເບັນຢາມິນ+ມີເອລີອາດາ. ລາວເປັນທະຫານທີ່ເກັ່ງແລະເປັນຫົວໜ້າຂອງທະຫານ 200.000 ຄົນທີ່ຖືທະນູແລະໂລ້.+ 18 ຮອງຈາກເອລີອາດາແມ່ນເຢໂຮຊາບັດ. ລາວເປັນຫົວໜ້າຂອງທະຫານ 180.000 ຄົນ. 19 ຄົນເຫຼົ່ານີ້ແມ່ນທະຫານທີ່ຮັບໃຊ້ກະສັດຢູ່ເມືອງເຢຣູຊາເລັມ ບໍ່ນັບລວມກັບພວກທະຫານທີ່ກະສັດສົ່ງໃຫ້ໄປຢູ່ຕາມເມືອງຕ່າງໆທີ່ມີກຳແພງອ້ອມຢູ່ທົ່ວແຜ່ນດິນຢູດາ.+