ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ
1 ສະໄໝແຕ່ກີ້ ພະເຈົ້າເວົ້າກັບປູ່ຍ່າຕານາຍຂອງພວກເຮົາໃນຫຼາຍໂອກາດແລະຫຼາຍວິທີຜ່ານທາງພວກຜູ້ພະຍາກອນ.+ 2 ມາຮອດຕອນທ້າຍຂອງສະໄໝນີ້ ເພິ່ນເວົ້າກັບພວກເຮົາຜ່ານທາງລູກຊາຍ+ທີ່ເພິ່ນແຕ່ງຕັ້ງໃຫ້ເປັນຜູ້ຮັບມໍລະດົກທັງໝົດ+ ແລະເພິ່ນໃຊ້ລູກຜູ້ນີ້ໃຫ້ສ້າງສິ່ງຕ່າງໆໃນເອກະພົບ.*+ 3 ລູກຊາຍຜູ້ນີ້ສະທ້ອນສະຫງ່າລາສີຂອງພະເຈົ້າ+ແລະຖອດແບບມາຈາກພະເຈົ້າໄດ້ຢ່າງຄົບຖ້ວນ.+ ເພິ່ນໃຫ້ທຸກສິ່ງມີຊີວິດຢູ່ໄດ້ດ້ວຍຄຳເວົ້າທີ່ມີພະລັງຂອງເພິ່ນ. ຫຼັງຈາກທີ່ເພິ່ນຊ່ວຍພວກເຮົາໃຫ້ພົ້ນຈາກບາບແລ້ວ+ ເພິ່ນກໍນັ່ງຢູ່ເບື້ອງຂວາມືຂອງພະເຈົ້າອົງຍິ່ງໃຫຍ່ໃນສະຫວັນ.+ 4 ດັ່ງນັ້ນ ເພິ່ນຈຶ່ງສູງສົ່ງກວ່າພວກທູດສະຫວັນ+ຍ້ອນເພິ່ນໄດ້ຮັບຊື່ທີ່ຍິ່ງໃຫຍ່ກວ່າຊື່ຂອງທູດສະຫວັນທຸກອົງ.+
5 ພະເຈົ້າເຄີຍເວົ້າກັບທູດສະຫວັນອົງໃດບໍວ່າ: “ເຈົ້າເປັນລູກຂອງເຮົາ. ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າແລ້ວ”?+ ບໍ່ເຄີຍເວົ້າ! ເພິ່ນເຄີຍເວົ້າກັບທູດສະຫວັນບໍວ່າ: “ເຮົາຈະເປັນພໍ່ຂອງລາວ ແລະລາວຈະເປັນລູກຂອງເຮົາ”?+ 6 ຕອນທີ່ເພິ່ນຈະສົ່ງລູກຊາຍຄົນທຳອິດ+ມາໃນໂລກອີກເທື່ອໜຶ່ງ ເພິ່ນສັ່ງວ່າ: “ໃຫ້ທູດສະຫວັນທັງໝົດຂອງພະເຈົ້າສະແດງຄວາມນັບຖືລາວ.”
7 ພະເຈົ້າເວົ້າເຖິງພວກທູດສະຫວັນຂອງເພິ່ນວ່າ: “ເພິ່ນເຮັດໃຫ້ທູດສະຫວັນມີລິດເດດຫຼາຍ* ແລະເຮັດໃຫ້ພວກຜູ້ຮັບໃຊ້ຂອງເພິ່ນ+ເປັນແປວໄຟ.”+ 8 ແຕ່ເພິ່ນເວົ້າເຖິງລູກຊາຍຂອງເພິ່ນວ່າ: “ພະເຈົ້າເປັນບັນລັງຂອງເຈົ້າຕະຫຼອດໄປ+ ແລະການປົກຄອງຂອງເຈົ້າຈະປົກຄອງຢ່າງຍຸຕິທຳ. 9 ເຈົ້າຮັກຄວາມຖືກຕ້ອງແລະຊັງຄວາມຊົ່ວ ພະເຈົ້າຂອງເຈົ້າຈຶ່ງແຕ່ງຕັ້ງເຈົ້າ+ດ້ວຍນ້ຳມັນແຫ່ງຄວາມຍິນດີຫຼາຍກວ່າພວກໝູ່ຂອງເຈົ້າ.”+ 10 ພະເຈົ້າຍັງໃຫ້ຂຽນໄວ້ນຳວ່າ: “ພະເຈົ້າເອີ້ຍ ພະອົງວາງຮາກຖານຂອງໂລກໄວ້ດົນນານມາແລ້ວ ແລະທ້ອງຟ້າກໍເປັນຜົນງານຂອງພະອົງ. 11 ສິ່ງເຫຼົ່ານັ້ນຈະຫາຍສາບສູນໄປ ແຕ່ພະອົງຈະຢູ່ຕໍ່ໄປ. ພວກມັນຈະເກົ່າຄືກັບເຄື່ອງນຸ່ງ. 12 ພະອົງຈະມ້ວນພວກມັນໄວ້ຄືກັບເສື້ອຄຸມແລະພວກມັນຈະຖືກປ່ຽນຄືປ່ຽນເສື້ອ ແຕ່ພະອົງຈະເປັນຄືເກົ່າແລະຊີວິດຂອງພະອົງຈະບໍ່ມີວັນສິ້ນສຸດ.”+
13 ພະເຈົ້າເຄີຍເວົ້າກັບທູດສະຫວັນອົງໃດບໍວ່າ: “ນັ່ງຢູ່ເບື້ອງຂວາມືຂອງເຮົາກ່ອນ ຈົນກວ່າເຮົາຈະປາບພວກສັດຕູຂອງເຈົ້າໃຫ້ເປັນບ່ອນວາງຕີນຂອງເຈົ້າ”?+ 14 ທູດສະຫວັນທຸກອົງໄດ້ຮັບອຳນາດໃຫ້ຮັບໃຊ້ພະເຈົ້າບໍ່ແມ່ນບໍ? ເພິ່ນໃຊ້ເຂົາເຈົ້າໄປຮັບໃຊ້ຄົນທີ່ຈະໄດ້ຮັບຄວາມລອດ.*+