ເຊຄາຣີຢາ
13 “ໃນມື້ນັ້ນຈະມີນ້ຳສ້າງຖືກຂຸດໄວ້ສຳລັບລູກຫຼານຂອງດາວິດແລະຄົນໃນເມືອງເຢຣູຊາເລັມ ເພື່ອເຮັດໃຫ້ເຂົາເຈົ້າສະອາດຈາກບາບແລະຈາກສິ່ງທີ່ເປັນຕາຂີ້ດຽດທີ່ເຂົາເຈົ້າເຮັດ.+
2 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ໃນມື້ນັ້ນ ເຮົາຈະທຳລາຍຮູບບູຊາທັງໝົດໃນແຜ່ນດິນ+ແລະຈະບໍ່ມີໃຜຈື່ພະເຫຼົ່ານັ້ນໄດ້ອີກ. ເຮົາຈະກຳຈັດຜູ້ພະຍາກອນປອມ+ແລະຄົນທີ່ສະໜັບສະໜູນສິ່ງທີ່ເຮົາຖືວ່າບໍ່ສະອາດອອກໄປຈາກແຜ່ນດິນໃຫ້ໝົດ. 3 ຖ້າຜູ້ໃດຍັງພະຍາກອນຕົວະຢູ່ ພໍ່ແມ່ຜູ້ທີ່ເກີດລາວກໍຈະເວົ້າກັບລາວວ່າ “ລູກຊິຕາຍແທ້ໆບາດນິ ຍ້ອນລູກຕົວະວ່າພະເຢໂຫວາໃຫ້ລູກເວົ້າແນວນີ້.” ແລ້ວພໍ່ແມ່ຜູ້ທີ່ເກີດລາວຈະເອົາຫອກແທງລາວຈົນຊອດຍ້ອນລາວພະຍາກອນຕົວະ.+
4 ໃນມື້ນັ້ນ ຜູ້ພະຍາກອນປອມທຸກຄົນຈະຕ້ອງອັບອາຍຕອນທີ່ເຂົາເຈົ້າພະຍາກອນຕົວະກ່ຽວກັບນິມິດທີ່ເຂົາເຈົ້າເຫັນ. ເຂົາເຈົ້າຈະບໍ່ໄດ້ນຸ່ງຊຸດຜູ້ພະຍາກອນ+ເພື່ອຫຼອກລວງຄົນອື່ນອີກ. 5 ເຂົາເຈົ້າແຕ່ລະຄົນຈະເວົ້າວ່າ “ຂ້ອຍບໍ່ໄດ້ເປັນຜູ້ພະຍາກອນເດີ້ ຂ້ອຍເປັນແຕ່ຊາວໄຮ່ຊາວນາ*ຊື່ໆ ຍ້ອນມີຄົນຊື້ຂ້ອຍມາເປັນທາດຕັ້ງແຕ່ຂ້ອຍຍັງນ້ອຍໆ.” 6 ຖ້າມີບາງຄົນຖາມເຂົາເຈົ້າວ່າ “ເປັນຫຍັງຢູ່ໂຕ*ເຈົ້າຄືມີບາດ?” ເຂົາເຈົ້າກໍຈະຕອບວ່າ “ຂ້ອຍຖືກຕີຢູ່ເຮືອນໝູ່ຂອງຂ້ອຍ.”’*
7 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ຕື່ນເດີ້ ເຈົ້າຜູ້ທີ່ມີດາບເອີ້ຍ ໃຫ້ເອົາດາບໄປຂ້າຜູ້ລ້ຽງແກະຂອງເຮົາ+
ແລະໄປຂ້າຄົນທີ່ເປັນໝູ່ຂອງເຮົາ.
8 ພະເຢໂຫວາບອກວ່າ ‘ໃນທົ່ວແຜ່ນດິນ
ຄົນໃນແຜ່ນດິນ 2 ໃນ 3 ຈະຖືກຂ້າ
ແຕ່ 1 ໃນ 3 ທີ່ຍັງເຫຼືອຈະມີຊີວິດຢູ່.
9 ເຮົາຈະເອົາຄົນ 1 ໃນ 3 ນັ້ນໃສ່ໄຟ.
ເຮົາຈະຫຼອມເຂົາເຈົ້າຄືກັບຫຼອມເງິນ.
ເຮົາຈະທົດສອບເຂົາເຈົ້າຄືກັບທົດສອບຄຳ.+
ເຂົາເຈົ້າຈະເອີ້ນຊື່ເຮົາ
ແລະເຮົາຈະຕອບເຂົາເຈົ້າ.
ເຮົາຈະເວົ້າວ່າ “ເຂົາເຈົ້າເປັນຄົນຂອງເຮົາ”+
ແລະເຂົາເຈົ້າຈະເວົ້າວ່າ “ພະເຢໂຫວາເປັນພະເຈົ້າຂອງພວກເຮົາ.”’”